ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ ເລີ້ມ​ຮ້ອງ​ຂໍ​ເງິນ 5 ຕື້​ໂດ​ລາ​ ທີ່​ຫລາຍເປັນ​ປະ​ຫວັດ​ການ​ ເພື່ອ​​ໄປຊ່ວຍ​ອັ​ຟ​ກາ​ນິ​ສ​ຖານ ແລະ 5 ປະ​ເທດ​ເພື່ອນ​ບ້ານ


ເດັກ​ນ້ອຍ​​ອັ​ຟກິ​ສ​ຖານ​ພາ​ກັນ​ຕຸ້ມ​ຜ້າ​ຫົ່ມ​ຢູ່ ຂະ​ນະ​ທີ່ຄອບ​ຄົວຂອງ​ພ​ວກ​ເຂົາກາງ​ເຕັ້ນ​ຢູ່ນອກ​ຫ້ອງ​ການ​ຂອງອຳ​ນວຍ​ການ​ດ້ານໄພ​ພິ​ບັດ​ໃນ​ເມືອງ Herat, ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 29 ພະ​ຈິກ, 2021
ເດັກ​ນ້ອຍ​​ອັ​ຟກິ​ສ​ຖານ​ພາ​ກັນ​ຕຸ້ມ​ຜ້າ​ຫົ່ມ​ຢູ່ ຂະ​ນະ​ທີ່ຄອບ​ຄົວຂອງ​ພ​ວກ​ເຂົາກາງ​ເຕັ້ນ​ຢູ່ນອກ​ຫ້ອງ​ການ​ຂອງອຳ​ນວຍ​ການ​ດ້ານໄພ​ພິ​ບັດ​ໃນ​ເມືອງ Herat, ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 29 ພະ​ຈິກ, 2021

ອົງ​ການສະຫະ​ປະຊາ​ຊາດ​ໄດ້​ຮ້ອງ​ຂໍເງິນ​ຊ່ວຍ​ເຫລືອ 5 ຕື້​ໂດ​ລາທີ່ຫຼາຍ​ເປັນ​ປະຫວັດ​ການ​ເທົ່າທີ່ເຄີຍມີ​ມາ ເພື່ອໃຫ້​ການ​ຊ່ວຍເຫລືອ​ດ້ານ​ມະນຸດສະທຳ​ທີ່ຈະ​ຊ່ວຍກອບ​ກູ້ຊີວິດ ຂອງປະຊາຊົນ 28 ລ້ານ​ຄົນຢູ່​ໃນ​ອັຟກາ​ນິສຖານ ​ແລະ​ໃນ 5 ປະ​ເທດ​ເພື່ອນ​ບ້ານ​ທີ່ເຂົາ​ເຈົ້າ​ໄປ​ຫ​ລົບໄພຢູ່​ນັ້ນ​ ​ໃນ​ປີ​ນີ້. Lisa Schlein ນັກ​ຂ່າວ​ຂອງວີ​ໂອ​ເອ ມີ​ລາຍ​ງານ​ເລື້ອງນີ້ ມາຈາກນະຄອນເຈນີວາ ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ກອງທຶນທີ່ໃຫຍ່ຫລວງໃນ​ຈຳ​ນວນ 4.4 ຕື້ໂດລາ ຈະສະຫນອງການບັນເທົາທຸກທີ່ສໍາຄັນໃຫ້​ແກ່ 22 ລ້ານຄົນ ຢູ່ໃນອັຟການິສຖານ, ຊຶ່ງເກືອບເທົ່າ​ກັບເຄິ່ງນຶ່ງ ຂອງ​ພົນ​ລະ​ເມືອງທັງ​ໝົດຂອງປະເທດນັ້ນ. ນີ້​ແມ່ນ​ການ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ໃຫຍ່​ທີ່​ສຸດໃຫ້​ແກ່ປະ​ເທດ​ດຽວ - ແຕ່​ວ່າ ​ຂະ​ໜາດນັ້ນ ຄວາມ​ຕ້ອງ​ການ​ຂອງ​ປະ​ເທດ​ນີ້ ​ກໍ​ຍັງ​ມີຢູ່​ຢ່າງ​ຫຼວງ​ຫຼາຍ.

ອົງ​ການສະຫະ​ປະຊາ​ຊາດ​ເຕືອນ​ວ່າ ອັຟກາ​ນິສຖານ​ກຳລັງ​ກາຍ​ເປັນບ່ອນ​ທີ່​ມີ​ວິ​ກິດ​ການ​ດ້ານ​ມະນຸດສະທຳ​ທີ່​ຮ້າຍ​ແຮງ​, ເພີ້ມ​ຂຶ້ນ​ຢ່າງວ່ອງ​ໄວທີ່​ສຸດ​ໃນ​ໂລກ. ອົງ​ການນີ້​ເວົ້າວ່າ ເຄິ່ງນຶ່ງຂອງພົນ​ລະ​ເມືອງອັຟການິສຖານກໍາລັງປະເຊີນກັບຄວາມ ອຶດຫິວຢ່າງຮ້າຍແຮງ, ຫຼາຍກວ່າເກົ້າລ້ານຄົນໄດ້ຖືກຍົກຍ້າຍຖິ່ນ​ຖານ​ໄປ​ຢູ່​ແຫ່ງ​ອື່ນພາຍໃນປະ​ເທດ, ແລະເດັກນ້ອຍຫຼາຍລ້ານຄົນ ໄດ້ອອກໂຮງຮຽນໄປ.

ທ່ານມາ​ຕິນ ກ​ຣິ​ຟ​ຟິດ​ສ໌ (Martin Griffiths) ຮອງເລ​ຂາ​ທິ​ການ​ໃຫຍ່ ຂອງອົງ ການສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ວຽກ​ງານ​ມະນຸດສະທໍາກ່າວວ່າ ຊາວກະສິ ກອນແລະພວກສັດລ້ຽງກໍາລັງຕໍ່ສູ້ກັບໄພແຫ້ງແລ້ງທີ່ຮຸນແຮງທີ່ສຸດໃນຮອບຫຼາຍ ສິບປີຜ່ານ​ມາ. ທ່ານກ່າວວ່າ ປະຊາຊົນຕ້ອງການຄວາມຊ່ວຍເຫລືອ ເພື່ອຈະສູ້ທົນກັບຜົນກະທົບ ຂອງຄວາມຂັດແຍ້ງກັນ​ທີ່​ມີ​ມາຫຼາຍປີ ແລະເສດຖະກິດ ທີ່ແຕກສະ​ຫລາຍ​ຂອງ​ປະ​ເທດນັ້ນ​ໄດ້.

ທ່ານກ​ຣິ​ຟ​ຟິດ​ສ໌ (GRIFFITHS) ກ່າວ​ດັ່ງ​ນີ້:
“ມີເດັກນ້ອຍຕ່ຳກວ່າ 5 ປີ ຫລາຍເຖິງນຶ່ງລ້ານຄົນທີ່ຈະຕ້ອງທົນທຸກຕໍ່ການຂາດ ສານອາຫານທີ່ຮຸນແຮງ ແລະໜັກໜ່ວງທີ່ສຸດ ຖ້າພວກເຮົາບໍ່ເອົາການຊ່ວຍເຫຼືອ ໄປໃຫ້ພວກເຂົາ. ພວກເຮົາຕ້ອງໄດ້ເອົາອາຫານ ໄປໃຫ້ຄອບຄົວທີ່ພວກເຂົາອາໄສຢູ່ນຳ. ພວກເຮົາຕ້ອງໄດ້ເອົາແກ່ນພັນພືດໄປໃຫ້ຊາວກະສິກອນທີ່ເຂົາເຈົ້າກຳລັງໄຖນາຢູ່. ພວກເຮົາຈໍາເປັນຕ້ອງໄດ້ເອົາການບໍລິການດ້ານສຸຂະພາບໄປໃຫ້ຄລີນິກໃນບ່ອນທີ່ເຂົາເຈົ້າອາໄສຢູ່ໃນທົ່ວປະເທດ. ແລະພວກເຮົາຕ້ອງໄດ້ ເອົາການບໍລິການໃນການປ້ອງກັນຄວາມປອດໄພໄປໃຫ້ຜູ້ທີ່ຕ້ອງການກັບຄືນ ໄປບ້ານເຮືອນ."

ອັຟກາ​ນິສຖານ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ບັນຫາອັນໃຫຍ່ຫລວງ​ຂອງ​ການ​ອົບ​ພະ​ຍົບ​ຢູ່​ພາຍ​ໃນ ​ແລະ​ພາຍ​ນອກປະ​ເທດ. ຫລ​າຍກວ່າ 9 ລ້ານ​ຄົນ​ຖືກ​ອົບ​ພະ​ຍົບ​ຢູ່​ພາຍ​ໃນ​ປະ​ເທດ - ປະມານ 1/3 ຂອງ​ຄົນ​ຈຳ​ນວນນັ້ນ​ແມ່ນ​ຕ້ອງ​ໄດ້​ອົບ​ພະ​ຍົບຍ້ອນ​ການ​ຂັດ​ແຍ້ງກັນ. ມີ​ຊາວ​ອົບ​ພະຍົບ​ອັຟກາ​ນິສຖານ​ຫຼາຍ​ກວ່າ 6 ລ້ານ​ຄົນ ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ໃກ້​ຄຽງ ຊຶ່ງສ່ວນ​ໃຫຍ່​ແມ່ນ​ຢູ່​ໃນປາ​ກິສຖານ ​ແລະ ອີຣ່ານ.

​ຂ້າ​ຫລວງ​ໃຫຍ່​ອົງ​ການສະຫະ​ປະຊາ​ຊາດດ້ານ​ອົບ​ພະ​ຍົບ, ທ່ານຟີ​ລິບ​ໂປ ແກ​ຣນ​ດີ (Filippo Grandi) ກ່າວ​ວ່າ ມັນ​ເປັນ​ເລື້ອງ​ຮີບ​ດ່ວນ​ທີ່ຕ້ອງ​ໄດ້ຊ່ວຍ​ຮັກສາ​ເສດຖະກິດ​ແລະ​ການ​ບໍລິການສາທາລະນະ​ຂອງ​ອັຟກາ​ນິສຖານໄວ້ ​ເພື່ອ ​ສະກັດ​ກັ້ນ​ການ​ອົບ​ພະຍົບ​ຂະ​ໜາດ​ໃຫຍ່​ອີກ.

ທ່ານກ່າວ​ດັ່ງ​ນີ້:
“ຖ້າປະເທດພັງທະລາຍລົງ, ມັນແຕກຂຶ້ນຢູ່ພາຍໃນ, ພວກເຮົາໄດ້ເວົ້າມາຫລາຍເທື່ອແລ້ວ—ແຕ່ມັນກໍສົມຄວນຈະເວົ້າຢ້ຳຄືນອີກ, ແລ້ວພວກເຮົາກໍອາດຈະໄດ້ ເຫັນການຫລັ່ງໄຫລຂອງຜູ້ຄົນ ອອກປະເທດໃນຈຳນວນທີ່ສູງກວ່ານີ້ຫລາຍ. ບັນຫາສໍາຄັນຢູ່ໃນນີ້ ກໍຄືການຫັນປ່ຽນການຍົກຍ້າຍຖິ່ນຖານຢູ່ພາຍໃນຂະຫນາດ ໃຫຍ່ອັນນີ້ - ອາດຈະເປັນຈຳນວນທີ່ຫລາຍທີ່ສຸດໃນໂລກໃນໂລກເມື່ອເວົ້າເຖິງຕົວເລກ -ແລະປ້ອງກັນບໍ່ໃຫ້ມັນກາຍເປັນການຍົກຍ້າຍຖິ່ນຖານໄປນອກປະເທດໃນຂະຫນາດໃຫຍ່, ເຊິ່ງເປັນຄວາມສ່ຽງທີ່ໃຫຍ່ຫລວງໃນເວລານີ້."

​ຂ້າ​ຫລວງ​ໃຫຍ່​ອົງ​ການ​ ສ​ປ​ຊ ດ້ານ​ອົບ​ພະ​ຍົບ, ທ່ານ Filippo Grandi, ໂຄ​ສົກ​ຂອງ​ອົງ​ການ ສ​ປ​ຊ, ທ່ານ​ນາງ Alessandra Vellucci ແລະ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຂອງ ສ​ປ​ຊ ຮັບ​ຜິດ​ຊອບ​ດ້ານວຽກ​ງານ​ມະ​ນຸດ​ສະ​ທຳ, ທ່ານ Martin Griffiths ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ​ໃນ​ນະ​ຄອນເຈ​ເນ​ວາ, ວັນ​ທີ 10, ມັງ​ກອນ 2022.
​ຂ້າ​ຫລວງ​ໃຫຍ່​ອົງ​ການ​ ສ​ປ​ຊ ດ້ານ​ອົບ​ພະ​ຍົບ, ທ່ານ Filippo Grandi, ໂຄ​ສົກ​ຂອງ​ອົງ​ການ ສ​ປ​ຊ, ທ່ານ​ນາງ Alessandra Vellucci ແລະ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຂອງ ສ​ປ​ຊ ຮັບ​ຜິດ​ຊອບ​ດ້ານວຽກ​ງານ​ມະ​ນຸດ​ສະ​ທຳ, ທ່ານ Martin Griffiths ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ​ໃນ​ນະ​ຄອນເຈ​ເນ​ວາ, ວັນ​ທີ 10, ມັງ​ກອນ 2022.

ທ່ານແກ​ຣນ​ດີຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສາມາດ​ເຮັດ​ໄດ້​ເພື່ອ​ປ້ອງ​ກັນບໍ່​ໃຫ້​ມີ​ໄພ​ຫາຍ​ຍະ​ນະ​ນີ້​ເກີດ​ຂຶ້ນ ຢູ່ໃນ​ອັຟກາ​ນິສຖານ. ທ່ານ​ກ່າວ​ເຕືອນ​ວ່າ ສິ່ງ​ນີ້​ຈະ​ຜັກ​ດັນ​ໃຫ້​ເກີດ​ການ​ອົບ​ພະຍົບ​ ທັງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ​ໃນ​ທົ່ວ​ຂົງ​ເຂດນັ້ນເພີ້ມ​ອີກ.

ອົງ​ການສະຫະ​ປະຊາ​ຊາດ​ກ່າວ​ວ່າ ຕົນ​ຕ້ອງການ​ເງິນ 623 ລ້ານ​ໂດ​ລາ​ເພື່ອ​ເອົາ​ມາ​ຊ່ວຍ​ເຫລືອ​ຊາວ​ອົບ​ພະຍົບອັຟກາ​ນິສຖານ 5 ລ້ານ 7 ແສນ​ຄົນ ​ແລະ​ປະຊາ​ຄົມ​ທີ່​ໃຫ້ການ​ຕ້ອນ​ຮັບ​ເຂົາ​ເຈົ້າ​ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ. ກອງທຶນດັ່ງ ກ່າວຈະສະຫນອງການປົກປ້ອງ, ສຸຂະພາບ ແລະໂພຊະນາການ, ອາຫານ, ທີ່ພັກອາໄສ, ນ້ໍາ ແລະສຸຂາພິບານ, ການສຶກສາ, ແລະການບັນເທົາທຸກທີ່ ຈໍາເປັນອື່ນໆ ອີກ​

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG