ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ປະຊາກອນໂລກ ທີ່​ຕ້ອງການ ​ການ​ຊ່ວຍ​ເຫລືອ ຍ້ອນໄພອຶດຫິວ ​ຍັງ​ສືບຕໍ່​ເພີ້ມຂຶ້ນ


ພາບຂອງນາງ Yanut Ayuel, ຜູ້ທີສອງນັບຈາກທາງຊ້າຍ, ນັ່ງກັບຄອບຄົວຂອງລາວ ຢູ່ໃນສູນພວກອົບພະຍົບ ບ່ອນທີ່ນາງ ແລະຄອບຄົວຂອງນາງອາໄສຢູ່ ໃນເມືອງ Abayok ຂອງປະເທດຊູດານໃຕ້ ໃນວັນທີ 20 ສິງຫາ, 2017.

ເລຂາທິການ​ໃຫຍ່​ຂອງອົງການສະຫະ​ປະຊາ​ຊາດ​ເວົ້າວ່າ ການ​ດໍາ​ເນີນ​ການ​ແຕ່​ຫົວ
ທີຂອງ​ປະຊາ​ຄົມ​ສາກົນ​ໄດ້​ຊ່ວຍ​ເຮັດ​ໃຫ້​ໄພ​ອຶດ​ຫິວ​ຜ່ອນ​ຄາຍລົງ​ໄດ້ ​ແຕ່​ວ່າຈໍານວນ​
ປະຊາຊົນທີ່​ຕ້ອງການ ​ການ​ຊ່ວຍ​ເຫລືອ​ຍັງ​ສືບຕໍ່​ເພີ້ມຂຶ້ນຢູ່.

​ໃນ​ເດືອນ​ກຸມພາ​ຜ່ານ​ມາ ທ່ານ António Guterres ​ໄດ້​ເຕືອນ​ວ່າ ມີປະຊາຊົນ 20
ລ້ານ​ຄົນທີ່​ປະ​ເຊີນ​ກັບ​ຄວາມ​ອຶດຫິວ​ຢູ່​ປະ​ເທດ​ຊູ​ດານ​ໃຕ້, ​ໂຊ​ມາ​ເລຍ, ພາກ​ຕາ​ເວັນ​
ອອກສຽງ​ເໜືອຂອງ​ໄນ​ຈີ​ເຣຍ ​ແລະ​ເຢ​ເມນ ​ແລະ​ທ່ານ​ໄດ້​ຮ້ອງຂໍ​ເງິນ​ຫລາຍ 5.6 ຕື້​
ໂດ​ລາ ​ໃນ​ປີ 2017​ ນີ້ ເພື່ອຊ່ວຍ​ເຫລືອພວກເຂົາ​ເຈົ້າ.

ທ່ານ Guterres ​ໄດ້​ກ່າວ​ຢູ່​ໃນ​ກອງ​ປະຊຸມ​ສະພາ​ຄວາມໝັ້ນຄົງ​ຂອງອົງການສະຫະ​
ປະຊາ​ຊາດ ​ໃນ​ວັນ​ພະຫັດ​ວານ​ນີ້ກ່ຽວກັບ​ບັນຫາ​ດັ່ງກ່າວ​ວ່າ "​ເຖິງ​ແມ່ນ​ວ່າ ​ພວກ​ເຮົາ​
ຈະ​ມີ​ຄວາມ​ສໍາ​ເລັດ​ໃນ​ການ​ລະງັບໄພ​ອຶດ​ຫິວບໍ່​ໃຫ້​ເພີ້ມຂຶ້ນ​ໄດ້ ​ແຕ່​ພວກ​ເຮົາ​ກໍຍັງ​ບໍ່
ທັນ​ໄດ້​ເຮັດ​ໃຫ້​ຄວາມ ທຸກ​ທໍລະມານ ​ຈາກ​ການ​ອຶດຫິວ​ຢຸດຕິລົງ​ໄດ້​ເທື່ອ."

ທ່ານ​ກ່າວ​ອີກ​ວ່າ ​ໃນ​ຂະນະ​ທີ່​ປະຊາ​ຄົມ​ສາກົນ​ໄດ້​ມີ​ການ​ຕອບ​ສະໜອງຢ່າງ​ວ່ອງ​ໄວ
​ແລະເກືອບ​ຮອດ 70 ​ເປີ​ເຊັນ​ຂອງຈໍານວນ​ທຶນທີ່​ໄດ້​ຂໍ​ໄປ​ນັ້ນ ​ແມ່ນ​ໄດ້​ຮັບ​ແລ້ວກໍ​ຕາມ
​ແຕ່​ການບໍ່ສາມາດ​ເຂົ້າ​ເຖິງ​ພວກ​ອຶດຫິວ ໄດ້​ເຮັດ​ໃຫ້ການ​ແຈກ​ຢາຍ​ການ​ຊ່ວຍ​ເຫລືອ​
ຖືກ​ກີດ​ກັນ​ໄວ້.

ຫົວໜ້າອົງການສະຫະ​ປະຊາ​ຊາດ​ເວົ້າອີກວ່າ "​ໃນ​ໄລຍະ9 ​ເດືອນ​ຜ່ານ​ມາ ຄວາມ
​ຕ້ອງການ ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະ​ທໍາ​ໄດ້​ເພີ້ມຂຶ້ນຢູ່​ໃນ​ສີ່​ຂົງ​ເຂດ​ດັ່ງກ່າວ​ນີ້."

ທ່ານ Guterres ​ເວົ້າວ່າ ຄວາມ​ຂັດ​ແຍ້​ງກັນ​ເປັນ​ແຮງ​ຜັກ​ດັນ​ຕົ້ນຕໍ​ທີ່​ພາ​ໃຫ້​ມີ​ວິ​ກິດ​
ການ​ດ້ານ​ອາຫານ​ນີ້.

ທ່ານ​ຍັງ​ໄດ້​ກ່າວ​ອີກວ່າ "ຕາບ​ໃດ​ທີ່ຄວາມ​ຂັດ​ແຍ້​ງ​ເຫລົ່ານີ້ບໍ່​ໄດ້​ຮັບ​ການ​ແກ້​ໄຂ ​ແລະ​
ການ​ພັດທະນາ​ບໍ່​ໄດ້​ປັກ​ຮາກ​ຖານ​ຢູ່​ຂົງເຂດ​ນັ້ນ, ປະຊາ​ຄົມ​ ​ແລະ​ທັງໝົດຂົງ​ເຂດ​ຍັງ
​ຈະ​ສືບຕໍ່ຖືກ​ທໍາລາຍໂດຍ​ໄພ​ອຶດຫິວ ​ແລະ​ຄວາມທຸກ​ທໍລະມານ.”

ອົງການສະຫະ​ປະຊາ​ຊາດ​ເວົ້າວ່າ ພຽງ​ແຕ່ຢູ່​ຊູ​ດານ​ໃຕ້​ເທົ່າ​ນັ້ນ, ຈໍານວນ​ປະຊາຊົນ
ທີ່ຮູ້ສຶກ​ວ່າ​ມີ​ຄວາມ​ອຶດ​ຫິວ​ອາຫານ​ຢ່າງໜັກ​ໄດ້​ເພີ້ມຂຶ້ນ ນຶ່ງ​ລ້ານ​ຄົນ​ໃນ​ປີນີ້ ​ຊຶ່ງ​ເຮັດ
​ໃຫ້​ມີຄົນ​ອຶດຫິວ​ຢູ່​ໃນ​ປະ​ເທດ​ນັ້ນ​ເພີ້ມຂຶ້ນ​ເປັນ 6 ລ້ານ​ຄົນ. ຢູ່​ໃນ​ເຂດພາກ​ຕາເວັນ​
ອອກສຽງ​ເໜືອ ຂອງ​ໄນ​ຈີ​ເຣຍ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ກຸ່ມ Boko Haram ​ແມ່ນ​ມີ
​ປະຊາຊົນ 8.5 ລ້ານ​ຄົນ​ທີ່ຕ້ອງ ການ​ການຊ່ວຍ​ເຫລືອ​ດ້ານ​ມະນຸດສະ​ທໍາ.

ສ່ວນ​ຢູ່​ໂຊ​ມາ​ເລຍ​ ທີ່ປະສົບກັບໄພ​ແຫ້ງ​ແລ້ງ ​ແລະການຂາດ​ສະຖຽນລະ​ພາບກາຍ
ເປັນອຸບປະສັກ​ນັ້ນ ມີ​ປະຊາຊົນຫລາຍ​ກວ່າ 6 ລ້ານ​ຄົນ ​ທີ່ກາງ​ຕໍ່ອາໄສການ​ຊ່ວຍ​
ເຫລືອ​ເພື່ອ​ດໍາລົງ​ຊີວິດຢູ່​ລອດ​ໄດ້. ແລະ ຢູ່​ເຢ​ເມນ​ທີ່​ຖືກ​ທໍາລາຍ​ດ້ວຍ​ການ​ຂັດ​ແຍ້​ງ
ກັນນັ້ນ ປະຊາຊົນ 17 ລ້ານ​ຄົນທີ່ມີ​ຊີວິດ​ການ​ເປັນ​ຢູ່​ແບບເລື່ອນລອຍ ​ແມ່ນ​ປະສົບ
​ກັບ​ການບໍ່​ມີອາຫານ​ກິນຢ່າງ​ໝັ້ນຄົງ.

​ໄພ​ອຶດຫິວ​ຍັງ​ໄດ້ກໍ່ໃຫ້ເກີດການ​ແຜ່​ລະບາດ​ຂອງ​ໂຣກອະຫິວາ, ​ໄຂ້​ມາ​ເລ​ເຣຍ ​ແລະ
ໂຣກ​ໄຂ້​ອອກຕຸ່ມ ​ຊຶ່ງເພີ້ມຄວາມ​ຮ້າຍ​ແຮງ ​ໃສ່ວິ​ກິດ​ການ​ໃນ​ການ​ຍົກຍ້າຍ​ຖິ່ນ​ຖານ ​ແລະ​ອົບ​ພະຍົບຢູ່ ​ໃນທົ່ວ​ໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG