ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

​ສຫລ ວ່າ ສະພາ​ວ່າ​ດ້ວຍ​ສິດທິ​ມະນຸດ ຂອງ ສປຊ ຕ້ອງໄດ້ມີການ​ປະຕິ​ຮູບ


ທ່ານນາງ Nikki Haley, ​ເອກ​ອັກຄະ​ລັດຖະທູດ​ ສຫລ​ ປະ​ຈໍາ​ສະຫະ​ປະຊາ​ຊາດ ​ເຂົ້າຮ່ວມກອງປະຊຸມຂອງສະພາ​ວ່າ​ດ້ວຍ
​ສິດທິ​ມະນຸດ ຢູ່ນະຄອນ Geneva ປະເທດ Switzerland ໃນວັນທີ 6 ມິຖຸນາ 2017.
ທ່ານນາງ Nikki Haley, ​ເອກ​ອັກຄະ​ລັດຖະທູດ​ ສຫລ​ ປະ​ຈໍາ​ສະຫະ​ປະຊາ​ຊາດ ​ເຂົ້າຮ່ວມກອງປະຊຸມຂອງສະພາ​ວ່າ​ດ້ວຍ ​ສິດທິ​ມະນຸດ ຢູ່ນະຄອນ Geneva ປະເທດ Switzerland ໃນວັນທີ 6 ມິຖຸນາ 2017.

ທ່ານນາງ Nikki Haley, ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ສະຫະ​ປະຊາ​ຊາດ ​
ໄດ້​ເຕືອນ​ວ່າ ລັດຖະບານ​ຂອງ​ທ່ານ​ທຣໍາ ອາດ​ຈະ​ຖອນໂຕ​ອອກ​ຈາກ​ສະພາ​ວ່າ​ດ້ວຍ
​ສິດທິ​ມະນຸດ ຖ້າ​ຫາກ​ສະພາ​ດັ່ງກ່າວ ​ບໍ່ທໍາ​ການ​ປະຕິ​ຮູບ​ ທີ່​ຈໍາ​ເປັນ​ຕ້ອງ​ເຮັດ.


​ໃນ​ຄໍາ​ປາ​ໄສທີ່ແຂງ​ຂັນ ​ກ່ຽວກັບເລື່ອງທີ່ວ່າ​ “ບໍ່​ເອົາ​ນັກ​ໂທດອີກ​ຕໍ່​ໄປ​ແລ້ວ” ທີ່ກອງ
​ປະຊຸມ​ທີ່​ດໍາ​ເນີນ​ໄປ​ເປັນ​ເວລາ​ສາມ​ອາທິດ​ຂອງ​ສະພາ ​ໃນ​ວັນ​ອັງຄານ​ວານ​ນີ້
ທ່ານນາງ Haley ​ໄດ້​ເຕືອນ​ກຸ່ມ​ດັ່ງກ່າວວ່າ​ຄວນດັດ​ແປງ​ວິທີ​ການ​ຂອງ​ຕົນ.

ທ່ານ​ນາງ​ກ່າວວ່າ "ດັ່ງ​ທີ່​ທ່ານ​ຮູ້ນັ້ນແລ້ວ ສະຫະລັດ​ກໍາລັງ ພິຈາລະນາ​ເບິ່ງສະພານີ້
ແລະ ການເຂົ້າຮ່ວມ​ຂອງ​ພວກ​ເຮົາຢູ່​ໃນ​ສະພາ ຢ່າງລະອຽດ. ພວກ​ເຮົາ​ເຫັນ​ວ່າ​ມີ​ບາງ
​ຂົງ​ເຂດ​ວຽກ ງານ​ແມ່ນ​ຕ້ອງ​ໄດ້​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ".

ທ່ານ​ນາງ Haley ​ເປັນ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ສະຫະ​ປະຊາ​ຊາດຜູ້​ທີ 29
​ແລະ​ກໍ​ເປັນ​ຜູ້​ທໍາ​ອິດ ທີ່​ໄດ້​ກ່າວ​ຄໍາ​ປາ​ໄສ​ຢູ່​ສະພາ​ວ່າ​ດ້ວຍ​ສິດທິ​ມະນຸດ. ຂໍ້ຄວາມ​ອັນເຂັ້ມ
​ແຂງ ​ແລະ​ຊັດ​ເຈນ ​ບໍ່ແມ່ນ​ວ່າ​ຈະ​ບໍ່​ໄດ້​ຮັບ​ການ​ສົນ​ໃຈ​ຈາກ​ອົງການ​ທີ່​ມີ​ສະມາຊິກ 47 ປະ​ເທດ​ນີ້.

ທ່ານ​ນາງໄດ້​ຕິຕຽນກອງ​ປະຊຸມກ່ຽວກັບ​ສິດທິ​ມະນຸດ ໃນ​ຄວາມ​ຄິດ​ຂອງ​ທ່ານ​ນາງ​ແມ່ນ
​ເຫັນວ່າສະພາ​ໄດ້​ໃຊ້​ມາດ​ຕະການແບບ​ມີ​ການຈໍາແນ​ກຕໍ່ອິສຣາ​ແອນ. ຍົກ​ຕົວຢ່າງ​ເຊັ່ນ
ທ່ານນາງ​ໄດ້ໃຫ້​ຄໍາ​ເຫັນ​ວ່າ ສະພາບໍ່​ເຄີຍ​ຮັບ​ຮອງ​ເອົາ​ມະຕິ ທີ່​ປະນາມ​ເວ​ເນ​ຊູ​ເອລາ ທີ່
​ລະ​ເມີດສິດທິ​ມະນຸດ ຢ່າງ​ຮ້າຍ​ແຮງ.

ທ່ານ​ນາງເວົ້າວ່າ "​ແຕ່, ບັດ​ນັ້ນ​ແລ້ວ ​ສະພາ​ກັບ​ຮັບຮອງ​ເອົາ​ມະຕິ​ຫ້າ​ສະບັບ ​ທີ່​ມີ​ຄວາມ
​ລໍາອຽງຕໍ່ປະ​ເທດ​ດຽວ, ກໍ​ຄື​ອິສຣາ​ແອ​ລ ໃນ​ເດືອນ​ມີນາ ທີ່​ຜ່ານ​ມາ. ຖ້າ​ຫາກ​ສະພາ
​ຢາກ​ໄດ້​ຮັບຄວາມ​ເຊື່ອ​ຖື ມັນ​ຄວນ​ຈະ​ແກ້​ໄຂ​ການ​ລໍາອຽງຕໍ່ອິສຣາ​ແອ​ລທີ່​ຊໍາ​ເຮື້ອມາ​ ນານ​ນັ້ນ."

​ສະຫະລັດ ​ແລະອິສຣາ​ແອ​ລ​ເປັນ​ພັນທະ​ມິດ​ກັນ. ນະ​ຄອນ​ວໍ​ຊິງ​ຕັນ​ດີ​ຊີ ​ໄດ້​ຖົກ​ຖຽງມາ
​ນານແລ້ວ​ວ່າ ສະພາ​ໄດ້​ເພັ່ງ​ເລັງ​ແບບ​ບໍ່​ເປັນ​ທໍາ​ ໃສ່​ການ​ກ່າວ​ຫາ​ວ່າ ອິສຣາ​ແອ​ລ
ລະ​ເມີດ​ສິດທິມະນຸດ ຊຶ່ງ​ລວມທັງ​ການ​ປະຕິບັດ​ຂອງ​ປະ​ເທດ​ດັ່ງກ່າວ ຕໍ່ຊາວ​ປາ​ແລັສ
ຕາຍ ທີ່ຢຶດຄອງ​ເຂດຝັ່ງຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດນ ​ແລະ​ເຂດ​ກາຊາ ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG