ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມັດ​ຊາ​ໃຫຍ່​​ ສ​ປ​ຊ ຈະ​ລົງ​ຄະ​ແນນ​ສຽງ ຮັບ​ຮອງເອົາມະຕິ ປະ​ນາມ​ກຸ່ມ ​ຮາ​ມາ​ສ ທີ່​ໂຈມ​ຕີ ​ອິ​ສ​ຣາ​ແອ​ລ ດ້ວຍ​ຈະ​ຫລວດ


ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ກຸ່​ມ​ຮາ​ມາ​ສ ຢືນ​ຍາມ​ຢູ່​ໃນ​ຂະ​ນະ​ທີ່ ພວກ​ເຂົາ​ຈູດກັນ​ຊາ 1,383 ຫໍ່ ແລະ​ ທ​ຣາ​ມາດອ​ລ (Tramadol) 1,242,000 ເມັດ ທີ່​ຍຶດ​ໄດ້ ນັບ​ແຕ່​ຕົ້ນ​ປີ ຢູ່​ໃນ​ເມືອງ​ກາ​ຊາ, ໃນ​ວັນ​ທີ 22 ຕຸ​ລາ, 2018.
ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ກຸ່​ມ​ຮາ​ມາ​ສ ຢືນ​ຍາມ​ຢູ່​ໃນ​ຂະ​ນະ​ທີ່ ພວກ​ເຂົາ​ຈູດກັນ​ຊາ 1,383 ຫໍ່ ແລະ​ ທ​ຣາ​ມາດອ​ລ (Tramadol) 1,242,000 ເມັດ ທີ່​ຍຶດ​ໄດ້ ນັບ​ແຕ່​ຕົ້ນ​ປີ ຢູ່​ໃນ​ເມືອງ​ກາ​ຊາ, ໃນ​ວັນ​ທີ 22 ຕຸ​ລາ, 2018.

ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດມີ​ກຳ​ນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງຮັບ​ຮອງ
ເອົາ​ມະຕິ ທີ່​ສະ​ຫະ​ລັດເປັນ​ຜູ້​ສະເ​ໜີ ຢ່າງ​ເປັນ​ປະ​ຫວັດ​ການ ໃນ​ວັນ​ພະ​ຫັດ​ມື້ນີ້ ຊຶ່ງ
ປະ​ນາມ​ການ​ໂຈມ​ຕີ​ຂອງ​ກຸ່ມ​ຮາ​ມາ​ສ ໂດຍໃຊ້​ຈະ​ຫລວດຍິງ​ເຂົ້າ​ໄປ​ໃສ່​ອິ​ສ​ຣາ​ແອ​ລ
ນັ້ນ.

ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ນີ້ ​ຈະ​ເປັນ​ເທື່ອທຳ​ອິດ​ທີ່​ສະ​ມັດ​ຊາ​ໃຫຍ່​ ຈະ​ມີ​ການ​ປ່ອນ​ບັດ​
ທີ່​ສຳ​ຄັນ​ຫລາຍ ​ກ່ຽວ​ກັບ​ກຸ່ມ​ຮາມ​າ​ສ- ກຸ່ມ​ນັກ​ຕໍ່​ສູ້​ຫົວ​ຮຸນ​ແຮງທີ່​ຄອບຄອງ​ເຂດກາ​ຊາ​
ຢູ່ນັ້ນ.

ຊາວ​ປາ​ແລ​ສ​ຕາຍ​ນ໌ພາ​ກັນ​ຫາ​ທາງ​ທີ່​ຈະ​ດັດ​ແກ້​ມັດ​ຕິ​ດັ່ງ​ກ່າວ ໂດຍ​ການ​ເອົາ​ຄຳ​ເວົ້າ
ທີ່​ໝາຍ​ເຖິງ​ມັດ​ຕິເກົ່າ ທີ່​ຕຳ​ໜິ​ການ​ແກ້​ໄຂ​ບັນ​ຫາ​ຂອງອິ​ສ​ຣາ​ແອ​ລ ສອດເຂົ້າ​ໄປໃສ່​
ໃນນັ້ນ.

​ແຕ່​ວ່າ​ເພື່ອ​ຈະ​ໃຫ້​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກສະ​ມາ​ຊິກທີ່​ເປັນປະ​ເທດຢູ​ໂຣບ 28
ປະ​ເທດ​ຄືນນັ້ນ ສະ​ຫະ​ລັດຈະ​ຍິນ​ດີ​ທີ່​ຈະ​ເອີ່ຍ​ເຖິງ "ມະ​ຕິ​ຕ່າງ​ໆ ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​
ການສ​ະ​ຫະ​ປະ​ຊາ​ຊາດ" ໂດຍ​ປາ​ສະ​ຈາກ​ການ​ກ່າວ​ເຖິງ​ມະ​ຕິ​ອັນ​ໃດ​ແທ້.

ຮ່າງ​ມະຕິ​ດັ່ງ​ກ່າວ “ຮຽກ​ຮ້ອງ​ໃຫ້​ກຸ່ມ​ຮາ​ມາ​ສ ແລະ​ນັກ​ເຄື່ອນ​ໄຫວ​ທີ່​ເປັນ​ນັກຕໍ່​ສູ້​ຫົວ​ຮຸນ​
ແຮງ ຊຶ່ງ​ລວມ​ທັງ​ພວກ​ຈີ​ຮາດ​ທີ່​ເປັນ​ຊາວ​ປາ​ແລ​ສ​ຕາຍ໌​ນັບ​ຖື​ສາດ​ສະ​ໜາ​ອິ​ສ​ລາມນັ້ນ
ໃຫ້ຍຸຕິ​ການ​ເຄື່ອນ​ໄຫ​ວ, ລວມ​ທັງ​ການ​ໃຊ້ອຸ​ປະ​ກອນວາງ​ເພີງ​ທີ່ສົ່ງ​ໄປ​ທາງ​ອາ​ກາດນັ້ນ
​ອີກ​ດ້ວຍ.

ເອກ​ອັກ​ຄະ​ລັດ​ຖະ​ທູດອິ​ສ​ຣາ​ແອ​ລ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ ແດນ​ນີ
ດາ​ນອນ (Danny Danon) ໄດ້​ທຳ​ນາຍໃນ​ວັນ​ພຸດ​ວານນີ້​ວ່າ ມະ​ຕິ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​
ການ​ຮັບ​ຮອງ​ເອົາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG