ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຈະລົງຄະແນນສຽງ ກ່ຽວກັບຍັດຕິ ການຊຸກຍູ້ສັນຕິພາບ ທີ່ຍືນຍົງ ໃນຢູເຄຣນ


ແຟ້ມພາບ - ຈໍວີດີໂອ ສະແດງໃຫ້ເຫັນ ຄະແນນສຽງຂອງບັນດາປະເທດສະມາຊິກ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ເຫັນດີນຳ ຍັດຕິປະນາມ ການລົງປະຊາມະຕິ ໃນຢູເຄຣນ ທີ່ຜິດກົດໝາຍຂອງຣັດເຊຍ, ວັນທີ 12 ຕຸລາ 2022 ຢູ່ສຳນັກງານໃຫຍ່ ສະຫະປະຊາຊາດ.
ແຟ້ມພາບ - ຈໍວີດີໂອ ສະແດງໃຫ້ເຫັນ ຄະແນນສຽງຂອງບັນດາປະເທດສະມາຊິກ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ເຫັນດີນຳ ຍັດຕິປະນາມ ການລົງປະຊາມະຕິ ໃນຢູເຄຣນ ທີ່ຜິດກົດໝາຍຂອງຣັດເຊຍ, ວັນທີ 12 ຕຸລາ 2022 ຢູ່ສຳນັກງານໃຫຍ່ ສະຫະປະຊາຊາດ.

ກອງປະຊຸມສະ​ມັດຊາໃຫຍ່ສະຫະປະຊາຊາດ ຈະລົງຄະແນນສຽງ ໃນອາທິດນີ້ ກ່ຽວກັບຍັດຕິທີ່ເນັ້ນໜັກເຖິງຄວາມຮີບດ່ວນ ເພື່ອຫາທາງໃຫ້ມີສັນຕິພາບທີ່ຍືນຍົງຢູ່ໃນຢູເຄຣນ ນຶ່ງປີຫຼັງຈາກມົສກູ ໄດ້ບຸກລຸກປະເທດເພື່ອນບ້ານຂອງຕົນ.

ເອກ​ກະ​ສານ ທີ່ໄດ້ຮ່າງຂຶ້ນໂດຍຢູເຄຣນ ໃນການປຶກສາຫາລືກັບບັນດາພັນທະມິດ ແລະໄດ້ໂອ້ລົມກັບປະເທດທີ່ມີສ່ວນໄດ້ສ່ວນເສຍ, ຈະຖືກນຳມາລົງຄະແນນສຽງໃນຕອນສຸດທ້າຍຂອງກອງປະຊຸມສຸກເສີນພິເສດຂອງສະຫະປະຊາຊາດ ທີ່ຈະເລີ້ມຂຶ້ນໃນຕອນບ່າຍວັນພຸດມື້ອື່ນນີ້ ແລະຈະດຳເນີນໄປຈົນຮອດວັນພະຫັດ.

ມັນເນັ້ນໜັກເຖິງຄວາມຮີບດ່ວນເພື່ອຫາ “ສິ່ງທີ່ກວມລວມຮອບດ້ານ, ທີ່ເປັນທຳ ແລະສັນຕິພາບທີ່ຍືນຍົງ ສອດ​ຄ່ອງ​ກັບຫຼັກການຂອງກົດບັດສະຫະປະຊາຊາດ” ແລະຮຽກຮ້ອງຕໍ່ບັນດາສະມາຊິກຂອງສະຫະປະຊາຊາດ ແລະອົງການຈັດຕັ້ງສາກົນ ໃຫ້ສະໜັບສະໜຸນຄວາມພະຍາຍາມອັນນັ້ນ.

“ຂ້າພະເຈົ້າຄິດວ່າ ມັນໂດດເດັ່ນ ທີ່ມັນມີຄຳສັບກ່ຽວກັບຄວາມຕ້ອງການ ສັນຕິ ພາບຫຼາຍກວ່າຍັດຕິກ່ອນໜ້າ​ນີ້ບາງຂໍ້” ນັ້ນແມ່ນຄຳເວົ້າ ຂອງຜູ້ອຳນວຍການ ຂອງກຸ່ມວິກິດການສາກົນສະຫະປະຊາຊາດ ທ່ານຣີຊາດ ໂກວານ ທີ່ໄດ້ກ່າວຕໍ່ວີໂອເອ. ທ່ານກ່າວອີກວ່າ “ຂ້າພະເຈົ້າຄິດວ່າ ແທ້ຈິງແລ້ວ ເປັນການສະທ້ອນເຖິງບາງຢ່າງຂອງການຊຸກຍູ້ທີ່ມີຂຶ້ນຈາກພວກປະເທດໃນຊີກໃຕ້ຂອງໂລກ ເຊັ່ນ ບຣາຊີລ ແລະອາຟຣິກາໃຕ້ ເຊິ່ງເປັນການໂຕ້ແຍ້ງ ທີ່ມີຄວາມພະຍາຍາມ​ເພື່ອ​ຊອກຫາສັນຕິພາບ​ໃນ​ຮູບ​ໃດ​ຮູບ​ນຶ່ງ.”

ຍັດຕິດັ່ງກ່າວຍັງຮຽກຮ້ອງໃຫ້ຍຸຕິການສູ້ລົບກັນ ແລະໃຫ້ຣັດເຊຍຖອນກຳລັງທະຫານຂອງຕົນອອກຈາກດິນແດນຂອງຢູເຄຣນ “ພາຍໃນເຂດແດນທີ່ຮັບຮູ້ໂດຍນານາຊາດ” ໝາຍຄວາມວ່າ ລວມທັງດິນແດນທີ່ຣັດເຊຍອ້າງວ່າ ໄດ້​ຜະ​ນວກ​ຫຼື​ປະ​ກາດ​ຮວມເອົານັ້ນ.

ນັກການທູດຂອງຢູໂຣບ ຜູ້ທີ່ຮູ້ດີກ່ຽວກັບການເຈລະຈາ ໄດ້ກ່າວວ່າ ການເລືອກຂອງຄຳສັບຕ່າງໆ ເຊັ່ນ “ຍຸຕິການ​ເປັນ​ປໍ​ລະ​ປັກ” ແທນທີ່​ຈະວ່າເປັນ “ກ​ານຢຸດຍິງ” - ໄດ້ຖືກນຳມາພິຈາລະນາ.

“ພວກເຮົາຮູ້ສຶກວ່າ ເງື່ອນໄຂແມ່ນອັນນຶ່ງທີ່ວ່າ ແທ້ຈິງແລ້ວ ແຂງແກ່ນກວ່າ” ນັກການທູດທ່ານນີ້ ໄດ້ກ່າວ. ທ່ານກ່າວຕໍ່ໄປວ່າ “ຢຸດຍິງ ອາດເປັນການຊັກຈູງໃຫ້ມີການສູ້ລົບກັນທີ່ອຳນວຍໃຫ້ຝ່າຍນຶ່ງ ຈັດແຈງລວມຕົວຄືນໃໝ່ ແລະ ກຽມ ພ້ອມຕົນເອງສຳລັບການເຂັ່ນຂ້າອີກເທື່ອນຶ່ງ.”

ການຢຸດເປັນ​ປໍ​ລະ​ປັກ ໝາຍເຖິງການຈັດແຈງແບບຖາວອນ ທີ່ເກີນ​ໄປກວ່າພຽງແຕ່ສຽງສະຫງົບຂອງປືນເທົ່ານັ້ນ ເຊິ່ງນັກການທູດໄດ້ກ່າວວ່າ ອາດວາງພື້ນ ຖານການທຳງານ ສຳລັບການແກ້ໄຂທາງດ້ານການທູດໃນທີ່ສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG