ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະມັດຊາໃຫຍ່ ສ​ປ​ຊ ທຳພິທີ ສັນລະເສີນ ມື້​ລາງ ຫົວໜ້າ ສປຊ ທ່ານ ໂຄຟີ ອັນນັນ


ການສັນລະເສີນ ພະນະທ່ານ ໂຄຟີ ອັນນັນ ຢູ່ໃນພິທີໄວ້ອາໄລ
ຫາທ່ານ ເລຂາທິການໃຫຍ່ອົງການ ສປຊ ຄົນທີເຈັດ ໃນຫ້ອງ
ໂຖງ ຂອງສະມັດຊາໃຫຍ່ ສປຊ ທີ 21 ກັນຍາ 2018 ທີ່ ສຳ
ນັກງານໃຫຍ່ ສປຊ ໃນນະຄອນ ນິວຢັອກ.
ການສັນລະເສີນ ພະນະທ່ານ ໂຄຟີ ອັນນັນ ຢູ່ໃນພິທີໄວ້ອາໄລ ຫາທ່ານ ເລຂາທິການໃຫຍ່ອົງການ ສປຊ ຄົນທີເຈັດ ໃນຫ້ອງ ໂຖງ ຂອງສະມັດຊາໃຫຍ່ ສປຊ ທີ 21 ກັນຍາ 2018 ທີ່ ສຳ ນັກງານໃຫຍ່ ສປຊ ໃນນະຄອນ ນິວຢັອກ.

ທ່ານ ໂຄຟີ ອັນນັນ ອະອີດເລຂາທິການໃຫຽ່ຂອງອົງການສະຫະປະຊາຊາດ ໄດ້ເຖິງແກ່ອະສັນຍະກໍາຢ່າງກະທັນຫັນ ໃນວັນທີ 18 ສິງຫາແລະໄດ້ຖືກນຳ
ໄປຝັງ ໃນສັບດາແລ້ວນີ້ ທີ່ບ້ານເກີດເມືອງນອນຂອງທ່ານ ທີ່ປະເທດ ການາ ດ້ວຍພິທີອັນຊົງກຽດທີ່ສູງສົ່ງ. ໃນວັນສຸກແລ້ວນີ້ ທີ່ອົງການສະຫະປະຊາຊາດ ທັງປະຊາຄົມນາໆຊາດແລະຄອບຄົວຂອງເພິ່ນ ໄດ້ມີການໄວ້ອາໄລແກ່ທ່ານ
ໂດຍຖືວ່າທ່ານ ເປັນບຸລຸດສັນຕິພາບ ຜູ້ຊຶ່ງໄດ້ອຸທິດຕົນແກ່ມະນຸດຊາດ. ນັກຂ່າວ
ຂອງວີໂອເອ ມາກກາເຣັດ ເບິເຊຍ (Besheer) ມີລາຍງານວ່າ ວັນໄວ້ອາໄລດັ່ງ
ກ່າວ ໄດ້ຈັດຂຶ້ນໃນວັນວັນແຫ່ງສັນຕິພາບສາກົນ ດັ່ງສາລີຈະນຳລາຍລະອຽດມາ
ສະເໜີທ່ານ.

ທ່ານ ໂຄຟີ ອັນນັນ ໄດ້ເຂົ້າປະກອບສ່ວນ ໃນລະບົບອົງການສະຫະປະຊາຊາດ
ໃນປີ 1962 ແລ້ວກໍໄດ້ໄຕ່ເຕົ້າຂຶ້ນມາເລື້ອຍໆ ເປັນເວລາຫຼາຍທົດສະວັດ ຈົນເປັນຫົວໜ້າຜູ້ຮັກສາຄວາມໝັ້ນຄົງ ຊຶ່ງໃນທີ່ສຸດ ໃນປີ 1997 ກໍໄດ້ກາຍມາເປັນເລຂາທິການໃຫຽ່ຄົນທີເຈັດຂອງອົງການດັ່ງກ່າວ.

ທ່ານ ແອນໂຕນິໂອ ກູແຕແຣັສ(Antonio Guterres) ເລຂາທິການໃຫຽ່ຄົນປັດ
ຈຸບັນ ໄດ້ເປັນຜູ້ນຳພາ ໃນພິທີດັ່ງກ່າວ.

ກູແຕແຣັສ “Throughout his tenure … ຕະຫຼອດໄລຍະ ການປະຕິບັດງານ
ຂອງທ່ານ ທ່ານ ໂຄຟີ ອັນນັນ ໄດ້ຊຸກຍູ້ໃຫ້ພວກເຮົາ ວ່າ ໃນຊີວິດຂອງພວກເຮົາ
ຢ່າຢູ່ເສີຍເມີຍ ເປັນຄົນຢືນເບິ່ງຢູ່ຊື່ໆຈັກເທື່ອ. ເພິ່ນໄດ້ຮຽກຮ້ອງໃຫ້ພວກເຮົາໝົດທຸກຄົນເອົາທ່າທີ ຕໍ່ຕ້ານຄວາມລຳອຽງ ຄວາມໂຫດຮ້າຍທາລຸນ ແລະການນນອງເລືອດ ທ່ານເປັນຄົນມີຫຼາຍຮູບແບບ ຢ່າງສະມໍ່າສະເໝີມາເລື້ອຍໆ.”

ປະທານາທິບໍດີ ການາ ໄດ້ສົ່ງທ່ານ ອັນນັນ ເຄໂຕ ມາເປັນຜູ້ຕາງໜ້າຂອງທ່ານ ໃນງານໄວ້ອາໄລດັ່ງກ່າວ.

ທ່ານ ເຄໂຕເວົ້າວ່າ: “As the first secretary-General … ໃນຖານະເລຂາທິການໃຫຽ່ຄົນທຳອິດ ຈາກອາຟຣິກາຕອນໃຕ້ຊາຮາຣາ ທ່ານ
ໂຄຟີ ອນັນັນ ໄດ້ນຳເອົາຊື່ສຽງຫຼາຍຢ່າງ ໄປໃຫ້ປະເທດການາແລະທະວີບອາ
ຟຣິກາ ໂດຍມີຫຼັກຖານອ້າງອີງ ຕາມຄວາມປະພຶດຂອງທ່ານ ແລະກິລິຍາມາລະ
ຍາດຂອງທ່ານ ໃນວົງການຂອງໂລກ ໂດຍສະເພາະ ໃນໄລຍະທີ່ຫຽຸ້ງຍາກໃນປະຫວັດສາດຂອງອົງການດັ່ງກ່າວ.”

ໃນບັນດາຄວາມສຳເລັດຂອງທ່ານ ອັນນັນ ກໍແມ່ນວຽກງານ ການຕອບໂຕ້ ຕ້ານການລະບາດຂອງໂຣກ HIV/AIDS ການຕັ້ງເປົ້າໝາຍຂອງການພັດທະນາສະຫັດສະວັດໄວ້ ທີ່ຊ່ອຍໃຫ້ໂລກໄດ້ເດີນໄປສູ່ການລົບລ້າງຄວາມທຸກຈົນ. ໃນປີ 2001 ທ່ານອັນ
ນັນ ກັບອົງການ ສະຫະປະຊາຊາດ ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ
ຮ່ວມກັນ.

ແຕ່ແລ້ວ ການຂ້າລ້າງຜານເຊື້ອຊາດ ທີ່ ຣວານດາ ກໍໄດ້ກໍາເລີບຂຶ້ນໃນເວລາທີ່ທ່ານເປັນຫົວໜ້າຜູ້ຮັກສາສັນຕິພາບ ແລະໃນສະໄໝການດໍາລົງຕຳແໜ່ງເປັນເລຂາທິການໃຫຽ່ ກໍໄດ້ຮັບຄວາມດ່າງພ້ອຍໄປຍ້ອນຂ່າວນຶງນັນ ເລື້ອງການສໍ້ລາດບັງຫຼວງ ເອົານໍ້າມັນໄປແລກອາຫານໃນປະເທດ ອີຣັກ.

ພາຍຫຼັງນຶ່ງທົດສະວັດ ໃນຮົ່ມໂພຮົ່ມໄຊຂອງສະຫະປະຊາຊາດແລ້ວ ທ່ານ
ອັນນັນກໍໄດ້ສືບຕໍ່ ເຮັດວຽກເພື່ອສັນຕິພາບ ໂດຍຜ່ານມຸນນິທິອັນນັນຂອງທ່ານ ຮ່ວມກັບພວກຜູ້ເຖົ້າຜູ້ແກ່.

ຜູ້ຂຶ້ນມາແທນທ່ານໃນຖານະເລຂາທິການໃຫຽ່ສະຫະປະຊາຊາດທັນທີທັງເປັນຜູ້
ອາວຸໂສດ້ວຍກັນ ຄືທ່ານ ບັນ ຄີມູນ ກໍໄດ້ສັນລະເສີນທ່ານອັນນັນວ່າ “ເປັນພະລັງ
ອັນແທ້ຈິງ ເພື່ອຄວາມດີຂອງໂລກ.” ທ່ານ ບັນຄີມູນ ເວົ້າວ່າ “I’m confident …”ຂ້າພະເຈົ້າໝັ້ນໃຈວ່າ ເມື່ອຫຼາຍປີໄດ້ຜ່ານພົ້ນໄປ ປະຫວັດສາດ ຈະຈາລຶກໄວ້
ວ່າ ທ່ານ ໂຄຟີ ອັນນັນເປັນຜູ້ນຳທີ່ເປັນອະນຸສອນ.”

ສ່ວນພັນລະຍາຂອງທ່ານ ທີ່ໃຊ້ຊິວິດຢູ່ຮ່ວມກັນມາໄດ້ 35 ປີ ກໍໄດ້ເວົ້າວ່າ “ຄຸນສົມບັດທີ່ໃຫ້ແສງສະວ່າງ ວ່າເປັນຄວາມອົບອຸ່ນ ທີ່ມີລັດສະໝີ ແລະໃຫ້ຄວາມ
ສຸກແກ່ຊີວິດ.”

ແຕ່ວ່າຄຳເວົ້າອັນນຶ່ງທີ່ສະເທືອນໃຈຫຼາຍກວ່າໝູ່ ກໍແມ່ນມາຈາກລູກຊາຍຂອງທ່ານ
ຄືທ່ານ ໂກໂຈ ທີ່ເວົ້າວ່າ ບໍ່ຄາດຝັນເລີຍ ວ່າຜູ້ຊາຍຄົນນຶ່ງ ທີ່ເກີດຢູ່ເມືອງ ກູມາຊີ ທີ່ໃຫຽ່ທີ່ສຸດອັນດັບຂອງການາ ທີ່ບໍ່ເຄີຍອອກນອກປະເທດ ກ່ອນອາຍຸ 18 ປີ ຈະໄດ້ກາຍມາເປັນນັກການທູດສູງສຸດຂອງໂລກ ໂດຍກາວວ່າ:Kojo Annan:
And yet that was my … ນັ້ນແຫຼະ ຄືເລື້ອງລາວຂອງພໍ່ຂອງຂ້າພະເຈົ້າ. ຖ້າມັນເປັນໄປໄດ້ສຳລັບເພິ່ນ ເປັນຫຽັງສະເຖຍລະພາບ ສັນຕິພາບ ຄວາມໝັ້ນຄົງ ຄວາມຍຸຕິທຳ ຄວາມພໍພຽງ ການສຶກສາ ແລະໂອກາດ ຫຼືຄວາມສຳເລັດ ຈຶ່ງຈະເປັນໄປບໍ່ໄດ້ສຳລັບທຸກໆຄົນ?”

ທ່ານເວົ້າວ່າ ເຖິງແມ່ນວ່າເຊື້ອຊາດຂອງທ່ານຈະຈົບລົງໄປແລ້ວກໍຕາມ ແຕ່ວຽກ
ງານຂອງເພິ່ນ ກໍຍັງມີສືບຕໍ່ໄປຢູ່ ເພື່ອກໍ່ສ້າງໂລກ ທີ່ຄວາມສາມາດບົ່ມຊ້ອນ ຖືກຍອມຮັບຢູ່ໃນໂຕຂອງທຸກໆຄົນແລະທຸກໆຄົນກໍແມ່ນຈະສາມາດພົບເຫັນທີ່ຢູ່
ອາໄສຂອງຕົນໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG