ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ຽວຊານ ສປຊ ຮຽກຮ້ອງໃຫ້ສົ່ງ ເດັກນ້ອຍ ແລະ ແມ່ ທີ່ເຊື່ອມໂຍງ ກັບ ກຸ່ມ IS ໄປສູນຜູ້ບໍ່ມີທີ່ຢູ່ອາໄສ


ແມ່ຍິງສອງຄົນ, ກາງ, ເຊິ່ງຖືກລາຍງານວ່າ ເປັນເມຍຂອງນັກຮົບກຸ່ມ ລັດອິສລາມ (IS) ລໍຖ້າກັບລູກຂອງພວກເຂົາ ຢູ່ສູນ ອາລ-ໂຮລ, ໃນເມືອງ ອາລ-ຮາຊາເກ, ປະເທດ ຊີເຣຍ. 7 ກຸມພາ, 2019.
ແມ່ຍິງສອງຄົນ, ກາງ, ເຊິ່ງຖືກລາຍງານວ່າ ເປັນເມຍຂອງນັກຮົບກຸ່ມ ລັດອິສລາມ (IS) ລໍຖ້າກັບລູກຂອງພວກເຂົາ ຢູ່ສູນ ອາລ-ໂຮລ, ໃນເມືອງ ອາລ-ຮາຊາເກ, ປະເທດ ຊີເຣຍ. 7 ກຸມພາ, 2019.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ
ສົ່ງເດັກນ້ອຍ ແລະ ຜູ້ເປັນແມ່ຫຼາຍພັນຄົນ ທີ່ກ່ຽວພັນກັບພວກນັກຮົບລັດອິສລາມ ໄປຝຶກ
ງານໃນສູນຜູ້ບໍ່ມີທີ່ຢູ່ອາໄສໃນເມືອງ ອາລ-ໂຮລ ຂອງ ຊີເຣຍ. ລີຊາ ສໄລນ໌ ມີລາຍງານ
ສຳລັບ ວີໂອເອ ຈາກນະຄອນ ເຈນີວາ ກ່ຽວກັບ ການເປີດເຜີຍລາຍງານສະບັບຫຼ້າສຸດ
ໂດຍຄະນະກຳມະການກວດສອບ ສະຫະປະຊາຊາດ ກ່ຽວກັບ ຊີເຣຍ ເຊິ່ງ ພຸດທະສອນ
ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປະ​ຊາ​ຊົນ​ປະ​ມານ 70,000 ຄົນ, ເຊິ່ງ​ແມ່ນ​ແມ່​ຍິງ ແລະເດັກ​ນ້ອຍ​ອາ​ຍຸ​ຕ່ຳ​ກວ່າ 12 ປີ ​
ຈຳນວນຫຼວງຫຼາຍ, ແມ່ນກຳລັງມີສະພາບອ່ອນເພຍ ຢູ່ສູນ ອາລ-ໂຮລ. ເຂົາເຈົ້າໄດ້ຫຼົບ
ໜີໄປທີ່ນັ້ນຫຼັງຈາກຖານທີ່ໝັ້ນຂອງພວກລັດອິສລາມໃນ ເມືອງ ແດ-ອາລ-ຊໍ ຖືກຍຶດ
ໂດຍພັນທະມິດສາກົນນຳໜ້າໂດຍ ສະຫະລັດ ແລະ ກອງກຳລັງປະຊາທິປະໄຕ ຊີເຣຍ
ນຳໜ້າໂດຍຊາວ ເຄີດ ຫຼື SDF.

ຄະ​ນະ​ກຳ​ມະ​ການກວດ​ສອບ ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ ຊີ​ເຣຍ ທີ່​ມີ​ສະ​ມາ​ຊິກ​ສາມ
ທ່ານກ່າວວ່າ ເດັກນ້ອຍຫຼາຍພັນຄົນອາຍຸກາຍ 12 ປີ, ຜູ້ທີ່ຖືກພິຈາລະນະວ່າມີອາຍຸໃນ
ການຕໍ່ສູ້ນັ້ນ, ແມ່ນໄດ້ຖືກຄວບຄຸມຕົວແບບບໍ່ສາມາດຕິດຕໍ່ກັບພາຍນອກໄດ້ໂດຍກອງ
ກຳລັງ SDF.

ປະ​ທານ​ຄະ​ນະ​ກຳ​ມະ​ການ ທ່ານ ປາວ​ໂລ ປິນ​ເຍ​ໂຣ ກ່າວ​ວ່າ ເດັກ​ນ້ອຍ​ທີ່​ວ່າ​ນັ້ນ​ໄດ້
ຖືກຄວບຄຸມຕົວໃນສະຖານທີ່ລັບ ກັບຜູ້ໃຫຍ່ທີ່ຖືກສົງໄສວ່າ ເປັນນັກຮົບຂອງກຸ່ມ IS
ແລະ ໃນສະພາບທີ່ອາດເຮັດໃຫ້ເກີດການທໍລະມານ ຫຼື ການປະຕິບັດທີ່ບໍ່ດີເພີ່ມຂຶ້ນ.

ທ່ານ ປິນ​ເຍ​ໂຣ ກ່າວ​ວ່າ “ພວກ​ເຮົາ​ພົບ​ວ່າ ​ມັນ​ແປກຫຼາຍ ທີ່​ຂີດ​ຈຳ​ກັດ​ແມ່ນ 12 ປີ. ສະ
ມາຊິກ 191 ປະເທດໄດ້ໃຫ້ສັດຕະຍາບັນໃນສົນທິສັນຍາ ກ່ຽວກັບ ສິດທິຂອງເດັກນ້ອຍ
ແລະ ເດັກນ້ອຍອາຍຸແຕ່ 12 ຫາ 18 ປີ, ເຂົາເຈົ້າແມ່ນເດັກນ້ອຍ ແລະ ໄວລຸ້ນ ທີ່ຖືກພິ
ຈາລະນາເປັນຜູ້ກໍ່ການຮ້າຍ ຖ້າເຂົາເຈົ້າມີອາຍຸສູງກວ່າ 12 ປີ. ຄະນະກຳມະການດັ່ງ
ກ່າວພົບວ່າ ມັນໜ້າຕົກໃຈຫຼາຍ.”

ຄະ​ນະ​ກຳ​ມະ​ການ​ກ່າວ​ວ່າ ປະ​ເທດ​ຕ່າງໆ​ແມ່ນຢ້ານ​ຫຼາຍ ​ກ່ຽວ​ກັບ ​ການສົ່ງ​ແມ່​ຜູ້​ທີ່​ໄດ້​
ເຂົ້າຮ່ວມ ກັບພວກຫົວຮຸນແຮງ IS ໄປ. ພ້ອມກັນນັ້ນ ເຂົາເຈົ້າເວົ້າວ່າ ການອະນຸຍາດ
ໃຫ້ເດັກນ້ອຍທີ່ເກີດມາພ້ອມກັນສາຍພົວພັນພວກນີ້ ໄປເຂົ້າໃນສູນດັ່ງກ່າວຈະເຮັດໃຫ້
ເຂົາເຈົ້າບໍ່ມີສັນຊາດ, ເຊິ່ງເປັນການລະເມີດກົດໝາຍສາກົນ.

ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ, ທ່ານ​ ແຮ​ນ​ນີ ເມ​ກາ​ລ​ລີ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ
ຄວາມສ່ຽງໃນການບໍ່ສົ່ງເດັກນ້ອຍພວກນີ້ໄປ ຈະມີຜົນກະທົບທີ່ຕາມມາຢ່າງຮ້ອຍແຮງຕໍ່
ເຂົາເຈົ້າ ແລະ ສັງຄົມໂດຍລວມ.

ທ່ານ​ ເມ​ກາ​ລ​ລີ ໄດ້​ກ່າວ​ວ່າ “ໃນ​ເວ​ລາ​ທີ່​ພວກ​ເຮົາ​ເວົ້າ​ວ່າ ພວກ​ເຮົາ​ບໍ່​ພຽງ​ແຕ່​ຢາກ​ເອົາ​
ຊະນະ ພວກກໍ່ການຮ້າຍຕິດອາວຸດ, ແຕ່ຍັງຈະເປັນການຮັບມື ກັບສາເຫດຮາກເຫງົ້າ ຕໍ່
ກັບວ່າເປັນຫຍັງຄົນຈຶ່ງມີແນວໂນມຕໍ່ຄວາມຮຸນແຮງນັ້ນ, ພວກເຮົາຄວນບໍ່ສ້າງຄວາມບໍ່
ພໍໃຈຕື່ມອີກ ທີ່ອາດສ້າງຄົນລຸ້ນອື່ນໆຜູ້ທີ່ມີຄວາມບໍ່ພໍໃຈຕໍ່ພວກເຮົາ, ແລະ ຕໍ່ກັບຄົນຜູ້ທີ່
ອາໄສຢູ່ໃນຊຸມຊົນຂອງເຂົາເຈົ້າເອງ ແລະ ສິ່ງແວດລ້ອມ.”

ທ່ານ​ ເມ​ກາ​ລ​ລີ ເວົ້າ​ວ່າ​ປະ​ເທດ​ຕ່າງໆ​ຄວນຫຍັບ​ອອກ​ຈາກ​ນະ​ໂຍ​ບາຍ​ຕ່າງໆ​ທີ່​ສະ​ໜັບ​
ສະໜູນການລົງໂທດສຳລັບພວກທີ່ເຊື່ອມໂຍງກັບກຸ່ມ IS ແລະ ກ້າວໄປສູ່ການບຳບັດ.
ທ່ານກ່າວວ່າ ສະຖານະການຂອງແຕ່ລະຄົນແມ່ນບໍ່ຄືກັນ ແລະ ການປຽບທຽບທຸກຄົນໃສ່
ສິ່ງດຽວກັນແມ່ນສິ່ງທີ່ຜິດພາດຢ່າງໃຫຍ່.

ທ່ານ​ກ່າວ​ວ່າ ທາງ​ອອກ​ທີ່​ດີ​ທີ່​ສຸດ​ຕ້ອງ​ແມ່ນ​ອັນ​ທີ່​ອະ​ນຸຍ​າດ​ໃຫ້​ປະ​ຊາ​ຊົນ​ກັບ​ໄປ ແລະ
ຮັບມືໂດຍປະເທດຂອງເຂົາເຈົ້າເອງ. ທ່ານກ່າວວ່າບັນດາປະເທດຕາເວັນຕົກມີລະບົບ
ຕຸລາການທີ່ສາມາດຮັບມືກັບບັນຫານີ້ໄດ້.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG