ດາຣາ ແລະນັກເຄື່ອນໄຫວດ້ານມະນຸດສະທຳ ທ່ານນາງ Ange-
lina Jolie ໄດ້ຢ້ຽມຢາມ ບັນດາສະມາຊິກຊົນກຸ່ມນ້ອຍ Rohin-
gya ຂອງມຽນມາໃນນະຄອນ ຢາງກຸ້ງ ເພື່ອສ້າງຄວາມສົນໃຈ
ກ່ຽວກັບສະພາບການເປັນຢູ່ ຂອງຊົນກຸ່ມນ້ອຍ ທີ່ອົບພະຍົບ
ຫລົບໄພຈຸນີ້.
ທ່ານນາງ Jolie ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນສຸກວານນີ້ວ່າ
ສະຖານະການຂອງພວກອົບພະຍົບໃນມຽນມາ ນັ້ນ “ຮ້າຍແຮງ
ທີ່ສຸດ” ຫລັງຈາກໄດ້ສົນທະນາ ກັບຊາວ Rohingya ຈຳນວນນຶ່ງ
ກ່ຽວກັບສະພາບການຢູ່ຂອງເຂົາເຈົ້າ ຊຶ່ງໃນ ເວລານີ້ ບໍ່ມີທີ່ຢູ່ອາ
ໄສ ຍ້ອນຄວາມຮຸນແຮງ ໃນລັດ Rakhine ຈາກຄື້ນຟອງ ຄວາມ
ຮຸນແຮງລະຫວ່າງຊົນເຜົ່າ.
ທ່ານນາງ Jolie ກຳລັງຢູ່ໃນລະຫວ່າງການຢ້ຽມຢາມມຽນມາເປັນເວລາສາມມື້ ຕາງໜ້າ
ໃຫ້ສະຫະປະຊາຊາດ. ດາຣາຄົນນີ້ ທີ່ເປັນທູດພິເສດຂອງອົງການຂ້າຫຼວງໃຫຍ່ດ້ານອົບ
ພະຍົບສະຫະປະຊາຊາດ ໄດ້ພົບກັບປະທານາທິບໍດີ Thein Sein ແລະຜູ້ນຳປະຊາ
ທິປະໄຕ ທ່ານນາງ Aung San Suu Kyi ໃນຂະນະທີ່ທ່ານນາງຢ້ຽມຢາມປະເທດ
ດັ່ງກ່າວ.
ທ່ານນາງ ໄດ້ເວົ້າໂດຍສະເພາະ ເຖິງເລື້ອງຄວາມຍາກລຳບາກທີ່ປະເຊີນໜ້າ ແມ່ຍິງໃນ
ມຽນມາ ໂດຍກ່າວຕໍ່ບັນດານັກຂ່າວວ່າ ພວກແມ່ຍິງທີ່ຢູ່ໃນສະພາບ ທີ່ເກີດບັນຫາຂັດ
ແຍ້ງ ແມ່ນມີອັນຕະລາຍເປັນພິເສດ ຈາກຄວາມຮຸນແຮງທາງເພດ ການຄ້າມະນຸດ ແລະ
ການລະເມີດສິດທິມະນຸດຕ່າງໆ. ທ່ານນາງ ໄດ້ຮ້ອງຂໍການຊ່ວຍເຫລືອດ້ານການແພດ
ແລະການສະໜັບສະໜູນດ້ານກົດໝາຍແກ່ບັນດາແມ່ຍິງ ພ້ອມດ້ວຍຮ່າງກົດໝາຍທີ່
ແຂງແຮງ ຕໍ່ພວກທີ່ກໍ່ຄວາມຮຸນແຮງ ທາງເພດ ໃຫ້ເປັນຜູ້ຮັບຜິດຊອບ.
ທ່ານນາງ ຍັງໄດ້ເຂົ້າຮ່ວມໂຄງການສຶກສາກ່ຽວກັບການປ່ອນບັດ ກັບເອກອັກ ຄະລັດທູດ
ອັງກິດ ທີ່ມຽນມາ ໂດຍຮຽກຮ້ອງໃຫ້ຊາວໜຸ່ມ ພວກແມ່ຍິງມຽນມາ ພາກັນໄປປ່ອນບັດ ໃນ
ການເລືອກຕັ້ງ ທີ່ຈະມີຂື້ນໃນເດືອນພະຈິກນີ້.