ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະ​ປະຊາ​ຊາດ ສີ້​ນສຸດ ການ​ປະຕິບັດ​ງານ ຢູ່​ ຕີ​ມໍ​ ແລສເຕ


ທະຫານອອສເຕຣເລຍ ຕິດຕາມ ເຈົ້າໜ໊າທີ່ສະຫະປະຊາຊາດ ຂະນະຍ່າງໄປຂຶ້ນຍົນ ທີ່ເດິ່ນບິນເມືອງຫລວງດີລີ ເພື່ອເດີນທາງ ອອກຈາກ ຕີມໍ ຕາເວັນອອກ ໄປ, ວັນທີ 31 ທັນວາ 2012$
ທະຫານອອສເຕຣເລຍ ຕິດຕາມ ເຈົ້າໜ໊າທີ່ສະຫະປະຊາຊາດ ຂະນະຍ່າງໄປຂຶ້ນຍົນ ທີ່ເດິ່ນບິນເມືອງຫລວງດີລີ ເພື່ອເດີນທາງ ອອກຈາກ ຕີມໍ ຕາເວັນອອກ ໄປ, ວັນທີ 31 ທັນວາ 2012$
ສະຫະ​ປະຊາ​ຊາດໄດ້​ສີ້​ນສຸດ ການ​ປະຕິບັດ​ງານ ຮັກສາ​ຄວາມ
​ສະຫງົບ ຢູ່​ໃນ ຕີ​ມໍ​ຕາ​ເວັນ​ອອກ 13 ປີຫລັງ​ຈາກ​ທີ່​ຕົນ​ໄດ້ສົ່ງ​ທະ
ຫານ​ເຂົ້າ​ໄປ ເພື່ອ​ຮັບ​ມື​ກັບຄື້ນຟອງ​ຂອງຄວາມ​ຮຸນແຮງ​ ຢູ່​ໃນ
ປະ​ເທດ​ທີ່​ໃໝ່​ທີ່​ສຸດ ​ໃນ​ຂົງ​ເຂດເອ​ເຊຍ.

​ໃນ​ລ​ະຫວ່າງ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ​ນີ້ ບັນດາສະມາ​ຊິກ
ຂອງ​ກໍາລັງຮັກສາ​ຄວາມ​ສະຫງົບ ຈໍານວນ​ຫລາຍ​ກວ່າ 1,600
ຄົນ ​ໄດ້​ເລີ້ມພາກັນເດີນທາງອອກ ກ່ອນກໍາໜົດການ​ສິ້ນ​ສຸດ​ລົງ​
ຢ່າງ​ເປັນ​ທາງ​ການ​ຂອງ​ພາລະກິດ ທີ່ໄດ້​ເລີ້ມ​ຕົ້ນຂຶ້ນ​ໃນ​ ປີ 1999​ ນັ້ນ.

ປະທານາທິບໍດີ Taur Matan Ruak ກ່າວ​ຢູ່​ໃນ​ຄໍາ​ປາ​ໄສ​
ໃນວັນ​ຈັນ​ມື້​ນີ້​ວ່າ ປັດຈຸບັນ​ນີ້ ຕີ​ມໍ​ຕາ​ເວັນ​ອອກ ​ແມ່ນ​ໄດ້​ຊົມ​ໃຊ້
ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ແລ້ວ ​ແລະ​ປີ​ນີ້ ​ກໍໄດ້ເປັນ​ປີຫົວລ້ຽວຫົວ​ຕໍ່ ຂອງ​ຕີ​ມໍ​ຕາ​ເວັນ​ອອກ ​ທີ່ໄດ້​ຈັດ​ການ​ເລື​ອກຕັ້ງ ​ເອົາປະທານາທິບໍດີແລະ​ຜູ້​ແທນ​ສະພາ ຢ່າງ​ສັນຕິ.

ກໍາລັງນ້ອຍ​ໆ​ຈຸນຶ່ງ ຂອງສະຫະ​ປະຊາ​ຊາດ ຈະຍັງຢູ່​ໃນຕີ​ມໍ​ ​ຕໍ່​ໄປອີກ​ຈົນ​ກ່ວາ​ຈະ​ເສັດ​ສິ້ນ
ການ​ຖອນ​ອອກ​ໄປ​ໃຫ້​ໝົດ.

​ອະດີດ​ຫົວ​ເມືອງ​ຂື້ນ​ຂອງ​ປອກຕູ​ກາລ​ແຫ່ງ​ນີ້ ​ໄດ້​ຮັບ​ເອກ​ກະລາດ​ໃນ​ປີ 1975 ​ແຕ່​ວ່າ​ໄດ້​
ຖືກ​ຄອບ​ຄອງໂດຍອິນ​ໂດ​ເນ​ເຊຍ ​ເປັນ​ເວລາ 24 ປີ ຈົນ​ກະທັ່ງຜູ້ມີ​ສິດລົງ​ຄະແນນ​ສຽງ​ໄດ້​ເລືອກ​ເອົາເອ​ກະລາດ ໃນ​ການລົງ​ປະຊາ​ມະຕິ ທີ່ສະຫະ​ປະຊາ​ຊາດ​ເປັນ​ຜູ້​ກໍາກັບ​ເບິ່ງ​ນໍາ ​ໃນ​ປີ 1999.

ພວກ​ຫົວ​ຮຸນ​ແຮງ​ທີ່​ສະໜັບສະໜູນອິນໂດ​ເນ​ເຊຍ ​ໄດ້ເລີ້ມທໍາ​ການປຸກລະດົມຢ່າງນອງ​ເລືອດ ​ເພື່ອ​ແກ້​ແຄ້ນ ທີ່ໄດ້ນໍາໄປສູ່​ການ​ສົ່ງ​ກອງ​ກໍາລັງ​ຮັກສາ​ສະຖຽນລະພາບ ທີ່​ນໍາພ​າ​ໂດຍອອສເຕ​ຣເລຍ​ ເຂົ້າ​ໄປຄຸມ​ສະຖານະ​ການ​.

​ໃນ​ປີ 2002 ຕີ​ມໍ​ຕາ​ເວັນ​ອອກ ​ໄດ້ຮັບ​ການ​ຮັບ​ຮູ້​ຈາກ​ນາໆ​ຊາດ ວ່າ​ເປັນ​ປະ​ເທດ​ເອກະ
ລາດ ແລະ​ເຖິງ​ແມ່ນ​ວ່າ ​ຍັງ​ປະສົບ​ກັບ​ການ​ກໍ່ຄວາມ​ຮຸນ​ແຮງ​ເປັນ​ບາງ​ຄັ້ງ​ບາງ​ຄາວຢູ່​ກໍ​ຕາມ ຕີ​ມໍ​ຕາ​ເວັນ​ອອກ ຫລື​ທີ່​ເອີ້ນ​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ ຕີ​ມໍ ​ແລ​ສ​ເຕ ນັ້ນ ກໍ​ນັບ​ວ່າ​ ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ສະຫງົບ ພໍ​ສົມຄວນ.
XS
SM
MD
LG