ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສປຊ ພິຈາລະນາ ຈະສົ່ງຜູ້ສັງເກດການ ໄປຊີເຣຍ ຕື່ມອີກ


ພວກປະທ້ວງພາກັນຈູດປ້າຍ ທີ່ມີຮູບຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຫລັງຈາກການ ສູດມົນພາວະນາໃນວັນສຸກໃກ້ໆເມືອງ Homs, ວັນທີ່ 20, ເມສາ 2012.
ພວກປະທ້ວງພາກັນຈູດປ້າຍ ທີ່ມີຮູບຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຫລັງຈາກການ ສູດມົນພາວະນາໃນວັນສຸກໃກ້ໆເມືອງ Homs, ວັນທີ່ 20, ເມສາ 2012.

ອົງການ​ສະຫະ​ປະ​ຊາ​ຊາດຈະ​ພິຈາລະນາ ​ສົ່ງ​ຜູ້​ສັງ​ເກດ​ການ​ຕື່ມ​ຂຶ້ນໄປ​ຍັງຊີ​ເຣຍ​ ບ່ອນ
​ທີ່​ການ​ຢຸດ​ຍິງ​ທີ່​ໄກ່​ເກ່ຍ​ໂດຍ​ອົງການສະຫະ​ປະຊາ​ຊາດ ສະ​ແດງຮ່ອງຮອຍໃຫ້​ເຫັນ​ວ່າ
​ພວມ​ຈະ​ແຕກ​ຫັກ​ລົງ​ນັ້ນ.

ມີ​ກຳນົດ​ວ່າ ສະພາ​ຮັກສາ​ຄວາມ​ໝັ້ນ​ຄົງ​ຈະ​ລົງຄະ​ແນນ​ສຽງກັນ​ໃນ​ວັນ​ເສົາມື້​ນີ້ ກ່ຽວ
​ກັບ​ຮ່າງ​ຍັດຕິ ທີ່​ຈະ​ສົ່ງ​ຜູ້​ສັງ​ເກດ​ການ 300 ຄົນ​ທີ່​ບໍ່​ຕິດ​ອາວຸດໄປ​ຕິດ​ຕາມ​ເບິ່ງການ​
ຢຸດ​ຍິງທີ່​ມີ​ຄວາມ​ຫຼໍ່​ແຫຼມ​ເພີ່ມ​ຂຶ້ນລະຫວ່າງ ລັດຖະບານ​ແລະບັນດາ​ກຸ່ມນິຍົມ​ປະຊາ
ທິປະ​ໄຕ. ສະພາ​ຄວ​າມໝັ້ນຄົງ​ ໄດ້​ໃຫ້ການ​ອະນຸມັດ​ໄປ​ແລ້ວ ກ່ຽວ​ກັບ​ການ​ສົ່ງ​ຄະ
ນະລ່ວງ​ໜ້າ​ຂອງ​ພວກນັກສັງ​ເກດ​ການ 30 ຄົນ ​ແຕ່​ປະກົດວ່າພວກ​ນັກ​ສັງ​ເກ​ດການ
​ຈໍານວນນ້ອຍ​ໆທີ່ຖືກ​ສົ່ງ​ໄປຊີເຣຍແລ້ວນັ້ນ ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ.

ພັນ​ເອກ Ahmed Himiche ຫົວໜ້າ​ໜ່ວຍ​ສັງ​ເກ​ດການ​ລ່ວງ​ໜ້າກ່າວ​ ຕໍ່​ບັນດາ​ນັກ
ຂ່າວ​ໃນ​ວັນ​ເສົາມື້​ນີ້​ວ່າ ທ່ານ​ພ່ຽງ​ແຕ່​ຢາກ “ຕັ້ງໜ້າໃສ່​ໜ້າ​ວຽກຂອງ​ທ່ານ.”

ໜ້ອຍ​ກວ່າ​ນຶ່ງ​ສ່ວນ​ສາມ​ຂອງ​ພວກ​ນັກສັງ​ເກດ​ການລວ່ງໜ້າ ​ໄດ້​ເຂົ້າ​ປະ​ຈໍາ​ໜ້າ​ທີ່​ແລ້ວ
ເຖິງ​ແມ່ນໂຄສົກອົງການ​ສະຫະ​ປະຊາ​ຊາດ ທ່ານ Neeraj Singh ກ່າວ​ວ່າ ຢ່າງໜ້ອຍ
ມີ​ຜູ້ສັງ​ເກດ​ການອີກ 2 ຄົນຄາດ ​ວ່າ​ຈະໄປເຖິງ​ກຸງ Damascus ​ໃນມື້​ວັນ​ຈັນ ຊຶ່ງ​ຈະ
ເຮັດ​ໃຫ້​ຈໍານວນ​ພວກ​ນັກ​ສັງ​ເກດ​ການທັງໝົດ​ເພີ່ມ​ຂຶ້ນ​ເປັນ 10 ຄົນແລະ​ຍັງ​ມີ​ຫລາຍໆ
​ບ່ອນ ທີ່ຄະນະ​ສັງ​ເກດ​ການ​ຈຸນ້ອຍໆ​ ຍັງ​ບໍ່​ທັນ​ໄດ້ໄປ​ຢ້ຽມຢາມ​ເທື່ອ.

ໃນ​ການ​ຖະ​ແຫຼງ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ນະຄອນ Geneva ​ໂຄສົກ​ຂອງ​ທູດ​ພິ​ເສດ​ນາໆ
ຊາດ ທ່ານ Kofi Annan ກ່າວ​ວ່າ ນຶ່ງໃນ​ຈໍານວນ​ຫລາຍໆ​ບ່ອນກໍ​ແມ່ນ​ເມືອງ Homs ​
ໃນ​ພາກ​ກາງຂອງ​ຊີ​ເຣຍ ຊຶ່ງ ເປັນຈຸດ​ອັນຕະລາຍ​ທີ່ເກີດ​ຄວ​າມຮຸນ​ແຮງເມື່ອມໍ່ໆ​ມາ​ນີ້.
ທ່ານ Ahmad Fawzi ກ່າວ​ວ່າ “ພວກ​ນັກສັງ​ເກ​ດການ​ຕ້ອງການໄປ​ເມືອງ Homs ​ໄວ
​ເທົ່າ​ທີ່​ຈະ​ໄວ​ໄດ້” ​ແລະໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ບັນດາ​ຜູ້​ສັງ​ເກດ​ການ​ເພີ້​ມ​ເຕີມອີກ ຈະ​ຖືກ​
ສົ່ງ​ຢ່າງ​ວ່ອງ​ໄວ ໄປ​ຍັງເຂດທີ່​ສຳຄັນຕ່າງໆ ຖ້າ​ຫາກ​ວ່າສະພາ​ຮັກສາ​ຄວາ​ມໝັ້ນຄົງໃຫ້
ການ​ອະນຸມັດ​ກ່ຽວກັບການ​ປະຕິ ບັດ​ງານ​ຂອງ​ຄະນະ​ສັງ​ເກດ​ການ​ທີ່​ໃຫຍ່ກວ່າ​ເກົ່າ.

ຮູບພາບວີ​ດີ​ໂອ ຂອງ​ພວກມືກ້ອງສະໝັກຫຼິ້ນ ທີ່​ນໍາອອກ​ເຜີຍແຜ່​ທາງ ​ອີນ​ເຕີແນັ​ດ ​ໂດຍ​
ນັກ​ເຄື່ອນໄຫວໃນຊີ​ເຣຍ ສະ​ແດງ​ໃຫ້ເຫັນ​ເຖິງການ ຍິງຖະຫລົ່ມເພີ່ມຂື້ນ​ຕໍ່ເມືອງ Homs
ແລະ​ເຂດ​ຕ່າງໆ​ໃນ​ວັນ​ສຸກວານ​ນີ້ ​ໃນ​ຂະນະ​ທີ່ ວີ​ດີ​ໂອອີກ​ອັນ​ນຶ່ງສະ​ແດງ​ໃຫ້​ເຫັນ​ຫລາຍ​
ພັນ​ຄົນພາກັນ​ປະ​ທ້ວງຢູ່ຕາ​ມຖະໜົນ​ຕ່າງໆ​ໃນ​ເມືອງ Homs ​ແລະ​ເມືອງ Idlib ລຸນ​ຫຼັງ
ການສູດ​ມົນພາວະນຍາ ​ໃນ​ວັນ​ສຸກວານ​ນີ້.

XS
SM
MD
LG