ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສປຊ ກ່າວວ່າ ພະຍາດໂຄວິດ-19 ສົ່ງຜົນໃຫ້ ສະພາບຄວາມອຶດຫິວ ໃນທົ່ວໂລກ ຮ້າຍແຮງຂຶ້ນ


ແມ່ຍິງຄົນນຶ່ງເອົາກະຕ່າທີ່ບັນຈຸລູກນ້ອຍຂອງລາວ ຕັ້ງຢູ່ເທິງຫົວ ໃນຂະນະທີ່ຢືນຢູ່ຄຽງຂ້າງເພື່ອນບ້ານ ເພື່ອລໍຖ້າຮັບເອົາອາຫານປັນສ່ວນ ໃນເມືອງອາໂຢດ ຂອງຊູດານໃຕ້, ວັນທີ 6 ກຸມພາ 2020.
ແມ່ຍິງຄົນນຶ່ງເອົາກະຕ່າທີ່ບັນຈຸລູກນ້ອຍຂອງລາວ ຕັ້ງຢູ່ເທິງຫົວ ໃນຂະນະທີ່ຢືນຢູ່ຄຽງຂ້າງເພື່ອນບ້ານ ເພື່ອລໍຖ້າຮັບເອົາອາຫານປັນສ່ວນ ໃນເມືອງອາໂຢດ ຂອງຊູດານໃຕ້, ວັນທີ 6 ກຸມພາ 2020.

ອົງການສະຫະປະຊາຊາດ ໄດ້ກ່າວໃນວັນຈັນວານນີ້ ວ່າ 690 ລ້ານຄົນໃນທົ່ວໂລກ ຂາດສານອາຫານ ໃນປີກາຍນີ້ ແລະອີກ 83 ຫາ 132 ລ້ານຄົນ ແມ່ນຕົກຢູ່ໃນຄວາມສ່ຽງໃນປີນີ້ ຍ້ອນຜົນກະທົບຈາກການລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກນັ້ນ.

“ຄວາມອຶດຫິວໃນໂລກ ແມ່ນຍັງເພີ້ມຂຶ້ນ 10 ລ້ານຄົນ ໃນປີດຽວ ແລະ 60 ລ້ານພາຍໃນ 5 ປີ” ນັ້ນແມ່ນຄຳເວົ້າຂອງທ່ານແມັກຊີໂມ ໂຕເຣໂຣ ຄູລເລນ ຫົວໜ້ານັກເສດຖະສາດປະຈຳອົງການອາຫານແລະກະເສດ ຫຼື FAO ຊຶ່ງເປັນອົງການນຶ່ງຂອງສະຫະປະຊາຊາດ ທີ່ເກັບກຳລວບລວມຂໍ້ມູນສຳລັບບົດລາຍງານກ່ຽວກັບຄວາມອຶດຫິວໃນໂລກ.

ທ່ານກ່າວຕື່ມວ່າ “ເກີນກວ່າ 2 ພັນລ້ານຄົນ ບໍ່ສາມາດໄດ້ຮັບອາຫານທີ່ປອດໄພ ມີຄຸນຄ່າທາງດ້ານໂພຊະນາການ ແລະພຽງພໍ ຢ່າງປົກກະຕິ.” ຈາກຕົວເລກດັ່ງກ່າວນັ້ນ ປະມານ 746 ລ້ານຄົນແມ່ນບໍ່ມີຄວາມໝັ້ນຄົງດ້ານອາຫານຢ່າງຮ້າຍແຮງແລະ 1,250 ລ້ານຄົນ ແມ່ນບໍ່ມີຄວາມໝັ້ນຄົງດ້ານອາຫານໃນລະດັບປານກາງ.

ໂດຍມີກໍລະນີຕິດເຊື້ອໄວຣັສໂຄວິດ-19 ທີ່ໄດ້ຖືກຢືນຢັນ ເກືອບ 13 ລ້ານຄົນໃນທົ່ວໂລກ ຊຶ່ງເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນາ ແລະການຕິດແປດທັງຫຼາຍແມ່ນສູງຂຶ້ນເລື້ອຍໆໃນຂະນະທີ່ຄັງອາຫານໃນບາງພາກສ່ວນຂອງໂລກ ແມ່ນມີຈຳນວນຕ່ຳຢູ່ແລ້ວ.

“ອັນນີ້ເປັນຊ່ວງເວລາທີ່ເປັນວິກິດການ” ທ່ານເດວິດ ບີສລີ ຫົວໜ້າໂຄງການອາຫານໂລກ ທີ່ໄດ້ກ່າວໄປ. ທ່ານກ່າວຕື່ມວ່າ “ປະເທດທັງຫຼາຍ ຕ້ອງໄດ້ປະກອບສ່ວນ ແລະຈົກລົງໄປເລິກໆໃນຖົງຂອງພວກເຂົາເຈົ້າ ຫຼື ພວກເຮົາກໍຈະມີພາວະການອຶດຫິວຂະໜາດໃຫຍ່ ແລະບັນຫາໃຫຍ່ອື່ນໆ.”

ອົງການສະຫະປະຊາຊາດ ກ່າວວ່າ ຈຳນວນຄົນທີ່ຂາດສານອາຫານ ໄດ້ເພີ້ມຂຶ້ນ 10 ລ້ານໃນລະຫວ່າງປີ 2018 ແລະ 2019. ບົດລາຍງານ ໄດ້ພົບເຫັນວ່າ ບັນຫາຂັດແຍ້ງ ການປ່ຽນແປງທີ່ກ່ຽວຂ້ອງກັບດິນຟ້າອາກາດແລະເສດຖະ ກິດທີ່ຊັກຊ້າລົງ ແມ່ນເປັນສາເຫດສ່ວນໃຫຍ່ ສຳລັບການຫລຸດນ້ອຍຖອຍລົງຂອງການຜະລິດດ້ານອາຫານ ແລະການເຂົ້າຫາອາຫານ.

ຢູ່ໃນອາຟຣິກາ ປະມານຈຳນວນ 250 ລ້ານແມ່ນຂາດສານອາຫານ ຊຶ່ງເປັນອັດຕາທີ່ສູງທີ່ສຸດໃນໂລກ ຄິດສະເລ່ຍຢູ່ທີ່ 19.1 ເປີເຊັນ ຫຼາຍເປັນສອງເທົ່າຈາກອັດຕາສະເລ່ຍ 8.9 ເປີເຊັນຂອງໂລກ.

ໃນຂະນະດຽວກັນ ຫຼາຍກວ່າເຄິ່ງນຶ່ງຂອງພວກຄົນທີ່ຂາດສານອາຫານໃນໂລກ ແມ່ນດຳລົງຊີວິດຢູ່ໃນເຂດເອເຊຍ ປະມານ 381 ລ້ານຄົນ ເປັນຈຳນວນອັດຕາສ່ວນຮ້ອຍ ຂອງປະຊາກອນທີ່ຕ່ຳກວ່າອັດຕາສະເລ່ຍຂອງໂລກ ຢູ່ທີ່ 8.3 ເປີ ເຊັນ. ອົງການສະຫະປະຊາຊາດ ກ່າວວ່າ ເອເຊຍ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າວໜ້າໃນການຫລຸດຜ່ອນຈຳນວນພວກຄົນທີ່ອຶດຫິວ ຊຶ່ງໄດ້ຫລຸດລົງ 8 ລ້ານຄົນນັບຕັ້ງແຕ່ປີ 2015 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG