ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ຮັບ​ຮອງ​ເອົາ​ມະ​ຕິ ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ຄວາມ​ຮຸນ​ແຮງ ໃນ​ມຽນ​ມາ


ຜູ້​ປະ​ທ້ວງ​ຄົນ​ນຶ່ງງ ໃສ່​ເສື້ອ​ທີ​ເຊີດ ທີ່​ມີ​ຮູບ​ຜູ້​ນຳ​ມຽນ​ມາ​ທີ່​ຖືກ​ຄຸມ​ຂັງ ທ່ານ​ນາງ​ອອງ​ຊານ ຊູ​ຈີ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຢູ່ນອກ​ສະ​ຖານ​ທູດ​ມຽນ​ມາ ຢູ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 19 ທັນ​ວາ 2022.
ຜູ້​ປະ​ທ້ວງ​ຄົນ​ນຶ່ງງ ໃສ່​ເສື້ອ​ທີ​ເຊີດ ທີ່​ມີ​ຮູບ​ຜູ້​ນຳ​ມຽນ​ມາ​ທີ່​ຖືກ​ຄຸມ​ຂັງ ທ່ານ​ນາງ​ອອງ​ຊານ ຊູ​ຈີ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຢູ່ນອກ​ສະ​ຖານ​ທູດ​ມຽນ​ມາ ຢູ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 19 ທັນ​ວາ 2022.

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ທີ່​ມີ​ຄວາມ​ສຳ​ຄັນ​ປະ​ຫວັດ​ສາດ​ກ່ຽວ​ກັບ​ປະ​ເທດ​ມຽນ​ມາ ໃນ​ວັນ​ພຸດ​ວານນີ້ ທວງ​ໃຫ້​ພວກ​ຜູ້​ນຳ​ທະ​ຫານ ຍຸ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງໃນ​ທັນ​ທີ ​ຢູ່​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ດັ່ງ​ກ່າວ ແລະ ​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ ຮວມ​ທັງ​ຜູ້​ນຳ​ທີ່​ຖືກ​ໂຄ່ນ​ລົ້ມ ທ່ານ​ນາງ​ອອງ​ຊານ ຊູ​ຈີ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ວິນ​ມິນ.

ມະ​ຕິ​ນີ້ ຊຶ່ງ​ເປັນ​ສະ​ບັບ​ທຳ​ອິດ​ກ່ຽວ​ກັບ​ປະ​ເທດ​ມຽນ​ມາ ນັບ​ແຕ່​ປະ​ເທດ​ດັ່ງ​ກ່າວ​ຊຶ່ງ​ໃນ​ເມື່ອ​ກ່ອນ​ຮູ້​ກັນ​ໃນ​ຊື່​ພະ​ມ້າໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເດືອນ​ເມ​ສາ 1948 ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ພວກ​ຜູ້​ນຳ​ທະ​ຫານຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ທັນ​ທີ​ແລະ​ຢ່າງ​ເປັນ​ຮູບ​ປະ​ທຳ ຄວາມ​ເຫັນ​ທີ່​ເປັນ​ເອກ​ກະ​ສັນ 5 ຂໍ້​ຂອງ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ ຫຼື​ອາ​ຊຽນ ແລະ​ໃຫ້​ການ​ເຄົາ​ລົບ​ຕໍ່​ຄວາມ​ມຸ່ງ​ມາດ​ປາ​ຖະໜາ​ທີ່​ຢາກ​ເປັນ​ປະ​ຊາ​ທິ​ປ​ະ​ໄຕ​ຂອງ​ຊາວ​ມຽນ​ມາ.

ມະ​ຕິ​ສະ​ບັບ​ນີ້ ໄດ້​ມີ​ການ​ຮັບ​ຮອງ​ເອົາ​ດ້ວຍ​ຄະ​ແນນ 12 ສຽງ​ເຫັນ​ພ້ອມ ແລະ 3 ປະ​ເທດ​ບໍ່​ອອກ​ສຽງ ປະ​ກອບ​ດ້ວຍ​ຈີນ ອິນ​ເດຍ ແລະ​ຣັດ​ເຊຍ.

ມາດ​ຕະ​ການ​ດັ່ງ​ກ່າວ​ແມ່ນ​ຍາກ​ທີ່​ຈະ​ບັນ​ລຸ​ໄດ້ ອີງ​ຕາມ​ສະ​ມາ​ຊິກ​ບາງ​ປະ​ເທດ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ສະ​ມາ​ຊິກ 15 ປະ​ເທດ ຍ້ອນ​ວ່າ​ຣັດ​ເຊຍ​ແລະ​ຈີນ ຕ່າງກໍ​ເປັນ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ດັ່ງ​ກ່າວ ຊຶ່ງ​ໄດ້​ມີ​ການ​ຄັດ​ຄ້ານ​ຢ່າງ​ແຂງ​ຂັນ​ມາ​ໂດຍ​ຕະ​ຫຼອດ ກ່ຽວ​ກັບ​ວິ​ກິດ​ການ​ໃນ​ມຽນ​ມາ.

ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ອັງ​ກິດ ທ່ານ​ນາງ​ບາ​ບາ​ຣາ ວູດ​ເຫວີດກ່າວ​ຕໍ່​ສະ​ພາ​ຄວາມໝັ້​ນ​ຄົງ​ ຫຼັງ​ຈາກ​ໄດ້​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຍັດ​ຕິ​ທີ່​ອັງ​ກິດ​ເປັນ​ຜູ້​ຮ່າງ ໂດຍ​ເວົ້າ​ວ່າ “ມື້ນີ້ພວກ​ເຮົາ​ໄດ້​ສົ່ງ​ສານ​ທີ່​ມີ​ເນື້ອ​ໄນ​ໜັກ​ແໜ້ນ​ໄປ​ຍັງ​ພວກ​ທະ​ຫານ​ໃຫ້​ຮູ້​ວ່າ ບໍ່​ຄວນ​ມີ​ຄວາມ​ສົງ​ໄສ​ໃດໆ -- ພວກ​ເຮົາ​ຄາດ​ວ່າ ​ມະ​ຕິ​ສະ​ບັບ​ນີ້​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ເຕັມ.”

ທ່ານ​ນາງວູ​ເຫວີດ ກ່າວ​ຕື່ມ​ວ່າ ມະ​ຕິ​ສະ​ບັບ​ນີ້​ໄດ້​ມອບ​ໃຫ້​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດລາຍ ​ງານ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນມຽນ​ມາ ໃນ​ລະ​ດູ​ບານ​ໃໝ່​ຈະ​ມານີ້ ຊຶ່ງນັ້ນ​ຈະ​ເປັນ​ໂອ​ກາດ​ອັນ​ສຳ​ຄັນ​ສຳ​ລັບ​ຊັ່ງ​ຊາ​ເບິ່ງ​ການ​ເຄື່ອນ​ໄຫວ​ທາງ​ພາກ​ພື້ນ​ດິນແລະ​ພວກ​ເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ ບາດ​ກ້າວ​ເພີ້ມ​ຕື່ມ​ ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ.”

ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ​ຍັງ​ເວວົ້າ​ວ່າ “ພວກ​ເຮົາ​ຍັງ​ໄດ້​ສົ່ງ​ສານ​ຢ່າງ​ຈະ​ແຈງ​ໄປ​ຍັງ​ປ​ະ​ຊາ​ຊົນ​ຊາວ​ມຽນ​ມາໃຫ້​ຊາບວ່າ ພວກ​ເຮົາ​ພວມ​ຊອກ​ຫາ​ຄວາມ​ກ້າວ​ໜ້າ ທີ່​ສອດ​ຄ່ອງ​ກັບ​ສິດ​ທິ ຄວາມ​ປາ​ຖະ​ໜາ ແລະ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຂົາ​ເຈົ້າ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ມະ​ຕິ​ສະ​ບັບ​ນີ້. ໃນ​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດ​ວານນີ້ ທ່ານບ​ລິງ​ເກັນ​ກ່າວ​ວ່າ ມະ​ຕິ​ສະ​ບັບ​ນີ້​ແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ແຕ່​ກໍ​ກ່າວ​ຕື່ມ​ວ່າ​ຍັງ​ມີ​ອີກ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ກ​ະ​ທຳ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG