ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ກ່າວປະນາມ ຄວາມໂຫດຮ້າຍ ຕໍ່ຊາວມຸສລິມ ໂຣຮິງຢາ ແລະ ຊົນເຜົ່າກຸ່ມນ້ອຍອື່ນໆ ໃນ ມຽນມາ


ຂ້າຫຼວງໃຫຍ່ສະຫະປະຊາຊາດ ເພື່ອສິດທິມະນຸດ ທ່ານນາງ ມິແຊລ ບາເຊີເລລົມກັບປະທານສະພາສິດທິມະນຸດ ທ່ານນາງ ເອລິຊາເບັດ ທີຊີ ຟິສໂຊເບີເກີ ໃນກອງປະຊຸມຄັ້ງທີ 45 ຂອງສະພາສິດທິມະນຸດ, ສຳນັກງານໃຫຍ່ ສະຫະປະຊາຊາດ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 14 ກັນຍາ, 2020.
ຂ້າຫຼວງໃຫຍ່ສະຫະປະຊາຊາດ ເພື່ອສິດທິມະນຸດ ທ່ານນາງ ມິແຊລ ບາເຊີເລລົມກັບປະທານສະພາສິດທິມະນຸດ ທ່ານນາງ ເອລິຊາເບັດ ທີຊີ ຟິສໂຊເບີເກີ ໃນກອງປະຊຸມຄັ້ງທີ 45 ຂອງສະພາສິດທິມະນຸດ, ສຳນັກງານໃຫຍ່ ສະຫະປະຊາຊາດ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 14 ກັນຍາ, 2020.

ຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດລາຍງານວ່າ ກອງທັບ ມຽນມາ ໄດ້ສືບຕໍ່ການໂຈມຕີ, ກົດຂີ່ຂົ່ມເຫັງ ແລະ ໄດ້ທຳການລ່ວງລະເມີດຢ່າງຮ້າຍແຮງຕໍ່ຊາວມຸສລິມ ໂຣຮິງຢາ ສາມປີຫຼັງຈາກການກະທຳທີ່ຄ້າຍຄືກັນ ທີ່ໄດ້ກໍ່ໃຫ້ຊາວໂຣຮິງຢາຫຼາຍກວ່າ 750,000 ຄົນຫຼົບໜີອອກຈາກໄປເທດ ໄປເມືອງ ຄັອກສ໌ ບາຊາ ປະເທດ ບັງກລາແດັສ. ລາຍງານດັ່ງກ່າວຖືກມອບ ໃຫ້ສະ ພາສິດທິມະນຸດສະຫະປະຊາຊາດ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີ ລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ການປະຕິບັດການຂອງກອງທັບ ມຽນມາ ເມື່ອສາມປີທີ່່ຜ່ານມາໄດ້ສ້າງວິກີດການ ດ້ານສິດທິມະ ນຸດທີ່ຮ້າຍແຮງ, ເຊິ່ງຍັງຫ່າງໄກຈາກການຖືກແກ້ໄຂ. ໜ່ວຍປະຕິບັດພາລະກິດຊອກຫາຂໍ້ເທັດຈິງຂອງອົງການສະຫະປະຊາຊາດ ໄດ້ສະຫຼຸບໃນປີ 2019 ວ່າການລ່ວງລະເມີດຫຼາຍຢ່າງໂດຍກອງ ທັບປະກອບມີອາຊະຍາກຳຕໍ່ມວນມະນຸດ, ໃນບາງກໍລະນີແມ່ນໃກ້ຄຽງກັບການຂ້າລ້າງເຜົ່າພັນ.

ຂ້າຫຼວງໃຫຍ່ສະຫະປະຊາຊາດ ເພື່ອສິດທິມະນຸດ ທ່ານນາງ ມິແຊລ ບາເຊີເລ ເວົ້າວ່າຊາວ ໂຣຮິງຢາ ແລະ ຊົນກຸ່ມນ້ອຍອື່ນໆໄດ້ຕົກເປັນຜູ້ເຄາະຮ້າຍຫຼາຍຂຶ້ນຍ້ອນຄວາມຂັດແຍ້ງທີ່ໃຊ້ອາວຸດໃນລັດ ຣາໄຄນ໌ ແລະ ລັດ ຈິນ. ທ່ານນາງ ເວົ້າວ່າພົນລະເຮືອນໄດ້ຫາຍສາບສູນ ແລະ ວິສາມັນຄາດ ຕະກຳ, ຖືກຈັບກຸມໂດຍບໍ່ມີເຫດຜົນ, ທໍລະມາດ ແລະ ເສຍຊີວິດໃນລະຫວ່າງການຖືກຄວບຄຸມຕົວ.

ທ່ານນາງ ບາເຊີເລ ກ່າວວ່າ “ການເສຍຊີວິດ ແລະ ບາດເຈັບຂອງພົນລະເຮືອນຍັງໄດ້ເພີ່ມຂຶ້ນ. ໃນບາງກໍລະນີ, ເຂົາເຈົ້າປາກົດວ່າໄດ້ຕົກເປັນເປົ້າໝາຍ ຫຼື ໂຈມຕີໂດຍບໍ່ເລືອກໜ້າ, ເຊິ່ງມັນອາດ ຈະກາຍເປັນອາຊະຍາກຳສົງຄາມ ຫຼື ແມ່ນກະທັ້ງອະຊະຍາກຳຕໍ່ມວນມະນຸດ. ມັນໜ້າເປັນຫ່ວງທີ່ຈຳນວນພາບຖ່າຍຈາກດາວທຽມ ແລະ ການໃຫ້ປາຄຳຂອງຜູ້ເຫັນເຫດການທີ່ໄດ້ລະບຸວ່າ ບໍລິເວນຕ່າງໆໃນພາກເໜືອຂອງລັດ ຣາໄຄນ໌ ໄດ້ຖືກຈູດຖິ້ມໃນສອງສາມເດືອນທີ່ຜ່ານມາ.“

ທ່ານນາງ ບາເຊີເລ ໄດ້ກ່າວຢໍ້າວ່າ ມຽນມາ ໄດ້ເວົ້າຊໍ້າແລ້ວຊໍ້າອີກວ່າເຂົາເຈົ້າຢາກແກ້ໄຂວິກິດ ການ ໂຣຮິງຢາ ແລະ ຮັບປະກັນໃຫ້ພວກອົບພະຍົບສາມາດເດີນທາງກັບໄປແຫຼ່ງກຳເນີດຂອງເຂົາ ເຈົ້າດ້ວຍກຽດສັກສີ ແລະ ປອດໄພ. ທ່ານນາງເວົ້າວ່າ ລັດຖະບານດັ່ງກ່າວຕ້ອງດຳເນີນການດຽວນີ້ ເພື່ອເຮັດໃຫ້ມັນເກີດຂຶ້ນໂດຍຢຸດການລ່ວງລະເມີດທີ່ຮ້າຍແຮງຕໍ່ປະຊາຊົນ ໂຣຮິງຢາ.

ເອກອັກຄະລັດຖະທູດ ມຽນມາ ປະຈຳອົງການສະຫະປະຊາຊາດໃນນະຄອນ ເຈນີວາ, ທ່ານ ຈໍ ໂມ ຕຸນ, ໄດ້ຖິ້ມໂທດການໜີອອກຈາກປະເທດໂດຍຊາວ ໂຣຮິງຢາ ໃນປີ 2017 ໃສ່ການກໍ່ການຮ້າຍ. ທ່ານເວົ້າວ່າເຂົາເຈົ້າຕັ້ງໃຈທີ່ຈະທຳລາຍຄວາມພະຍາຍາມຫາຂໍ້ແກ້ໄຂຕໍ່ລັດ ຣາໄຄນ໌. ທ່ານເວົ້າວ່າລັດຖະບານໄດ້ແລກປ່ຽນຄວາມເປັນຫ່ວງຕ່າງໆກັບທຸກຊຸມຊົນທີ່ຖືກກະທົບ ແລະ ມີຄວາມຍິນ ດີ ແລະ ສາມາດທີ່ຈະແກ້ໄຂບັນຫາທີ່ຮັບຜິດຊອບ.

ທ່ານທູດເວົ້າວ່າ ລັດຖະບານຂອງທ່ານແມ່ນກຳລັງເຮັດວຽກຢ່າງໃກ້ຊິດກັບອົງ ການຕ່າງໆຂອງ ສະ ຫະປະຊາຊາດ ແລະ ອາຊຽນ ເພື່ອປະຕິບັດຂໍ້ຕົກລົງສອງຝ່າຍລະຫວ່າງ ມຽນມາ ແລະ ບັງກລາແດັສ ກ່ຽວກັບ ການສົ່ງຄົນກັບປະເທດ, ການຕັ້ງຖິ່ນຖານໃໝ່ ແລະ ການພັດທະນາຂອງຊາວໂຣຮິງ ຢາ ທີ່ກັບຄືນມາລັດຣາໄຄນ໌.

ປະທານຄະນະກຳມະຊີ້ນຳ ກ່ຽວກັບ ສຽງຫົວກ້າວໜ້າ, ເຊິ່ງແມ່ນອົງການຄົ້ນຄວ້າ ແລະ ສະໜັບສະ ໜູນສິດທິມະນຸດໃນ ມຽນມາ, ແມ່ນບໍ່ເຊື່ອໃນຄຳເວົ້າປະນີປະນອມຂອງເອກອັກຄະລັດຖະທູດ. ທ່ານນາງ ຄິນ ໂອມາ ເວົ້າວ່າສົງຄາມກາງເມືອງໃນ ມຽນມາ ໄດ້ໄປເຖິງຈຸດເຄັ່ງຕຶງທີ່ບໍ່ໄດ້ເຫັນມາຫຼາຍທົດສະວັດ ພ້ອມກັບຜົນທີ່ຕາມມາດຢ່າງຫຼວງຫຼາຍຕໍ່ຊຸມຊົນຊົນເຜົ່າໃນທ້ອງຖິ່ນ. ລາວໄດ້ ເອີ້ນກອງປະຊຸມສັນຕິພາບຂອງລັດຖະບານທີ່ຖືກຈັດຂຶ້ນໃນເດືອນສິງຫາທີ່ຜ່ານມາວ່າບໍ່ມີຄວາມໝາຍ.

ທ່ານນາງ ໂອມາ ກ່າວວ່າ “ຄວາມລົ້ມແຫຼວຂອງຂະບວນການສັນຕິພາບໄດ້ເກີດຂຶ້ນຍ້ອນອາຊະ ຍາກຳສາກົນທີ່ຮ້າຍແຮງທີ່ຍັງສືບຕໍ່ເກີດຂຶ້ນໃນທົ່ວມຽນມາ, ໂດຍສະເພາະໃນລັດ ຣາໄຄນ໌, ໂດຍຜູ້ກະທຳຜິດຄົນດຽວກັນທີ່ໄດ້ກໍ່ການຂ້າລ້າງເຜົ່າພັນຕໍ່ຊາວ ໂຣຮິງຢາ. ແຕ່ບໍ່ມີໃຜຖືກນຳຕົວມາລົງ ໂທດ ແລະ ກອງທັບ ມຽນມາ ຍັງສືບຕໍ່ເຮັດໂດຍບໍ່ໄດ້ຮັບໂທດຫຍັງເລີຍ.”

ທ່ານນາງ ໂອມາ ໄດ້ຮຽກຮ້ອງປະຊາຄົມນານາຊາດໃຫ້ຕັດສາຍພົວພັນທາງທຸລະກິດກັບກອງທັບດັ່ງກ່າວ ແລະ ຫ້າມການສົ່ງອາວຸດໃຫ້ ມຽນມາ. ທ່ານນາງໄດ້ຮຽກຮ້ອງບັນດາສະມາຊິກສະຫະປະ ຊາຊາດ ແລະ ສະພາຄວາມໝັ້ນຄົງໃຫ້ສະເໜີ ມຽນມາ ຕໍ່ສານອາຍາສາກົນ ຫຼື ຕັ້ງສານພິເສດ ຂຶ້ນມາ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG