ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການສະຫະປະຊາຊາດ ຂຽນຈົດໝາຍ ຫາທ່ານປູຕິນ ໃນຄວາມພະຍາຍາມ ເພື່ອຮັກສາຂໍ້ຕົກລົງອາຫານປະເພດເມັດ ໄວ້


ແຟ້ມພາບ - ພວກຄົນງານ ກຳລັງບັນຈຸອາຫານປະເພດເມັດພືດຢູ່ທີ່ທ່າເຮືອໃນເມືອງອີສແມລ ຂອງຢູເຄຣນ, ວັນທີ 26 ເມສາ 2023.
ແຟ້ມພາບ - ພວກຄົນງານ ກຳລັງບັນຈຸອາຫານປະເພດເມັດພືດຢູ່ທີ່ທ່າເຮືອໃນເມືອງອີສແມລ ຂອງຢູເຄຣນ, ວັນທີ 26 ເມສາ 2023.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ໄດ້ສົ່ງໜັງສືສະບັບ​ນຶ່ງໄປຫາ ທ່ານວລາດີເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ໂດຍໃຫ້ລາຍລະອຽດຂອງຂໍ້ສະເໜີທີ່ແນໃສ່ໃນການຕອບສະໜອງຕໍ່ຄວາມຕ້ອງ ການຂອງຣັດເຊຍ ທີ່ເປັນໄພຂົ່ມຂູ່ໃນການຍຸຕິໂຄງການລິເລີ້ມກ່ຽວກັບອາ​ຫານປະເພດເມັດ ໃນທະເລທຳ ທີ່ສຳຄັນຍິ່ງນັ້ນ.

ທ່ານສແຕັບຟານ ດູຈາຣິກ ໂຄສົກຂອງທ່ານກູເຕເຣສ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ ວ່າ “ທ່ານເລຂາທິການໃຫຍ່ ຍັງຄົງພົວພັນກັບໝົດທຸກຝ່າຍທີ່ກ່ຽວຂ້ອງໃນເລື້ອງນີ້ ແລະໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງທ່ານ ທີ່ຈະພົວພັນຕໍ່ໄປກ່ຽວກັບຂໍ້ສະເໜີຂອງທ່ານ ກັບສະຫະພັນຂອງຣັດເຊຍ.”

ທ່ານດູຈາຣິກ ໄດ້ປະຕິເສດທີ່ຈະໃຫ້ລາຍລະອຽດໃດໆກ່ຽວກັບຂໍ້ສະເໜີດັ່ງກ່າວ ໂດຍ​ເວົ້າວ່າ “ພວກເຮົາແມ່ນກຳລັງຢູ່ໃນຊ່ວງເວລາ ທີ່ລະອຽດອ່ອນ.”

ໂຄງການລິເລີ້ມດັ່ງກ່າວ ຊຶ່ງອະນຸຍາດໃຫ້ສົ່ງອອກອາ​ຫານ​ປະ​ເພດ​ເມັດຂອງຢູເຄຣນ ຈາກທ່າເຮືອຕ່າງໆ ທີ່ຣັດເຊຍໄດ້ກີດກັ້ນ ໃນລະຫວ່າງການບຸກລຸກຢູເຄຣນຂອງຕົນເມື່ອປີກາຍນີ້ ແມ່ນມີກຳນົດທີ່ຈະຕ້ອງໄດ້ຕໍ່ອາຍຸອີກເທື່ອນຶ່ງ ໃນວັນທີ 18 ກໍລະກົດນີ້. ມົສກູ ໄດ້ກ່າວຊ້ຳແລ້ວຊ້ຳອີກ ໃນລະຫວ່າງຊ່ວງໄລຍະກ່ອນໜ້ານີ້ ການຕໍ່ອາຍຸທີ່ໃກ້ຈະສິ້ນສຸດລົງນັ້ນວ່າ ມັນບໍ່ມີຜົນປະໂຫຍດພຽງພໍພາຍໃຕ້ໂຄງການລິເລີ້ມນັ້ນ ແລະໄດ້ສົ່ງສັນຍານຕ່າງໆທີ່ຄ້າຍຄືກັນນີ້ໄປແລ້ວ ເມື່ອມໍ່ໆມານີ້.

U.N. Secretary-General Antonio Guterres has sent a letter to Russian President Vladimir Putin, outlining a proposal aimed at satisfying a Russian demand that threatens to shut down the key Black Sea Grain Initiative.

"The secretary-general remains engaged with all relevant parties on this issue and expresses his willingness to further engage on his proposal with the Russian Federation," Guterres' spokesman Stephane Dujarric told reporters Wednesday.

Dujarric declined to go into details about the proposal, saying "we are in very delicate times."

The initiative, which allows the export of Ukrainian grain from ports Russia blocked during its invasion of Ukraine last year, is due for renewal by July 18. Moscow has said repeatedly during the lead-up to previous extension deadlines that it is not benefiting enough under the initiative and has sent similar signals recently.

XS
SM
MD
LG