ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ ສ​ປ​ຊ ກ່າວ​ວ່າ​ ໂລກ​ຕ້ອງ​ຕື່ນ​ຕົວ​ ຕໍ່​ໄພ​ພິ​ບັດ​ດ້ານ​ສະ​ພາບ​ອາ​ກາດ​ ທີ່​ໃກ້​ຈະ​ມາ​ເຖິງ


ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຫ້ອງ​ການ ສະ​ຫະ​ປະ​ຊາ​ຊາດ ໃນ​ນ​ະ​ຄອນຫຼວງ ໄນ​ໂຣ​ບີ, ເຄັນ​ຢາ, 3 ພຶ​ດ​ສະ​ພາ 2023.
ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຫ້ອງ​ການ ສະ​ຫະ​ປະ​ຊາ​ຊາດ ໃນ​ນ​ະ​ຄອນຫຼວງ ໄນ​ໂຣ​ບີ, ເຄັນ​ຢາ, 3 ພຶ​ດ​ສະ​ພາ 2023.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ໂລກ​ແມ່ນ​ກຳ​ລັງ​ມຸ່ງ​ໜ້າ​ໄປ​ສູ່​ໄພ​ພິ​ບັດ​ດ້ານ​ສະ​ພາບ​ອາ​ກາດ ແຕ່​ໄດ້​ປະ​ຕິ​ເສດ​ທີ່​ຈະ​ລຸກ​ຂຶ້ນ, ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ແນ​ເປົ້າ​ໃສ່​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ​ຟອ​ສ​ຊິ​ລ ສຳ​ລັບ​ການ​ຢູ່ຈຸດສູນ​ກາງ​ຂອງວິ​ກິດ​ການ​ສະ​ພາບ​ອາ​ກາດ.

ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຫຼັງ​ຈາກ​ທ່ານ​ໄດ້​ພົບ​ປະ​ກັບ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ສະ​ພາບ​ອາ​ກາດ​ສັງ​ຄົມ​ພົນ​ລະ​ເຮືອນ​ວ່າ “ນະ​ໂຍ​ບາຍ​ໃນ​ປັດ​ຈຸ​ບັນ ຈະເຮັດ​ໃຫ້​ອຸ​ນ​ຫະ​ພູມ​ໂລກ ​ເພີ່ມ​ຂຶ້ນ 2.8 ອົງ​ສາ​ພາຍ​ໃນ​ທ້າຍ​ສັດ​ຕະ​ວັດ. ນັ້ນ​ໝາຍ​ເຖິງ​ຄວາມ​ຫາ​ຍະ​ນະ, ແຕ່​ການ​ຮັບ​ມື​ຮ່ວມ​ກັນ​ ແມ່ນ​ຍັງໜ້າເວດ​ທະ​ນາຢູ່.”

ພາຍ​ໃຕ້​ຂໍ້​ຕົກ​ລົງ​ສະ​ພາບ​ອາ​ກາດ ປາ​ຣີ 2015, ປະ​ເທດ​ຕ່າງໆ​ ໄດ້​ໃຫ້​ຂໍ້​ຜູກ​ມັດ​ຕໍ່​ການ​ຈຳ​ກັດ​ການ​ເພີ່ມ​ຂຶ້ນ​ຂອງ​ອຸນ​ຫະ​ພູມ​ໂລກ 1.5 ອົງ​ສາ​ແຊ​ລ​ຊຽສ ເໜືອ​ລະ​ດັບ​ກ່ອນ​ຍຸກ​ອຸດ​ສາ​ຫະ​ກຳ. ເພື່ອ​ບັນ​ລຸ​ສິ່ງນີ້, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ສະ​ພາບ​ອາ​ກາດ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ ຕ້ອງ​ຮອດ​ຈຸດ​ສູງ​ສຸດ​ກ່ອນ​ປີ 2025 ແລະ ຫຼຸດ​ລົງ 43 ເປີ​ເຊັນ​ພາຍ​ໃນ​ປີ 2030.

ທ່ານ ກູ​ເຕ​ເຣ​ສ໌ ໄດ້​ກ່າວ​ວ່າ, “ເຮົາ​ຕ້ອງ​ຍອມ​ຮັບ​ຄວາມ​ຈິງ. ບັນ​ຫາບໍ່​ແມ່ນ​ການ​ປ່ອຍ​ຄວັນ​ພິດ ​ຈາກ​ນ້ຳ​ມັນ​ຟອ​ສ​ຊິ​ລ, ມັນ​ແມ່ນ​ນ້ຳ​ມັນ​ຟອ​ສ​ຊິ​ລ, ຈົບ! ຂໍ້​ແກ້​ໄຂ​ແມ່ນ​ຈະ​ແຈ້ງ: ໂລກ​ຕ້ອງ​ຢຸດ​ການ​ໃຊ້​ນ້ຳ​ມັນ​ຟອ​ສ​ຊິ​ລ​ໃນ​ວິ​ທີ​ທີ່​ເປັນ​ທຳ. ເຄື່ອນ​ໄຫວ​ເພື່ອ​ປ່ອຍ​ນ້ຳ​ມັນ, ຖ່ານ​ຫີນ ແລະ ອາຍ​ແກັ​ສ​ໄວ້​ຢູ່​ໃນ​ພື້ນ​ດິນ​ບ່ອນ​ທີ່​ມັນ​ຢູ່ ແລະ ຂະ​ຫຍາຍ​ການ​ລົງ​ທຶນ​ ໃສ່​ການ​ຫັນ​ປ່ຽນ​ໄປ​ທາງ​ໃໝ່​ທີ່​ເປັນ​ທຳ​ຢ່າງຫຼວງ ຫຼາຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG