ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເລຂາທິການ​ໃຫຍ່ ສປຊ ຈະ​ໄປ​ຢ້ຽມຢາມ Israel ​ແລະ Palestine ເປັນເວລາສອງມື້


Israel Palestinians
please wait
Embed

No media source currently available

0:00 0:00:55 0:00

ເລຂາທິການ​ໃຫຍ່ ອົງການ​ສະຫະປະຊາ​ຊາດ ທ່ານ Ban Ki-
moon ຈະ​ໄປ​ຮອດ Israel ​ແລະເຂດ Palestine ໃນວັນອັງ
ຄານ​ມື້​ນີ້ ​ເພື່ອ​ຢ້ຽມຢາມເປັນ​ເວລາ​ສອງ​ມື້​ ຫຼັງ​ຈາກທີ່​ໄດ້​ເກີດ
​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ຄວາມ​ຮຸນ​ແຮງທີ່ີເພີ້ມທະວີຂຶ້ນຢ່າ​ງ​
ເປັນອັນຕະລາຍ​”
ມາເປັນ ເວລາຫຼາຍອາທິດ ນັ້ນ.

ກ່ອນ​ໜ້າການ​ຢ້ຽມຢາມ ທ່ານ​ໄດ້ນຳອອກ​ເຜີຍ​ແຜ່ຂໍ້ຄວາມ
​ຜ່ານທາງວີ​ດີ​ໂອ ຕໍ່ປະຊາຊົນ Israel ​ແລະ Palestine ​
ໂດຍ​ກ່າວ​ວ່າ ທ່ານ​ເຂົ້າ​ໃຈ​ເຖິງ​ຄວາມ​ອຶດ​ອັດບໍ່ສະບາຍໃຈ ​
ແລະ​ເປັນ​ຫວ່ງຂອງ​ທັງ​ສອງ​ຝ່າຍ ​ແລະ​ຮຽກຮ້ອງ​ໃຫ້​ທຸກ​ໆຄົນ
ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ຫຼີກ​ເວັ້ນການ​ຍຸຍົງໃດໆ.

US Israel Palestinians
please wait

No media source currently available

0:00 0:01:22 0:00

ທ່ານ Ban ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ຜູ້ນຳ​ຂອງ Palestine ​ໃຫ້​ໃຊ້​ກຳລັງ​ຂອງ​ປະຊາຊົນ​ຂອງ​ທ່ານ​ໃນ​ທາງ​ສັນຕິ ​ແລະ​ສຳ​ຫຼັບ​ເຍົາວະ​ຊົນ Palestine ນັ້ນ​ ແມ່ນ​ຮຽກຮ້ອງ​ໃຫ້​ຜູ້ນຳ​ຂອງ​ພວກ​ຕົນ ​ເຊັ່ນ​ດຽວ​ກັນ​ກັບ​ພວກຜູ້ນຳຂອງ​ Israel ແລະ​ທາງອົງການ​ສະຫະປະຊາ​ຊາດ
ສ້າງຄວາມຄືບໜ້າໃຫ້ແກ່​ການແກ້​ໄຂ​ບັນ​ຫາ​ທາງ​ການ​ເມືອງ.

ທ່ານໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ ບໍ່​ໄດ້​ຂໍ​ຮ້ອງ​ໃຫ້​ພວກ​ທ່ານ​ເມີນເສີຍ ​ແຕ່​ພວກທ່ານ​ຕ້ອງ​ໄດ້​ວາງ​ອາວຸດ​ລົງ.”

ຕຳຫຼວດຊາຍແດນຂອງ Israel ສັ່ງໃຫ້ຊາຍຜູ້ນຶ່ງຍົກເສື້ອຂອງຕົນຂຶ້ນ ເພື່ອກວດຄົ້ນ ກ່ອນທີ່ຈະອະນຸຍາດ ອອກຈາກ ໝູ່ບ້ານ ອາຣັບ ໃນ Issawiyeh ນະຄອນ Jerusalem, 20 ຕຸລາ, 2015.
ຕຳຫຼວດຊາຍແດນຂອງ Israel ສັ່ງໃຫ້ຊາຍຜູ້ນຶ່ງຍົກເສື້ອຂອງຕົນຂຶ້ນ ເພື່ອກວດຄົ້ນ ກ່ອນທີ່ຈະອະນຸຍາດ ອອກຈາກ ໝູ່ບ້ານ ອາຣັບ ໃນ Issawiyeh ນະຄອນ Jerusalem, 20 ຕຸລາ, 2015.

ຫົວໜ້າອົງການ​ສະຫະປະຊາ​ຊາດ ​ໄດ້​ກ່າວ​ວ່າ ການ​ທີ່ Israel ຈະໄດ້​ຮັບ​ຄວາມ​ສັນຕິ​ສຸກ ​ແລະ​ຄວາມ​ປອດ​ໄພແບບຍືນຍົງ​ນັ້ນ ບໍ່​ແມ່ນ​ຍ້ອນການ​ສ້າງ​ກຳແພງ​ກັ້ນ, ປ້ອມ​ຍາມ ​ແລະ​ການ​ໂຕ້​ຕອບ​ດ້ວຍກອງ​ກຳລັງ ​ແລະ​ກ່າວ​ເພີ້​ມຕື່ມ​ວ່າ ທັງ​ສອງ​ຝ່າຍ ຈຳ​ເປັນ​ທີ່​ຈະ​ຕ້ອງກັບ​ຄືນ
ໄປ​ສູ່​ການໃຫ້ຄວາມໝັ້ນໝາຍຄືນໃໝ່ ​ເພື່ອ​ຫາທາງແກ້ໄຂແບບມີສອງລັດຄຽງຄູ່ກັນນັ້ນ.

ນາຍົກລັດຖະມົນຕີ Israel - ທ່ານ Benjamin Netanyahu ກ່າວຄຳປາໄສ ໃນກອງປະຊຸມບັນດາຜູ້ນຳຊາວຢິວນາໆຊາດ ໃນນະຄອນ Jerusalem, 20 ຕຸລາ, 2015.
ນາຍົກລັດຖະມົນຕີ Israel - ທ່ານ Benjamin Netanyahu ກ່າວຄຳປາໄສ ໃນກອງປະຊຸມບັນດາຜູ້ນຳຊາວຢິວນາໆຊາດ ໃນນະຄອນ Jerusalem, 20 ຕຸລາ, 2015.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ຜູ້​ຊຶ່ງ​ໃຊ້​ເວລາໄປມາ ໂອ້ລົມ
ລະຫວ່າງ ຜູ້ນຳ​ຂອງ Israel ​ແລະ Palestine ກ່ອນ​ການ​ເຈລະຈາ​ສັນຕິພາບ ພັງທະລາຍ​ລົງ​ໃນ​ປີກາຍ​ນີ້ ກໍມີ​ແຜນການ​ທີ່​ຈະຈັດການ​ໂອ້​ລົມ​ຂອງທ່ານໃນ​ສັບປະດາ​ນີ້ ໃນ​ຄວາມ​ຫວັງ
​ທີ່ຈະຜ່ອນຄາຍສະຖານະ​ການ​ໃຫ້ເບົາບາງ​ລົງ.

​ ໃນ​ຂະນະ​ດຽວ ​ກັນ​ນີ້ ກອງ​ກຳລັງ Israel ໃນ​ວັນ​ອັງຄານມື້​ນີ້ ​ໄດ້​ຈັບ​ກຸມ ທ່ານ Hassan Yousef ຜູ້ນຳຂອງກຸ່ມ​ຫົວ​ຮຸນ​ແຮງ Hamas ​ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນຫຼື West Bank. ​ໂຄສົກ​ຂອງ​ກອງທັບ ​ໄດ້​ກ່າວ​ວ່າ ທ່ານ Yousef ​ “ໄດ້​ຍຸຍົງ​ແລະ​ສົ່ງ​ເສີມ​ໃຫ້​ມີ​ການ​ໂຈມ​ຕີ​ຕໍ່ຕ້ານ Israel.”

XS
SM
MD
LG