ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ສະເໜີ ໃຫ້ສ້າງຕັ້ງ ກຳລັງຮັກສາ ສັນຕິພາບ ສຳລັບ ​ອາ​ຟຣິກາ​ກາງ (ວີດີໂອ)


CENTRAL AFRICAN REPUBLIC VOSOT
please wait

No media source currently available

0:00 0:01:16 0:00
ເລຂາ​ທິການ​ໃຫຍ່​ ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban
Ki-moon ​ໄດ້ສະ​ເໜີ​ໃຫ້ສ້າງຕັ້ງ ກອງກຳລັງຮັກສາສັນຕິ
ພາບທີ່ມີກຳລັງເກືອບ 12 ພັນ​ຄົນສຳລັບສາທາ​ລະນະ​ລັດ
​ອາ​ຟຣິກາ​ກາງບ່ອນ​ທີ່​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ທາງດ້ານສາ
ສະໜາ ທີ່​ຄວບ​ຄຸມ​ບໍ່​ໄດ້​ນັ້ນ.

​ໃນ​ລາຍ​ງານ​ສະບັບ​ນຶ່ງ​ ທີ່ສົງໄປຫາສະພາຄວາມໝັ້ນຄົງ
ສະຫະປະຊາຊາດ ໃນ​ວັນ​ຈັນ​ວານ​ນີ້ ເລຂາ​ທິການ​ໃຫຍ່
​ອົງການສະຫະ​ປະຊາ​ຊາດ ທ່ານ Ban ​ໄດ້ກ່າວ​ວ່າ ການ
ສະ​ເໜີໃຫ້ສ້າງຕັ້ງກອງກຳລັງ​ດັ່ງກ່າວ​ນີ້ແມ່ນ​ມີ​ຈຸດປະສົງ​
ແນໃສ່ເພື່ອໃຫ້​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ພົນ​ລະເຮືອນ ຟື້ນ​
ຟູ​ອຳນາດຂອງລັດຖະບານ ປົດ​ອາວຸດ​ຂອງ​ພວກ​ນັກລົບ​ ​ແລະ​ຄໍ້າຳປະກັນການໃຫ້ຄວາມ​
ຊ່ອຍ​ເຫຼືອ​ທາງດ້ານມະນຸດສະທຳ.

ທ່ານ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ ​ໃນ​ກຸງເຈ​ນີ​ວາວ່າ ​ແຜນການ​ດັ່ງກ່າວ​ນີ້​ ແມ່ນຈະແກ້ໄຂ
“ຄວາມຈຳເປັນແລະ​ບູລິມະສິດອັນຮີບ​ດ່ວນ​” ໃນ​ປະ​ເທດ​ທີ່​ຕົກ​ຢູ່ວິກິດການຮ້າຍແຮງນີ້.

ທ່ານ Ban ​ໄດ້​ກ່າວ​ກ່ອນ​ໜ້າ​ນີ້​ແລ້ວ​ວ່າ ທ່ານມີ​ຄວາມ​ເປັນ​ຫ່ວງ​ກັງວົນ ​ໃນ​ເລື່ອງ​ການ​
ກໍ່ຄວາມຮຸນ​ແຮງ​ໃນສາທາ​ລະນະ​ລັດ​ອາ​ຟຣິກາ​ກາງ ທີ່​ອາດ​ນຳໄປ​ສູ່​ການ​ແບ່ງ​ແຍກ
​ປະ​ເທດ ນັ້ນ.

​ເວລານີ້ມີທະຫານ​ຈາກ​ສະຫະພາບ​ອາ​ຟຣິກາ​ 6 ພັນ​ຄົນແລ້ວ ປະຕິບັດງານ​ໃນ​ປະ​ເທດ
ດັ່ງກ່າວ ຮ່ວມ​ກັບທະຫານ​ຝຣັ່ງ 2 ພັນ​ຄົນ. ທາງ​ສະຫະພາບ​ຢູ​ໂຣບ ກໍໄດ້ສັນຍາວ່າຈະ​ສົ່ງ
ທະຫານ​ຈຳນວນ 1 ພັນ​ຄົນໄປ​ສົ​ມທົບ​.
XS
SM
MD
LG