ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າອົງການສະຫະປະຊາຊາດ ກ່າວວ່າ ການ​ຟື້ນ​ຕົວ​ຄືນ​ຂອງ​ເສດ​ຖະ​ກິດ​ໂລກ ບໍ່ສະຫມໍ່າສະເຫມີ


ຄົນ​ເບິ່ງທ່ານ Antonio Guterres ຫົວ​ໜ້າ ສ​ປ​ຊ ຖະ​ແຫລງ​ຢູ່​ໃນ​ໂທ​ລະ​ພາບ ໃນ​ການ​ກ່າວ​ຄຳ​ປາ​ໄ​ສ ກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລ​ກ ( WEF) ຕາມ​ວາ​ລະການ​ປະ​ຊຸມດັ່ງ​ກ່າວ​ທີ່​ຕາມ​ປົກ​ກະ​ຕິ​ຈະ​ຈັດ​ຂຶ້ນ​ທີ່ເມືອງ Davos ຊຶ່ງ​ເປັນ​ບ່ອນ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຂອງ WEF ໃກ້ກັບ​ເຈ​ເນ​ວາ, 17 ມັງກອນ​, 2022.
ຄົນ​ເບິ່ງທ່ານ Antonio Guterres ຫົວ​ໜ້າ ສ​ປ​ຊ ຖະ​ແຫລງ​ຢູ່​ໃນ​ໂທ​ລະ​ພາບ ໃນ​ການ​ກ່າວ​ຄຳ​ປາ​ໄ​ສ ກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລ​ກ ( WEF) ຕາມ​ວາ​ລະການ​ປະ​ຊຸມດັ່ງ​ກ່າວ​ທີ່​ຕາມ​ປົກ​ກະ​ຕິ​ຈະ​ຈັດ​ຂຶ້ນ​ທີ່ເມືອງ Davos ຊຶ່ງ​ເປັນ​ບ່ອນ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຂອງ WEF ໃກ້ກັບ​ເຈ​ເນ​ວາ, 17 ມັງກອນ​, 2022.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ, ທ່ານແອນ​ໂຕ​ນິ​ໂອ ກູ​ແຕ​ເຣ​ສ (Antonio Guterres) ໃນວັນຈັນນີ້ໄດ້ຮຽກຮ້ອງໃຫ້ບັນດານັກຜູ້​ນຳທຸລະກິດ ແລະນັກເສດຖະສາດສາກົນ ເຮັດຫນ້າທີ່ໃນ​ພາກ​ສ່ວນຂອງຕົນເພື່ອເຮັດໃຫ້ການຟື້ນຕົວທາງດ້ານເສດຖະກິດ ຫລັງໂຄວິດ-19 ມີຄວາມສະເຫມີພາບກັນໃນທົ່ວໂລກ.

"ໃນເວລາອັນ​ສຳ​ຄັນນີ້, ພວກເຮົາກຳລັງຕັ້ງ​ຂີດ​ໝາຍແຫ່ງການຟື້ນຕົວຄືນໄວ້ແບບບໍ່ສົມ​ສ່ວນ​ກັນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານທີ່ກ່າວຕໍ່ກອງປະຊຸມເສດຖະກິດໂລກ, ເຊິ່ງປົກກະຕິຈະພົບກັນໃນເມືອງດາ​ໂວ​ສ໌ (Davos), ປະເທດ ສະວິດເຊີແລນ ແຕ່​ປີ​ວ່ານີ້​ຈັດຂຶ້ນ​ທາງ​ອອນ​ລາຍ ຍ້ອນ​ການ​ລະ​ບາດ​ຂອງ​ພະ​ຍາດ.

ທ່ານ ກູ​ແຕ​ເຣັ​ສ ກ່າວອີກວ່າ "ພາ​ລະ​ອັນໜັກ​ໜ່ວງຈາກອັດຕາໄພເງິນເຟີ້ຢ່າງ​ເປັນ​ປະ​ຫວັດ​ການ, ພື້ນທີ່ງົບປະມານຫົດ​ຕົວ, ອັດຕາດອກເບ້ຍທີ່ສູງ ແລະ ລາຄາພະລັງງານ ແລະອາຫານທີ່ເພີ່ມຂຶ້ນສູງແມ່ນກະ​ທົບ​ໃສ່ທຸກມຸມໂລກ ແລະກີດ ຂວາງການຟື້ນຕົວຄືນໂດຍສະເພາະແມ່ນ​ຢູ່ໃນປະເທດທີ່ມີລາຍໄດ້ຕ່ໍາແລະ ປານກາງ.”

ຫົວຫນ້າອົງການສະຫະປະຊາຊາດກ່າວວ່າການຟື້ນຕົວຍັງ "ອ່ອນແອ ແລະ ບໍ່ສະຫມໍ່າສະເຫມີ" ໃນຂະນະທີ່ໂຣກລະບາດແຜ່ລະບາດຍັງ​ຄຸກ​ຄາມ​ຢູ່, ແລະ ປະເທດທີ່ທຸກຍາກກວ່າແມ່ນເຫັນວ່າການເຕີບໂຕຂອງ​ພວກ​ເຂົາຊ້າທີ່ສຸດໃນຮອບຫຸ້ນ​ຄົນນຶ່ງ ແລະຕ້ອງການການຊ່ວຍ​ເຫລືອບັນເທົາຫນີ້ສິນ ແລະການເງິນ. ທ່ານ​ຮຽກຮ້ອງ​ໃຫ້​ປະຕິ​ຮູບ​ລະບົບ​ການ​ເງິນ​ໂລກ​ເພື່ອ​ໃຫ້​ທຸກ​ປະ​ເທດ​ໄດ້​ຮັບ​ຜົນ​ດີ.

ທ່ານເວົ້າກ່ຽວກັບການລະບາດຂອງພະ​ຍາດຕໍ່​ຊີ​ວິດຂອງ​ຄົນເທົ່າ​ທີ່​ມີມາ​ຮອດ​ປັດ​ຈຸ​ບັນ​ນີ້ວ່າ "ສອງປີທີ່ຜ່ານມາໄດ້ສະແດງໃຫ້ເຫັນຄວາມຈິງທີ່ງ່າຍດາຍແຕ່ໂຫດຮ້າຍ - ຖ້າພວກເຮົາປ່ອຍໃຫ້ຜູ້ໃດໄວ້ຫຼັງໝູ່, ໃນທີ່ສຸດພວກເຮົາກໍຈະປະຖິ້ມທຸກຄົນໄວ້ຂ້າງຫລັງ."

ອົງການອະນາໄມໂລກກ່າວໃນວັນພະຫັດວານນີ້ວ່າ 90 ເປີ​ເຊັນຂອງປະເທດຕ່າງໆ ຍັງບໍ່ທັນບັນລຸເປົ້າໝາຍຂອງການສັກວັກຊີນໃຫ້​ໄດ້ 40 ເປີ​ເຊັນຂອງປະຊາກອນເຂົາເຈົ້າເທື່ອໃນທ້າຍປີ 2021. ໃນທະ​ວີບ ອາຟຣິກາ ແຫ່ງດຽວເທົ່າ​ນັ້ນ ປະມານນຶ່ງຕື້ຄົນຍັງບໍ່ທັນໄດ້ຮັບວັກຊີນຈັກ​ເຂັມເທື່ອ.

ທ່ານ ກູ​ແຕ​ເຣ​ສ ກ່າວເຕືອນວ່າ "ຖ້າພວກເຮົາບໍ່ສັກຢາວັກຊີນໃຫ້ທຸກໆຄົນ, ພວກເຮົາແມ່ນເຮັດໃຫ້ເກີດສາຍ​ພັນ​ໃໝ່ທີ່ແຜ່ລາມຂ້າມຊາຍແດນ ແລະ ເຮັດໃຫ້ ຊີວິດປະຈໍາວັນ ແລະ ເສດຖະກິດຢຸດສະ​ງັກ​ລົງ​ແບບ​ຈຳ​ໃຈ."

ທ່ານ​ກ່າວ​ວ່າຍັງ​ຈະ​ຕ້ອງ​ໄດ້ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ເພື່ອ​ຕໍ່​ສູ້​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG