ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານທີ່ສະໜັບສະໜຸນໂດຍ ສປຊ ຕັດສິນວ່າ ຊາຍຄົນນຶ່ງມີຄວາມຜິດ ຖານລອບສັງຫານ ນາຍົກ ເລບານອນ ໃນປີ 2005


ພາບຖ່າຍໃນວັນທີ 18 ສິງຫາ, 2020 ສະແດງໃຫ້ເຫັນປ້າຍຕິດຢູ່ໜ້າຕຶກສານສາກົນພິເສດ ສໍາລັບເລບານອນ ຢູ່ໃນເມືອງ Leidschendam ຂອງເນເທີແລນ
ພາບຖ່າຍໃນວັນທີ 18 ສິງຫາ, 2020 ສະແດງໃຫ້ເຫັນປ້າຍຕິດຢູ່ໜ້າຕຶກສານສາກົນພິເສດ ສໍາລັບເລບານອນ ຢູ່ໃນເມືອງ Leidschendam ຂອງເນເທີແລນ

ບັນດາຜູ້ພິພາກສາໃນສານສາກົນທີ່ໄດ້ຮັບການສະໜັບສະໜຸນໂດຍອົງການສະຫະປຊາຊາດ ໄດ້ພົບວ່າ ຊາຍຄົນນຶ່ງມີຄວາມຜິດໃນຖານໄດ້ລອບສັງຫານ ອະດີດນາຍົກລັດຖະມົນຕີຂອງເລບານອນ, ທ່ານຣາຟິກ ແຮຣີຣີ ໃນປີ 2005 ແລະໄດ້ປ່ອຍໃຫ້ອີກ ສາມຄົນທີ່ຖືກກ່າວຫາໃນຄະດີນີ້ ພົ້ນໂທດໄປ.

ຜູ້ພິພາກສາທີ່ເປັນປະທານໃນການດໍາເນີນຄະດີຢູ່ທີ່ສານສາກົນພິເສດສໍາລັບ ເລບານອນ ໄດ້ປະກາດວ່າ ທ້າວ ຊາລິມ ຈາມີລ ອາຍຢາສ ມີຄວາມຜິດໃນ ທຸກກະທົງ ລວມທັງການກະທໍາທີ່ເປັນການສົມຮູ້ຮ່ວມຄິດ ໃນການກໍ່ການຮ້າຍ ໂດຍໃຊ້ວັດຖຸລະເບີດ ແລະຕັ້ງໃຈຄາດຕະກໍາທ່ານແຮຣີຣີ, ຜູ້ເຫັນເຫດການ 21 ຄົນທີ່ຖືກຂ້າຕາຍຢູ່ໃນການວາງລະເບີດຂະໜາດແຮງ ພ້ອມທັງພະຍາຍາມທີ່ຈະ ຄາດຕະກໍາ 226 ຄົນທີ່ໄດ້ຮັບບາດເຈັບນັ້ນ.

ແຕ່ວ່າສານແຫ່ງນັ້ນເວົ້າວ່າ ຕົນບໍ່ສາມາດພົບເຫັນຄວາມຜິດທີ່ນອກເໜືອໄປ ຈາກການສົງໄສວ່າ ທ້າວຮາສຊານ ຮາບີບ ເມີຣີ (Hassan Habib Merhi), ຮຸນເຊັນ ຮາສຊານ ອອນໄນຊີ (Hussein Hassan Oneissi) ແລະອາຊາດ ຮາສຊານ ຊາບາ (Assad Hassan Sabra) ມີຄວາມຜິດຖານມີການສົມຮູ້ ຮ່ວມຄິດນໍາ.

ຈໍາເລີຍທັງ 4 ຄົນ ໄດ້ຖືກດໍາເນີນຄະດີ “ແບບບໍ່ໄປປາກົດຕົວ” ແລະບໍ່ມີໃຜພົບ ເຫັນໄດ້ຫລາຍປີແລ້ວ. ຜູ້ຊາຍພວກນີ້ເປັນນັກສືບໃນລະດັບຕໍ່າໃນກຸ່ມເຮສໂບລາຂອງເລບານອນ.

ສ່ວນໃຫຍ່ຂອງຄະດີໃນການດໍາເນີນຄະດີອັນນີ້ ໄດ້ເພັ່ງເລັງໃສ່ບົດບັນທຶກການ ລົມກັນທາງໂທລະສັບຂອງພວກນັກສືບກຸ່ມເຮສໂບລາ 4 ຄົນ ທີ່ຖືກກ່າວຫາວ່າ ວາງແຜນ ແລະດໍາເນີນການໂຈມຕີ ແລະດໍານີນຄວາມພະຍາຍາມໃນການປົກ ປິດມັນໄວ້.

ຈໍາເລີຍໄດ້ໃຫ້ການໂຕ້ແຍ້ງວ່າ ຫລັກຖານແມ່ນ ຂຶ້ນກັບສະຖານະການ ແລະບໍ່ ສາມາດເຊື່ອຖືໄດ້.

ຜູ້ພິພາກສາສານສາກົນທ່ານນຶ່ງ ກ່າວໃນວັນອັງຄານວານນີ້ວ່າ ເຖິງແມ່ນວ່າ ຊີເຣຍ ແລະກຸ່ມເຮສໂບລາ “ອາດຈະມີສິ່ງທີ່ເປັນເຫດຜົນພາໃຫ້ກໍາຈັດ” ທ່ານ ແຮຣີຣີກໍຕາມ, ພວກຜູ້ພິພາກສາບໍ່ສາມາດພົບເຫັນຫລັກຖານຄືກັນວ່າ ເຂົາເຈົ້າ ມີສ່ວນພົວພັນກັບການລອບສັງຫານທ່ານແຮຣີຣີຫລືບໍ່. ຊີເຣຍ ແລະກຸ່ມເຮສໂບ ລາ ບໍ່ໄດ້ຢູ່ໃນການໄຕ່ສວນຄະດີນີ້ ແຕ່ວ່າພາຍຫລັງມີການລອບສັງຫານ ແລ້ວ ມື ແມ່ນຊີ້ໄປໃສ່ດາມາສກັສ. ມີການປະທ້ວງໃຫຍ່ ຫລາຍຄັ້ງທົ່ວປະເທດທີ່ພາ ໃຫ້ມີການຖອນທະຫານຂອງຊີເຣຍ ອອກຈາກເລບານອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG