ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຊື້ອໄວຣັສ HIV ກໍາລັງ ລະບາດໜັກ ໃນຂົງເຂດ ເອເຊຍ


ພວກເດັກຈໍານວນນຶ່ງ ທີ່ຕິດເຊື້ອ HIV
ພວກເດັກຈໍານວນນຶ່ງ ທີ່ຕິດເຊື້ອ HIV
ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ຂອງ​ສະຫະ​ປະຊາ​ຊາດ​ເຕືອນ​ວ່າ ການ​
ແຜ່​ລະບາດ​ຂອງເຊື້ອ​ HIV ​ໃນ​ຂົງ​ເຂດ​ເອ​ເຊຍ​ແລະ​ແປ​ຊິ​ຟິກ ​
ແມ່ນພວມ ມາ​ຮອດ​ບາດ​ລ້ຽວທີ່​ສຳຄັນ ​ໂດ​ຍມີຄວາມ​ກ້າວໜ້າ​
ແຕ່​ພຽງ​ໜ້ອຍ​ດຽວ ​ເພື່ອ​ລົດ​ຜ່ອນ​ອັດຕາ​ການ​ຕິດ​ເຊື້ອ​ລາຍ​ໃໝ່
​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້. ດັ່ງ​ ທີ່ Ron Corben ລາຍ​
ງານ​ຈາກບາງກອກ​ນັ້ນ ກໍ​ແມ່ນ​ວ່າ ພວກ​ນັກ​ຄົ້ນ ຄວ້າ ​ແລະ​
ນັກ​ເຄຶ່ອນ​ໄຫວ​ກ່ຽວ​ກັບໂຣກ​ເອດ​ສ໌ ກໍາລັງ​ພາກັນຮຽກຮ້ອງໃຫ້​
ມີການ​ຕັດສິນ​ໃຈ​ທາງ​ດ້ານການ​ເມືອງ​ຫຼາຍຂຶ້ນ​ໂດຍ​ລັດຖະບານ​
ທັງ​ຫຼາຍ ​ເພື່ອ​ຫາ​ທາງ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ກ່ຽວພັນ​ກັບ​ເຊື້ອ​ດັ່ງ
ກ່າວ​ນີ້. ຊຶ່ງ​ທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


ລາຍ​ງານ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ ໂດຍ​ໂຄງການ​ຮ່ວມ​ສະຫະປະຊາ​ຊາດ ​ເພື່ອ​ຮັບ​ມື​ກັບ​ເຊື້ອ​ HIV ​ແລະ​ໂຣກ AIDS ​ເວົ້າ​ວ່າ ປະຊາຊົນ​ຈໍາ ນວນ ສີ່​ລ້ານ ​ເກົ້າ​ແສນ​ຄົນ ຕິດ​ເຊື້ອໄວ ຣັສ ທີ່​ພາ​ໃຫ້​ເປັນ​ໂຣກ​ເອດ​ສ໌ ຢູ່​ທົ່ວ​ຂົງ​ເຂດ​ເອ​ເຊຍ ​ແລະ​ແປ​ຊິ​ຟິກ ​ຊຶ່ງ​ໂດຍສ່ວນ​ໃຫຍ່​ແລ້ວ​ແມ່ນ​ຢູ່​ອິນ​ເດຍ ຈີນ ​ແລະ​ອິນ​ໂດ​ເນ​ເຊຍ.

ລາຍ​ງານ​ດັ່ງກ່າວ ​ຊຶ່ງ​ນໍາ​ອອກ​ເຜີຍ​ແຜ່ ​ເພື່ອ​ໃຫ້ກົງກັນ​ກັບ​ກອງ​ປະຊຸມ​ນາໆ​ຊາດຄັ້ງ​ທີ 11 ກ່ຽວ​ກັບ​ໂຣກ​ເອດ​ສ໌ ​ໃນ​ຂົ​ງ​ເຂດເອ​ເຊຍ ​ແລະ​ແປ​ຊິ​ຟິກ ​ເວົ້າ​ວ່າ ອັດຕາ​ການ​ຕິດ​ເຊື້ອ​ໄວ​ຣັສ​ລາຍໃໝ່ ​ໄດ້ຫຼຸດ​ລົງ ຫຼາຍ​ກວ່າ 25 ​ເປີ​ເຊັນ ຕັ້ງ​ແຕ່​ປີ 2001 ​ເປັນ​ຕົ້ນ​ມາ.

ອິນ​ເດຍ ມຽນມາ ​ເນ​ປານ ປາ​ປົວນີວກີ​ນີ ​ແລະ​ໄທ ຕ່າງ​ກໍ​ມີ​ລາຍ​ງານວ່າ ອັດຕາ​ການ​ຕິດ​ເຊື້ອເອັຊ​ໄອ​ວີລາຍ​ໃໝ່ ລົດ​ຕໍ່າລົງ​ເປັນຫຼາຍ​ກວ່າ 50 ​ເປີ​ເຊັນ ​ໃນ​ລະຫວ່າງ​ສິບ​ປີຜ່ານ ມາ ​ແຕ່​ປະກົດ​ວ່າ​ ໄດ້​ພົບ​ເຫັນ​ຫຼັກ​ຖານ​ການ ​ໂຜ່​ໂຕ​ຂອງ​ການ​ຕິດ​ເຊື້ອ​ໃໝ່​ກໍາລັງ​ເພີ່ມ​ຢ່າງ​ວ່ອງ​ໄວ​ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍ ປາ​ກີ​ສຖານ ​ແລະ ຟິລິບ​ປິນ.

ອັດຕາ​ການ​ຕິດ​ເຊື້ອ HIV ໃໝ່ປະ​ຈໍາປີ ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ-​ແປ​ຊິ​ຟິກ ຍັງ ​ຢູ່​ໃນ​ອັດຕາ​ທີ່​ສະໝໍ່າສະ​ເໝີ ຄື 350,000 ຄົນ​ຕໍ່​ປີ ນັບ​ຕັ້ງ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ.

ທ່ານ Steve Kraus ຜູ້​ອໍານວຍ​ການ ​ໂຄງການ UNAIDS ປະ​ຈໍາ​ຂົງ​ເຂດ​ເອເຊຍ-​ແປ​ຊິ​ຟິກ ​ເວົ້າ​ວ່າ ຄວາມ​ກ້າວໜ້າຜ່ານ​ມາ ໃນ​ການ​ຫຼຸດຜ່ອນ​ການ​ຕິດ​ເຊື້ອ​ດັ່ງກ່າວ ​ໄດ້​ຢຸດ​ຊະ​ງັກລົງ ຊຶ່ງ​ໄດ້​ບ່ອນ​ທຳລາຍ​ຕໍ່​ເປົ້າໝາຍ​ຂອງ​ສະຫະປະຊາ​ຊາດ ​ເພື່ອ​ຈະບັນລຸ​ການ​ຕິດ​ເຊື້ອ​ໃໝ່ ​ແລະ​ການ​ເສຍ​ຊີ ວິດຈາກ​ເຊື້ອ​ໄວ​ຣັສ ​ໃຫ້​ລົງ​ມາ​ຢູ່ສູນນັ້ນ.

ທ່ານ Kraus ​ເວົ້າ​ວ່າ: “ພວກ​ເຮົາ​ຕ້ອງ​ມີ​ການ​ຄິດ​ຄົ້ນກັນ​ໃໝ່ ຄື​ພວກ​ເຮົາ ບໍ່​ເຫັນມີການ​ຫຼຸດ​ລົງ ​ຂອງ​ການ​ຕິດ​ເຊື້ອ​ໃໝ່​ໃນ​ຂົງ​ເຂດ​ຂອງ​ພວກ​ເຮົາ ​ໃນ​ຊ່ວງ​ຫ້າ​ປີຜ່ານມາ. ​ເຮົາ​ຕ້ອງ​ທ້າ​ທາຍ​ສະພາບ​ການ​ທີ່​ເປັນ​ຢູ່​ໃນ​ໃນ​ປັດຈຸ​ບັນ ຍ້ອນ​ກົດໝາຍ ນະ​ໂຍບາຍ ​ແລະ​ການ​ປະຕິບັດ ທີ່​ມັກ​ຈະ​ກາຍ​ເປັນອຸບປະ ສັກ​ຢູ່​ເລື້ອຍໆ. ການ​ເຂົ້າຫາ​ການ​ປິ່ນປົວ​ຮັກສາ​ກໍ​ບໍ່​ມີ ​ແລະ​ໂຄງການ​ປ້ອງ​ກັນ​ຕ່າງໆ ກໍ​ບໍ່​ໄດ້​ປັບ​ໃຫ້​ດີ​ຂຶ້ນ.”

ຜູ້​ຄົນ​ຈໍານວນ​ຫຼວງ​ຫຼາຍ​ໃນ​ຂົງ​ເຂດ​ ເຂົ້າ​ເຖິງ​ຢຸກຢາ ​ເພື່ອ​ກວດ​ສອບ​ໄວຣັສ ​ເປັນ​ປະ​ຈໍາ ຫຼື​ການ​ປິ່ນປົວ​ດ້ວຍ​ຢາ​ຕ້ານ​ເຊື້ອ​ໄວ​ຣັສ ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເປັນ ນຶ່ງ​ລ້ານ ສອງ​ແສນ​ຫ້າ​ສິບ​ພັນ​ຄົນ ຫຼືພຽງ 50 ​ເປີ​ເຊັນ​ຂອງ​ຜູ້​ຕິດ​ເຊື້ອ​ທັງ ໝົດ.

ນອກ​ນີ້ ອັດຕາ​ການ​ເສຍ​ຊີວິດ​ຈາກ​ໂຣກ​ເອດ​ສ໌ ກໍ​ຫຼຸດ​ລົງ 18 ​ເປີ​ເຊັນ ນັບ​ຕັ້ງ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ ມາ​ເປັນ​ປະມານ 270,000 ຄົນ​ໃນ​ປີ 2012.

ລາຍ​ງານ​ເວົ້າ​ວ່າ ອັດຕາ​ການ​ແຜ່​ລະບາດ​ທີ່​ວ່ອງ​ໄວ​ທີ່​ສຸດ ​ແມ່ນ​ຢູ່​ໃນ​ກຸ່ມ ຜູ້​ຊາຍ ທີ່​ມີ​ເພດ​ສໍາພັນ​ກັບ​ເພດ​ຊາຍ​ດຽວ​ກັນ ຄື​ພວກ​ຜູ້​ຊາຍ​ດັ່ງກ່າວ​ຈໍານວນ 27 ລ້ານ​ຄົນ ທີ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ໄວຣັສນີ້. ​ໃນ​ຂະນະ​ທີ່ ອິນ​ໂດ​ເນ​ເຊຍ ປາ​ກີ​ສຖານ ​ແລະ​ຟິລິບ​ປິນ ອັດຕາ​ຜູ້​ຕິດ​ເຊື້ອໃໝ່ ​ທີ່​ກໍາລັງເພີ່ມສູງຂຶ້ນນັ້ນ ​ແມ່ນເຊື່ອມ​ໂຍງ​ກັບ​ກຸ່ມ​ຄົນ​ທີ່​ໃຊ້​ເຂັມ​ສີດ​ຢາ​ເສບ​ຕິດ.

ທ່ານ​ Malu Marin ຜູ້​ປະສານງານ​ລະດັບ​ຂົງ​ເຂດ ຂອງ​ Seven Sisters ຊຶ່ງເປັນ​ອົງ ການ​ບໍ່​ຂຶ້ນກັບ​ລັດຖະບານ ​ເວົ້າ​ວ່າ​ ບັນຫາ​ເລຶ່ອງການ ຈໍາ​ແນ​ກກີດ​ກັນ ​ແລະ​ການ​ເສຍ​ຊີວິດ​ ທີ່​ກ່ຽວ​ພັນ​ກັບ​ໂຣກ​ເອດ​ສ໌ ອ້າງ​ເຖິງ ຄວາມ​ກ້າວໜ້າ​ພຽງ​ໜ້ອຍ​ດຽວ ​ໂດຍ​ພວກ​ກໍາໜົດ​ນະ​ໂຍບາຍ.

ທ່ານ ມາຣິນ ​ເວົ້າ​ວ່າ: “ພວກ​ເຮົາ​ໄດ້ຮັບ​ຄວາມ​ກ້າວ​ໜ້າ ໃນ​ການ​ປ່ຽນ​ແປງ​ພຶດຕິ​ກໍາທີ່​ມີ​ຄວາມ​ສ່ຽງ ທີ່​ເພີ່ມ​ຄວາມ​ຫຼໍ່​ແຫຼມຕໍ່​ການ​ຕິດ​ເຊື້ອ​ HIV ແຕ່​ເຮົາ​ຍັງ​ບໍ່ໄດ້ ຄວາມ​ກ້າວໜ້າ ໃນການ​ປ່ຽນ​ແປງພຶດຕິ​ກໍາ​ຂອງ​ພວກ​ກໍາໜົດ​ນະ​ໂຍບາຍ ຜູ້​ນໍາ​ທາງ​ການ​ເມືອງ ​ແລະພວກບໍລິຫານ​ພາກ​ລັດ ນັ້ນແຕ່​ຢ່າງ​ໃດ .ຫຼັກ​ຖານ​ທີ່ ຮູ້​ເຫັນ​ກັນ ຄວນ​ຈະ​ເປັນ​ພື້ນຖານ​ ຂອງ​ພວກ​ເຮົາ ​ແຕ່ໄລຍະ 30 ປີ​ຕໍ່​ມາ​ນັ້ນ ​ເຊື້ອ HIV ​ແມ່ນ​ຖືກ​ມອງ​ເຫັນ​ ຈາກ​ກະຈົກ​ສ່ອງ​ຂອງ​ສິນລະ​ທໍາ ທີ່​ໄຮ້​ຂໍ້​ພິສູດ. ພວກ​ເຮົາໄດ້​ຮັບ​ການ​ປ່ຽນ​ແປງມາ​ຢູ່​ເລກ​ສູນ​ ຄື​ບໍ່​ໄດ້​ຮັບ​ການ ປ່ຽນ​ແປງ​ຫຍັງ​ເລີຍ ຍ້ອນ​ວ່າບໍ່​ມີ​ງົບປະມານ ບໍ່​ມີ​ການ​ປະຕິ​ຮູບທາງກົດ ໝາຍ ​ແລະ​ບໍ່​ມີ​ການ​ຕັດສິນ​ໃຈທາງ​ການ​ເມືອງທີ່​ແທ້​ຈິງ.”

ທ່ານ Ratu Epeli Nailatikau ປະທານາທິບໍດີ ປ​ະ​ເທດ​ເກາະ Fiji ​ເວົ້າ​ວ່າ ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ຕ້ອງ​ໄດ້​ກະທໍາ​ໃຫ້​ສໍາ​ເລັດ ​ໄປ​ສູ່​ການ​ຫຼຸດຜ່ອນ ຄວາມ​ອັບອາຍ​ຂາຍໜ້າ ​ແລະ​ການ​ຈໍາ​ແນ​ກກີດ​ກັນ ນັ້ນ​ລົງ​ໃຫ້​ໄດ້.

ທ່ານ Nailatikau ​ເວົ້າ​ວ່າ: “​ໂຄງການ​ຕ່າງໆ​ເພື່ອ​ຫາ​ທາງ​ແກ້​ໄຂ​ບັນຫາ ຄວາມ​ອັບອາຍ​ຂາຍໜ້າ ​ແລະ ການ​ຈໍາ​ແນ​ກກີດ​ກັນ ທີ່​ກ່ຽວ​ພັນ​ກັບ​ເຊື້ອ HIV ຢູ່​ຕາມ​ບ່ອນເຮັດ​ວຽກ ​ໂຮງຮຽນ ​ແລະ​ອົງກອນ​ການ​ຄ້າ​ຕ່າງໆນັ້ນ ຍັງ ມີ​ລາຍ​ງານ​ວ່າ ​ເປັນ​ປັດ​ໄຈ​ຖ່ວງຄວາມ​ກ້າວໜ້າຂອງ​ເປົ້າໝາຍ​ນີ້ ຢູ່​ໃນ ຫຼາຍໆປ​ະ​ເທດ ​ເຖິງ​ແມ່ນ​ວ່າ​ໂຄງການ​ດັ່ງກ່າວ​ນັ້ນ ບໍ່​ຄ່ອຍ​ໄດ້​ຮັບ​ການຈັດຕັ້ງ​ປະຕິ​ບັດ​ກັນ​ໃນ​ຂອບ​ເຂດ​ທີ່ກວ້າງຂວາງພໍ ກໍ​ຕາມ.”

ບັນດາ​ເຈົ້າໜ້າ​ທີ່ຢູແອັນ ​ເຫັນ​ຄວາມ​ຈໍາ​ເປັນ​ວ່າ ຕ້ອງໃຫ້ມີ​ການປະຕິ​ຮູບ​ກົດໝາຍ ​ໃນ​ດ້ານ​ຕ່າງໆ ​ເຊັ່ນ​ ການ​ມີ​ເພດ​ສໍາພັນ ກັບ​ຄົນເພດ​ດຽວ​ກັນ ກຳນົດໂທດ​ຕໍ່​ພວກ​ຄ້າປະເວ​ນີ ​ແລະ​ວາງ​ຂໍ້​ຈໍາກັດ​ຮັດ​ແຄບ​ຕໍ່​ການ​ເຄື່ອນ ຍ້າຍ​ຂອງ​ພວກ​ຄົນ​ທີ່​ຕິດ​ເຊື້ອ HIV.
XS
SM
MD
LG