ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮັບຮອງເອົາ ສົນທິສັນຍາ ຄວບຄຸມ ການຄ້າອາວຸດ ຂອງໂລກ (ວີດີໂອ)


ສະຫະ​ປະຊາ​ຊາດ ​ອະນຸມັດ​ເປັນ​ເທື່ອ​ທຳ​ອິດ ຕໍ່​ສົນທິສັນຍາ ກ່ຽວ​ກັບ​ການ​ຄ້າ​ອາວຸດຂອງ​ໂລກ ​ທີ່​ແນ​ໃສ່​ບໍ່​ໃຫ້ອາວຸດ ຕົກ​ໄປ​ຢູ່​ໃນ​ມືຂອງພວກ​ກໍ່​ການ​ຮ້າຍ ​
ສະຫະ​ປະຊາ​ຊາດ ​ອະນຸມັດ​ເປັນ​ເທື່ອ​ທຳ​ອິດ ຕໍ່​ສົນທິສັນຍາ ກ່ຽວ​ກັບ​ການ​ຄ້າ​ອາວຸດຂອງ​ໂລກ ​ທີ່​ແນ​ໃສ່​ບໍ່​ໃຫ້ອາວຸດ ຕົກ​ໄປ​ຢູ່​ໃນ​ມືຂອງພວກ​ກໍ່​ການ​ຮ້າຍ ​
ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໄດ້ໃຫ້ການ​ອະ
ນຸມັດ​ເປັນ ​ເທື່ອ​ທຳ​ອິດຕໍ່​ສົນທິສັນຍາ ກ່ຽວ​ກັບ​ການ​ຄ້າ​ອາວຸດ
​ຂອງ​ໂລກ​ທີ່​ແນ​ໃສ່​ບໍ່​ໃຫ້ອາວຸດຕົກ​ໄປ​ຢູ່​ໃນ​ມືຂອງພວກ​ກໍ່​ການ​
ຮ້າຍ ​ແລະ​ພວກ​ກໍ່​ອາດຊະຍາ ກຳສົງຄາມ. ອີ​ຣ່ານ ​ເກົາຫລີ​
ເໜືອ ​ແລະ​ຊີ​ເຣຍ ຄັດ​ຄ້ານ​ຕໍ່​ສົນທິສັນຍາ ສະບັບ​ນີ້ ດັ່ງ​ດຽວ​
ກັນ​ກັບສະມາຄົມ​ປືນ​ຍາວແຫ່ງ​ຊາດຊຶ່ງ​ເປັນ​ຜູ້​ວິ່ງ​ເຕັ້ນ ສະໜັບ
ສະໜຸນການ​ຖື​ອາວຸດ​ຢູ່​ໃນ​ສະຫະລັດ​ນັ້ນ.

ສົນ​ທິສັນຍາສະບັບ​ນີ້ ​ໄດ້ຫ້າມ​ບໍ່​ໃຫ້​ບັນດາບໍລິສັດຜະລິດອາ
ວຸດທຳ​ມະ​ດາ​ ຂາຍອາວຸດ​ໂດຍ​ກົງໃຫ້​ແກ່ຜູ້​ໃດ​ຜູ້​ນຶ່ງ​ ທີ່ສົງໄສ
​ວ່າ​ອາດ​ກໍ່ອາດຊະ ຍາ​ກຳຕ້ານ​ມະນຸດຊາດ ຂ້າ​ລ້າງ​ເຊື້ອ​ຊາດ​
ເຜົ່າ​ພັນ ​ແລະ​ກໍ່​ອາດຊະຍາ ກຳ​ສົງຄາມ. ທ່ານ Thomas
Mayr-Harting ​ຫົວໜ້າ​ຜູ້​ແທນສະຫະ ພາບ​ຢູ​ໂຣບ ປະຈຳສະຫະ​ປະຊາ​ຊາດ ກ່າວ​ວ່າ ສົນທິສັນຍານີ້ ຈະມີ ສ່ວນ​ຊ່ວຍ​ເຮັດ​ໃຫ້​ໂລກ​ມີ​ຄວາມ​ສັນຕິພາບ.

“ສົນ​ທິສັນຍາ​ທີ່​ເຮົາ​ໄດ້​ຕົກລົງກັນ ຈະ​ເຮັດ​ໃຫ້ການ​ຄ້າ​ອາວຸດ​ທຳ​ມະ​ດາ ມີ​ຄວາມ​ຮັບຜິດ​
ຊອບ​ຫລາຍ​ຂື້ນ ​ແລະໂປ່​ງ​ໃສ ຫລຸດຜ່ອນ​ຄວາມ​ເຈັບ​ປວດ​ຂອງ​ມະນຸດ ​ແລະ ເປັນ​ທີ່​
ຈະ​ແຈ້ງ ມີ​ສ່ວນ​ຊ່ວຍ​ຕໍ່​ສັນຕິພາບ​ນາໆ ຊາດ ຄວາ​ມປອດ​ໄພ ​ແລະ​ຄວາມ​ໝັ້ນຄົງ.”

ອີຣ່ານ ​ແລະ​ເກົາຫລີ​ເໜືອ ຊຶ່ງທັງ​ສອງ​ຢູ່​ພາຍ​ໃຕ້​ການ​ຫ້າມ ບໍ່​ໃຫ້​ຂາຍ ອາວຸດ​ໃຫ້​ຂອງ
ສະຫະ​ປະຊາ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ “ບໍ່​ເຫັນ​ດີ​ນຳ”. ເອກ​ອັກຄະ​ລັດຖະທູດ​ເກົາຫລີ​ເໜືອ ທ່ານ Ri Tong II ກ່າວ​ວ່າ ສົນ ທິສັນຍາສະບັບ​ນີ້​ບໍ່ຍຸຕິທໍາ.

“ສາທາລະນະ​ລັດ ປະຊາຊົນ ​ເກົາຫລີ ​ຂໍແບ່ງປັນ​ແນວ​ຄິດ​ວ່າ ສົນທິ ສັນຍາ​ສະບັບ​ນີ້ບໍ່​ມີ​ຄວາມກໍ້າ​ເກິ່ງ. ​ແລະ​ພາຍ​ໃຕ້​ເນື້ອໄນ ​ປັດຈຸບັນນີ້ ແມ່ນ​ຜົນ​ປະ​ໂຫຍ​ດ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ດີ​ທີ່​ສຸດ.​ ຄໍາ​ຕອບແມ່ນເປັນທີ່​ແຈ້ງ​ຂາວ. ມັນ​ເປັນ​ຜົນ​ປະ​ໂຫຍ​ດຂອງ​ພວກ​ສົ່ງ​ອອກ. ​ມັນ​ບໍ່​ມີ​ຄວາມ​ກໍ້າ​ເກິ່ງ​ກັນ ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ພວກ​ສົ່ງ​ອອກ ​ແລະ​ພວກ​ນຳ ​ເຂົ້າ.

UN Arms Treaty
please wait
Embed

No media source currently available

0:00 0:02:45 0:00
XS
SM
MD
LG