ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສານຂອງ ສປຊ ຕັດສິນ ການອ້າງເອົາ ກຳມະສິດ ຢູ່ທະເລຈີນໃຕ້ ຂອງ ຈີນ


UN Arbitration Court Rules Against China's South Sea Claims
please wait

No media source currently available

0:00 0:02:56 0:00

ປັກກິ່ງ ບໍ່ໄດ້ຖືເປັນເລື້ອງສຳຄັນ ການຕັດສິນໃຈຂອງສານໂລກໃນປະເທດ ໂຮນລັງ, ທີ່ ລົງຄວາມເຫັນວ່າ ການອ້າງເອົາເຂດແດນຂອງ ຈີນ ໃນທະເລຈີນໃຕ້ ບໍ່ມີຫຼັກຖານທາງປະ ຫວັດສາດ ແລະ ລະເມີດອຳນາດອະທິປະໄຕຂອງປະເທດ ຟີລິບປິນ. ການຕັດສິນໃຈ ຂອງສານໄກ່ເກັ່ຍຖາວອນສາກົນໃນນະຄອນ Hague ແມ່ນມອງເຫັນວ່າເປັນຄະດີຂີດ ໝາຍທີ່ສຳຄັນ ໃນຄວາມຂັດແຍ້ງກັນທີ່ແກ່ຍາວມາ ລະຫວ່າງ ຈີນ ແລະ ຫຼາຍໆປະເທດ ໃນເອເຊຍຕາເວັນອອກສຽງໃຕ້. ດັ່ງທີ່ນັກຂ່າວ Henry Ridgwell ລາຍງານກໍແມ່ນວ່າ ການຕັດສິນນີ້ແມ່ນເປັນພັນທະຈາກຈຸດຢືນທາງດ້ານກົດໝາຍ ແຕ່ສານດັ່ງກ່່າວບໍ່ມີອຳ ນາດທີ່ຈະບັງຄັບໃຊ້ມັນ ດັ່ງພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ປັກກິ່ງ ໄດ້ອ້າງສິດທິໃນການຄອບຄອງເສັ້ນທີ່ເປັນຮູບໂຕ U ໃນພາສາ ອັງກິດ ໃນທະເລ ຈີນໃຕ້, ທີ່ຮູ້ກັນວ່າ “Nine Dash Line”, ເຊິ່ງລວມມີພວກໝູ່ເກາະ ແລະ ເຂດຫາປາທີ່ ມີຄວາມຂັດແຍ້ງກັນນັ້ນ. ນອກນັ້ນ ກໍຍັງຄິດກັນວ່າ ບໍ່ນ້ຳມັນ ແລະ ແກ໊ສທຳມະຊາດຈະມີ ຢູ່ໃຕ້ກົ້ນທະເລ ດັ່ງກ່າວ.

ຈີນ ແມ່ນກຳລັງກໍ່ສ້າງເກາະທຽມໃສ່ແນວຫີນປະກາລັງ ເຊິ່ງບາງບ່ອນ ໄດ້ ຖືກປ່ຽນໃຫ້ ເປັນຖານທັບທະຫານ. ສານໃນເມືອງ Hague ປະເທດ ໂຮນລັງ ໄດ້ຕັດສິນໃນວັນອັງ ຄານທີ່ຜ່ານມາວ່າ ປັກກິ່ງ ໄດ້ລະເມີດອຳ ນາດອະທິປະໄຕຂອງປະເທດ ຟີລິບປິນ ເຊິ່ງໄດ້ ນຳເອົາການກ່າວອ້າງນັ້ນໄປຂຶ້ນສານດັ່ງກ່າວ.

ໃນນະຄອນຫຼວງ ມະນີລາ ໄດ້ມີການສະເຫຼີມສະຫຼອງກັນ ແຕ່ກໍຍັງມີຄວາມກັງວົນຢູ່ວ່າ ຈະເປັນການຍາກທີ່ຈະບັງຄັບໃຊ້ການຕັດສິນດັ່ງກ່າວ.

ທ້າວ Efren Foranes ຊາວປະມົງ ຟີລິບປິນ ກ່າວວ່າ “ຂ້າພະເຈົ້າຄິດ ວ່າ, ມັນບໍ່ມີຫຍັງ ແນ່ນອນ. ຢູ່ຫັ້ນມັນອັນຕະລາຍຫຼາຍ, ມັນເບິ່ງຄືວ່າ ພວກເຂົາເຈົ້າຈະບໍ່ຍອມແພ້ດອກ. ຊາວຈີນເປັນຄົນມັກຍາກຫຼາຍ.”

ເປັນເວລາຫຼາຍສັບປະດາມາແລ້ວ ທີ່ຈີນ ໄດ້ໂຄສະນາຊວນເຊື່ອ ກ່າວ ຕຳໜິສານ ແລະ ໄດ້ຕັ້ງຄຳຖາມຂຶ້ນກ່ຽວກັບສິດທິທາງກົດໝາຍຂອງຕົນ. ສອງສາມນາທີ ຫຼັງຈາກການ ຕັດສິນຂອງສານ, ກະຊວງການຕ່າງປະເທດຂອງ ປັກກິ່ງ ກໍໄດ້ກ່າວວ່າ ການລົງຄວາມ ເຫັນ ອັນເປັນທີ່ຮູ້ກັນວ່າລາງວັນ, "ໃຊ້ບໍ່ໄດ້ ແລະ ເປັນໂມຄະ.”

ທ່ານ ລູ ຄັງ ໂຄສົກກະຊວງການຕ່າງປະເທດຂອງ ຈີນ ກ່າວວ່າ “ອັນທີ່ເອີ້ນວ່າສານໄກ່ ເກ່ຍ ແມ່ນອີງໃສ່ການກະທຳທີ່ຜິດກົດໝາຍ ແລະ ການອ້າງອີງທີ່ເປັນການໂຈມຕີມາ ແຕ່ຕົ້ນໆຂອງ ຟີລິບປິນ. ດັ່ງນັ້ນການມີຕົວຕົນອັນແທ້ຈິງຈຶ່ງບໍ່ຖືກຕ້ອງຕາມກົດໝາຍ. ແລ້ວຈຶ່ງວ່າລາງວັນທຸກຢ່າງ ຈຶ່ງຈະບໍ່ເກີດຜົຫຍັງ ແລະ ບໍ່ມີຜົນບັງຄັບໃຊ້.”

ແຕ່ວ່າ ຈີນ ກໍແມ່ນຜູ້ລົງນາມໃນສົນທິສັນຍາອົງການສະຫະປະຊາຊາດ ຜູ້ໍໜຶ່ງ ກ່ຽວກັບ ກົດໝາຍທາງທະເລ ເຊິ່ງ ຟີລິບປິນ ໄດ້ທຳການຟ້ອງຮ້ອງນັ້ນ.

ທ່ານນາງ Sonya Sceats ພາຄີສະຊິກທີ່ສະຖາບັນການຕ່າງປະເທດ Chatham ກ່າວ ວ່າ “ມັນຈະມີການໂຕ້ຖຽງກັນຢ່າງດຸເດືອດ ເກີດຂຶ້ນ ໃນບັນດາຜູ້ນຳຂັ້ນສູງຂອງລັດຖະ ບານໃນ ປັກກິ່ງ ລະຫວ່າງ ຄົນຜູ້ທີ່ ຊອກຫາວິທີທາງທີ່ມີຄວາມກ້າວໜ້າກວ່າ ໃນພາກ ສ່ວນຂອງ ຈີນ ຖ້າ ເວົ້າເຖິງການເຂົ້າໃນລະບຽບກົດໝາຍສາກົນ ແລະ ຜູ້ທີ່ເຊື່ອ ແລະ ຈະໂຕ້ຖຽງຢ່າງແຂງຂັນວ່າ ອຳນາດຄືຄວາມເປັນທຳ.”

ຈີນ ໄດ້ສະແດງໃຫ້ເຫັນເຖິງແສນຍານຸພາບດັ່ງກ່າວໂດຍການຝຶກຊ້ອມທາງທະຫານໃກ້ໆ ກັບ ໝູ່ເກາະປາຣາແຊລ ແລະ ແມ່ນກະທັ້ງໄປປັກທຸງໃສ່ທະເລຈີນໃຕ້. ພວກເຮືອຂອງ ຈີນ ໄດ້ປະທະກັບຊາວຫາປາ ຟີລິບປິນ ຢູ່ອ້ອມເຂດ ທະເລຕື້ນ Scarborough Shoal ຢ່າງຊ້ຳແລ້ວຊ້ຳອີກ.

ປະເທດອື່ນໆລວມມີ ຫວຽດນາມ, ມາເລເຊຍ ແລະ ໃຕ້ຫວັນ ກໍຍັງພາກັນ ກ່າວວ່າ ຈີນ ກຳລັງລ່ວງລ້ຳອຳນາດອະທິປະໄຕຂອງພວກເຂົາເຈົ້າ.

ທ່ານນາງ Sonya Sceats ກ່າວວ່າ “ທ່ານຈະບໍ່ມີຄວາມສົງໄສຫຍັງ ວ່າບັນ ດານັກກົດ ໝາຍສາກົນຈາກປະເທດອື່ນໆ ຈະເອົາໃຈໃສ່ຢ່າງເອົາຈິງເອົາຈັງ ກ່ຽວກັບ ຖ້ອຍ ຄວາມ ໍຂອງຄຳຕັດສິນຈາກສານໄກ່ເກ່ຍ ເພື່ອ ພິຈາລະນາວ່າ ມັນມີການໂຕ້ຖຽງກັນ ປະເພດໃດ ສຳລັບການກ່າວອ້າງຂອງ ປະເທດຂອງພວກເຂົາເຈົ້າໃນເຂດແດນທາງ ທະເລທີ່ມີບັນຫາຂັດແຍ້ງກັບ ຈີນຢູ່ນີ້. ແຕ່ສິ່ງດັ່ງກ່າວນັ້ນຈະມີຄວາມດຸ່ນດ່ຽງຂຶ້ນໂດຍ ການໃຫ້ທັດສະນະທາງານການເມືອງ.”

ເຮືອຮົບ ສະຫະລັດ ໄດ້ສືບຕໍ່ແລ່ນຜ່ານໜ່ານນ້ຳທີ່ມີບັນຫານັ້ນ, ເຮັດໃຫ້ ປັກກິ່ງ ເກີດ ຄວາມໂມໂຫ. ໃນຖະແຫຼງການສະບັບໜຶ່ງຂອງວັນອັງຄານ ທີ່ຜ່ານມາ, ກະຊວງການຕ່າງ ປະເທດ ສະຫະລັດ ກ່າວວ່າ ການຕັດ ສິນຂອງສານແມ່ນຂັ້ນສຸດທ້າຍ ແລະ ໄດ້ຮຽກຮ້ອງ ໃຫ້ພວກຜູ້ກ່າວອ້າງກຳ ມະສິດທຸກຝ່າຍ ຫຼີກລ່ຽງການກ່າວ ແລະ ການກະທຳທີ່ເປັນການ ເກາະຜິດ.

ຊົມລາຍງານນີ້ໃນເວັບໄຊທ໌ພາສາອັງກິດ

((INTRO))
[[Beijing has dismissed a decision by an international court in the Netherlands, which ruled that China's territorial claims in the South China Sea have no "historic title" and are violating the sovereignty of the Philippines. The decision by the Permanent Court of Arbitration in the Hague is being seen as a landmark case in the long-running disputes between China and several Southeast Asian nations.As Henry Ridgwell reports, the ruling is legally bindingbut the court has no power of enforcement.]]


((NARRATOR))
Beijing lays claim to a vast U-shaped line of jurisdiction in the South China Sea, known as the nine dash line' - which includes several disputed islands and fishing grounds. Oil and gas reserves are also thought to exist beneath the seabed.

China is building artificial islands on coral reefssome of which are being turned into military bases. The Hague tribunal ruled Tuesday that Beijing had violated the sovereignty of the Philippineswhich brought the claim to the court.

In Manila there were celebrationsbut also concern that it will be difficult to enforce the ruling.

((EFREN FORANES, FILIPINO FISHERMAN (in Tagalog) ))
"I think, nothing is for certain. It is dangerous there, it looks like they ((China)) won't really give it up. China is very difficult."


((NARRATOR))
For weeks China has pumped out propaganda criticizing the court and questioning its jurisdiction. Minutes after the ruling, Beijing's Ministry of Foreign Affairs said the decisionknown as an award - was null and void'.

((LU KANG, CHINESE FOREIGN MINISTRY SPOKESMAN (in Mandarin) ))
"The so-called arbitral tribunal was based on the illegal action and claim of the Philippines from the very onset. So its very existence is not legitimate. Then all the awards it is to produce will be in vain and invalid."

((NARRATOR))
But Beijing is a signatory to the United Nations Convention on the Law of the Sea under which Manila lodged its complaint.

((SONYA SCEATS, ASSOCIATE FELLOW AT CHATHAM HOUSE))
"There will be a furious debate taking place inside the corridors of power in Beijing between people looking for a more progressive approach on China's part when it comes to participation in the international legal order, and those who believe and will be forcefully arguing that might is right."

((NARRATOR))
China has been displaying that mightcarrying out exercises near the disputed Paracel Islandsand even planting a flag on the South China seabed. Chinese vessels have repeatedly clashed with Filipino fisherman around the disputed Scarborough Shoal.

Other nationsincluding Vietnam, Malaysia and Taiwanalso say China is violating their sovereignty.

((SONYA SCEATS, ASSOCIATE FELLOW AT CHATHAM HOUSE))
"You will no doubt have international lawyers from all of these other countries furiously poring over the text of the award from the Arbitral Tribunal to consider what kind of arguments may lie in there for the claims of their own states in the maritime disputes with China. But those will then come to be balanced by political views."


((NARRATOR))
U.S. warships have continued to sail through the disputed waters, angering Beijing. In a statement Tuesday, the U.S. State Department said the Tribunal's decision is finaland urged all claimants to avoid provocative statements or actions.

XS
SM
MD
LG