ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການສະຫະປະຊາຊາດ ແລະ NATO ກ່າວປະນາມ ການໂຈມຕີ ດ້ວຍລະເບີດ ສະຫຼະຊີບ ໃນນະຄອນຫຼວງ ກາບູລ


ປະຊາຊົນຫາມຜູ້ໄດ້ຮັບບາດເຈັບໄປໂຮງໝໍ ຫຼັງຈາກການໂຈມຕີຢູ່ສະໜາມບິນ ກາບູລ, ນະຄອນຫຼວງ ກາບູລ ປະເທດ ອັຟການິສຖານ. 26 ສິງຫາ, 2021.
ປະຊາຊົນຫາມຜູ້ໄດ້ຮັບບາດເຈັບໄປໂຮງໝໍ ຫຼັງຈາກການໂຈມຕີຢູ່ສະໜາມບິນ ກາບູລ, ນະຄອນຫຼວງ ກາບູລ ປະເທດ ອັຟການິສຖານ. 26 ສິງຫາ, 2021.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວປະນາມການໂຈມຕີທີ່ຮ້າຍແຮງໃນວັນພະຫັດວານນີ້ ຢູ່ສະໜາມບິນໃນນະຄອນຫຼວງ ກາບູລ ຂອງ ອັຟການິສຖານ, ອີງຕາມໂຄສົກອົງການສະຫະປະຊາຊາດ ທ່ານ ສເຕຟານ ດູຈາຣິກ.

ຢ່າງໜ້ອຍ 72 ຄົນໄດ້ເສຍຊີວິດ, ເຊິ່ງ 60 ຄົນແມ່ນຊາວ ອັຟການິສຖານ ແລະ 13 ຄົນແມ່ນສະມາ ຊິກຂອງກອງທັບ ສະຫະລັດ, ອີງຕາມອົງການຂ່າວ AP, ໃນສິ່ງທີ່ທ່ານ ກູເຕເຣສ ເອີ້ນວ່າເປັນການໂຈມຕີ “ກໍ່ການຮ້າຍ” ໃນຂະນະທີ່ຊາວ ອັຟການິສຖານ ຈຳນວນຫຼາຍໄດ້ເຕົ້າໂຮມກັນຢູ່ສະໜາມ ບິນ, ເພື່ອພະຍາຍາມຫຼົບໜີອອກຈາກປະເທດໃນວັນສຸດທ້າຍຂອງການຂົນສົ່ງທາງອາກາດຂະ ໜາດໃຫຍ່ ຫຼັງຈາກການເຂົ້າຍຶດປະເທດຂອງກຸ່ມຕາລີບານ ເມື່ອບໍ່ດົນມານີ້.

ໃນລະຫວ່າງກອງປະຊຸມລາຍງານ, ທ່ານ ດູຈາຣິກ ໄດ້ກ່າວຕໍ່ບັນດານັກຂ່າວວ່າ, “ເຫດການນີ້ໄດ້ເນັ້ນໃຫ້ເຫັນຄວາມບໍ່ແນ່ນອນຂອງສະຖານະການຢູ່ພາກພື້ນດິນໃນປະເທດ ອັຟການິສຖານ ແຕ່ມັນກໍໄດ້ເສີມຂະຫຍາຍການຕັດສິນໃຈຂອງພວກເຮົາໃນຂະນະທີ່ພວກເຮົາສືບຕໍ່ນຳສົ່ງການຊ່ວຍ ເຫຼືອທີ່ຮີບດ່ວນໄປທົ່ວປະເທດ ເພື່ອຊ່ວຍເຫຼືອປະຊາຊົນ ອັຟການິສຖານ.”

ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນ ສໂຕລເທັນເບີກ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີວ່າ ທ່ານ “ກ່າວປະນາມການໂຈມຕີກໍ່ການຮ້າຍທີ່ເປັນຕາຢ້ານ” ນັ້ນ ແລະ ວ່າບູລິມາສິດສູງສຸດຂອງພັນທະມິດ “ຍັງຄົງຈະເປັນການອົບພະຍົບຄົນຈຳນວນຫຼາຍໄປສູ່ຄວາມປອດໄພໃຫ້ໄວເທົ່າທີ່ຈະໄວໄດ້.”

ໂຄສົກກຸ່ມຕາລີບານ ທ້າວ ຊູເຮລ ຊາຮີນ ໄດ້ກ່າວວ່າ “ພວກເຮົາກ່າວປະນາມເຫດການທີ່ເປັນຕາຢ້ານນີ້ ແລະ ຈະເອົາທຸກບາດກ້າວ ເພື່ອນຳເອົາຜູ້ກະທຳຜິດມາລົງໂທດ.”

ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ, ອີງຕາມການລາຍງານຂອງສື່ມວນຊົນຫຼາຍແຫ່ງ.

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໄດ້ອະທິບາຍການໂຈມຕີດັ່ງກ່າວວ່າ “ປ່າເຖື່ອນ.” ທ່ານຍັງໄດ້ເວົ້າວ່າການໂຈມຕີນັ້ນ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນທີ່ຈະສືບຕໍ່ການອົບພະຍົບ “ດ້ວຍວິທີທີ່ໄວ ແລະ ມີປະສິດທິຜົນ” ເທົ່າທີ່ຈະເຮັດໄດ້ໃນບໍ່ເທົ່າໃດຊົ່ວໂມງທີ່ຍັງເຫຼືອຢູ່ຕໍ່ພວກເຮົາ “ກ່ອນວັນຂີດເສັ້ນຕາຍທີ 31 ສິງຫາ.

ຫຼັງຈາກການໂຈມຕີຄັ້ງທຳອິດ, ລັດຖະມົນຕີກະຊວງໂຍທາຂອງ ອັງກິດ ໄດ້ອອກຄຳເຕືອນຕໍ່ສາຍການບິນຕ່າງໆໃຫ້ຫຼີກລ່ຽງການບິນຕໍ່າກວ່າ 7,620 ແມັດຢູ່ເໜືອປະເທດ ອັຟການິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG