ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິບັດງານ ຂອງສະຫະປະຊາຊາດ ຢູ່ໃນເຂດກາຊາ ໄດ້ປະສົບກັບອຸບປະສັກ


ຊາວປາເລັສໄຕນ໌ ທີ່ໄດ້ຮັບບາດເຈັບຈາກການໂຈມຕີຂອງອິສຣາແອລ ຖືກນຳສົ່ງໄປໂຮງໝໍ Nasser ໃນເມືອງ ຄານ ຢູນິສ ທາງພາກໃຕ້ຂອງເຂດກາຊາ ໃນວັນທີ 7 ທັນວາ 2023.
ຊາວປາເລັສໄຕນ໌ ທີ່ໄດ້ຮັບບາດເຈັບຈາກການໂຈມຕີຂອງອິສຣາແອລ ຖືກນຳສົ່ງໄປໂຮງໝໍ Nasser ໃນເມືອງ ຄານ ຢູນິສ ທາງພາກໃຕ້ຂອງເຂດກາຊາ ໃນວັນທີ 7 ທັນວາ 2023.

ຫົວໜ້າດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ ກ່າວໃນວັນພະຫັດວານນີ້ວ່າ ການໂຈມຕີທາງທະຫານຂອງອິສຣາແອລ ໃນເຂດກາຊາທາງພາກໃຕ້ແມ່ນ “ການໂຈມຕີຊໍ້າ” ແບບ​ດຽວ​ ກັບໃສ່ທາງພາກເໜືອ ຂອງເຂດກາຊາ ແລະເຮັດໃຫ້ບໍ່ມີສະຖານທີ່ທີ່ປອດໄພສຳລັບພົນລະເຮືອນ ໃນຂະນະທີ່ເຮັດໃຫ້ການປະຕິບັດງານດ້ານມະນຸດສະທຳ ເປັນ​ອຳ​ມະ​ພາດ.

ທ່ານມາຕິນ ກຣິຟຟີດສ໌ (Martin Griffiths) ກ່າວຕໍ່ບັນດານັກຂ່າວຢູ່ອົງການສະຫະປະຊາຊາດໃນນະຄອນເຈນີວາ ແລະທາງອອນລາຍວ່າ “ພວກເຮົາບໍ່ມີການປະຕິບັດງານດ້ານມະນຸດສະທຳຢູ່ໃນພາກໃຕ້ຂອງເຂດກາຊາ ທີ່ສາມາດເອີ້ນແບບນັ້ນໄດ້ອີກຕໍ່ໄປ”. ທ່ານ​ກ່າວ​ວ່າ ມັນ​ໄດ້​ກາຍ​ເປັນ​ແຜນ​ຂອງ “ການ​ຫາ​ໂອກາດ​ດ້ານ​ມະນຸດສະທຳ” ຄືການໄດ້ຮັບ​ການ​ຊ່ວຍ​ເຫຼືອ ເວລາ​ໃດ ​ແລະ ຈາກບ່ອນໃດ ​ທີ່​ພວກເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້.

ທ່ານກ່າວວ່າ "ມັນບໍ່ແນ່ນອນ, ບໍ່ສາມາດເພິ່ງພາໄດ້, ແລະເວົ້າແທ້ໆແລ້ວ, ມັນບໍ່ຍືນຍົງ." ແລະກ່າວຕື່ມວ່າສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງມະ ນຸດສະທໍາ ຈະບໍ່ປະຖິ້ມປະຊາຊົນໃນເຂດກາຊາ.

ອິສຣາແອລ ໄດ້ເພີ້ມການເຄື່ອນໄຫວທາງທະຫານຢູ່ພາກໃຕ້ຂອງເຂດກາຊາ ໃນວັນທີ 1 ທັນວານີ້, ຫຼັງຈາກການຢຸດຊົ່ວຄາວດ້ານມະນຸດສະທຳເປັນເວລາ 7 ວັນລະຫວ່າງ ອິດສະຣາແອນ ແລະ ຮາມາສ ໄດ້ພັງລົງ, ໂດຍກ່າວວ່າ ຜູ້ນຳຂອງກຸ່ມກໍ່ການຮ້າຍ ຮາມາສ ໄດ້ລີ້ຢູ່ທີ່ນັ້ນ.

ນັບ​ແຕ່​ນັ້ນ​ມາ, ການ​ຊ່ວຍ​ເຫຼືອ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ. ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີລົດ​ບັນທຸກພ້ອມກັບການສະໜອງດ້ານມະນຸດສະທຳ​ພຽງ 80 ຄັນ ​ແລະ​ນ້ຳມັນ​ເຊື້ອ​ໄຟ 69,000 ລິດ ເຂົ້າ​ໄປ​ໃນ​ເຂດ​ກາຊາ​ ໃນ​ວັນ​ພຸດ​ວານ​ນີ້ ຜ່ານ​ດ່ານ​ຊາຍ​ແດນ ຣາຟາ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານແອນໂຕນີໂອ ກູເຕເຣັສ (Antonio Guterres) ໃນວັນພຸດ ໄດ້ເອົາບາດກ້າວທີ່ຫາຍາກທີ່ສຸດ ໂດຍການອ້າງເຖິງມາດຕາ 99 ຂອງກົດບັດຂອງອົງການ ແລະສະເໜີເລື້ອງນີ້ຕໍ່ສະພາຄວາມໝັ້ນຄົງ. ນີ້ເປັນຄັ້ງທຳອິດໃນ​ຮອບເກືອບ 7 ປີ​ຂອງການດຳລົງຕໍາແໜ່ງຂອງທ່ານ ທ່າມກາງວິກິດການ ທີ່​ທ່ານ​ໄດ້ໃຊ້ມາດຕະການນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG