ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UNHCR ກ່າວວ່າ ຈຳນວນ​ອົບ​ພະຍົບ ທີ່​ໄປ​ເຖິງ​ຢູ​ໂຣບ​ໄດ້ຫຼຸດ​ລົງ, ​ແຕ່​ຈຳ​ນວນ​ຂອງ​ການ​ເສຍ​ຊີວິດ ​​ໄດ້​ເພີ້​ມຂຶ້ນ​ຢ່າງ​ຫຼວງ​ຫຼາຍ


ວັນອາທິດທີ 24 ມິຖຸນາ 2018 ພາບທີ່ນຳເຜີຍເຜ່ໂດຍເຈົ້າໜ້າທີ່
ຍາມຝັ່ງ ລີເບຍ ທີ່ຖືກສະກັດກັ້ນທີ່ເມືອງໂກນີມາ ( Gohneima), ພາກຕາເວັນອອກຂອງເມືອງຫຼວງມຣີໂປລີ.
ວັນອາທິດທີ 24 ມິຖຸນາ 2018 ພາບທີ່ນຳເຜີຍເຜ່ໂດຍເຈົ້າໜ້າທີ່ ຍາມຝັ່ງ ລີເບຍ ທີ່ຖືກສະກັດກັ້ນທີ່ເມືອງໂກນີມາ ( Gohneima), ພາກຕາເວັນອອກຂອງເມືອງຫຼວງມຣີໂປລີ.

ຈຳນວນ​ຂອງ​ພວກ​ອົບ​ພະຍົບ ທີ່​ໄດ້​ໄປ​ຮອດ​ໄປ​ເຖິງ​ຢູ​ໂຣບ​ແມ່ນໄດ້ຫຼຸດ​ຕ່ຳລົງ, ​ແຕ່​ວ່າ ຈຳ​ນວນ​ຂອງ​ການ​ເສັຍ​ຊີວິດ ແມ່ນ​ໄດ້​ເພີ້​ມຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ໂດຍ​ສະ​ເພາະ ພວກ​ທີ່​ໄດ້​ຂ້າມ​ມະຫາ​ສະໝຸດ​ເມ​ດິ​ເຕຣາເນໄປ ອີງ​ຕາມ ລາຍ​ງານ​ສະບັບ​ນຶ່ງ​ທີ່​ໄດ້​ນຳ​ອອກເຜີ​ຍ​ແຜ່ ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ອົງການສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຜູ້​ລີ້​ໄພ ຫຼື UNHCR ນັ້ນ.

ພວກ​ທີ່​ລັກລອບພາ​ຜູ້​ຄົນ​ເຫຼົ່າ​ນີ້ໄປ ​ແມ່ນ​ໄດ້ສ່ຽງ​ຕໍ່​ໄພ​ອັນຕະລາຍ​ຢ່າງໃຫຽ່ ດ້ວຍ​ການ​ນຳ​ສົ່ງ​ພວກ​ຜູ້​ຄົນ​ເຫຼົ່ານີ້ໄປ ​ເວລາ​ລີ​ເບຍ ກີດ​ກັນ​ການ​ເພີ້​ມຂຶ້ນ​ຂອງ​ເຮືອ​ທີ່​ບັນຈຸ​ພວກ​ອົບ​ພະຍົບພວກ​ນີ້ໄປ​.

​ເຖິງ​ແມ່ນ​ໄດ້​ມີ​ການ​ກຳຈັດ ຮັດກຸມ​ຂອງ​ລີ​ເບຍ ພວກ​ຜູ້​ຄົນ ​ກໍແມ່ນ​ໄດ້​ພາກັນລົບໜີບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ກະຫາຍ​ຢາກ​ໄປໃຫ້​ຮອດ​ໃຫ້ເຖິງລີ​ເບຍ​ໃຫ້​ໄດ້ ​ເພື່ອຈະ​ໄດ້​ໄປ​ຮອດຢູ​ໂຣບ.

ລາຍ​ງານ​ທີ່​ມີ​ຫົວ​ຂໍ້​ວ່າ “ການ​ເດີນທາງ​ທີ່​ກະຫາຍ​ທີ່​ສຸດ ຫຼື ​Desperate Journeys” ລະບຸ​ວ່າ ຜູ້​ຄົນ​ຈຳນວນ 2,276 ຄົນ ຫຼື​ບໍ່ ກໍ​ມີ​ຄົນ​ນຶ່ງໃນ​ທຸກໆ 42 ຄົນໃດ ທີ່​ໄປ​ຮອດ​ໄປ​ເຖິງ, ​ແມ່ນ​ໄດ້​ຕາຍໄປ​ ​ໃນ​ປີ​ກາຍ​ນີ້ ເວລາ​ພະຍາຍາມ​ຂ້າມ​ມະຫາ​ສະໝຸດ​ເມ​ດິ​ເຕຣາເນ.

​ໃນ​ປີ​ນີ້ ດ້ວຍ​ຈຳນວນ​ການ​ຕາຍ​ 1,095 ຄົນ ​ໂດຍ​ສະ​ເຫຼ່ຍ​ແມ່ນ 1 ​ໃນ 18 ຄົນ​ຂອງ​ພວກ​ທີ່​ໄປ​ຮອດ​ຝັ່ງ. ​ໃນ​ເດືອນ​ມິຖຸນາ​ ພຽງ​ເດືອນດຽວ​ເທົ່າ​ນັ້ນ ການ​ຕາຍ​ ແມ່ນມີ ປະມານ 1 ​ໃນທຸ​ກໆ 7 ຄົນ ທີ່​ໄດ້​ຮອດ​ໄປ​ເຖິງ.

ຈຳນວນ​ການ​ຕາຍ​ແມ່ນ​ເພີ້​ມ​ເປັນ 10 ​ເທົ່າ ​ໃນ​ປີນີ້ “ການ​ເດີນທາງ​ທີ່​ກະຫາຍ​ທີ່​ສຸດ” ກ່າວ​ວ່າ ມັນ​ໄດ້ເກີດ​ມີ​ເຫດການ​ອັນ​ນຶ່ງ ​ທີ່ເຮັດໃຫ້ມີຜູ້​ຄົນ 50 ຄົນ ຫຼື​ຫຼາຍ​ກວ່າ​ນັ້ນ​ໄດ້​ເສຍ​ຊີວິດ, ຊຶ່ງ​ສ່ວນ​ໃຫຍ່​ແມ່ນ ​ໄດ້​ອອກ​ຈາກ​ລີ​ເບຍ​ຮຽບຮ້ອຍ​ແລ້ວ. ຊຶ່ງ​ໄດ້​ມີ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ 7 ຄັ້ງ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ​ນີ້.

“ລາຍ​ງານ​ດັ່ງກ່າວ ອີກ​ຄັ້ງ​ນຶ່ງ ຢືນຢັນ​ວ່າ ມະຫາ​ສະໝຸດ​ເມ​ດິ​ເຕຣາເນ ​ແມ່ນ​ເປັນ
​ມະຫາ​ສະໝຸດ​ທີ່​ອັນ​ລະລາຍ​ທີ່​ສຸດ​ໃນ​ການ​ຂ້າມ,”
ຊຶ່ງ​ທ່ານ​ປາສກາລ ​ໂມ​ໂຣ ຜູ້ອຳ
ນວຍການ​ຂອງ​ອົງການ UNHCR ​ໃນ​ຫ້ອງການ​ພາກ​ພື້ນຢູ​ໂຣບ ​ໄດ້​ເວົ້າໄປ ​ແລະ​ທ່ານ
​ໄດ້​ກ່າວ​ຕໍ່​ໄປ​ວ່າ “ຈຳນວນ​ຂອງ​ພວກ​ທີ່​ໄດ້​ໄປ​ຮອດ​ໄປ​ເຖິງ​ຝັ່ງ​ທະ​ເລ​ຢູ​ໂຣບ ນັ້ນ​
ແມ່ນ​ຫຼຸດ​ຕ່ຳລົງ, ຊຶ່ງ​ນີ້ ບໍ່​ແມ່ນ​ການ​ທົດສອບອີກ​ຕໍ່​ໄປ​ແລ້ວ ທີ່​ວ່າ ຢູ​ໂຣບ ຈະສາມາດ​ຮັບມືຈຳນວນຄົນໄດ້ ແຕ່ມັນແມ່ນການທົດສອບວ່າ ຈະສາມາດ​ຊ່ອຍກອບກູ້​ຊີວິດ​
ຂອງ​ຜູ້​ຄົນ​ເຫຼົ່າ​ນີ້ໄວ້ໄດ້ ຫຼື​ບໍ່.” ​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG