ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການອົບພະຍົບ ສປຊ ບໍ່ສາມາດ ຊ່ວຍເຫຼືອ ອົບພະຍົບ ຫຼາຍພັນ ທີ່ຫຼົບໜີ ກຸ່ມລັດອິສລາມ


ພາບທີ່ນຳມາຈາກວີດີໂອ ທີ່ບໍ່ໄດ້ລະບຸວັນທີ ທີ່ໄດ້ນຳເຜີຍແຜ່ ທາງອິນເຕີແນັດ, 10 ພຶດສະພາ, 2017 ຈາກອົງການຂ່າວ
Aamaq ທີ່ຕິດອາວຸດຂອງກຸ່ມລັດອິສລາມ ໃນເມືອງ Raqqa.
ພາບທີ່ນຳມາຈາກວີດີໂອ ທີ່ບໍ່ໄດ້ລະບຸວັນທີ ທີ່ໄດ້ນຳເຜີຍແຜ່ ທາງອິນເຕີແນັດ, 10 ພຶດສະພາ, 2017 ຈາກອົງການຂ່າວ Aamaq ທີ່ຕິດອາວຸດຂອງກຸ່ມລັດອິສລາມ ໃນເມືອງ Raqqa.

ອົງການອົບພະຍົບສະຫະປະຊາຊາດ ຫຼື UNHCR ລາຍງານເຖິງການຕໍ່ສູ້ທີ່ໂຫດຫ້ຽມ
ໃນເມືອງ Raqqa ທາງພາກເໜືອຂອງຊີເຣຍ ເຮັດໃຫ້ບໍ່ສາມາດສົ່ງຄວາມຊ່ອຍເຫຼືອ
ທີ່ຈຳເປັນທີ່ສຸດ ໄປເຖິງພວກຜູ້ຄົນຈຳນວນຫຼາຍເປັນພັນໆ ທີ່ກຳລັງຫລົບໜີອອກຈາກ
ສະໜາມລົບຢຢຢູ່. ອົງການ UNHCR ພວມຂໍຮ້ອງ ໄປຍັງທຸກ​ພັກ​ຝ່າຍທີ່ສູ້ຮົບກັນ ໃຫ້ເປີດຊ່ອງທາງ ເພື່ອໃຫ້ຄວາມ​ຊ່ອຍ​ເຫຼືອໄດ້ເຂົ້າໄປເຖິງຫຼາຍຂຶ້ນ.​ Lisa Schlein
ນັກ​ຂ່າວ​ຂອງ VOA ສົ່ງ​ລາຍ​ງານ ມາຈາກ ນະຄອນ​ Geneva ສູນກາງຂອງ UNHCR
ຊຶ່ງ​ວັນນະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.


ການ​ຕໍ່ສູ້​ເພື່ອ​ຍຶດຄືນ​ ເມືອງ Raqqa ເມືອ​ງຫຼວງທີ່​ຕັ້ງຂຶ້ນມາເອງ​ຂອງ​ກຸ່ມ​ລັດ​ອິສລາມ ​
ພວມ​ລຸກ​ເປັນ​ໄຟ. ການ​ປະຕິບັດ​ງານ​ທາງ​ທະຫານ ທີ່​ໜູນ​ຫຼັງ​ໂດຍ​ສະຫະລັດ ຄາດວ່າ
​ຈະ​ຍືດ​ເຍື້ອຍາວ​ນານ ​ແລະ​ມີການນອງເລືອດ​.

ອົງການ​ສະຫະ​ປະຊາ​ຊາດ ບໍ່​ສາມາດຈະ​ເຂົ້າ​ເຖິງ ພົນລະ​ເຮືອນ 430 ພັນ​ຄົນ ດ້ວຍ​ການ
​ຊ່ອຍ​ເຫຼືອ​ດ້ານ​ມະນຸ​ດສະ​ທຳ ​ໃນ​ຂົງ​ເຂດ​ທີ່ຖືກ​ປິດ​ລ້ອມ ນັບ​ຕັ້ງ​ແຕ່​ປີ 2014 ​ເປັນ​ຕົ້ນ
​ມາ. ​ແລະ​ພວກ​ເຂົາ​ເຈົ້າ​ກ່າ​ວວ່າ ການ​ຖະລົ່ມທາງທະຫານ ​ກໍເບິ່ງ​ຄື​ວ່າ ຈະ​ເຮັດໃຫ້ການ​
ເຂົ້າ​ໄປເຖິງ​ຍາກລຳບາກຂຶ້ນກວ່າເກົ່າ.

ອົງການອົບພະຍົບ UNHCR ລາຍ​ງານ​ວ່າ ຈຳນວນ​ຜູ້​ຄົນ ທີ່​ຫລົບ​ໜີ​ຈາກ​ການ​ຕໍ່ສູ້
ກັນນີ້ແມ່ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ທ່ານ Andre Mahecic ໂຄສົກ​ຂອງອົງການ
UNHCR ກ່າວວ່າ ​ໃນ​ເດືອນ​ພຶດສະພາ ມີ​ຫຼາຍ​ກວ່າ 100 ພັນ​ຄົນ ບໍ່​ມີ​ທີ່ຢູ່​ອາ​ໄສ.
ທ່ານ​ກ່າວ​ວ່າ ອົງການ​ຂອງ​ທ່ານ ​ພວມເຮັດ​ວຽກ​ຢ່າງ​ໃກ້ຊິດ ກັບ​ອົງການ​ອື່ນໆ ​
ເພື່ອນຳ​ການ​ຊ່ອຍເຫຼືອ​ໄປ​ໃຫ້​ພວກຂາດ​ທີ່ຢູ່ອາໄສ.

ທ່ານ Mahecic ກ່າວ​ວ່າ “​ແຕ່​ວ່າ​ ດ້ວຍ​ຄວາມ​ຈຳ​ເປັນ​ເພີ່ມ​ຂຶ້ນ ​ແລະ​ການ​ຂາດທີ່ຢູ່
ອາໄສຖີບ​ຕົວ​ສູງ​ຂຶ້ນ ການ​ເຂົ້າ​ເຖິງ​ສະ​ຖານ​ທີ່​ທາງ​ພາກພື້ນ​ດິນຈຶ່ງເປັນການ​ທ້າ​ທາຍ. ​
ເຄື່ອງ​ບັນ​ເທົາ​ທຸກ​ບາງ​ຢ່າງ ​ແມ່ນຖືກ​ນຳ​ສົ່ງ​ທາງ​ອາກາດ ຈາກນະຄອນ Damascus
ສູ່​ເມືອງ Qamishli. ມັນ​ເປັນ​ການ​ລຳລຽງ​ທີ່​ສິ້ນ​ເປືອງ​ແລະ​ລຳບາກ. ຈົນ​ເທົ່າ​ເຖິງ
​ປັດຈຸ​ບັນນີ້, ຍັງ​ບໍ່​ທັນ​ມີ​ການ​ເຂົ້າ​ເຖິງ​ທາງ​ພາກ​ພື້ນ​ດິນ​ເທື່ອ ທີ່​ຈະ​ລຳລຽງ ເຄື່ອງ​ບັນ​ເທົາ​ທຸກທັງຫຼາຍ. ຮ່ວມກັບ​ຄູ່​ພາຄີ ພວກ​ເຮົາ​ສືບ​ຕໍ່ຂົນຂວາຍ​ຫາເສັ້ນທາງ​ ທີ່​ເປັນ​ໄປ​ໄດ້ ​
ແລະ​ປະສານ​ງານ​ກັບ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ເພື່ອ​ຄ້ຳປະກັນ​ຄວາມ​ປອດ​ໄພ ​ໃຫ້​ເຂົ້າ​ຮອດ
​ເຂົ້າ​ເຖິງ​ພວກ​ທີ່​ມີ​ຄວາມ​ຈຳ​ເປັນ ​ເປັນ​ທີ່​ສຸດ​ນັ້ນ.”


ທ່ານ Mahecic ກ່າວ​ວ່າ ພວກ​ຜູ້​ຄົນ ທີ່ຫລົບ​ໜີ​ຈາກ​ການ​ຕໍ່ສູ້​ກັນນັ້ນ ​ແມ່ນ​ໄດ້ໄປ
ອາ​ໄສ​ຢູ່​ໃນ​ສະຖານ​ທີ່ຫ​ລົບໄພ​ຊົ່ວຄາວ​ໃນຫຼາຍໆ​ຂົງ​ເຂດ. ທ່ານ​ກ່າ​ວວ່າ ​ເປັນ​ການ​
ຫຍຸ້ງຍາກ​ທີ່​ຈະ​ຫາໂຕ​ພວກ​ເຂົາ​ເຈົ້າໄດ້ ​ເພາະວ່າຫຼາຍໆ​ຄົນ ​ຍົກຍ້າຍ​ໄປ​ຍັງ​ສະຖານ​ທີ່
​ອື່ນໆ​ເປັນປະຈຳ. ທ່ານກ່າວວ່າ ​ພວກເພິ່ນສາມາດໃຫ້ການ​ຊ່ອຍ​ເຫຼືອ​ໄດ້ ແກ່ 1 ພັນ
700 ຄົນ ​ໃນສູນ Mabrouka ທີ່​ເມືອ​ງ Hassakeh.

​ແຕ່​ ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກດວ່າ ການ​ປະຕິບັດ​ງານ​ທາງ​ດ້ານ​ມະນຸດສະທຳ​ທີ່​ດີ​ທີ່​ສຸດ​
ກໍແມ່ນເປັນແບບ​ໄດ້ແດ່ບໍ່ໄດ້ແດ່. ທ່ານ​ກ່າ​ວວ່າ ສະພາບ​ການ​ຂອງ​ສູນຕ່າງໆ, ​
ເປັນ​ການ​ຫຍຸ້ງຍາກ​ລຳບາກ ​ແລະ​ພວກຜູ້ຄົນທີ່ເຂົ້າມາກໍແມ່ນມີສູງຫຼາຍ. ທ່ານ​ກ່າວ
​ອີກ​ວ່າ ຍິ່ງ​ໄປ​ກວ່າ​ນັ້ນ, ຄວາມ​ພະຍາຍາມ ທີ່​ຈະ​ໃຫ້ການ​ຊ່ອຍ​ເຫຼືອ ​ໃນ​ຂົງ​ເຂດ
ທີ່​ຫຼໍ່​ແຫຼມນີ້ ​ແມ່ນເປັນ​ອັນຕະລາຍ​ຫຼາຍ.

ທ່ານ Mahecic ກ່າວ​ວ່າ “ອົງການ​ເພື່ີອມະນຸດສະທຳ ​ແມ່ນ​ເຮັດ​ວຽກ​ເພື່ອ​ຈະ​ຫາ​
ຊ່ອງ​ທາງ​ທີ່​ມີ​ປະສິດທິຜົນ​ສູງ​ສຸດ ໃຫ້​ເຂົ້າ​ຮອດ​ເຂົ້າ​ເຖິງ​ພວກ​ທີ່​ມີ​ຄວາມ​ຈຳ​ເປັນ
ສຳລັບ​ເຄື່ອງ​ບັນ​ເທົາ​ທຸກ​ພວກ​ນີ້ ​ໃນ​ຂົງ​ເຂດ​ສູ້ລົບ ​ໃນ​ເຂດ​ທີ່ລະ​ເບີດ​ຝັງ​ດິນ
ທີ່​ຍັງ​ບໍ່​ທັນ​ແຕກ​ ​ຊຶ່ງຖື​ເປັນ​ເລື່ອງ​ທຳ​ມະ​ດາ ປົກກະຕິ​ແລ້ວ​ນັ້ນ. ​ແລະ​ທ່າມ​ກາງ​
ລາຍ​ງານ​ທີ່​ເຊື່ອ​ຖື​ໄດ້ ກ່ຽວ​ກັບ​ການ​ເສ​ຍຊີວິດ, ພວກ​ເຮົາ ​ໄດ້​ຢ້ຳ​ເຕືອນ​ທຸກ​
ພັກ​ຝ່າຍ ​ເຖິງ​ໜ້າ​ທີ່ຂອງ​ພວກ​ເຂົາ​ເຈົ້າ ທີ່​ຈະ​ປະຕິບັດ​ຕາມ​ກົດລະບຽບ​ການ​
ຂອງ​ກົດໝາຍມະນຸດສະທຳນາໆ​ຊາດ ພົນລະ​ເຮືອນ​ຕ້ອງ​ໄດ້​ຮັບ​ການ​ຄຸ້ມ​ກັນ ​
ແລະ​ຈະບໍ່​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ໃດໆ.”

​ໃນ​ຂະນະ​ດຽວ​ກັນນັ້ນ ທ່ານ Mahecic ຍັງກ່າວ​ວ່າ ອົງການ UNHCR ​ແລະ​ອົງການ
​ພາຄີ​ອື່ນໆ ຈະ​ປະຕິບັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກ​ເຂົາ​ເຈົ້າ ເພື່ອໃຫ້​ຄວາມ
​ຊ່ອຍ​ເຫຼືອໄປຮອດໄປເຖິງ ​ແລະ​ການ​ຮັກສາ​ຄວາມ​ປອດ​ໄພ ​ແມ່ນ​ໄດ້​ຮັບ​ການຄໍ້າ
ປະກັນ. ທ່ານ​ຍັງ​

ກ່າ​ວວ່າ ​ເຄື່ອງ​ບັນ​ເທົາ​ທຸກສຳຫຼັບ 50 ພັນຄົນ ​ແມ່ນ​ມີ​ພ້ອມ ສູນ​ອົບ​ພະຍົບ​ແມ່ນ​
ໄດ້​ຂະຫຍາຍ​ອອກ ​ແລະ​ຕູບ​ຜ້າ​ຕັ້ງ​ແລະອຸບ​ປະກອນ​ສຸກ​ເສີນອື່ນໆ ​ແມ່ນ​ໄດ້​ຖືກ​
ຂົນ​ຍ້າຍ​ເຂົ້າ​ສູ່​ຄ້າຍ​ດັ່ງກ່າວ.​

The U.N. refugee agency reports fierce fighting in the embattled
city of Raqqa in northern Syria is preventing desperately needed
aid from reaching thousands of people fleeing the battle.
The UNHCR is appealing to the warring parties for greater
access. Lisa Schlein reports for VOA from UNHCR head-
quarters in Geneva.


The battle to retake Raqqa, the de-facto capital of Islamic State is heating up. The military operation, backed by the United States is expected to be long and bloody.

U.N. agencies have been unable to reach some 430,000 civilians with humanitarian aid in this besieged area since 2014. And, they say the military offensive is likely to make access to them even more difficult.

The U.N. refugee agency reports the number of people fleeing the conflict is growing. UNHCR spokesman Andre Mahecic says in May more than 100,000 people were displaced. He says his agency is working closely with others to try to bring aid to the displaced.

"But with needs growing and displacement rising, access on the ground is challenging. Relief items are being airlifted from Damascus to Qamishli. It is a costly and complex undertaking. Until now, there were no viable land routes available to move supplies. With partners we continue to explore all possible supply routes and are working with the authorities to secure greater access to those in need."

Mahecic says people fleeing the fighting are taking shelter in many locations. He says it is difficult to keep up with them as many keep moving to different places. He says it has been possible to provide aid to 1,700 people in Mabrouka camp in Hassakeh.

But he notes humanitarian operations at best are hit and miss. Conditions in other camps, he says are more difficult and turnover is high. In addition, he says trying to provide assistance in this volatile region is extremely dangerous.

"Humanitarian agencies are working to find the most effective ways to get assistance to those in need in what remains a conflict zone where mines and unexploded ordnance are common. And, amid credible reports of death, we remind all parties of their obligations to abide by international humanitarian law—civilians must be protected and never become targets."

In the meantime, Mahecic says the UNHCR and partners will do their best to provide help for those in need where access and security conditions allow. He says relief items for 50,000 people are available, camps are being expanded and more tents and emergency shelter kits are being moved into the area.






XS
SM
MD
LG