ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮຽກຮ້ອງ ເວເນຊູເອລາ ນັບຖືສິດທິ ຂອງພວກປະທ້ວງ


ພວກຄົນຂ້າມທາງ ຮ້ອງຂໍ ໃຫ້ພວກນັກເຄື່ອນໄຫວທີ່ຕັນທາງ ປ່ອຍໃຫ້ເຂົາເຈົ້າໄດ້ຂ້າມທາງ ລະຫວ່າງມີການປະທະກັນກັບ ພວກທ້ວງອີກກຸມນຶ່ງ.
ພວກຄົນຂ້າມທາງ ຮ້ອງຂໍ ໃຫ້ພວກນັກເຄື່ອນໄຫວທີ່ຕັນທາງ ປ່ອຍໃຫ້ເຂົາເຈົ້າໄດ້ຂ້າມທາງ ລະຫວ່າງມີການປະທະກັນກັບ ພວກທ້ວງອີກກຸມນຶ່ງ.

ສະຫະ​ປະຊາ​ຊາດ ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້ລັດຖະບານ Venezuela ​ນັບ​ຖື​
ສິດທິ​ໃນ​ການ​ປະ​ທ້ວງ​ ຂອງ​ພັກການ​ເມືອງ​ຝ່າຍຄ້ານ ດັ່ງ​ທີ່​ອົງການ​ສະຫະປະຊາ​ຊາດ
ໃຫ້​ຂໍ້​ສັງ​ເກດ​ວ່າ ມີ​ການ​ຂໍ​ລີ້ໄພ​ເພີ້ມຂຶ້ນຢ່າງ​ຫຼວງຫຼາຍ​ຈາກ​ປະ​ເທດທີ່ຕັ້ງຢູ່​ໃນ
ອາ​ເມຣິກາ​ໃຕ້ດັ່ງກ່າວ.

ມີຊາວ Venezuela ຫລາຍ​ກວ່າ 52,000 ຄົນ​ ໄດ້​ຍື່ນ​ຄຳ​ຮ້ອງຂໍ​ລີ້​ໄພ​ໃນ​ປີ 2017 ຊຶ່ງ
​ໄດ້​ເພີ້ມຂຶ້ນເປັນສອງ​ເທົ່າ ຂອງຈຳນວນໃນ​ປີ 2016 ອີງ​ຕາມ​ຄຳ​ເວົ້າ​ຂອງ​ອົງການ​
ອົບ​ພະຍົບສະຫະ​ປະຊາ​ຊາດ ​ໃນ​ວັນ​ສຸກ​ວານ​ນີ້. ອົງການ​ຂ້າ​ຫລວງ​ໃຫຍ່ອົພພະຍົບ
ສະຫະ​ປະຊາ​ຊາດ​ຫຼື UNHCR ກ່າວຢູ່​ໃນ​ຖະ​ແຫຼ​ງການ​ ທີ່ອ້າງ​ເຖິງ​ແຜນການ​ລົງ​ປະຊາ
​ມະຕິ​ວ່າ “​ເປັນ​ການ​ລົງ​ຄະ​ແນນ​ສຽງ​ພຽງສັນ​ຍາ​ລັກ” ເທົ່າ​ນັ້ນ.

ພັກຝ່າຍ​ຄ້ານ​ໄດ້​ຈັດໃຫ້​ມີ​ “ການ​ລົງປະຊາ​ມະ​ຕິ” ​ແບບ​ບໍ່​ເປັນ​ທາງ​ການ ​ໃນ​ວັນ​ອາທິດ
ກ່ຽວ​ກັບຄວາມ​ພະຍາຍາມຂອງປະທານາທິບໍດີ Nicolas Maduro ທີ່​ຈະ​ຈັດການ
ເລື​ອກຕັ້ງ​ຂຶ້ນ​ໃນ​ວັນ​ທີ 30 ກໍລ​ະກົດ ​ເພື່ອ​ເລືອກ​ເອົາ​ສະມາຊິກສະ ພາ​ຊຸດ​ໃໝ່ ທີ່​ມີໜ້າ
​ທີ່ເພື່ອ​ຮ່າງ​ລັດຖະທຳ​ມະນູນສະບັບ​ໃໝ່.

ທ່ານ​ນາງ Maria Corina Machado ​ໂຄສົກພັກຝ່າຍ​ຄ້ານ Venezuela ກ່າວ​ຕໍ່​
ວີ​ໂອ​ເອ ​ພະ​ແນ​ກພາສາ​ສະ​ແປ​ນິສວ່າ “​ເພື່ອ​ປະຕິບັດ​ຕາມ ​ສິດທິ​ຂອງ​ພວກ​ເຮົາຢູ່​ໃນ
ມາດຕາ 333 ​ແລະ ​350 ຂອງ​ລັດຖະທຳ​ມະນູນ​ຂອງ​ພວກ​ເຮົາ ​ແລ້ວ ພວກ​ເຮົາປະຊາ
​ຊົນຊາວ Venezuela ​ໄດ້ຕັດສິນ​ໃຈ​ ທີ່​ຈະ​ລົງ​ຄະ​ແນນ​ສຽງ ​ແລະ​ຕັດສິນ​ໃນ​ກ່ຽວ​ກັບ
​ອະນາ​ຄົດປະ​ເທດ​ຂອງ​ພວກ​ເຮົາ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG