ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຕ່າງໆຂອງ ສປຊ ຮຽກຮ້ອງໃຫ້ການຊ່ອຍເຫຼືອດ້ານມະນຸດສະທຳ ເຂົ້າໄປໃນເຂດກາຊາ ​ໂດຍປາດສະຈາກການກີດຂວາງໃດໆ ຢ່າງຮີບດ່ວນ


ພວກລົດບັນທຸກເຄື່ອງຊ່ອຍເຫຼືອ ຄອຍຖ້າເພື່ອອອກໄປ, ຢູ່ໃນຟາກເຂດຊາຍແດນຂອງປາແລັສໄຕນ໌ ຕິດກັບອີຈິບ, ຂະນະທີ່ບັນຫາຂັດແຍ້ງ ລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ອິສລາມຂອງປາແລັສໄຕນ໌ ຍັງມີຢູ່ຕໍ່ເນື່ອງ, ໃນຣາຟາ ທາງພາກໃຕ້ຂອງແຫຼມກາຊາ ຫຼື Gaza Strip, Oct. 21, 2023.
ພວກລົດບັນທຸກເຄື່ອງຊ່ອຍເຫຼືອ ຄອຍຖ້າເພື່ອອອກໄປ, ຢູ່ໃນຟາກເຂດຊາຍແດນຂອງປາແລັສໄຕນ໌ ຕິດກັບອີຈິບ, ຂະນະທີ່ບັນຫາຂັດແຍ້ງ ລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ອິສລາມຂອງປາແລັສໄຕນ໌ ຍັງມີຢູ່ຕໍ່ເນື່ອງ, ໃນຣາຟາ ທາງພາກໃຕ້ຂອງແຫຼມກາຊາ ຫຼື Gaza Strip, Oct. 21, 2023.

ອົງການຕ່າງໆຂອງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ຍົກເລີກການປິດລ້ອມ ເຂດກາຊາ ໂດ​ຍອິສຣາແອລ ຢ່າງຮີບດ່ວນ ແລະໃຫ້ການຊ່ອຍເຫຼືອດ້ານມະ ນຸດສະທຳຜ່ານເຂົ້າໄປໃນດິນແດນຂອງປາແລັສໄຕ ໄດ້ຢ່າງບໍ່ມີການຂັດຂວາງ ໃດໆ.

ແຫຼມກາຊາ ໄດ້ຢູ່ພາຍໃຕ້ການປິດລ້ອມຢ່າງເຕັມທີ່ຫຼັງຈາກການໂຈມຕີ ເມື່ອວັນ ທີ 7 ຕຸລາຢູ່ໃນພາກໃຕ້ຂອງອິສຣາແອລ ໂດຍພວກຫົວຮຸນແຮງຮາມາສ. ອາຫານ, ນ້ຳ ຫຼື ອຸປະກອນການແພດ ແມ່ນບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ເຂົ້າໄປໃນ ເຂດວົງລ້ອມດັ່ງກ່າວເປັນເວລາສອງອາທິດ. ການຊ່ອຍເຫຼືອໄດ້ເລີ້ມຫລັ່ງໄຫລ ເຂົ້າໄປໃນວັນເສົາຜ່ານມານີ້ ໂດຍຜ່ານດ່ານຂ້າມຊາຍແດນ ຣາຟາ ລະຫວ່າງ ກາຊາ ແລະ ອີຈິບ.

“ນັບຕັ້ງແຕ່ ວັນທີ 21 ຕຸລາ ຂະບວນລົດບັນທຸກເຄື່ອງດ້ານມະນຸດສະທຳ ໄດ້ ເຂົ້າໄປໃນເຂດນັ້ນ, ໂດຍມີລົດບັນທຸກທັງໝົດ 54 ຄັນ....ທີ່ບັນທຸກອາຫານ, ອຸປະກອນການແພດ ແລະເຄື່ອງທີ່ບໍ່ແມ່ນອາຫານປົນກັນໄປ” ທ່ານນາງ ຕາມາຣາ ອາລຣີຟາຍ ຜູ້ອຳນວຍການຮັບຜິດຊອບການພົວພັນ ແລະ ການສື່ ສານພາຍນອກສຳລັບອົງການ UNRWA ຂອງສະຫະປະຊາຊາດ, ຊຶ່ງເປັນອົງ ການບັນເທົາທຸກ ແລະເຮັດວຽກເພື່ອອົບພະຍົບຊາວປາແລັສໄຕນ໌ ໃນເຂດຕາ ເວັນອອກໃກ້ໄດ້ກ່າວ.

ທ່ານນາງ ອາລຣີຟາຍ ໄດ້ເອີ້ນສິ່ງນີ້ວ່າ “ພຽງເລັກນ້ອຍ ເມື່ອຄຳນຶງເຖິງຄວາມ ຈຳເປັນທີ່ສຸດຂອງປະຊາຊົນຢູ່ໃນເຂດກາຊາ.”

ກ່ອນໜ້າບັນຫາຂັດແຍ້ງດັ່ງກ່າວ ທ່ານນາງອາລຣີຟາຍ ໄດ້ກ່າວວ່າມີລົດບັນ ທຸກ 500 ຄັນເຄີຍເຂົ້າມາຮອດເຂດກາຊາ ທີ່ບັນທຸກເຄື່ອງຂອງດ້ານການຄ້າ ແລະດ້ານມະນຸດສະທຳທີ່ປະສົມກັນ ລວມທັງລົດບັນທຸກນ້ຳມັນເຊື້ອໄຟ 45 ຄັນ ໃນແຕ່ລະມື້.

ໃນຖະແຫລງການຈາກນະຄອນຫຼວງອຳມານ ຂອງຈໍແດນ ເມື່ອວັນອັງຄານວານ ນີ້ ທ່ານນາງໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນເຈນີວາ ວ່ານ້ຳມັນເຊື້ອໄຟ ແມ່ນເກືອບ​ວ່າມີຄວາມສຳຄັນຫຼາຍກວ່າສິ່ງອື່ນໃດ.

“ເຖິງປັດຈຸບັນນີ້ ນໍ້າມັນເຊື້ອໄຟ ແມ່ນບໍ່ໄດ້ຮັບການອະນຸຍາດໃຫ້ເຂົ້າ​ໄປໃນເຂດ ກາຊາ. ນ້ຳມັນເຊື້ອໄຟ ເປັນສິ່ງສຳຄັນຢ່າງຍິ່ງ ເພາະວ່າຖ້າປາສະຈາກນ້ຳມັນ ເຊື້ອໄຟ ພວກລົດບັນທຸກເອງຈະບໍ່ສາມາດເຄື່ອນໄຫວໄປໄດ້. ​ຖ້າປາສະຈາກ ນ້ຳມັນເຊື້ອໄຟ ເຄື່ອງປັ່ນໄຟຟ້າ ຈະບໍ່ສາມາດຜະລິດໄຟຟ້າໃຫ້ແກ່ໂຮງໝໍ ໃຫ້ແກ່ຮ້ານອົບເຂົ້າໜົມ ແລະໃຫ້ແກ່ໂຮງງານບຳບັດນ້ຳ​ທັງຫຼາຍ.

U.N. agencies are urgently appealing for Israel’s siege on Gaza to be lifted and for the unimpeded flow of humanitarian aid into the Palestinian territory.

Gaza was placed under a complete siege following the October 7 attack in southern Israel by Hamas militants. No food, water or medical supplies were allowed into the enclave for two weeks. Aid started to come in on Saturday through the Rafah border crossing between Gaza and Egypt.

“Since October 21, three convoys of humanitarian supplies have gone into the strip, with a total of 54 trucks … carrying a mix of food, medical supplies, and non-food items,” said Tamara Alrifai, director of external relations and communications for UNRWA, the U.N. Relief and Works Agency for Palestine Refugees in the Near East.

Alrifai called this “just a trickle in the face of the immense needs of people on the strip.”

ແຜນທີ່ສະແດງໃຫ້ເຫັນ ເຂດຂ້າມຊາຍແດນ ຣາຟາ (Rafah) ລະຫວ່າງ ອີຈິບ ແລະ ແຫຼມກາຊາ
ແຜນທີ່ສະແດງໃຫ້ເຫັນ ເຂດຂ້າມຊາຍແດນ ຣາຟາ (Rafah) ລະຫວ່າງ ອີຈິບ ແລະ ແຫຼມກາຊາ

UNRWA is the largest supplier of aid in the Hamas-controlled Gaza Strip.
Before the conflict, Alrifai said 500 trucks used to arrive in Gaza carrying a combination of commercial goods and humanitarian supplies, including 45 trucks of fuel, every day.

Speaking from Amman, Jordan Tuesday, she told journalists in Geneva that fuel was almost more important than anything else.

“So far, fuel has not been allowed into the strip. Fuel is extremely urgent because without fuel the trucks themselves cannot move. Without fuel, the generators cannot produce electricity for hospitals, for bakeries and for the water desalination plants.

XS
SM
MD
LG