ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ນັກ​ເສດຖະສາດ ​ສປຊ ຮຽກຮ້ອງໃຫ້ ເສດຖະກິດໃນພາກພື້ນເອເຊຍກ້າວໜ້າຕໍ່ໄປ


ທ້າວ Jitendra Prasad ຮັບເງິນຈາກຜູ້ຊື້ໝາກກ້ວຍ ທີ່ຂັບລົດ
ຜ່ານ ເຂດAzadpur Mandi, ຊຶ່ງເປັນຕະຫຼາດໃຫຍ່ ໃນເຂດ
ເອເຊຍ ທີ່ນະຄອນ New Delhi, ອິນເດຍ, 22 ພະຈິກ, 2016.
ທ້າວ Jitendra Prasad ຮັບເງິນຈາກຜູ້ຊື້ໝາກກ້ວຍ ທີ່ຂັບລົດ ຜ່ານ ເຂດAzadpur Mandi, ຊຶ່ງເປັນຕະຫຼາດໃຫຍ່ ໃນເຂດ ເອເຊຍ ທີ່ນະຄອນ New Delhi, ອິນເດຍ, 22 ພະຈິກ, 2016.

ບັນດາ​ນັກ​ເສດຖະສາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ເສດຖະສາດ​ຂອງ​ເອ​ເຊຍ​ປາຊິ​ຟິກ ​ໃຫ້​ກ້າວ​ໄປ​ຂ້າງ​ໜ້າ ດ້ວຍ​ການ​ປະຕິ​ຮູບ​ໃໝ່ ​ໂດຍ​ສະ​ເພາະ​ການ​ມີ​ເປົ້າ​ໝາຍ​ທີ່​ຈະ​ຂະຫຍາຍ​ລາຍ​ຮັບ ​ແລະ​ຄວາມ​ອຸດົມຮັ່ງມີ ​ເຖິງ​ແມ່ນ​ຈະ​ມີ​ການເຕີບ​ໂຕ​ຂອງ​ການ​ເສດຖະກິດ​ກໍ່ຕາມ.

ບັນດາ​ນັກ​ເສດຖະສາດທີ່​ພົວພັນກັບຄະນະ​ກຳມະການ​ດ້ານ​ເສດ​ຖະກິດ​ແລະສັງຄົມ​ສຳ​ຫຼັບເອ​ເຊຍ​ແລະ​ປສຊິ​ຟິກ UNESCAP ​ໄດ້​ກ່າວ​ວ່າ ລັດຖະບານ​ຂອງ​ຂົງ​ເຂດ ຈຳ​ເປັນທີ່​ຈະເພັ່ງ​ເລັ່ງ​ໃສ່​ລາຍ​ຮັບທີ່ບໍ່​ເທົ່າ​ທຽມ​ກັນ ທີ່​ໄດ້​ເຫັນ​ວ່າເປັນ​ຂີດ​ໝາຍຂອງການເພີ່ມຂຶ້ນ​
ນັບ​ຕັ້ງ​ແຕ່​ປີ ຊຸ່ມ​ປີ 1990 ​ເປັນ​ຕົ້ນ​ມາ.

ທ່ານ Hamza Ali Malik ນັກ​ເສດຖະສາດດ້ານນະໂຍບາຍມາຫາພາກ ​ຈາກ UNESCAP ໄດ້​ກ່າວ​ວ່າ ລາຍ​ຮັບທີ່ບໍ່​ເທົ່າ​ທຽມ​ກັນ ນັ້ນ​ແມ່ນ​ໄດ້​ເພີ່ມ​ຂຶ້ນ 30 ​ເປີ​ເຊັນ ​
ໃນ​ຮອບ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ທ່ານ Ali Malik ​ໄດ້​ກ່າວ​ໄວ້ “ນີ້​ແມ່ນ​ການ​ເພີ່ມ​ຂຶ້ນ​ທີ່​ສຳຄັນ ຊຶ່ງ​ກໍ​ປຽບ​ເໝືອນການ​ບົງ​ຊີ້​
ຂອງ​ຄວາມ​ອຸດົມ​ຮັ່ງ​ມີ. ​ໃນ​ຈຳ​ນວນ 1 ​ເປີ​ເຊັນ ສ່ວນ​ບົນ ທີ່​ມີ​ຫຼາຍ​ກວ່າ ​ເຄິ່ງນຶ່ງ​ຂອງ​ຈຳນວນຄອບຄົວ​ຮັ່ງມີ ​ໃນ​ດ້ານ​ເສດຖະກິດຂອງ​ໝູ່​ປະ​ເທດ ​ເຊັ່ນ ອິນ​ເດຍ ອິນ​ໂດ​ເນ​
ເຊຍຣັດ​ເຊຍ ​ແລະ​ໄທ. ນັ້ນ​ຈ​ແມ່ນ​ຖືກ​ວ່າ​ສູງ ຊຶ່ີງມັນ​ຖືກ​ວ່າ ​ເປັນ​ແບບຢ່າງ​ທີ່​ເຂັ້ມ​ແຂງ
ຂອງ​ນະ​ໂຍບາຍ ​ໃນ​ສົກ​ນີ້ ​ເພື່ີອ​ເປັນ​ການ​ກະຈາຍ​ຈຸດປະສົງ​ດັ່ງກ່າວ” ​

ທ່ານ​ໄດ້​ກ່າວ​ວ່າ​ຈຸດ​ສຳຄັນໃນ​ການ​ປະຕິ​ຮູບ​ດ້ານ​ນະ​ໂຍບາຍ ​ເຊັ່ນ​ການ​ເກັບ​ພາສີ​ອາກອນ ​ໂດຍ​ສະ​ເພາະ ການ​ເພີ່ມ​ຂຶ້ນ​ຂອງ​ລະດັບ​ລາຍ​ຮັບ​ທີ່​ຕ່ຳ ​ໂດຍ​ຜ່ານ “ການ​ກະຈາຍ​ລາຍ​ຮັບ​
ທີ່​ມີ​ບົດບາດ ​ໃນ​ການ​ບໍ່​ສະໝ່ຳສະ​ເໝີ​ນີ້.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG