ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ ສປຊ ຕັດສິນ ບໍ່ເຫັນພ້ອມ ໃນການອ້າງ ເອົາກຳມະສິດ ຂອງຈີນ ຢູ່​ທະ​ເລ​ຈີນ​ໃຕ້


China Philippines Maritime
please wait

No media source currently available

0:00 0:02:17 0:00

ໃນ​ການ​ຕັດສິນ​ທີ່​ສຳຄັນນັ້ນ ສານຂອງອົງການ​ສະຫະ​ປະຊາ​ຊາດ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່ ການ​ອ້​າງ​ເອົາ​ກຳມະສິດ​ຂອງ​ຈີນໃນ​ດິນ​ແດນ​ຢູ່​ທະ​ເລ​ຈີນ​ໃຕ້ ​ໂດຍ​ກ່າວ​ວ່າ ຈີນ “ບໍ່ມີ​ກຳມະ ​ສິດ​ທາງ​ປະຫວັດສາດ” ຕໍ່​ດິນ​ແດນ​ທີ່​ກວ້າງ​ໃຫຍ່​ໄພສານທາງ​ທະ​ເລ​ດັ່ງກ່າວ.​

ການ​ຕັດສິນ​ ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍສານສະຫະ​ປະຊາ​ຊາດ​ ທີ່ຕັ້ງ​ຢູ່​ທີ່​ນະຄອນ Hague ​ ໄດ້​ຕອບ​ຫຼາຍ​ໆຄຳ​ຖາມ ໃນ​ການ​ຟ້ອງ​ຮ້ອງໂດຍ​ຝ່າຍ​ຟິລິບ​ປີນ​ເມື່ອ​ປີ 2013 ທີ່​ກ່າວ​ຫາ​ປັກ​ກິ່ງ​ວ່າ ໄດ້​ລະ​ເມີດ​ກົດໝາຍ​ທາງ​ທະ​ເລ ຫຼື UNCLOS ຂອງສົນທິສັນຍາ​ອົງການ​ສະຫະ​ປະຊາ​ຊາດ ດ້ວຍ​ການ​ເອົາ​ມາດ​ຕະການ​ແບບ​ຮຸກ​ຮາ​ນ ຕໍ່ເກາະ Scarborough ຊຶ່ງ​ເປັນ​ເກາະ​ຫີນປະ​ກາ​ລັງ ຕັ້ງປະມານ 225 ກິໂລ​ແມັດ ຫ່າງ​ຈາກ​ແຄມ​ຝັ່ງ​ປະ​ເລກ້ຳ​ຕາ​ເວັນ​ຕົກ​ຂອງຟິລິບ​ປີນ.


ເບິ່ງ: ການອ້າງເອົາກຳມະສິດໃນທະເລຈີນໃຕ້

US Rebalance to Asia Pacific Faces Hurdles in 2016
please wait

No media source currently available

0:00 0:00:59 0:00

ສານ​ກ່າວ​ວ່າ ການ​ອ້າງ​ເອົາອະທິປະ​ໄຕຂອງປັກ​ກິ່ງ ​ເກືອບ​ວ່າທະ​ເລ​ຈີນ​ໃຕ້ທັງ​ໝົດ ​ໃນພາຍ​ໃຕ້ອັນ​ທີ່​ເອີ້ນ​ວ່າ “nine-dash-line” ນັ້ນ​ແມ່ນ​ຂັດ​ຕໍ່​ກົດໝາຍທາງ​ທະ​ເລທີ່​ກຳນົດ​ເຂດ​ນ້ຳ​ແດນ​ດິນ​ທາງ​ທະ​ເລ​ໃຫ້​ແຕ່ລະ​ປະ​ເທດ 22 ກິ​ໂລ​ແມັດ​ຫ່າງຈາກແຄມ​ຝັ່ງ​ຂອງ​ຕົນ ​ແລະຄວບ​ຄຸມ​ກິດຈະກຳ​ຕ່າງໆທາງ​ດ້ານ​ເສດຖະກິດ ​ເຖິງ 370 ກິ​ໂລ​ແມັດ​ຫ່າງຈາກ​ຝັ່ງ​ທະ​ເລ​ຂອງ​ຕົນ.

ສານ​ທີ່​ນະຄອນ Hague ​ໄດ້​ຕັດສິນວ່າ ຈີນໄດ້​ລະ​ເມີດ​ສິດທິ​ອະທິ​ປ​ະ​ໄຕ​ຂອງ​ຟີ​ລິບ​ປິນ ​ໂດຍ​ແຊກ​ແຊງເຂົ້າ​ໃນ​ການ​ຫາ​ປາ​ແລະ​ການ​ສຳ​ຫລວດ​ນ້ຳມັນ​ຢູ່​ໃນ​ເຂດ​ດັ່ງກ່າວ​ຂອງ ​ມະນີລາ.

ກະ​ປະມານ​ກັນ​ວ່າ ມີ​ການ​ຄ້າຂາຍ​ປະມານ 5 ພັນຕື້ ​ໄດ້​ສົ່ງ​ຜ່ານ​ທະ​ເລ​ຈີນ​ໃຕ້​ໃນ​ແຕ່ລະ​ປີ ຊຶ່ງ​ເປັນ​ພື້ນທີ່​ອຸດົມສົມບູນ​ໄປ​ດ້ວຍ​ປູ​ປາ​ນາ​ນ້ຳ​ແລະ​ອາດ​ຈະ​ເປັນ​ແຫ​ລ່ງນ້ຳມັນ​ແລະ​ແກັສ ທຳມະ​ຊາດ​ທີ່​ກວ້າງໃຫຍ່ແລະ​ຊັບພະຍາກອນ​ທຳ​ມະ​ຊາດ​ອື່ນໆ​ນຳ​ດ້ວຍ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ


XS
SM
MD
LG