ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ເຮືອບິນ ຢູ​ເຄ​ຣນ ຕົກ ​ຢູ່​ປະ​ເທດ ອີ​ຣ່ານ ເຮັດ​ໃຫ້​ຜູ້​ໂດຍ​ສານ ແລະ​ຈຸ​ບິ​ນ ເສຍ​ຊີ​ວິດ


ຊາກ​ເຮືອ​ບິນ​ຢູ​ເຄ​ຣນ ທີ່​ຕົກ​ຢູ່​ອີ​ຣ່ານ ຫຼັງ​ຈາກ​ບິນ​ຂຶ້ນ ເມື່ອ​ວັນ​ທີ 8 ມັງ​ກອນ 2020.
ຊາກ​ເຮືອ​ບິນ​ຢູ​ເຄ​ຣນ ທີ່​ຕົກ​ຢູ່​ອີ​ຣ່ານ ຫຼັງ​ຈາກ​ບິນ​ຂຶ້ນ ເມື່ອ​ວັນ​ທີ 8 ມັງ​ກອນ 2020.

ປະ​ທາ​ນາ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊເລັນ​ສ​ກີ (Volodymyr Zelensky) ກ່າວ​ວ່າ ​ບໍ່​ມີ​ຜູ້​ລອດ​ຊີ​ວິດ​ຈາກເຮືອ​ບິນ​ຂອງສາຍ​ການ​ບິນສາ​ກົນຢູ​ເຄ​ຣນ ທີ່ຕົກ​ໃນ​ວັນ​ພຸດ​ມື້​ນີ້ ບໍ່​ດົນລຸນຫຼັງ​ທີ່​ໄດ້​ບິນ​ຂຶ້ນ ​ຈາກ​ສະ​ໜາມ​ບິນ​ໃນ​ນະ​ຄອນ​ຫຼວງອີ​ຣ່ານ.

ຖ້ຽວ​ບິນດັ່ງ​ກ່າວ ໄດ້​ມຸ່ງ​ໜ້​າ​ສູ່​ນະ​ຄອນ​ຫຼວງ​ກີ​ຢິບ (Kyiv) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ​ເຄ​ຣນ​ກ່າວ​ວ່າ ​ເຮືອ​ບິນໄດ້ບັນ​ທຸກຜູ້ໂດຍ​ສານ 167 ຄົນ ແລະຈຸ​ບິນ​ເກົ້າ​ຄົນ.

ພວ​ກເຈົ້າໜ້າ​ທີ່​ກຳ​ລັງ​ສືບ​ສວນ​ວ່າ​ ແມ່ນຫຍັງຄື​ສາ​ເຫດ ​ທີ່​ເຮັດ​ໃຫ້​ເຮືອ​ບິນ​ຕົກ. ສື່ ​ມວ​ນ​ຊົນ​ລັດ​ຖະ​ບານ​ອີ​ຣ່ານ​ກ່າວ​ວ່າ ບັນ​ຫາ​ດ້ານ​ເຄື່ອງ​ຈັກ​ ເປັນທີ່​ສົງ​ໄສ​ວ່າ​ຄືສາ ເຫດ ແຕ່​ຍັງ​ບໍ່​ທັນ​ໄດ້​ມີ​ການ​ຢັ້ງ​ຢືນຢ່າງເປັນ​ທາງ​ການ.

ປະ​ທານ​ສາຍ​ການ​ບິນ​ສາ​ກົນ​ຢູ​ເຄ​ຣນ ທ່ານ​ເຢັບ​ເຮນ ໄດ​ນີ (Yevhen Dykhne) ກ່າວ​ຢູ່​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ເຮືອ​ບິນ​ແມ່ນ​ລຳ​ນີ້ ແມ່ນ​ເຮືອ​ບິນທີ່ດີ​ສຸດ ຂອງ ສາຍ​ການ​ບິນທີ່ມີຢູ່ “​ພ້ອມດ້ວຍພະ​ນັກ​ງານ​ທີ່​ຂະ​ຫຍັນ​ຂັນ​ແຂງ ແລະໄວ້​ເນື້ອ​ເຊື່ອ​ໃຈໄດ້.”

ສາ​ຍ​ການ​ບິນ​ໄດ້ໂຈະ​ການ​ບິນ​ຢ່າງ​ບໍ່​ມີ​ກຳ​ນົດ ໄປນະ​ຄອນ​ເຕ​ຫະ​ຣ່ານ ຫຼັງ​ຈາກ ​ເຮືອ​ບິນ​ໄດ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ ​ໃນ​ວັນ​ພຸດ​ມື້​ນີ້.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຢູ​ເຄ​ຣນທ່ານ​ວາ​ດິມ ປ​ຣິ​ສ​ໄຕ​ໂກ (Vadym Prystaiko) ກ່າວ​ວ່າ ຜູ້​ເສຍ​ຊີ​ວິດ​ຮວ​ມ​ທັງຊາວ​ອີ​ຣ່ານ 82 ຄົນ 63 ຄົນ ຈາກ​ກາ​ນາ​ດາ 11 ຄົນ ຈາກ​ຢູ​ເຄ​ຣນ 10 ຄົນ ຈາກ​ສະວີ​ເດນ ສີ່​ຄົນ​ຈາກ​ອັ​ຟ​ກາ​ນິ​ສ​ຖານ ແລະຈາກ​ເຢຍ​ຣະ​ມັນ ແລະ​ອັງ​ກິດ ປະ​ເທດ​ລະ​ສາມ​ຄົນ.

ທ່ານ​ກ່າວ​ວ່າ ຢູ​ເຄ​ຣນ ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ແລະ​ກຳ​ລັງ​ດຳ​ເນີນ​ການ​ສືບ​ສວນ​ຕໍ່​ໄປກ່ຽວ​ກັບ​ເລື້ອງ​ເຮືອ​ບິນ​ຕົກ.

ບໍ​ລິ​ສັດ​ສ້າງ​ເຮືອ​ບິນ Boeing ກ່າວ​ວ່າ ຕົນ​ຮູ້ແລ້ວ​ກ່ຽວ​ກັບ​ລາຍ​ງານ​ເຮືອ​ບິນ​ຕົກ ແລະ​ພວມຮວບ​ຮວມ​ຂໍ້​ມູນ​ເພີ້ມ​ເຕີ​ມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG