ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຢູເຄຣນບໍ່ສາມາດເລົ່າເລື້ອງສົງຄາມ ໃຫ້ຍາດພີ່ນ້ອງຟັງ ເພື່ອໃຫ້ເຂົາເຈົ້າເຂົ້າໃຈໄດ້


ນາງມາຣີຢາ ພົນລະເມືອງໃນທ້ອງຖິ່ນ ຊອກເບິ່ງເຄື່ອງສ່ວນຕົວ ໃນຊາກຫັກພັງເຮືອນຂອງລາວ ທີ່ໄດ້ຖືກທຳລາຍ ໃນລະຫວ່າງການສູ້ລົບ ລະຫວ່າງກອງກຳລັງຂອງຣັດເຊຍ ແລະຢູເຄຣນ ໃນຄຸ້ມຢາສໂນໂຮໂຣກາ (Yasnohorodka) ເຂດຊານເມືອງຂອງນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 30 ມີນາ 2022.
ນາງມາຣີຢາ ພົນລະເມືອງໃນທ້ອງຖິ່ນ ຊອກເບິ່ງເຄື່ອງສ່ວນຕົວ ໃນຊາກຫັກພັງເຮືອນຂອງລາວ ທີ່ໄດ້ຖືກທຳລາຍ ໃນລະຫວ່າງການສູ້ລົບ ລະຫວ່າງກອງກຳລັງຂອງຣັດເຊຍ ແລະຢູເຄຣນ ໃນຄຸ້ມຢາສໂນໂຮໂຣກາ (Yasnohorodka) ເຂດຊານເມືອງຂອງນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 30 ມີນາ 2022.

ນາງໂອລກາ ເອັມ ໄດ້ໃຊ້ເວລາອາທິດທຳອິດ ຂອງການຮຸກຮານໂດຍຣັດເຊຍ ຫລົບລີ້ກັບລູກຊາຍໄວລຸ້ນຂອງນາງ ຢູ່ສະຖານທີ່ລີ້ໄພໃນເມືອງໂຄຕຊຸຍບິນສກີ (Kotsiubynske) ເຂດຊານເມືອງຂອງນະຄອນຫຼວງກີຢິບ. ໃນຂະນະທີ່ການຍິງໂຈມຕີດ້ວຍປືນໃຫຍ່ທະວີຂຶ້ນນັບມື້ ຢູ່ໃນເມືອງເອີປິນ ທີ່ຢູ່ໃກ້ຄຽງ ບ່ອນທີ່ພວກເຂົາໄດ້ຫລົບໜີອອກມານັ້ນ ນາງແລະລູກຊາຍກໍໄດ້ເດີນທາງໄປຮອດປະ ເທດສະເປນ ອາທິດນຶ່ງຕໍ່ມາ.

ນາງໂອລກາ ກ່າວວ່າ “ຂາຂອງຂ້ອຍແດງຊ້ຳໝົດ” ຍ້ອນການຢືນຢູ່ເທິງລົດໄຟແລະຢູ່ໃນແຖວ ຜູ້ທີ່ໄດ້ຂໍບໍ່ໃຫ້ອອກນາມສະກຸນຂອງນາງເພື່ອປົກປ້ອງສະມາຊິກຄອບຄົວ ໂດຍລວມມີສາມີຂອງນາງ ຜູ້ທີ່ຢູ່ເບື້ອງຫຼັງເພື່ອຕໍ່ສູ້.

ຕະລອດໄລຍະການຫລົບໜີຂອງນາງ ນາງກໍໄດ້ພະຍາຍາມໂອ້ລົມກ່ຽວກັບສົງ ຄາມກັບພໍ່ແມ່ຂອງນາງທີ່ອາໄສຢູ່ໃນເມືອງເອກາເຕີຣິນເບີກ (Ekaterinburg) ຂອງຣັດເຊຍ.

“ເປັນຫຍັງເຈົ້າຈຶ່ງໃຈຮ້າຍ?” ນາງຈື່ໄດ້ເມື່ອພໍ່ຂອງລາວຖາມໃນມື້ທຳອິດ. ແລ້ວເພິ່ນເວົ້າວ່າ “ພວກເຮົາຈະຖິ້ມລະເບີດໃສ່ຄ້າຍທະຫານຕ່າງໆຂອງເຈົ້າ. ມັນຈະມີຜົນຫຍັງສຳລັບເຈົ້າ?”

ນາງໂອລກາ ກ່າວວ່າ ນາງໄດ້ເຊົາລົມກັບພໍ່ຂອງນາງ ຫຼັງຈາກນັ້ນ ແຕ່ກໍຍັງຮັກສາສາຍສຳພັນ ກັບແມ່ຂອງນາງ ຜູ້ທີ່ຫລີກລ່ຽງການສົນທະນາ ກ່ຽວກັບສົງຄາມ ທີ່ໄດ້ເຮັດໃຫ້ລູກສາວແລະຫຼານຊາຍຂອງລາວນັ້ນ ກາຍເປັນອົບພະ ຍົບ.

ພໍ່ຂອງນາງໂອລກາ ເກີດຢູ່ໃນປະເທດຢູເຄຣນ ແຕ່ໄດ້ຍ້າຍໄປຢູ່ຣັດເຊຍ ໃນຊ່ວງກາງປີ 1970 ແລະໄດ້ແຕ່ງງານກັບແມ່ຂອງນາງໂອລກາ ຊຶ່ງເປັນຊາວຣັດເຊຍ. ນາງໂອລກາ ໄດ້ແຕ່ງງານກັບຜູ້ຊາຍຊາວຢູເຄຣນ ແລະໄດ້ຍົກຍ້າຍໄປຢູ່ ຢູເຄຣນ ແຕ່ກໍຍັງຖືວ່າ ຕົນເປັນຄົນຣັດເຊຍ ແລະຍັງມີສັນຊາດຣັດເຊຍຢູ່.

ນາງກ່າວວ່າ ພໍ່ແມ່ຂອງນາງບໍ່ໄດ້ໄປຢ້ຽມນາງຢູ່ໃນຢູເຄຣນ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ໂດຍຢືນຢັດວ່າ ພວກເຂົາເຈົ້າຈະຖືກຈັບເຂົ້າຄຸກ ຄັນເຂົາເຈົ້າເວົ້າພາສາຣັດເຊຍ.

ນາງໂອລກາ ເວົ້າວ່າ “ຂ້ອຍບອກເພິ່ນວ່າ ມັນບໍ່ແມ່ນຄວາມຈິງ. ຂ້ອຍບໍ່ໄດ້ເວົ້າພາສາຢູເຄຣນ ແລະຂ້ອຍຍັງບໍ່ໄດ້ຂໍສັນຊາດຢູເຄຣນເລີຍ.”

ເຖິງແມ່ນການສື່ສານກັບພໍ່ແມ່ຂອງນາງ ຈະເຮັດໃຫ້ນາງເຈັບປວດຫຼາຍ ນາງໂອລກາ ຍັງພົບເຫັນວ່າ ການໂອ້ລົມກັບອະດີດເພື່ອນຮ່ວມຊັ້ນຮຽນຂອງນາງ ຢູ່ໃນຣັດເຊຍ ແຮງໜັກຂຶ້ນກວ່ານັ້ນອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG