ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ມັງກອນ ໒໐໒໕

ຊາວ ​ຢູ​ເຄ​ຣນ ​ຫລົບ​ໜີຈາກຊີ​ວິດ​ທີ​່​ອັນ​ຕະ​ລ​າຍ ຢູ່ເມືອງ ເຄີ​ສັນ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ


ແມ່​ຍິງ​ຄົນ​ນຶ່ງ​ຖື​ຂັ່ນ​ຮ​ົ່ມ​ບາງ​ຜ່ານຕຶກສັບ​ພະ​ສິນ​ຕ້າ ທີ່​ຖືກ​ທຳ​ລາຍ ໃນ​ເມືອງ Bucha ປະ​ເທດ​ຢູ​ເຄ​ຣນ ຂົງ​ເຂດ​ກິ​ຢິບ ໃນ​ທີ 16 ສິງ​ຫາ 2022
ແມ່​ຍິງ​ຄົນ​ນຶ່ງ​ຖື​ຂັ່ນ​ຮ​ົ່ມ​ບາງ​ຜ່ານຕຶກສັບ​ພະ​ສິນ​ຕ້າ ທີ່​ຖືກ​ທຳ​ລາຍ ໃນ​ເມືອງ Bucha ປະ​ເທດ​ຢູ​ເຄ​ຣນ ຂົງ​ເຂດ​ກິ​ຢິບ ໃນ​ທີ 16 ສິງ​ຫາ 2022

ມັນ​ເປັນຕອ​ນ​ເຊົ້າຂອງ​ມື້​ນຶ່ງ ເວ​ລາທີ່ຊີ​ວິດ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ຣັດ​ເຊຍ ໄດ້​ກາຍ​ມາ​ເປັນ​ສິ່ງທີ່​ທົນ​ບໍ່​ໄດ້​ສຳ​ລັບ ທ້າວ​ໂວ​ໂລ​ດີ​ເມຍ ເຊີ​ດາ​ນອ​ຟ (Volodymyr Zhdanov), ລູກ​ສອນ​ໄຟ​ທີ່ຍິງແນ​ໃສ່​ກຳ​ລັງ​ຢູ​ຄ​ຣ​ນ ໄດ້​ຕົກ​ລົງ​ໃສ່​ໃກ້​ເຮືອນ​ຂອງ​ລາວ​ຢູ່​ໃນ​ເມືອງ​ເຄີ​ສັນ (Kherson) ເຮັດ​ໃຫ້​ລູກ​ຄົນ​ນຶ່ງ​ຂອງ​ລາວມີ​ຄວາມ​ຢ້ານ​ກົວ​.

ລູກ​ສາວ​ຂອງ​ລາວອາຍຸ 8 ປີຂອງ​ລາວ ​“ໄດ້​ແລ່ນ​ດ້ວຍ​ຄວາມ​ຕື່ນ​ຕົກ​ໃຈ​ລົງ​ໄປ​ຫ້ອງ​ໃຕ້​ດິນ. ​ມັນ​ເປັນ​ເວ​ລາ 2 ໂມງ​ ຕອນ​ເຊົ້າ ​ແລະ​ລາວ​ຢ້ານ​ກົວ​ທີ່​ສຸດ” ​ ທ້າວ​ເຊີ​ດານອ​ຟ ໄດ້​ກ່າວ, ຊຶ່ງ​ຕໍ່​ມາ​ໄດ້​ຫລົບ​ໜີ​ອອກ​ຈາກ​ເມືອງ​ສູ່​ທະ​ເລ​ດຳ ແລະ​ໄດ້​ມາ​ຢູ່ ກິ​ຢິບ (Kyiv) ເຊິ່ງ​ແມ່ນນະ​ຄອນ​ຫລວງ ເປັນ​ເວ​ລາສາມ​ອາ​ທິດ​ທີ່​ຜ່ານ​ມາ.

​ເມືອງ ເຄີ​ສັນ ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ແຫລ​ມ​ໄຄ​ຣ​ເມຍ ທີ່​ໄດ້​ຖືກ​ຍຶດ​ຄອງ​ໂດຍ​ມົສ​ກູ​ໃນ​ປີ 2014 ຊຶ່ງ​ເປັນ​ເມືອງ​ທຳ​ອິດ​ທີ່​ ໄດ້​ເສຍ​ໄປຫລັງ​ຈາກ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ໃນ​ວັນ​ທີ 24 ກຸມ​ພາ. ​ທ່າ​ເຮືອ​ຍັງ​ຄົງເປັນ​ໝາກຫົວ​ໃຈ​ຂອງການ​ຂັດ​ແຍ້ງ ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​ຢູ​ເຄ​ຣນ ທີ່ຈະ​ຮັກ​ສາທາງ​ຜ່ານ​ທີ່​ສຳ​ຄັນ​ໄປ​ຫາ​ທະ​ເລ. ​ສຳ​ລັບ​ຣັດ​ເຊຍ ເມືອງ ເຄີ​ສັນ ເປັນ​ຈຸດ​ສຳ​ຄັນທີ່​ຢູ່​ເລາະ​ຕາມພື້ນ​ທີ່ ຈາກ​ຊາຍ​ແດນ​ໄປ​ຫາ​ແຫລມດັ່ງ​ກ່າວ.

​ທ້າວເຊີ​ດາ​ນອ​ຟ ແລະ​ຄົນ​ອື່ນໆ​ຜູ້​ທີ່​ໄດ້​ທຳ​ການ​ເດີນ​ທາງ​ທີ່ອັນ​ຕະ​ລາຍ ເພື່ອ​ຫລົບ​ໜີ​ຈາກ​ຂົງ​ເຂດດັ່ງ​ກ່າວ ໄດ້ບັນ​ລະ​ຍາຍ​ເຖິງ​ສະ​ພາບ​ອັນ​ຕະ​ລາຍທີ່​ເພີ່ມ​ຂຶ້ນ​ຢູ່​ທີ່​ນັ້ນ ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມໂຈມ​ຕີ​ຢ່າງ​ໜັກ​ໂດຍ ຣັດ​ເຊຍ ​ເພື່ອ​ທຳ​ການ​ຄວບ​ຄຸມທີ່​ຖາ​ວອນ.​

ຖະ​ໜົນ​ຫົນ​ທາງ​ຢູ່​ໃນ​ເມືອງດັ່ງ​ກ່າວ, ເຊິ່ງກ່ອນ​ສົງ​ຄາມມີ​ພົນ​ລະ​ເມືອງ​ປະ​ມ​ານ 300,000 ຄົນ, ແມ່ນ​ເກືອບວ່າ​ໄດ້ ​ຮ້າງ​ທັງ​ໝົດ. ມີການ​ຊ່າ​ລື​ອອ​ກມາ​ກ່ຽວ​ກັບ​ວ່າ ​ມີພວກ​ຕໍ່​ຕ້ານ​ຕິດ​ອາ​ວຸດປະ​ຕິ​ບັດ​ງາ​ນ ແລະ​ການ​ຫາຍ​ສາບ​ສູນ​ໄປ​ໃນ​ທັນ​ທີ​ຂອງ​ພວກ​ເຈົ້າ​ໜ້າ​ທີ່ ຜູ້​ປະ​ຕິ​ເສດບໍ່ໃຫ້​ການ​ຮ່ວ​ມ​ມື​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ.

​ກຳ​ລັງ​ທີ່​ຄວບ​ຄຸມ​ລາດ​ຕະ​ເວນ​ຢູ່​ໃນຕະ​ຫລາດ ໄດ້ເຕືອນ​ພວກ​ທີ່​ພະ​ຍາ​ຍາມ​ໃຊ້​ເງິນ​ ໄຮເນຍ (hryvnia) ຂອງຢູ​ເຄ​ຣນ ສຳ​ລັບ​ການ​ຊື້​ຂາຍ. ພວກ​ເຈົ້າ​ໜ້າ​ທີ່ ທີ່​ສະ​ໜັບ​ສະ​ໜູນ ຣັດ​ເຊຍ ​ໄດ້​ຖືກ​ແຕ່ງ​ຕັ້ງໃຫ້​ປະ​ຈຳ​ການຢູ່ໃນ​ທ້ອງ​ຖິ່ນ ແລະ​ລັດ​ຖະ​ບານໃນ​ພື້ນ​ທີ່ ​ພ້ອມ​ທັງ​ກຳ​ລັງ​ຕຳ​ຫລວດ. ​ພວກ​ພະ​ນັກ​ງານ​ບໍ​ລິ​ການ​ຢູ່​ໃນ​ໂຕ​ເມືອງ​ຕ່າງໆ​ໄດ້ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນເພື່ອ​ໃຫ້​ການ​ຮ່ວ​ມ​ມືກັບ​ພວກຜູ້​ບໍ​ລິ​ຫານ​ຣັດ​ເຊຍ. ໂຮງ​ຮ​ຽນສ່ວນຫຼາຍ​ແມ່ນ​ໄດ້​ປິດລົງ.

​ສະ​ບຽງ​ສິນ​ຄ້າທີ່​ສຳ​ຄັນຕ່າງໆແມ່ນ​ບໍ່​ກ້ຳ​ເກີ່ງກັນ, ແລະ ໄດ້​ຢຸດ​ກິດ​ຈະ​ການ ດ້ານການ​ຄ້າເປັນ​ສ່ວນ​ໃຫຍ່. ມັນ​ມີ​ການ​ຂາດ​ເຂີນ​ຢາ​ປົວ​ພະ​ຍາດ ແລະຂຶ້ນ​ລາ​ຄາ​ສິນ​ຄ້າ​ອື່ນໆ.

​ຊາ​ວ​ບ້ານ​ຫລາຍໆ​ຄົນໄດ້ພາ​ກັນຕັດ​ສິນ​ໃຈ​ຢູ່ໃຫ້​ດົນ​ເທົ່າ​ທີ່​ຈະ​ຢູ່​ໄດ້ ໃນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ການ​ຕອບ​ໂຕ້ໂດຍ ຢູ​ເຄ​ຣນ ທີ່​ຍັງບໍ່​ເປັນ​ຮູບ​ປະ​ທຳ.

​ທ້າວເຊີ​ດາ​ນອ​ຟ ກ່າວ​ວ່າ “ມັນມີ​ອັນ​ຕະ​ລາຍ​ຕໍ່​ຮ່າງ​ກາຍຢູ່​ໃນ​ເມືອງ ເພາະ​ວ່າ​ໄດ້ມີ​ທະ​ຫານຢູ່ຫລາຍ.”

It was early one morning when life under Russian occupation became too much for Volodymyr Zhdanov: Rocket fire aimed at Ukrainian forces struck near his home in the city of Kherson, terrifying one of his two children.

His 8-year-old daughter “ran in panic to the basement. It was 2 o’clock in the morning and (she) was really scared,” said Zhdanov, who later fled the city on the Black Sea and has been living in Kyiv, the capital, for the past three weeks.

Kherson, located north of the Crimean Peninsula that was annexed by Moscow in 2014, was the first city to fall after Russia’s invasion on February 24. The port remains at the heart of the conflict and Ukraine’s efforts to preserve its vital access to the sea. For Russia, Kherson is a key point along the land corridor from its border to the peninsula.

Zhdanov and others who made the hazardous journey to escape from the region describe increasingly grim conditions there, part of a heavy-handed effort by Russia to establish permanent control.

The streets in the city, which had a prewar population of about 300,000, are mostly deserted. Rumors swirl about acts of armed resistance and the sudden disappearance of officials who refuse to cooperate with the Russian authorities.

Occupation forces patrol in markets to warn those trying to use the Ukrainian currency, the hryvnia, in transactions. Pro-Moscow officials have been installed in local and regional governments, as well as on the police force. Workers at various municipal services face pressure to cooperate with Russian managers. Most schools have closed.

Supplies of essential goods are uneven, halting most commercial activity. There are shortages of medicines and spikes in the price of other commodities.

Many residents had been determined to hold out as long as possible for a promised Ukrainian counterattack that hasn’t materialized.

“There was physical danger in the city, because there were many soldiers,” Zhdanov said.

XS
SM
MD
LG