ຂະນະທີ່ສົງຄາມໃນຢູເຄຣນແກ່ຍາວມາໄດ້ຮອດ 100 ວັນ ນັບແຕ່ການບຸກລຸກຂອງຣັດເຊຍເລີ້ມຂຶ້ນໃນວັນທີ 24 ກຸມພາຜ່ານມາ ຊາວຢູເຄຣນທີ່ອົບພະຍົບໄປ ຢູ່ປະເທດເຢຍຣະມັນ ກໍຄືຢູ່ຫລາຍແຫ່ງ ມີຄວາມເປັນຫ່ວງເພີ້ມຂຶ້ນກ່ຽວກັບ ອະນາຄົດຂອງຕົນເອງ ແລະປະເທດຊາດຂອງເຂົາເຈົ້າ ຂະນະທີ່ກໍາລັງລໍຖ້າຟັງຂ່າວວ່າ ເມື່ອໃດຈະໄດ້ກັບບ້ານ ອີງຕາມອົບພະຍົບຢູເຄຣນເຊື້ອ ສາຍລາວທີ່ບອກກັບວີໂອເອ, ໄຊຈະເລີນສຸກ ມີລາຍ ງານເລື້ອງນີ້ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານ ໃນອັນດັບຕໍ່ໄປ.
ວັນສຸກທີ່ຜ່ານມາແມ່ນຄົບຮອບ 100 ວັນພໍດີ ນັບຕັ້ງແຕ່ຣັດເຊຍເລີ້ມບຸກລຸກຢູເຄຣນ ໂດຍມີຄວາມຫວັງວ່າ ຈະຢຶດເອົາປະເທດຢ່າງວ່ອງໄວ ແລະໂຄ່ນລົ້ມລັດຖະບານທີ່ຖືກເລືອກຕັ້ງແບບປະຊາທິປະໄຕ ຂອງປະທານາທິບໍດີ ໂວໂລດິເມຍ ເຊເລັນສ໌ກີ ລົງ ເພື່ອຈະໄດ້ຕັ້ງລັດຖະບານໃໝ່ ທີ່ມີຄວາມຈົງຮັກພັກດີຕໍ່ປະທານາທິບໍດີ ວລາດິເມຍ ປູຕິນ ແຕ່ບໍ່ສໍາເລັດ. ໃນມື້ດຽວກັນນັ້ນ ວີລະກອນ (ນາມແຝງ) ຄົນລາວທີ່ຕັ້ງຖິ່ນຖານໃນຢູເຄຣນ ຫລັງຈາກໄປສຶກສາທີ່ອະດີດສະຫະພາບໂຊຫວຽດ ແລະໄດ້ແຕ່ງງານກັບຍິງສາວຢູເຄຣນໃນຊຸມປີ 1990 ແລະຫລົບໜີໄປຢູ່ເຢຍຣະມັນໄດ້ເກືອບ 100 ວັນແລ້ວນັ້ນ ກໍໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນພໍດີ. ທ່າມກາງຄວາມດີໃຈທີ່ໄດ້ຫວນກັບມາພົບກັບ ພໍ່ແມ່ ແລະຍາດພີ່ນ້ອງອີກ ພາຍຫລັງຫລາຍສິບປີ ທີ່ພັດພາກຈາກກັນ. ແຕ່ລາວກໍຍັງມີ ຄວາມເປັນຫ່ວງຢ່າງເລິກເຊິ່ງ ຕໍ່ພັນລະຍາແລະລູກຊາຍອາຍຸ 16 ປີ ພ້ອມກັບແມ່ເຖົ້າຂອງລາວ ທີ່ຢູ່ເຢຍຣະມັນ ແລະຄອງຄອຍຖ້າ ແຕ່ວັນຈະກັບຄືນບ້ານເກີດເມືອງນອນຂອງເຂົາເຈົ້າຢູ່ທີ່ເມືອງຄາກິບ, ໃນພາກຕາເວັນອອກຂອງຢູເຄຣນ.
ເຖິງແມ່ນວ່າເມືອງຄາກິບ ຈະໄດ້ຖືກດຢຶດຄືນມາ ຢູ່ພາຍໃຕ້ການຄວບຄຸມຂອງຢູ ເຄຣນ ຢ່າງເຕັມສ່ວນແລ້ວກໍຕາມ ມັນກໍຍັງບໍ່ມີຄວາມປອດໄພສໍາລັບເຂົາເຈົ້າທີ່ຈະກັບໄປບ້ານໄດ້. ທັງນີ້ກໍເພາະວ່າ ຣັດເຊຍໄດ້ເພີ້ມການບຸກໂຈມຕີເມືອງຊີວີໂຣໂດແນັດ ທີ່ມີຊາຍແດນຕິດກັນນັ້ນ ມັນຈຶ່ງເປັນການຍາກຫລາຍ ທີ່ຊາວອົບພະຍົບຢູເຄຣນ ຈະຮູ້ໄດ້ວ່າ ຕອນໃດຈະກັບຄືນບ້ານໄດ້. ວີລະກອນ ເລົ່າເລື້ອງສົງຄາມນີ້ ສູ່ຟັງວ່າ:
"ສົງຄາມເບິ່ງໃນປີນີ້ ແຕ່ມັນຊິບຸກອີກ ເບື້ອງປະຕິການຫັ້ນ" (ລາວໝາຍເຖິງພວກແບ່ງແຍກດິນແດນໃນເຂດອດບາສ.)
ວີລະກອນເລົ່າຕໍ່ໄປວ່າ:
“ເບື້ອງເມືອງຖ່ານຫີນເດ ໂຕເກົ່າຫັ້ນມັນຍັງບຸກທາງນັ້ນ ບຸກທັງເບື້ອງເມືອງນັ້ນ. ແຕ່ຄາວທໍາອິດຫັ້ນບຸກບໍ່ໄດ້ ເມືອງເຮົາໄດ້ອາວຸດໃໝ່ໄດ້ຕີອອກໄດ້ໝົດ ມັນກະຍຶດເມືອງ ທາງນຶ່ງ ມັນຍຶດອີກສອງເມືອງພຸ້ນ ຍັງດົນຊິໄດ້ກັບ.”
ມາຮອດວັນທີ 03 ມິຖຸນາຜ່ານມາ ຫລາຍກວ່າ 6 ລ້ານ 9 ແສນຄົນ ໄດ້ຫລົບໜີໄພສົງຄາມໃນຢູເຄຣນ ໄປຢູ່ຕ່າງປະເທດ ຊຶ່ງໃນນັ້ນ ໄປຢູ່ໃນໂປແລນ ທີ່ມີຊາຍແດນຕິດກັນນັ້ນ ຫລາຍກວ່າໝູ່ ເກືອບຮອດ 3 ລ້ານ 550 ພັນຄົນ. ສ່ວນໄປຢູ່ເຢຍຣະມັນນັ້ນ ມີ 7 ແສນກວ່າຄົນ ຊຶ່ງໃນນັ້ນ 40 ເປີເຊັນແມ່ນເດັກນ້ອຍ, ອີງຕາມອົງການຂ້າຫລວງໃຫຍ່ສະຫະປະຊາຊາດ.
ໃນການດໍາລົງຊີວິດແບບອົບພະຍົບຢູ່ໃນເຢຍຣະມັນນັ້ນ ວີລະກອນ ບອກວ່າຄົນໃນຄອບຄົວຂອງລາວ ກໍຄືຫລາຍໆຄົນ ທີ່ໄປຫລົບໄພ ຢູ່ໃນປະເທດນັ້ນ ຍັງບໍ່ທັນໄດ້ເຮັດວຽກເທື່ອ ເພາະຕ້ອງລໍຖ້າໃບອະນຸຍາດເຮັດວຽກ ແລະຮຽນພາສາ ເຢຍຣະມັນ. ມີຈໍານວນໜ້ອຍເທົ່ານັ້ນ ທີ່ໄດ້ເຮັດວຽກແລ້ວ ຊຶ່ງລາວເລົ່າເຖິງສະ ພາບການນີ້ສູ່ຟັງວ່າ:
“ເຂົາກະມີແຕ່ໃຫ້ເຈົ້າພໍກຸ້ມເດືອນພໍໄດ້ຢູ່ໄດ້ກິນ ພໍແຕ່ບໍ່ອຶດຢາກອຶດຫີວ ກະພໍປານນັ້ນ ຄັນພວກທີ່ວ່າ ມີວິຊາອາຄົມດີແນ່ຫັ້ນ ເອີໄດ້ເຮັດວຽກດີກະເງິນເດືອນສູງແດ່ຫັ້ນ ຈຶ່ງຄ່ອຍເຫລືອເລັກເລັກນ້ອຍນ້ອຍ ຄືພວກທີ່ເຮັດວຽກໃຫ້ລັດຖະບານນີ້ ໂອ້ຍມັນພໍໄດ້ຢູ່ໄດ້ກິນຫັ້ນລະ.”
ທ້າວບຸນປະສົງ (ນາມແຝງ) ຊຶ່ງເປັນອະດີດນັກສຶກສາລາວ ທີ່ໄດ້ຕັ້ງຖິ່ນຖານໃນເມືອງຄາກິບ ແລະອົບພະຍົບມາຢູ່ໃນເຢຍຣະມັນເຊັ່ນກັນ ແມ່ນໄດ້ຮັບໃບອະນຸຍາດເຮັດວຽກແລ້ວ ແຕ່ຄ່າແຮງງານກໍໄດ້ໜ້ອຍຫລາຍ ເມື່ອຫັກພາສີໃຫ້ລັດຖະບານເຢຍຣະມັນອອກແລ້ວ, ອີງຕາມການໂອ້ລົມຂອງຜູ້ກ່ຽວກັບວີໂອເອ. ສ່ວນຊາວອົບພະຍົບຢູເຄຣນບາງຄົນ ທີ່ບໍ່ສາມາດປັບຕົວເຂົ້າກັບຊີວິດທີ່ຢູ່ແບບ ບໍ່ມີຄວາມແນ່ນອນ ໃນການອາໄສຊົ່ວຄາວຢູ່ຕ່າງປະເທດໄດ້ ກໍກັບຄືນໄປບ້ານເກີດເມືອງນອນຂອງຕົນເອງ ເຖິງແມ່ນຈະຍັງມີຄວາມສ່ຽງສູງ ແລະການສູ້ລົບກັນຍັງສືບຕໍ່ມີຢູ່.
ແຕ່ຢ່າງໃດກໍຕາມ ຊາຍເຊື້ອສາຍລາວທັງສອງຄົນນີ້ ບອກກັບວີໂອເອວ່າ ຄອບ ຄົວຂອງເຂົາເຈົ້າ ກໍຄືອົບພະຍົບຊາວຢູເຄຣນທັງຫລາຍສຸດແສນເສຍໃຈ ທີ່ບ້ານ ເມືອງ ທີ່ເຂົາເຈົ້າເຄີຍອາໄສຢູ່ຖືກທໍາລາຍ ແລະກໍມີຄວາມກັງວົນໃຈຫລາຍເພີ້ມຂຶ້ນ ເມື່ອສົງຄາມສືບຕໍ່ມີມາໄດ້ 100 ວັນແລ້ວ ແຕ່ຍັງບໍ່ມີຮ່ອງຮອຍ ສະແດງໃຫ້ຮູ້ວ່າ ຈະສຸດສິ້ນລົງໄດ້ງ່າຍໆເລີຍ.
ເບິ່ງວີດິໂອກ່ຽວກັບລາຍງານນີ້