ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ຢ້ຽມ​ຢາມເມືອງ ອີ​ຊຽມ ທີ່​ຖືກ​ຍຶດ​ໄດ້​ຄືນ


ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ຫຼັງ​ຈາກ​ເຂົ້າ​ຮ່ວມ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນ​ໃນ​ເມືອງ ອີຊຽມ ທີ່​ຖືກ​ຍຶດ​ມາ​ໄດ້​ຄືນ, ຢູ​ເຄ​ຣນ, 14 ກັນ​ຍາ 2022.
ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ຫຼັງ​ຈາກ​ເຂົ້າ​ຮ່ວມ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນ​ໃນ​ເມືອງ ອີຊຽມ ທີ່​ຖືກ​ຍຶດ​ມາ​ໄດ້​ຄືນ, ຢູ​ເຄ​ຣນ, 14 ກັນ​ຍາ 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ໄດ້​ໄປ​ຢ້ຽມ​ຢາມ​ເມືອງ ອີ​ຊຽມ ເມື່ອ​ວັນ​ພຸດ​ວານນີ້ ບ່ອນ​ທີ່​ທ່ານໄດ້​ພົບ​ປະ​ກັບ​ທະ​ຫານ ແລະ ໄດ້​ຂອບ​ໃຈ​ເຂົາ​ເຈົ້າ​ ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ ​ໃນ​ການ​ຍຶດ​ຄືນ​ເຂດ​ດັ່ງ​ກ່າວ​ຈາກ​ກອງ​ກຳ​ລັງ ຣັດ​ເຊຍ ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ທະ​ຫານ​ຂອງ​ພວກ​ເຮົາ​ແມ່ນ​ຢູ່​ທີ່ນີ້. ນັ້ນ​ແມ່ນ​ສິ່ງ​ທີ່​ສຳ​ຄັນຫຼາຍ. ເຂົາ​ເຈົ້າ​ຈະ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ເຫັນປະ​ຊາ​ຊົນ​ໄດ້​ພົບ​ກັບ​ເຂົາ​ເຈົ້າ​ແນວ​ໃດ, ໃນ​ສິ່ງ​ທີ່​ເປັນ​ຊ່ວງ​ເວ​ລາ​ທີ່​ລະ​ອຽດ​ອ່ອນ. ມັນ​ໝາຍ​ຄວາມ​ວ່າ​ດ້ວຍກອງ​ທັບ​ບົກ​ຂອງ​ພວກ​ເຮົາ, ຊີ​ວິດ​ແມ່​ນຈະ​ກັບ​ຄືນ​ມາ.”

ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ຍຶດ​ຄືນ​ບໍ​ລິ​ເວນ​ຂະ​ໜາດ​ໃຫຍ່​ໃນ​ພາກ​ພື້ນ ຄາ​ກີບ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ຕອບ​ໂຕ້ 7 ເດືອນຫຼັງ​ຈາກ ຣັດ​ເຊຍ ໄດ້​ເປີດ​ການ​ບຸກ​ລຸກ​ຂອງ​ພວກ​ເຂົາ.

ປະ​ທາ​ນ​ຄະ​ນະ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ນາງ ເອີ​ຊູ​ລາ ວອນ ເດີ ເລ​ເຢັນ ໄດ້​ກ່າວ​ວ່າ​ທ່ານ​ນາງ​ຈະ​ເດີນ​ທາງ​ໃນ​ວັນ​ພຸດ​ວານນີ້ ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເຊ​ເລັນ​ສ​ກີ ໃນ​ນະ​ຄອນຫຼວງ ກີ​ຢິບ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ສະ​ໜັບ​ສະ​ໜູນ​ຂອງ ຢູ​ໂຣບ ສຳ​ລັບ ຢູ​ເຄ​ຣນ.

ທ່ານ​ນາງ ວອນ ເດີ ເລ​ເຢັນ ໄດ້​ກ່າວ​ວ່າ “ຄວາມ​ສາ​ມັກ​ຄີ​ຂອງ ຢູ​ໂຣບ ກັບ ຢູ​ເຄ​ຣນ ຈະ​ບໍ່​ມີ​ວັນ​ສັ່ນ​ຄອນ​ໄດ້.”

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ອັງ​ກິດ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຣັດ​ເຊຍ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ມີ​ການໃຊ້​ຍານ​ພາ​ຫະ​ນະ​ທາງ​ອາ​ກາດ​ທີ່ບໍ່​ມີ​ຄົນ​ຂັບ​ຂອງ ອີ​ຣ່ານ ເປັນ​ຄັ້ງ​ທຳ​ອິດ, ໃນ​ຂະ​ນະ​ທີ່ ຢູ​ເຄ​ຣນ ໄດ້​ລາຍ​ງານ​ການ​ຍິງ​ໂດ​ຣນ ທີ່​ເຮັດ​ໂດຍ​ອີ​ຣ່ານ ຕົກ.

ກະ​ຊວງ​ໄດ້​ກ່າວ​ວ່າ “ຣັດ​ເຊຍ ແມ່ນ​ເກືອບ​ແນ່ນອນ​ວ່າ​ໄດ້​ຈັດ​ຫາ​ອາ​ວຸດ​ຈາກ​ປະ​ເທດ​ທີ່​ຖືກ​ມາດ​ຕະ​ການ​ຢ່າງ​ໜັກ​ອື່ນໆຫຼາຍ​ຂຶ້ນ​ຄື ອີ​ຣ່ານ ແລະ ເກົາຫຼີ​ເໜືອ ໃນ​ຂະ​ນະ​ທີ່​ຄັງ​ອາ​ວຸດ​ຂອງ​ເຂົາ​ເຈົ້າ​ເອງ​ໄດ້ຫຼຸດ​ໜ້ອ​ຍ​ລົງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG