ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຢູເຄຣນ ຂໍຮ້ອງໃຫ້ ອົງການ ເນໂຕ ຊ່ອຍເຫຼືອ ໃນບັນຫາຂັດແຍ້ງ ກັບ ຣັດເຊຍ


ກຳປັ່ນລົບຂອງຢູເຄຣນ, ຊຶ່ງເມື່ອບໍ່ດົນມານີ້ ໄດ້ຖືກຍຶດເອົາໄວ້ ໂດຍ ໜ່ວຍຮັກສາຄວາມປອດໄພຂອງຣັດເຊຍ ຫຼືເອີ້ນຫຍໍ້ວ່າ FSB, ແມ່ນເຫັນໄດ້ວ່າ ຈອດທຽບຢູ່ທ່າເຮືອ ໃນເຂດເຄີຣຈ໌, ຂອງຄຣາຍເມຍ, ວັນທີ 28 ພະຈິກ 2018.
ກຳປັ່ນລົບຂອງຢູເຄຣນ, ຊຶ່ງເມື່ອບໍ່ດົນມານີ້ ໄດ້ຖືກຍຶດເອົາໄວ້ ໂດຍ ໜ່ວຍຮັກສາຄວາມປອດໄພຂອງຣັດເຊຍ ຫຼືເອີ້ນຫຍໍ້ວ່າ FSB, ແມ່ນເຫັນໄດ້ວ່າ ຈອດທຽບຢູ່ທ່າເຮືອ ໃນເຂດເຄີຣຈ໌, ຂອງຄຣາຍເມຍ, ວັນທີ 28 ພະຈິກ 2018.

ປະທານາທິບໍດີ ຢູເຄຣນ ທ່ານ ເປໂຕຣ ໂປໂຣເຊັງໂກ ພວມຂໍຮ້ອງຕໍ່ ບັນດາພັນທະມິດ
ໃນອົງການເນໂຕ ໃຫ້ສົ່ງກຳປັ່ນລົບໄປຍັງ ທະເລອາຊັອຟ ເພື່ອ ຊ່ອຍປະເທດຂອງທ່ານ
ແລະ “ສະໜອງການຮັກສາຄວາມປອດໄພ” ທ່າມກາງ ຄວາມເຄັ່ງຕຶງທີ່ມີຂຶ້ນກັບຣັດເຊຍ.

ຄວາມເຫັນຂອງທ່ານ ໂປໂຣເຊັງໂກ ໄດ້ຖືກພິມອອກເຜີຍແຜ່ ໃນໜັງສືພິມ Bild ຂອງ
ເຢຍຣະມັນ ໃນວັນພະຫັດມື້ນີ້.

ນອກນັ້ນ ໃນວັນດຽວກັນນີ້ ປະທານາທິບໍດີ ຂອງເທີກີ ທ່ານ ຣີເຊັປ ໄຕຍິບ ເອີໂດອານ
ໄດ້ກ່າວວ່າ ທ່ານສາ​ມາດຮັບບົດບາດ ເປັນຜູ້ໄກ່ເກ່ຍ ລະຫວ່າງ ຢູເຄຣນ ແລະຣັດເຊຍ.

ທ່ານໄດ້ໂທລະສັບໄປໂອ້ລົມ ກັບຜູ້ນຳຂອງທັງສອງຝ່າຍ ແລະ ໄດ້ກ່າວວ່າ ທ່ານຈະສືບ
ຕໍ່ປຶກສາຫາລື ໃນບັນຫານີ້ ກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ແລະ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຢູ່ທີ່ກອງປະຊຸມສຸດຍອດ ກຸ່ມ G-20 ທີ່
ປະເທດອາເຈັນຕິນາ.

ແຜນທີ່ ຈຸດທີ່ຕັ້ງຂອງຊ່ອງແຄບ ເຄີຣຈ໌ ທີ່ເປັນເຂດເຊື່ອມຕໍ່ ກັບແຫຼມຄຣາຍເມຍ ຫາ ຣັດເຊຍ.
ແຜນທີ່ ຈຸດທີ່ຕັ້ງຂອງຊ່ອງແຄບ ເຄີຣຈ໌ ທີ່ເປັນເຂດເຊື່ອມຕໍ່ ກັບແຫຼມຄຣາຍເມຍ ຫາ ຣັດເຊຍ.

ໂຄສົກຂອງວັງເຄຣມລິນ ທ່ານ ດີມິທຣີ ເປສຄັອຟ ໄດ້ກ່າວວ່າ ທ່ານ ປູຕິນ ແລະ ທ່ານ
ທຣຳ ຈະພົບປະກັນຕ່າງຫາກ ໃນວັນເສົາຈະມານີ້ ເພື່ອປຶກສາ ຫາລື ກ່ຽວ​ກັບສາຍ
ສຳພັນ ລະຫວ່າງທັງສອງປະເທດ ພ້ອມດ້ວຍບັນຫາຂັດ ແຍ້ງຕ່າງໆຢູ່ໃນຂົງເຂດ ແລະ
ບັນຫາການຫລຸດ​ກຳ​ລັງອາວຸດ.

ກຳລັງຂອງຣັດເຊຍ ໄດ້ຍຶດເອົາ ກຳປັ່ນລົບຂອງຢູເຄຣນ 3 ລຳ ແລະພວກລູກເຮືອ ໃນ
ວັນອາທິດຜ່ານມານີ້ ໃນຂະນະທີ່ ພວກເຂົາເຈົ້າ ພະຍາຍາມຈະແລ່ນ ຜ່ານຊ່ອງແຄບ
ເຄີຣຈ໌ ໄປຍັງ ທ່າເຮືອມາຣີຢູໂປລ ຂອງຢູເຄຣນ ຢູ່ໃນທະເລອາຊັອຟ.

ຢູເຄຣນ ໄດ້ກ່າວວ່າ ຣັດເຊຍ ໄດ້ໃຊ້ກຳປັ່ນໃຫຍ່ ກີດກັນບໍ່ໃຫ້ຜ່ານຊ່ອງແຄບເຄີຣຈ໌ ຊຶ່ງພາຍໃຕ້ສົນທິສັນຍາແລ້ວ ເປັນເຂດແດນ ທີ່ໃຊ້ຮ່ວມກັນ. ຣັດເຊຍ ໄດ້ກ່າວວ່າ
ກຳປັ່ນລົບດັ່ງກ່າວ ໄດ້ແລ່ນເຂົ້າໄປໃນນ່ານນໍ້າຂອງຕົນ ຢ່າງຜິດ ກົດໝາຍ.

ທ່ານປູຕິນ ໃນວັນພຸດວານນີ້ ໄດ້ຖິ້ມໂທດໃສ່ ທ່ານໂປໂຣເຊັງໂກ ກ່ຽວ​ກັບເຫດການ
ດັ່ງກ່າວ ໂດຍອ້າງວ່າ ມັນເປັນການພະຍາຍາມຂອງທ່ານໂປໂຣເຊັງໂກ ທີ່ຈະຊ່ອຍ
ສົ່ງເສີມໂອກາດ ໃນການຖືກເລືອກເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ ສະໄໝ​ນຶ່ງ ໃນປີໜ້າ.

ປະທານາທິບໍດີ ຢູເຄຣນ ທ່ານ ເປໂຕຣ ໂປໂຣເຊັງໂກ ເປັນປະທານ ກອງປະຊຸມ ສະພາຄວາມໝັ້ນຄົງ ແລະປ້ອງກັນປະເທດ ແຫ່ງຊາດ ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 26 ພະຈິກ 2018.
ປະທານາທິບໍດີ ຢູເຄຣນ ທ່ານ ເປໂຕຣ ໂປໂຣເຊັງໂກ ເປັນປະທານ ກອງປະຊຸມ ສະພາຄວາມໝັ້ນຄົງ ແລະປ້ອງກັນປະເທດ ແຫ່ງຊາດ ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 26 ພະຈິກ 2018.

ຢູເຄຣນ ໄດ້ປະ​ກາດໃຊ້ກົດໄອຍະການເສິກໃນບາງຂົງເຂດຕາມຊາຍແດນຂອງຕົນ
ເພື່ອ​ເປັນການຕອບໂຕ້ ຕໍ່ເຫດການດັ່ງກ່າວ ແລະ ໃນຂະນະດຽວກັນ ມີບັນດາປະເທດ
ໃນຢູໂຣບ ຈຳນວນນຶ່ງ ໄດ້ຮຽກຮ້ອງໃຫ້ປະເທດຕາເວັນຕົກ ທີ່ເປັນ ພັນທະມິດ ໃຫ້ວາງ
ມາດຕະການລົງໂທດ ຕໍ່ຣັດເຊຍ ເພີ້ມອີກ.

ປະທານາທິບໍດີ ເປໂຕຣ ໂປໂຣເຊັງໂກ ໄດ້ກ່າວວ່າ ກົດໄອຍະການເສິກ ຈະຊ່ອຍ “ເສີມ
ກຳລັງຄວາມອາດສາມາດ ໃນການປ້ອງກັນຂອງຢູເຄຣນ ທ່າມກາງ ການຮຸກຮານ
ທີ່ມີເພີ້ມຂຶ້ນ ແລະ ອີງ​ຕາມກົດໝາຍສາກົນແລ້ວ ແມ່ນ​ເປັນ ການຮຸກຮານ​ແບບ​
ເລືອດເຢັນໂດຍສະຫະພັ​ນຣັດເຊຍ.”
ທ່ານໄດ້ຮຽກຮ້ອງໃຫ້ຣັດເຊຍ ປ່ອຍໂຕພວກ
ທະຫານເຮືອ ແລະກຳປັ່ນລົບຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG