ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Poroshenko ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນ ປະທານາທິບໍດີ ຢູເຄຣນ (ສະໄລດ໌/ວີດີໂອ)


 ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ກວດແຖວທະຫານກອງກຽດຕິຍົດ ຫລັງຈາກພິທີ ສາບານໂຕເຂົ້າຮັບຕຳແໜ່ງ ທີ່ຈະຕຸລັດ Sophia ໃນນະຄອນຫຼວງ Kyiv (7 ມິຖຸນາ 2014)
ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ກວດແຖວທະຫານກອງກຽດຕິຍົດ ຫລັງຈາກພິທີ ສາບານໂຕເຂົ້າຮັບຕຳແໜ່ງ ທີ່ຈະຕຸລັດ Sophia ໃນນະຄອນຫຼວງ Kyiv (7 ມິຖຸນາ 2014)
ປະທານາທິບໍດີ Petro Poroshenko ກ່າວວ່າ ເຂດ Crimea ຍັງ
ເປັນ ເຄີຍເປັນ ແລະກໍຈະເປັນ ຂອງຢູເຄຣນ ຢູ່ຕະຫລອດໄປ.

ທ່ານ Poroshenko ຊຶ່ງເປັນນັກທຸລະກິດມະຫາເສດຖີໄດ້ສາບານ
ໂຕເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຄົນທີ 5 ຂອງປະເທດນັບ
ຕັ້ງແຕ່ໄດ້ແຍກໂຕອອກຈາກກສະຫະພາບໂຊວຽດ ໃນວັນເສົາມື້ນີ້
ທີ່ນະຄອນຫຼວງ Kyiv ຕໍ່ໜ້າສະພາແຫ່ງຊາດ ພວກຜູ້ນຳຂອງໂລກ ແລະບັນດາແຂກຜູ້ມີກຽດ ຮວມທັງ ຮອງປະທານາທິບໍ ສະຫະລັດ
ທ່ານ Joe Biden.
ປະທານາທິບໍດີ ຄົນໃໝ່ຂອງຢູເຄຣນ ທ່ານ Petro Poroshenko
ປະທານາທິບໍດີ ຄົນໃໝ່ຂອງຢູເຄຣນ ທ່ານ Petro Poroshenko

ທ່ານ Poroshenko ກ່າວໃນລະຫວ່າງພິທີສາບານໂຕເຂົ້າຮັບຕຳ
ແໜ່ງຂອງທ່ານວ່າ ທ່ານຈະບໍ່ຍອມຮັບເອົາການປະກາດຂອງຣັດ
ເຊຍເພື່ອຮວມເອົາເຂດ Crimea ເຂົ້າເປັນຂອງຕົນຢ່າງເດັດຂາດ.
ມົສກູໄດ້ສົ່ງກຳລັງທະຫານເຂົ້າໄປໃນເຂດແຫຼມ Crimea ເມື່ອຕົ້ນ
ປີນີ້ ແລະກໍເຂົ້າຄວບຄຸມເຂດດັ່ງກ່າວໃນເດືອນມີນາຜ່ານມາ.

ນອກນັ້ນຜູ້ນຳຄົນໃໝ່ຂອງຢູເຄຣນຍັງໃຫ້ຄຳໝັ້ນສັນຍາທີ່ຈະໂອ້
ລົມກັບປະຊາຊົນ ໃນເຂດພາກຕາເວັນອອກຂອງຢູເຄຣນ ບ່ອນ ທີີ່ພວກແບ່ງແຍກດິນແດນນິຍົມ ຣັດເຊຍໄດ້ປະທະກັນ ກັບກອງ
ທະຫານຢູເຄຣນນັ້ນ.

ທ່ານ Poroshenko ໄດ້ຮັບຄະແນນສຽງສ່ວນຫຼາຍ ໃນການປ່ອນບັດເລືອກຕັ້ງ ເມື່ອວັນທີ 25 ພຶດສະພາຜ່ານມາ ທີ່ມີຜູ້ສະໝັກເຂົ້າແຂ່ງຂັນທັງໝົດ 21 ຄົນ.

ເວລານີ້ ທ່ານຕ້ອງໄດ້ນຳພາປະເທດຊາດ ທີ່ພວມປະສົບກັບບັນຫາຮ້າຍແຮງ ທາງດ້ານເສດ ຖະກິດ ແລະຄວາມວຸ້ນວາຍໃນເຂດທີ່ມີຊາຍແດນຕິດກັບຣັດເຊຍ.

ໃນວັນສຸກວານນີ້ ສະຫະລັດ ຣັດເຊຍ ແລະຢູເຄຣນ ໄດ້ເອົາບາດກ້າວຈຳນວນນຶ່ງ ເພື່ອຫລຸດ ຜ່ອນຄວາມເຄັ່ງຕຶງທີ່ເກີດຈາກວິກິດການລົງ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ພົບປະກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໃນຄວາມພະຍາຍາມເພື່ອນຳເອົາໃນອັນທີ່ວັງເຄຣັມລິນເອີ້ນວ່າ “ການຍຸດຕິຢ່າງວ່ອງໄວໃນການກໍ່ຄວາມຮຸນແຮງ ແລະການປະຕິບັດງານທາງທະຫານ” ໃນພາກຕາເວັນອອກຂອງຢູເຄຣນ.

ຜູ້ນຳທັງສອງໄດ້ພົບປະທີ່ປະເທດຝຣັ່ງ ຄຽງຄູ່ໄປກັບພິທີລະລຶກເຖິງວັນຄົບຮອບ 70 ປີໃນ ການຍົກພົນຂຶ້ນບົກ D-Day.
UKRAINIAN INAUGURATION CNPK
please wait

No media source currently available

0:00 0:02:23 0:00

ເຈົ້າໜ້າທີ່ສະຫະລັດກ່າວວ່າ ທ່ານໂອບາມາໄດ້ໃຊ້ການພົບປະແບບສັ້ນໆແລະບໍ່ໄດ້ມີການ ວາງແຜນລ່ວງໜ້າເພື່ອຢ້ຳວ່າ ຣັດເຊຍສາມາດມີສ່ວນ ໃນການສະໜັບສະໜຸນຕໍ່ສັນຕິພາບ ໃນພູມີພາກໄດ້ ໂດຍຮັບຮູ້ປະທານາທິບໍດີ Petro Poroshenko ທີ່ຖືກເລືອກໃໝ່ຂອງຢູ ເຄຣນ. ປະທານາທິບໍດີສະຫະລັດ ຮຽກຮ້ອງໃຫ້ຜູ້ນຳຣັດເຊຍ ຍຸດຕິການໃຫ້ຄວາມສະໜັບ ສະໜຸນຕໍ່ພວກແບ່ງແຍກດິນແດນ ທີ່ນິຍົມຣັດເຊຍ ໃນພາກຕາເວັນອອກຂອງຢູເຄຣນ.

ນອກນັ້ນ ໃນວັນສຸກວານນີ້ ທ່ານ Putin ຍັງໄດ້ພົບປະກັບປະທານທິບໍດີທີ່ໄດ້ຮັບເລືອກໃໝ່ ຂອງຢູເຄຣນ. ເຈົ້າໜ້າທີ່ຝຣັ່ງກ່າວຕໍ່ພວກນັກຂ່າວວ່າທ່ານ Putin ແລະທ່ານ Poroshenko ໄດ້ເຫັນພ້ອມນຳກັນ ທີ່ຈະເປີດການໂອ້ລົມ ຢ່າງເປັນທາງການເພີ້ມຕື່ມ ທີ່ແນໃສ່ເພື່ອເຈລະ ຈາຫາທາງຢຸດຍິງ ຢູ່ໃນພາກຕາເວັນອອກ ຂອງຢູເຄຣນ.
XS
SM
MD
LG