ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳ​ໄລ​ຈາກ​ສົງ​ຄາມ ​ໃນ​ຢູ​ເຄ​ຣນ ເຮັດ​ໃຫ້​ນໍ​ເວ ຮູ້​ສຶກ​ບໍ່​ສະ​ບາຍ​ໃຈ


​ແຟ້ມ - ​ຖານ​ຜະ​ລິດ​ນ້ຳ​ມັນ​ຢູ່​ທະ​ເລ​ເໜືອ ທີ່​ບໍ່ Johan Sverdrup ປະ​ມານ 140 ກິ​ໂລ​ແມັດ ຫ່າງ​ຈາກ​ເມືອງສ​ຕາ​ວາງ​ເຈີ (Stavanger) ປະ​ເທດ​ນໍ​ເວ ເມື່ອ​ວັນ​ທີ 3 ທັນ​ວາ 2019.
​ແຟ້ມ - ​ຖານ​ຜະ​ລິດ​ນ້ຳ​ມັນ​ຢູ່​ທະ​ເລ​ເໜືອ ທີ່​ບໍ່ Johan Sverdrup ປະ​ມານ 140 ກິ​ໂລ​ແມັດ ຫ່າງ​ຈາກ​ເມືອງສ​ຕາ​ວາງ​ເຈີ (Stavanger) ປະ​ເທດ​ນໍ​ເວ ເມື່ອ​ວັນ​ທີ 3 ທັນ​ວາ 2019.

ການ​ສູນ​ເສຍ​ຂອງ​ຜູ້ນຶ່ງ ອາດ​ຈ​ະ​ເປັນ​ຜົນ​ດີ​ສຳ​ລັບ​ອີກ​ຜູ້​ນຶ່ງ ແລະ​ບັນ​ຫາ​ຂັດ​ແຍ້ງ​ໃນຢູ​ເຄ​ຣນ ພິ​ສູດ​ໃຫ້​ເຫັນ​ເຖິງ​ການ​ໄດ້​ກຳ​ໄລ​ ຂອງ​ບາງ​ປະ​ເທດ​ທີ່​ຜະ​ລິດ​ພະ​ລັງ​ງານ ໃນ​ຂະ​ນະ​ທີ່​ລາ​ຄາ​ນ້ຳ​ມັນ ​ຖີບ​ໂຕ​ສູງ​ຂຶ້ນ ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວຝ​ຣັ່ງ.

ສົງ​ຄາມ​ເຮັດ​ໃຫ້​ລາຍ​ໄດ້ຈາກ​ນ້ຳ​ມັນ​ຂອງ​ນໍ​ເວ​ເພີ້ມ​ຂຶ້ນ​ຢ່າງ​ບໍ່​ຄາດ​ຝັນແລະ​ເວ​ລາ ນີ້​ ປະ​ເທດ​ດັ່ງ​ກ່າວ​ມີ​ຄວາມ​ກັງ​ວົນ​ໃຈຢ້ານ​ຖືກ​ເບິ່ງ​ກັນ​ວ່າເປັນ​ຜູ້​ໄດ້​ຕັກ​ຕວງເອົາ​ຜົນ​ປະ​ໂຫຍດຈາກ​ສົງ​ຄາມນັ້ນ ​ພວມພິ​ຈາ​ລະ​ນາ​ວ່າ​ຈະ​ເຮັດ​ຈັ່ງ​ໃດ​ກັບ​ຜົນ​ກຳ​ໄລ​ທີ່​ໄດ້​ຮັບ​ຢ່າງ​ບໍ່​ຄາດ​ຄິດ​ນີ້.

ຍ້ອນ​ການ​ລົງ​ໂທດ​ທີ່​ມີ​ຕໍ່​ຣັດ​ເຊຍ ຫຼັງ​ຈາກ​ການ​ບຸກ​ລຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ການຖີບ​ໂຕ​ສູງ​ຂຶ້ນຂອງ​ລາ​ຄາ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ອາດ​ຈະ​ເຮັດ​ໃຫ້​ປະ​ເທດ​ນໍ​ເວ​ມີ​ລາຍ​ໄດ້​ພິ​ເສດ​ຈາກ​ນ້ຳ​ມັນ ແລະ​ແກັ​ສ​ທຳ​ມະ​ຊາດ​ຫຼາຍ​ເຖິງ 170 ​ພັນລ້ານ​ໂດລາ​ພາຍ​ໃນ​ປີນີ້ ອີງ​ຕາມ​ທະ​ນາ​ຄານ​ນໍ​ເດຍ.

ນໍ​ເວ ຊຶ່ງ​ເປັນ​ປະ​ເທດສົ່ງ​ອອກ​ນ້ຳ​ມັນ ​ແລະ​ແກັ​ສ​ທຳ​ມະ​ຊາດ ທີ່​ໃຫຍ່​ສຸດ​ຂອງ​ຢູ​ໂຣບ​ຕາ​ເວັນ​ຕົກ ອາດ​ຈະ​ມີ​ລາຍ​ຕື່ມ​ເກືອບ 5,680 ໂດ​ລາຫຼາຍກວ່າ​ທີ່​ຄາດຄິດ ​ໄວ້ ໃນ​ທຸກໆ​ວິ​ນາ​ທີ ​ຂອງ​ແຕ່​ລະ​ມື້ ​ໂດຍ​ບໍ່​ຕ້ອງ​ໄດ້​ເຮັດ​ຫຍັງ.

ແຕ່​ໂຊ​ກ​ລາບ​ດັ່ງ​ກ່າວນີ້ ເຮັດ​ໃຫ້​ນໍ​ເວ​ຮູ້​ສຶກ​ມີ​ຄວາມ​ຜິ​ດ ​ຢູ່​ໃນ​ຈິດ​ສຳ​ນຶກ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນແລະ​ພະ​ລັງ​ງານ​ ນໍ​ເວ ທ່ານ​ເຕີ​ເຢ ອາສ​ລານ (Terje Aasland) ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ແກ່​ໂທ​ລະ​ພາບ TV2 ໂດຍ​ເວົ້າວ່າ “ມັນ​ມີ​ບາ​ງເວ​ລາ ​ທີ່​ມີ​ລາຍໄດ້ ເຮັດ​ໃຫ້ບໍ່​ຄ່ອຍ​ມ່ວນ​ຊື່ນ​ປານ​ໃດ ແລະ​ນີ້​ແມ່ນນຶ່ງ​ໃນ​ນັ້ນ ເມື່ອ​ເວົ້າ​ເຖິງ​ສະ​ຖາ​ນະ​ການ​.”

ລາຍ​ໄດ້​ຈາກ​ການ​ຂາຍ​ນ້ຳ​ມັນ​ສ່ວນ​ໃຫຍ່​ຂອງ​ນໍ​ເວແມ່ນ​ເຂົ້າ​ຄັງ​ຂອງ​ລັດ​ຖະ​ບານ ໂດຍ​ຜ່ານ​ການ​ເກັບ​ພາ​ສີ ເງິນ​ປັນ​ຜົນ​ແລະ​ການ​ຖື​ຮຸ້ນ​ໂດຍ​ກົງຢູ່​ໃນ​ບໍ່​ນ້ຳ​ມັນແລະ​ບໍ່​ແກັ​ສ ຊຶ່ງ​ຫຼັງ​ຈາກນັ້ນ​ກໍ​ນຳ​ເຂົ້າ​ໄປ​ໄວ້​ໃນ​ກອງ​ທຶນ​ການ​ລົງ​ທຶນ​ຂອງ​ລັດ​ຖະບານ ຊຶ່ງ​ໃນ​ເວ​ລານີ້ ​ກໍ​ເປັນ​ກອງ​ທຶນ​ທີ່​ໃຫຍ່​ທີ່​ສຸດ​ຢູ່ໃນ​ໂລກ.

ກອງ​ທຶນ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ຕົກ​ລາ​ຄາ​ຂອງ​ຕະ​ຫຼາດ​ຮຸ້ນ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້ ແຕ່​ກໍ​ຍັງ​ມີ​ມູນ​ຄ່າ​ຢູ່​ປະ​ມານ 227,000 ໂດ​ລາ​ສຳ​ລັບ​ຊາວນໍ​ເວ​ແຕ່​ລະ​ຄົນ ຊຶ່ງ​ມີ​ພົນ​ລະ​ເມືອງ​ທັງ​ໝົດ 5 ລ້ານ 4 ແສນ​ຄົນ​ນັ້ນ.

​ບົດ​ບັນ​ນາ​ທິ​ການ​ຂອງໜັງ​ສື​ພິມ​ແ​ດັກ​ບ​ລາ​ເດ (Dagbladet) ຂຽນ​ວ່າ “ນໍ​ເວ​ບໍ່​ສາ​ມາດຫຼົບ​ຫຼີກ​ຈາກ​ຄວາມ​ຈິງ​ທີ່​ຟັງ​ແລ້ວ​ບໍ່​ມ່ວນ ນັ້ນ​ກໍ​ຄື​ຜົນ​ກຳ​ໄລ​ຈາກ​ສົງ​ຄາມ.”

ບົດ​ບັນ​ນາ​ທິ​ການ​ກ່າວ​ຕື່ມ​ວ່າ “ໃນ​ຂະ​ນະ​ທີ່​ຢູ​ເຄ​ຣນ​ຖືກ​ທຳ​ລາຍ ແລະ​ບັນ​ດາ​ປະ​ເທດ​ສ່ວນ​ໃຫຍ່​ແມ່ນ​ຮູ້​ສຶກ​ໄດ້​ຮັບ​ຜົນ​ກະ​ທົບ​ໃນ​ທາງ​ລົບ​ຈາກ​ສົງ​ຄາມນີ້ ເຊັ່ນ​ລາ​ຄາ​ພະ​ລັງ​ງານ​ທີ່​ສູງ​ຂຶ້ນ ລາ​ຄາ​ອາ​ຫານ​ການ​ກິນ​ທີ່​ແພງ​ຂຶ້ນແລະ​ອັດ​ຕາ​ເງິນ​ເຟີ້​ທີ່​ຖີບ​ໂຕ​ສູງ​ຂຶ້ນ ພວກ​ເຮົາ​ຊ້ຳ​ພັດ​ໄດ້​ຮັບ​ຜົນ​ກຳ​ໄລ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG