ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງ​ຄາມ​ໃນ​ຢູ​ເຄ​ຣນ ເຮັດໃຫ້​ຝ​ຣັ່ງ ແລະ​ບັນ​ດາ​ປະ​ເທດ ຢູ​ໂຣບ ເປັນ​ຫ່ວງກ່ຽວ​ກັບ​ການ​ມີ​ໜ້າ ​ຂອງ​ຣັດ​ເຊຍ ໃນ ອາ​ຟ​ຣິ​ກາ


ແຟ​້ມ - ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຈາກ​ກຸ່ມ​ແວກ​ເນີ ຂອງ​ຣັດ​ເຊຍ (ຊ້າຍ) ຢືນ​ຢູ່​ກັບ​ທະ​ຫານ​ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ ທີ່​ຂະ​ບວນ​ການ MCU ຊຶ່ງ​ເປັນ​ພັກ​ການ​ເມືອງ ທີ່​ສະ​ໜາມ​ກິ​ລາອົມ​ນິ​ສ​ປອດ (Omnisport) ໃນ​ເມືອງ​ບັງ​ກີ ເມື່ອ​ວັນ​ທີ 18 ມີ​ນາ 2022.
ແຟ​້ມ - ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຈາກ​ກຸ່ມ​ແວກ​ເນີ ຂອງ​ຣັດ​ເຊຍ (ຊ້າຍ) ຢືນ​ຢູ່​ກັບ​ທະ​ຫານ​ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ ທີ່​ຂະ​ບວນ​ການ MCU ຊຶ່ງ​ເປັນ​ພັກ​ການ​ເມືອງ ທີ່​ສະ​ໜາມ​ກິ​ລາອົມ​ນິ​ສ​ປອດ (Omnisport) ໃນ​ເມືອງ​ບັງ​ກີ ເມື່ອ​ວັນ​ທີ 18 ມີ​ນາ 2022.

ບໍ່​ຮອດ​ນຶ່ງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັງ ທ່ານ​ຟ​ຣັງ​ຊົວ ໂອນ​ລັງ (Francois Hollande) ໄດ້​ຖືກ​ຕ້ອນ​ຮັບ​ຢ່າງ​ມີ​ໄຊແລະ​ໄດ້​ຮັບ​ອູດ​ເປັນ​ຂອງ​ຂວັນ ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ປະ​ເທດ​ມາ​ລີ ບ່ອນ​ທີ່​ປະ​ຊາ​ຊົນ​ພາ​ກັນ​ຮ້ອງ​ເຊຍ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ການ​ບຸກ​ຄືບ​ໜ້າ​ຂອງ​ຝ​ຣັ່ງ​ໃນ​ການ​ສູ້​ລົບ​ຢ່າງ​ດຸ​ເດືອດ​ກັບ​ພວກ​ກະ​ບົດ​ອິ​ສ​ລາມຫົວ​ຮຸນ​ແຮງ.

ໃນ​ທຸກມື້ນີ້ ​ພວກ​ກະ​ບົດ​ໄດ້​ຕັ້ງທີ່​ໝັ້ນ​ຂອງ​ຕົນ​ຂຶ້ນ ມາ​ລີ ​ກໍ​ປົກ​ຄອງ​ດ້ວຍ​ພວກ​ຜູ້​ນຳ​ທະ​ຫານ ແລະ​ປາ​ຣີ​ພວມ​ຖອນ​ທະ​ຫານ​ຂອງ​ຕົນ​ອອກ​ຈາກ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນເຂດ​ຊາ​ແຮ​ລ​ດັ່ງ​ກ່າວ ທ່າມ​ກາງ​ທີ່​ມີ​ຄວາມ​ຮູ້​ສຶກ​ຕໍ່​ຕ້ານ​ຝ​ຣັ່ງ​ຫຼາຍ​ຂຶ້ນ. ໃນ​ຂະ​ນະທີ່ທະ​ຫານ​ຝ​ຣັ່ງ​ຖອນ​ອອກ​ໄປ​ນັ້ນ ກຳ​ລັງ​ຕ່າງ​ປະ​ເທດ​ອີກ​ກຸ່ມ​ນຶ່ງ​ກໍ​ເຂົ້າ​ມາ​ແທນ​ທີ່​ໃນ​ປະ​ເທດ​ມາ​ລີ ແລະ​ຢູ່​ແຫ່ງ​ອື່ນໆ ຊຶ່ງ​ພວກ​ນັກ​ວິ​ເຄາະ​ແລະ​ລາຍ​ງານ​ກ່າວ​ວ່າ ແມ່ນຣັດ​ເຊຍ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ກຸ່ມ​ແວັກ​ເນີ ຊຶ່ງ​ເປັນກອງ​ກຳ​ລັງຮັບ​ຈ້າງ​ເອກ​ກະ​ຊົນ.

ດັ່ງ​ທີ່​ໄດ້​ມີ​ລາຍ​ງານ​ກັນ​ຢ່າງກວ້າງ​ຂວາງນັ້ນ ຫົວ​ໜ້າ​ຂອງ​ກຸ່ມ​ແວັກ​ເນີແມ່ນຖື​ວ່​າ ເປັນ​ພັນ​ທະ​ມິດ​ທີ່​ໃກ້​ຊິດ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ແລະອົງ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ຢູ​ເຄ​ຣນເວົ້າ​ວ່າ ກຸ່ມ​ດັ່ງ​ກ່າວເປັນ​ທະ​ຫານ​ສ່ວນ​ໂຕ​ຂອງ​ປູ​ຕິນ.

ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ປະ​ເທດ​ຕາ​ເວັນ​ຕົກກ່ຽວ​ກັບການ​ບຸກ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ່​ເຄ​ຣນ​ນັ້ນ ຍັງ​ໄດ້​ພາ​ໃຫ້​ມີ​ການ​ເພັ່ງ​ເລັງໃໝ່ຢູ່​ໃນ​ອາ​ຟ​ຣິ​ກາ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດມີ​ຄວາມ​ເປັນ​ຫ່ວງຫຼາຍ​ຂຶ້ນ​ກ່ຽວ​ກັບ​ການຂະຫຍາຍ​ອິດ​ທິ​ພົນ​ຂອງ​ມົ​ສ​ກູ ​ເຂົ້າ​ໄປ​ໃນ​ອະ​ດີດ​ອາ​ນາ​ນິ​ຄົມ​ຂອງ​ຝ​ຣັ່ງ. ເຖິງ​ແມ່ນມີ​ພວກ​ນັກ​ວິ​ເຄາະ​ຫຼາຍ​ຄົນ ໃນ​ເວ​ລານີ້ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນຕໍ່​ການ​ເກີດ​ສົງຄາມ​ເຢັນ​ຮອບ​ໃໝ່ ທີ່ໄດ້​ພາ​ໃຫ້​ມີ​ການ​ແບ່ງ​ແຍກ​ອາ​ຟ​ຣິ​ກາ​ ອອກ​ເປັນ​ເຂດ​ອິດ​ທິພົນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກແລະ​ຂອງ​ຣັດ​ເຊຍກໍ​ຕາມ ແຕ່​ຫຼາຍໆ​ຄົນ​ກໍ​ເຫັນ​ພ້ອມ​ນຳ ທີ່​ຂົງ​ເຂດ​ດັ່ງ​ກ່າວ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຂຶ້ນ​ທາງ​ດ້ານ​ຍຸດ​ທະ​ສາດ.

ໃນ​ຂະ​ນະ​ທີ່​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ພວມ​ສູ້​ລົບໃນ​ຢູ​ເຄ​ຣນ​ຢູ່ນັ້ນ ກໍ​ມີ​ການ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຂ່າວ​ຂອງ​ກຸ່ມ​ແວັກ​ເນີ ໂດຍ​ກ່າວ​ຫາ​ກຸ່ມ​ດັ່ງ​ກ່າວ​ໃນ​ການລະ​ເມີດ​ສິດ​ທິ​ມະ​ນຸດ​ຢູ່​ໃນ​ອາ​ຟ​ຣິ​ກາ​ ແລະ​ພາກ​ຕາ​ເວັນ​ອອກ​ກາງ. ລາຍ​ງານ​ເມື່ອ​ບໍ່​ດົນ​ມານີ້​ສະ​ເໜີ​ແນະວ່າ ກຸ່ມ​ແວັກ​ເນີ​ໄດ້​ສົ່ງ​ພະ​ນັກ​ງານ​ຂອງ​ຕົນ​ຈາກ​ອາ​ຟ​ຣິ​ກາ​ໄປ​ຍັງ​ຢູ​ເຄ​ຣນ ເພື່ອ​ໄປ​ລອບ​ສັງ​ຫານປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີ.

ທ່ານ​ນາງ​ພອ​ລ​ລີນ ບາ​ສ (Pauline Bas) ຮອງ​ຜູ້​ອຳ​ນວຍ​ການ​ຂອງ​ກຸ່ມ​ວິ​ກິດ​ການ​ລະ​ຫວ່າງ​ປະ​ເທດ​ກ່າວ​ວ່າ “ມີ ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່ຫຼວງກ່ຽວ​ກັບຍຸດ​ທະ​ສາດ​ຂອງ​ຣັດ​ເຊຍ​ໃນ​ອາ​ຟ​ຣິ​ກາ.​” ໃນ​ຂະ​ນະ​ທີ່​ອິດ​ທິ​ພົນ​ຂອງ​ຣັດ​ເຊຍ​ຢູ່​ໃນ​ທະວີບ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ຍາ​ກອນ​ທຳ​ມະ​ຊາດ ມັນ​ບໍ່​ແມ່ນ​ເລື້ອງ​ໃໝ່ ທ່ານ​ນາງ​ກ່າວ​ວ່າ “ກຸ່ມ​ແວັກ​ເນີ​ແມ່ນ​ເປັນ​ແບບ​ທີ່​ວ່າ​ຕົວ​ພິກ​ເກມ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG