ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ຮຽກຮ້ອງໃຫ້ສະມາຊິກສະພາສະຫະລັດ ຈົ່ງ 'ຢ່າທໍລະຍົດ' ຕໍ່ທະຫານຂອງຕົນ


ຮູບພາບທີ່ໄດ້ຮັບການເຜີຍແຜ່ໂດຍສໍານັກງານປະທານາທິບໍດີຢູເຄຣນ ເມື່ອວັນທີ 13 ມີນາ 2022, ສະແດງໃຫ້ເຫັນປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໃນລະຫວ່າງການກ່າວຄໍາປາໄສຜ່ານວີດີໂອ, ເມື່ອວັນທີ 12 ມີນາ 2022.
ຮູບພາບທີ່ໄດ້ຮັບການເຜີຍແຜ່ໂດຍສໍານັກງານປະທານາທິບໍດີຢູເຄຣນ ເມື່ອວັນທີ 13 ມີນາ 2022, ສະແດງໃຫ້ເຫັນປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໃນລະຫວ່າງການກ່າວຄໍາປາໄສຜ່ານວີດີໂອ, ເມື່ອວັນທີ 12 ມີນາ 2022.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກຳ​ລັງຢູ່ໃນສະ ຫະລັດ, ເພື່ອພະຍາຍາມຊັກຊວນໃຫ້ບັນດາສະມາຊິກສະພາຈົ່ງຍຸຕິການຢຸດຢັ້ງການໃຫ້ທຶນເພີ້ມຕື່ມຫຼາຍກວ່າ 61 ຕື້ໂດລາແກ່ອງ​ທັບຂອງຢູເຄຣນ. ນັກຂ່າວດ້ານຄວາມໝັ້ນຄົງແຫ່ງຊາດຂອງ VOA, ເຈັຟ ເຊລດີນ (Jeff Seldin) ມີ​ລາຍ​ງານ​ເພີ່ມ​ເຕີມ ເຊິ່ງ ທິບສຸດາ ມີລາຍລະອຽດ.

ການຕ້ອນຮັບສູ່ມະຫາວິທະຍາໄລທາງດ້ານຄວາມໝັ້ນຄົງແຫ່ງຊາດໃນນະຄອນ ຫຼວງວໍຊິງຕັນ ດ້ວຍການຢືນ​ຂຶ້ນຕົບມື, ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ​ໄດ້ກ່າວຄໍາ​ຂອບ​ໃຈ ຕໍ່​ກອງທັບ​ສະຫະລັດ ​ທີ່​ໃຫ້ການ​ສະໜັບສະໜຸນແກ່ຕົນ, ກ່ອນ​ທີ່​ຈະຫັນມາ​ກ່າວ​ຄຳ​ປາ​ໄສ ​ຕໍ່​ບັນດາ​ສະມາຊິກ​ສະພາ ສະ ຫະລັດ.

ທ່ານກ່າວວ່າ:

"ຢູເຄຣນ ເປັນພຽງໝາກເດີນຂອງ ຣັດເຊຍ."

ເປົ້າໝາຍທີ່ແທ້ຈິງຂອງປະທານາທິບໍດີຣັດເຊຍ ທ່ານວະດາດີເມຍ ປູຕິນ…

ທ່ານ ເຊເລັນສະກີ ກ່າວວ່າ:

“ເປົ້າ​ຫມາຍ​ທີ່​ແທ້​ຈິງ​ຂອງ​ທ່ານແມ່ນ​ສິດ​ເສລີ​ພາບ, ສິດ​ເສລີ​ພາບ​ທີ່​ປະ​ຊາ​ຊົນ​ມີ​ຄວາມ​ສຸກ. ຈາກນະຄອນຫຼວງວໍຊໍ ໄປຫານະຄອນຊິກາໂກ້ ແລະ ໄປຫານະ ຄອນໂຢໂກຮາມາ.”

ທ່ານເຊເລັນສກີ ໄດ້ຮຽກຮ້ອງໃຫ້ບັນດານັກການເມືອງສະຫະລັດ ຈົ່ງ "ຢ່າທໍລະ ຍົດ" ຕໍ່ທະຫານຢູເຄຣນ, ໂດຍກ່າວວ່າ ຍັງມີຄວາມຕ້ອງການອາວຸດເພີ່ມເຕີມ ເພື່ອເອົາຊະນະ ຕໍ່ກອງກໍາລັງຂອງ ຣັດເຊຍ.

ທ່ານ ເຊເລັນສກີ ກ່າວວ່າ:

“ພວກເຮົາຮູ້ວ່າຈະເຮັດແນວໃດ. ແລະພວກທ່ານສາມາດຄາດຫວັງຕໍ່ຢູເຄຣນໄດ້, ແລະພວກເຮົາກໍຫວັງວ່າ ຈະສາມາດຄາດຫວັງ ກັບພວກທ່ານໄດ້ເຊັ່ນກັນ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານລອຍ ອອສຕິນ ກ່າວ​ຕໍ່ ທ່ານເຊເລັນສກີ ວ່າ ການ​ສະ​ໜັບ​ສະ​ໜຸນ​ຂອງ​ອາ​ເມ​ຣິ​ກາ​ຕໍ່​ຢູ​ເຄຣນ ແມ່ນ “ບໍ່​ສາ​ມາດ​ສັ່ນຄອນ​ໄດ້”…

ທ່ານກ່າວວ່າ:

"ທ່ານ ປູຕິນ ຍັງເຊື່ອວ່າ ລາວສາມາດ ເອົາຊະນະຢູເຄຣນໄດ້ ແລະລາວກໍສາມາດເອົາຊະນະອາເມຣິກາໄດ້ເຊັ່ນກັນ."

ແລະ ທ່ານອອສຕິນ ກ່າວວ່າ ວໍຊິງຕັນ "ຕ້ອງຮັກສາ" ຄໍາ​ໝັ້ນສັນຍາ.

ທ່ານອອສຕິນ ກ່າວວ່າ:

"ຖ້າພວກເຮົາບໍ່​ລຸກ​ຂຶ້ນ​ຕ້ານ​ຢັນການຮຸກຮານຂອງວັງເຄຣັມລິນໃນມື້ນີ້, ຖ້າພວກເຮົາບໍ່ຂັດຂວາງປະເທດອື່ນໆ​ທີ່ຈະກາຍເປັນຜູ້ຮຸກຮານ, ຖ້າພວກເຮົາບໍ່ຂັດຂວາງ ປະເທດອື່ນໆຈະກາຍເປັນຜູ້ຮຸກຮານ, ພວກເຮົາກໍມີພຽງແຕ່ຈະເຊື້ອເຊີນການຮຸກຮານເທົ່ານັ້ນ, ເຊິ່ງຈະເຮັດໃຫ້ມີການນອງເລືອດ ແລະຄວາມ​ວຸ້ນວາຍຫຼາຍຂຶ້ນ."

ປະທານາທິບໍດີ​ຢູ​ເຄຣນຄາດ​ວ່າ​ ຈະຮ້ອງ​ຂໍ​ແບບ​ດຽວ​ກັນ​ໃນ​ເວລາ​ທີ່​ທ່ານ​ພົບ​ປະ​ກັບ​ບັນດາ​ສະມາຊິກ​ສະພາ ​ຢູ່​ທີ່​ຫໍລັດຖະສະພາ ​ແລະ​ປະທານາທິບໍດີ ໂຈ ໄບເດັນ ຢູ່ທີ່​ທຳນຽບຂາວ​ໃ ນ​ວັນ​ອັງຄານ​ວານ​ນີ້.

Ukrainian President Volodymyr Zelenskyy is in the United States, trying to convince lawmakers to stop stalling on more than $61 billion in supplemental funding for Ukraine’s military. VOA National Security Correspondent Jeff Seldin has more.]]

Welcomed to National Defense University in Washington with a standing ovation, Ukrainian President Volodymyr Zelenskyy thanked the U.S. military for its support, before pivoting to a message for U.S. lawmakers.

Zelenskyy:

“Ukraine is just a stepping-stone for Russia.”

Russian President Vladimir Putin’s real goal…

Zelenskyy:

“His real target is the freedom, freedom people enjoy. From Warsaw to Chicago to Yokohama.”

Zelenskyy asked U.S. politicians “not to betray” Ukraine’s soldiers, saying more weapons are needed to defeat Russia’s forces.

Zelenskyy:

“We know what to do. And you can count on Ukraine, and we hope just as much to be able to count on you.”

U.S. Defense Secretary Lloyd Austin told Zelenskyy America’s support for Ukraine is “unshakeable” … and agreed on the danger of letting Russia win.

Austin:

“Putin still believes that he can outlast Ukraine and that he can outlast America.”

And Austin said Washington’s commitments “must be kept.”

Austin:

“If we do not stand up to the Kremlin's aggression today, if we do not deter other would- be aggressors, if we do not deter other would-be aggressors, we will only invite more aggression, more bloodshed and more chaos.”

Ukraine’s president is expected to make a similar plea when he meets with lawmakers on Capitol Hill and President Joe Biden at the White House on Tuesday.

XS
SM
MD
LG