ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢູ​ເຄ​ຣນ ຮຽກ​ຮ້ອງ​​ໃຫ້​ເອົາ ມາດ​ຕະ​ການ​ລົງ​ໂທດ​ໃໝ່ ທ່າມ​ກາງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ລະ​ດົມ​ຍິງ​ໃສ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ


ທະ​ຫານ ຣັດ​ເຊຍ ຍາມ​ຢູ່​ບໍ​ລິ​ເວນ​ນຶ່ງ​ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ໃນ​ດິນ​ແດນ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ທະ​ຫານ ຣັດ​ເຊຍ, ພາກ​ໃຕ້​ຂອງ ຢູ​ເຄ​ຣນ, 1 ພຶດ​ສະ​ພາ 2022.
ທະ​ຫານ ຣັດ​ເຊຍ ຍາມ​ຢູ່​ບໍ​ລິ​ເວນ​ນຶ່ງ​ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ໃນ​ດິນ​ແດນ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ທະ​ຫານ ຣັດ​ເຊຍ, ພາກ​ໃຕ້​ຂອງ ຢູ​ເຄ​ຣນ, 1 ພຶດ​ສະ​ພາ 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສກີ ໄດ້​ຮຽກ​ຮ້ອງໃຫ້​ເອົາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່​ພາກ​ສ່ວນ​ນິວ​ເຄ​ລຍ​ຂອງ ຣັດ​ເຊຍ ທ່າມ​ກາງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ລະ​ດົມ​ຍິງ​ຢູ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ​ ໃນ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ.

ທ່ານ ເຊ​ເລັນ​ສ​ກີ, ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ເມື່ອງ​ແລງວັນ​ຈັນ​ວານນີ້, ໄດ້​ເຕືອນ ກ່ຽວ​ກັບ “ໄພ​ຫາ​ຍະ​ນະ” ທີ່​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ເປັນ​ໄປ​ຂົ່ມ​ຂູ່​ ສຳ​ລັບ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ຖ້າ​ຕອນນີ້ ​ໂລກບໍ່​ສະ​ແດງ​ຄວາມ​ແຂງ​ແກ່ນ ແລະ ຄ​ວາມ​ເດັດ​ຂາດ​ເພື່ອ​ປ້ອງ​ກັນ​ໂຮງໄຟ​ຟ້າ​ນິວ​ເຄ​ລຍ​ແຫ່ງ​ນຶ່ງ, ມັນ​ຈະ​ໝາຍ​ຄວາມ​ວ່າ​ໂລກ​ແມ່ນ​ໄດ້​ຜ່າຍ​ແພ້.”

ທັງ ຣັດ​ເຊຍ ແລະ ຢູ​ເຄ​ຣນ ໄດ້​ກ່າວ​ຫາ​ກັນ ແລະ ກັນ ກ່ຽວ​ກັບ ການ​ຍິງ​ອາ​ວຸດ ​ຢູ່​ໃກ້​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ.

ມັນ​ໄດ້​ສືບ​ຕໍ່​ມາ​ຮອດ​ວັນ​ຈັນ​ວານນີ້ ດ້ວຍ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ທີ່​ຖືກ​ແຕ່ງ​ຕັ້ງ​ປະ​ຈຳ​ການ​ຢູ່​ເມືອງ ເອ​ເນີ​ໂຮ​ດາ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່ ​ຂອງ ຢູ​ເຄ​ຣນ ໄດ້​ຕົກ​ຢູ່​ໃກ້​ໂຮງ​ໄຟ​ຟ້າ​ນັ້ນ, ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ຄົນ​ນຶ່ງ​ໄດ້​ກ່າວ​ວ່າ ມັນ​ແທ້​ຈິງ​ແລ້ວ​ແມ່ນ​ກອງ​ກຳ​ລັງ ຣັດ​ເຊຍ ທີ່​ລະ​ດົມ​ຍິງ​ໃສ່​ບໍ​ລິ​ເວນ​ດັ່ງ​ກ່າວ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ມັນ​ເບິ່ງ​ຄື​ວ່າ​ ເປັນ​ການ​ໂຈມ​ຕີ​ຂອງ ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຢູ​ເຄ​ຣນ ທ່ານ ໂອ​ເລັກ​ຊີ ເຣັ​ສ​ນີ​ກອບ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພາ​ສາ ຢູ​ເຄ​ຣນ ວ່າ “ມັນ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ​ສຳ​ລັບ​ພວກ​ເຮົາ” ທີ່​ຈະ​ລະ​ດົມ​ຍິງ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ “ເພາະ​ວ່າມື້ນີ້​ພວກ​ເຮົາ​ເຂົ້າ​ໃຈ​ອັນ​ຕະ​ລາຍ​ ກ່ຽວ​ກັບ ນິວ​ເຄ​ລຍ​ຕໍ່​ມວນ​ມະ​ນຸດຢ່າງ​ເຕັມ​ທີ່. ພວກ​ເຮົາ​ໄດ້​ລອດ​ຊີ​ວິດ​ຈາ​ກ​ໄພ​ພິ​ບັດ ເຊີ​ໂນ​ບິ​ລ ໃນ​ປີ 1986. ມັນ​ແມ່ນ​ປະ​ຊາ​ຊົນ ຢູ​ເຄ​ຣນ ຜູ້​ທີ່​ຮູ້​ວ່າ​ໄພ​ພິ​ບັດ ເຊີ​ໂນ​ບິ​ລ ແມ່ນ​ຫຍັງ​ໃນ​ຕອ​ນ​ທຳ​ອິດ ແລະ ມີ​ຄົນຫຼາຍ​ປານ​ໃດ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ເວ​ລາ​ຕໍ່​ມາ​ຍ້ອນກຳ​ມັນ​ຕະ​ພາບ​ລັງ​ສີ.

ທ່ານ ເຣັ​ສ​ນິ​ກອບ ໄດ້​ກ່າວ​ວ່າ “ຍ້ອນ​ແນວ​ນັ້ນ​ພວກ​ເຮົາ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ທຸກ​ຄົນ​ເຂົ້າ​ແຊກ​ແຊງ, ແລະ ພວກ​ເຮົາ​ບໍ່​ໄດ້​ຂໍ​ພຽງ​ແຕ່​ອົງ​ການ​ປະ​ລະ​ມະ​ນູ​ສາ​ກົນ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ຂໍ​ປະ​ຊາ​ຄົມ​ສາ​ກົນ​ທັງ​ໝົດ​ ໃຫ້​ເຂົ້າ​ແຊກ​ແຊງ ແລະ ຄວບ​ຄຸມ ເພື່ອ​ທີ່​ຈະ​ບໍ່​ໃຫ້​ມັນ​ເປັນ​ອີກ​ສາ​ເຫດ​ນຶ່ງ​ຂອງ​ໄພ​ພິ​ບັດ​ດ້ານ​ນິວ​ເຄ​ລຍ​ໃນ ຢູ​ໂຣບ.”

ດ້ວຍ​ຄວາມ​ຢ້ານ​ກົວ ກ່ຽວ​ກັບ ໄພ​ພິ​ບັດ, ທ່ານ ເຣັ​ສ​ນິ​ກອບ ໄດ້​ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ໜ່ວຍ​ຕ່າງໆ​ຂອງ ຣັດ​ເຊຍ ບໍ່​ຄວນ​ເອົາ​ໃຈ​ໃສ່ ​ຢູ່​ສະ​ຖານ​ທີ່​ນັ້ນ ແລະ ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ເວ​ລານີ້​ແມ່ນ​ການ​ຍຸ​ແຍ່​ພຽງ​ເທົ່າ​ນັ້ນ ແລະ ເກມ​ປະ​ເພດ​ນຶ່ງ​ເພື່ອ​ທົດ​ສອບ “ຄວາມ​ຢ້ານ​ກົວ​ຕໍ່​ນິວ​ເຄ​ລຍ” ຂອງ​ສັງ​ຄົມ​ໃນ​ໂລກ​ໂດຍ​ລວມ.”

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ ເລ​ຂາ​ທິ​ການ​ໃຫຍ່​ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ສະ​ພາບ​ສຳ​ລັບ​ການ​ປະ​ຕິ​ບັດ​ການ​ທີ່​ປອດ​ໄພ​ຂອງ​ໂຮງ​ໄຟ​ຟ້າ​ໃນ​ການ​ລົມ​ໂທ​ລະ​ສັບ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG