ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ ຣັດ​ເຊຍ ແລະ ເທີ​ກີ ປຶກ​ສາ​ຫາ​ລື​ຂໍ້​ຕົກ​ລົງ​ອາ​ຫານ​ປະ​ເພດ​ເມັດ ຢູ​ເຄ​ຣນ


ໃນ​ພາບນີ້​ຈາກວິ​ດິ​ໂອ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ຂ່າວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ, ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປ​າ​ໄສ​ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 16 ເມ​ສາ 2022.
ໃນ​ພາບນີ້​ຈາກວິ​ດິ​ໂອ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ຂ່າວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ, ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປ​າ​ໄສ​ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 16 ເມ​ສາ 2022.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຈັດ​ການ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ທ່າ​ມ​ກາງ​ຄວາມ​ພະ​ຍາ​ຍາມ​ໂດຍ ເທີ​ກີ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈະ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ເພື່ອ​ອະ​ນຸ​ຍາດ​ການ​ສົ່ງ​ອອກ​ສຳ​ລັບ​ອາ​ຫານ​ປະ​ເພດ​ເມັດ​ຈາກ​ທ່າ​ເຮືອ ຢູ​ເຄ​ຣນ.

ກອງ​ປະ​ຊຸ​ມ​ໃນ​ເມືອງ ໂຊ​ຈີ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ເຈ​ລະ​ຈາ​ໂດຍ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຣັດ​ເຊຍ ແລະ ເທີ​ກີ ເມື່​ອ​ອາ​ທິດ​ທີ່​ຜ່ານ​ມາ, ຫຼັງ​ຈາກ​ນັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ ໄດ້​ກ່າວ​ວ່າ​ທ່ານ​ໄດ້​ເອົາ​ລາຍ​ຊື່ ກ່ຽວ​ກັບ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ ຣັດ​ເຊຍ ໃຫ້​ ເທີ​ກີ ເພື່ອ​ເລີ່ມ​ຄືນ​ໂຄງ​ການ​ລິ​ເລີ່ມ​ອາ​ຫານ​ປະ​ເພດ​ເມັດ​ທະ​ເລ​ດຳ​ນັ້ນ.

ຣັດ​ເຊຍ ໄດ້​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ, ໂດຍ​ໄດ້​ຕຳ​ໜິ​ວ່າ​ຂໍ້​ຕົກ​ລົງ​ທີ່​ຄ້າຍ​ຄື​ກັນ​ທີ່​ສັນ​ຍາ​ຈະ​ຍົກ​ເລີກ​ສິ່ງ​ກີດ​ຂວາງ​ຕໍ່​ການ​ສົ່ງ​ອອກ​ອາ​ຫານ ແລະ ປຸຍແມ່ນບໍ່​ໄດ້​ຖືກ​ເຄົາ​ລົບ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ກອງ​ກຳ​ລັງ​ຂອງ​ພວກ​ເຂົາ​ໄດ້​ທຳ​ລາຍ​ເຮືອ​ທະ​ຫານ​ຄວາມ​ໄວ​ສູງ​ຂອງ ຢູ​ເຄ​ຣນ ສີ່​ລຳ​ໃນ​ພາກ​ຕາ​ວັນ​ຕົກ​ສຽງ​ເໜືອ​ຂອງ​ທະ​ເລ​ດຳ. ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ໃນ Telegram ນັ້ນ, ກະ​ຊວງ​ຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າ​ເຮືອ​ທີ່​ນຳ​ພາ​ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ມຸ່ງ​ໜ້າ​ໄປ​ຊາຍ​ຝັ່ງ​ຂອງ​ແຫຼມ​ໄຄ​ຣ​ເມຍ.

ກອງ​ທັບ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ອອກ​ຄຳ​ເຕືອ​ນ​ຫຼາຍ​ຄັ້ງ​ໃນ​ຂ້າ​ມ​ຄືນ​ທີ່​ຜ່ານ​ມາ​ສຳ​ລັບ​ໂດ​ຣນ​ຂອງ ຣັດ​ເຊຍ ທີ່​ມຸ່ງ​ໜ້າ​ໄປ​ສູ່ຫຼາຍ​ພາກ​ສ່ວນ​ຂອງ ຢູ​ເຄ​ຣນ, ລວມ​ທັງເຂດ ອິ​ສ​ເມ​ລ ທີ່​ຕັ້ງ​ຢູ່​ຕາມ​ແມ່​ນ້ຳ​ ດາ​ນູບ, ເຊິ່ງ​ໄດ້​ເປັນ​ຈຸດ​ສຳ​ຄັນ​ຕໍ່​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ໃນ​ລະ​ຫວ່າງ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ.

ທ່ານ ໂອ​ເລ ຄີ​ເປີ, ຜູ້​ປົກ​ຄອງ​ພາກ​ພື້ນ​ໂອ​ເດ​ຊາ, ໄດ້​ກ່າວ​ໃນ Telegram ວ່າ​ລະ​ບົບ​ປ້ອງ​ກັນ​ອາ​ກາດ ຢູ​ເຄ​ຣນ ໄດ້​ຍິງ​ໂດ​ຣນ​ຂອງ ຣັດ​ເຊຍ ຕົກ 17 ລຳ, ແຕ່​ມັນ​ໄດ້​ມີ​ຄວາມ​ເສຍ​ຫາຍ​ຢູ່​ພື້ນ​ດິນ​ຕໍ່​ສາງ​ເກັບ​ເຄື່ອງ​ຕ່າງໆ, ຕຶກ​ການ​ຜະ​ລິດ ແລະ ເຄື່ອງ​ຈັກ​ກະ​ສິ​ກຳ​ໃນ​ເຂດ ອິ​ສ​ເມ​ລ. ທ່ານ ຄີ​ເປີ ໄດ້​ກ່າວ​ວ່າ​ຊາກ​ຫັກ​ພັງ​ຂອງ​ໂດ​ຣນ​ຍັງ​ໄດ້​ກໍ່​ໃຫ້​ເກີດ​ໄຟ​ໄໝ້ຫຼາຍ​ບ່ອນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG