ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຢູ​ເຄຣນກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ ບໍ່​ມີ​ຄົນ​ຂັບ ​ແລະ​ລູກ​ສອນ​ໄຟ​ຂອງ ​ຣັດເຊຍ​ສັງຫານ 7 ຄົນ​ ຢູ່ ສອງ​ຕົວເມືອງ


​ພວກ​ດັບ​ເພີງ​ກຳ​ລັງ​ພະ​ຍາ​ຍາມ​ດັບ​ໄຟ​ໄໝ້​ຕຶກ​ອາ​ຄານ​ສູງທີ່​ຖືກລູກ​ສອນ​ໄຟ​ຍິງ​ໃສ່ ໃນ​ເຂດ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງເມ​ືອງ Zaporizhzhia ຂອງ​ຢູ​ເຄ​ຣນ, ວັນ​ທີ 22 ມີ​ນາ, 2023
​ພວກ​ດັບ​ເພີງ​ກຳ​ລັງ​ພະ​ຍາ​ຍາມ​ດັບ​ໄຟ​ໄໝ້​ຕຶກ​ອາ​ຄານ​ສູງທີ່​ຖືກລູກ​ສອນ​ໄຟ​ຍິງ​ໃສ່ ໃນ​ເຂດ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງເມ​ືອງ Zaporizhzhia ຂອງ​ຢູ​ເຄ​ຣນ, ວັນ​ທີ 22 ມີ​ນາ, 2023

ເຈົ້າ​ໜ້າ​ທີ່​ຢູ​ເຄຣນ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ​ແລະ​ລູກ​ສອນ​ໄຟ​ຄັ້ງ​ໃໝ່​ຂອງ​ຣັດເຊຍໄດ້​ສັງຫານ​ຢ່າງ​ໜ້ອຍ 7 ຄົນ​ ຢູ່ໃນ​ສອງ​ຕົວເມືອງ.

ໜ່ວຍບໍລິການສຸກເສີນຂອງລັດ ກ່າວວ່າ ການໂຈມຕີຄັ້ງນຶ່ງ ແມ່ນຖືກໂຮງຮຽນແຫ່ງນຶ່ງໃນເມືອງຣິ​ຊ​ຊິ​ຟ (Rzhyshchiv) ຊຶ່ງ​ເປັນເມືອງແຄມນ້ຳຕັ້ງ​ຢູ່ຫ່າງ​ຈາກນະຄອນ ຫຼວງກີ​ຢິບ ໄປທາງທິດໃຕ້ ປະມານ 60 ກິໂລແມັດ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ ແລະບາດເຈັບ 18 ຄົນ ແລະອີກ 3 ຄົນ ຍັງຫາຍສາບສູນຢູ່. ການ​ໂຈມ​ຕີ​ຄັ້ງ​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ທີ່​ພັກ​ອາ​ໄສຂອງ​ນັກ​ສຶກ​ສາ 2 ແຫ່ງ ແລະ​ອາ​ຄານຂອງ​ສະ​ຖາ​ບັນ​ສຶກ​ສານຶ່ງຫລັງ.

​ໃນ​ການ​ໂຈມ​ຕີ​ຄັ້ງ​ທີ 2, ເຈົ້າ​ໜ້າ​ທີ່​ຢູເຄ​ຣນກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ 1 ຄົນ ​ແລະ 33 ຄົນ​ໄດ້​ຮັບ​ບາດ​ເຈັບ ຍ້ອນ​ການ​ບຸກ​ໂຈມ​ຕີ​ ດ້ວຍ​ລູກ​ສອນ​ໄຟ​ສອງລູກ ​ໃສ່​ຕຶກ​ອາ​ຄານ​ສູງ 2 ຫຼັງ​ທີ່ຢູ່​ຕິດ​ກັນໃນ​ເມືອງ​ຊາ​ໂປ​ຣິ​ສ​ເຊຍ (Zaporizhzhia).

ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ໂຈມ​ຕີ​ໃນ​ຕອນກາງຄືນ​ຂອງຣັດ​ເຊຍລວມມີ "ເຮືອບິນ​ບໍ່​ມີ​ຄົນ​ຂັບ​ເພັດ​ສະ​ຄາດ​ຂອງ​ອີຣ່ານ 20 ລຳ​ ບວກ​ກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະ​ການ​ຍິງ​ລູກ​ປືນໃຫຍ່​ໃສ່​ຫລາຍໆ​ຄັ້ງ."

ຄວັນ​ພຸ້ງ​ຂຶ້ນ​ຈາກ​ຕຶກ​ອາ​ຄານ​ຫລັງ​ນຶ່ງ​ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ທ່າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນໃນ​ເມືອງ Rzhyshchiv ໃນ​ເຂດ​ນະ​ຄອນ​ຫລວງ​ກີ​ຢິບ, ໃນ​ທີ 22 ມີ​ນາ, 2023.
ຄວັນ​ພຸ້ງ​ຂຶ້ນ​ຈາກ​ຕຶກ​ອາ​ຄານ​ຫລັງ​ນຶ່ງ​ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ທ່າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນໃນ​ເມືອງ Rzhyshchiv ໃນ​ເຂດ​ນະ​ຄອນ​ຫລວງ​ກີ​ຢິບ, ໃນ​ທີ 22 ມີ​ນາ, 2023.

"ທຸກໆ​ຄັ້ງ ​ທີ່​ມີຄົນ​ພະຍາຍາມ​ຈະ​ໄດ້​ຍິນ​ຄຳ​ວ່າ 'ສັນຕິພາບ' ຢູ່​ມົ​ສ​ກູ ກໍແມ່ນມີ​ຄຳ​ສັ່ງ​ອີກ​ອັນ​ນຶ່ງ​ໃຫ້ທຳ​ການ​ໂຈມ​ຕີແບບ​ອາດ​ຊະ​ຍາ​ກຳເຊັ່ນ​ນັ້ນ​ໂລດ,” ນັ້ນ​ຄື​ຄຳ​ເວົ້າ ​ຂອງທ່ານເຊ​ເລນ​ສ໌​ກີ ທີ່ກ່າວ​ໃນ​ຂະນະ​ທີ່​ປະທານາທິບໍດີ​ຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ​ ​ກ່າວ​ຄຳ​ອວຍ​ພອນ​ໃນ​ຕອນສັ່ງ​ລາ ແກ່​ປະທານ​ປະ​ເທດສີ ຈິ້ນ​ຜິງ “ທີ່​ເປັນເພື່ອນ​ຮັກ” ຂອງ​ທ່ານ ຫລັງ​ຈາກ​ໄດ້​ມີ​ການ​ພົບ​ປະ​ກັນ​ຢູ່​ມົ​ສ​ກູ.

ທ່ານປູ​ຕິນ ໃນວັນອັງຄານຜ່ານ​ມາ ໄດ້ຍ້ອງຍໍແຜນສັນຕິພາບຂອງທ່ານສີ ທີ່ຈະເຮັດ​ໃຫ້ສົງຄາມໃນຢູເຄຣນສິ້ນ​ສຸດ​ລົງ ເຖິງແມ່ນວ່າແຜນ​ການນັ້ນ ບໍ່ໄດ້ຮຽກຮ້ອງໃຫ້ມີການຖອນທະຫານຂອງ​ຣັດເຊຍອອກ ຕາມທີ່ທ່ານ​ເຊ​ເລນ​ສ໌​ກີ ໄດ້ຮຽກຮ້ອງໃຫ້​ມີ ກ່ອນທີ່ການເຈລະຈາສັນຕິພາບຈະເລີ່ມຂຶ້ນ​ໄດ້.

Putin-Xi Meeting Won’t End Ukraine War, Says White House
please wait

No media source currently available

0:00 0:02:07 0:00

ຜູ້​ນໍາຢູ​ເຄ​ຣນ​ກ່າວ​ວ່າ ຜົນ​ສໍາ​ເລັດ​ຂອງ​ກຳລັງ​ທະ​ຫານຂອງ​ຕົນ “ໄດ້ນຳ​ເອົາ​ສັນ​ຕິ​ພາບມາໃຫ້​ໃກ້ກວ່າ” ໃນ​ຂະ​ນະ​ທີ່​ທ່ານ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ສາ​ມັກ​ຄີກັນ​ທົ່ວ​ໂລກ ແລະ​ການ​ປະ​ຕິ​ບັດ​ໃຫ້​ສອດ​ຄ່ອງ​ກັບມາດ​ຕະ​ການ​ລົງ​ໂທດ​ທີ່​ແນ​ໃສ່ ຣັດ​ເຊຍ.

"ດຽວນີ້, ເຂດທີ່ຄົນທຳມະດາສາ​ມັນ ແລະເດັກນ້ອຍອາ​ໄສແມ່ນຖືກຍິງ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເຊ​ເລນ​ສ໌​ກີຂຽນ​ຢູ່​ໃນ​ທວີດ​ເຕີ ໂດຍ​ມີວິດີໂອຈາກກ້ອງວົງຈອນປິດສະແດງໃຫ້ເຫັນຕຶກຫລັງນຶ່ງ ໃນເມືອງ​ຊາ​ໂປ​ຣິ​ສ​ເຊຍ ໄດ້ລະເບີດຂຶ້ນ ຂະນະທີ່ມັນຖືກໂຈມຕີໃນເວລາກາງເວັນແທ້ໆ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG