ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຊ່ວຍ​ເຫຼືອ​ຢູ​ເຄ​ຣນ 4.5 ຕື້​ໂດ​ລາ

ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ຫລ ປະ​ຈຳ​ຍີ່​ປຸ່ນ ທ່ານ​ຣາມ ເອ​ມາ​ນູ​ແອ​ລ (ຊ້າຍ) ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢູ​ເຄ​ຣນ​ປະ​ຈຳ​ຍີ່​ປຸ່ນ ທ່ານ​ເຊີ​ເກ ໂກ​ສັນ​ສ​ກີ (ກາງ) ແລະ​ຮັກ​ສາ​ການ ເລ​ຂາ​ທິ​ການ​ພັກ​ເສ​ລີ​ປະ​ຊາ​ທິ​ປັດ ​ເຊ​ອິ​ຈິ ກີ​ຮາ​ຣະ ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ ຢູ່​ໂຕ​ກຽວ ໃນ​ວັນ​ທີ 7 ທັນ​ວາ 2023.

ຍີ່​ປຸ່ນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ​ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ 4.5 ຕື້​ໂດ​ລາ ​ແກ່​ຢູ​ເຄ​ຣນໃນ​ການ​ເຮັດ​ສົງ​ຄາມ​ຕ້ານ​ຣັດ​ເຊຍ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ​ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້ 1 ຕື້​ໂດ​ລາ​ໃນ​ຈຳ​ນວນດັ່ງ​ກ່າວ ແມ່ນ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ.

“ຍີ່​ປຸ່ນ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແລະ​ຢູ່​ໃນຫຼັກ​ການ​ແລ້ວເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ປະ​ເທດ​ແລະ​ປະ​ຊາ​ຊົນ ແລະ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ເປັນ​ທີ່​ສຸດ” ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ​ກ່າວ​ໃນ​ຄຳ​ປາ​ໄສ​ເມື່ອ​ວັນ​ພະ​ຫັດ​ວານນີ້. ທ່ານ​ເວົ້າ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ຍີ່​ປຸ່ນ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຢູ​ເຄ​ຣນນັ້ນ ແມ່ນ “​ຖືກ​ເວ​ລາ​ແລະ​ພວມ​ເປັນ​ທີ່​ຕ້ອງ​ການ​ຫຼາຍ​ທີ່​ສຸດ.”

​ຂະ​ນະ​ດຽວ​ກັນ ທ່ານໂອ​ເລ ຄີ​ເປີ ໄ​ດ້​ກ່າວ​ວ່າ​ ເຊດ​ໂອ​ເດ​ຊາ ໄດ້​ຖືກ​ໂຈມ​ຕີ​ເປັນ​ເວ​ລາ​ສອງ​ຊົ່ວ​ໂມງ ແລະ ໃນ​ຂະ​ນະ​ທີ່​ລະ​ບົບ​ປ້ອງ​ກັນ​ໄພ​ອາ​ກາດ​ໄດ້​ຍິງ​ໂດ​ຣນ​ສ່ວນ​ໃຫຍ່​ຂອງ ຣັດ​ເຊຍຕົກ​ນັ້ນ ແຕ່ບາງ​ລຳ​ແມ່ນ​ໄດ້​ລອດ​ຜ່ານ​ເຂົ້າ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG