ບັນດາປະເທດໃນຂົງເຂດທະເລບາລຕິກ ຍັງຄົງເປັນແຫຼ່ງໃຫ້ການສະໜັບສະໜຸນອັນສໍາຄັນຕໍ່ປະເທດຢູເຄຣນ ໃນຂະນະທີ່ ການບຸກໂຈມຕີຂອງຣັດເຊຍ ແກ່ຍາວອອກໄປ. ໃນປະເທດລັດເວຍ, ປະຊາຊົນພາກັນພະຍາຍາມໃຫ້ຄວາມຊ່ວຍເຫຼືອແກ່ກອງທັບຂອງຢູເຄຣນ, ໃນຂະນະດຽວກັນ ຍັງຮັບເອົາບັນດາຜູ້ອົບພະຍົບຊາວຢູເຄຣນ ແລະເຮັດໃຫ້ພວກເຂົາເຈົ້າຮູ້ສຶກຖືກຕ້ອນຮັບ ຈາກການຫລົບໜີລີ້ໄພສົງຄາມສໍາລັບຫຼາຍໆຄົນ ທີ່ເບິ່ງຄືວ່າບໍ່ມີວັນສິ້ນສຸດ. ຣິຄາໂດ ມາຄີນາ (Ricardo Marquina) ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເມື່ອສົງຄາມໄດ້ລະເບີດຂຶ້ນ, ຣີນີນິສ ໂພສນັກຄ໌ (Reninis Pozņaks), ນັກທຸລະກິດຊາຍຜູ້ນຶ່ງ ທີ່ອາໄສຢູ່ເມືອງຣິກາ (Riga), ໄດ້ຕັດສິນໃຈໃຫ້ຄວາມຊ່ວຍເຫຼືອແກ່ກອງກໍາລັງທະຫານຢູເຄຣນ ໂດຍການມອບຍານພາຫະນະ ທີ່ໄດ້ຮັບຈາກການບໍລິຈາກ ໂດຍບັນດາໝູ່ເພື່ອນຂອງລາວ ທີ່ລາວໄດ້ໂພສຂໍ້ຄວາມດັ່ງກ່າວລົງໃນທວິດເຕີ້. ຫຼັງຈາກນັ້ນເປັນເວລາຫຼາຍກວ່ານຶ່ງປີ, ການຕອບສະໜອງຂອງຊາວລັດເວຍ ແມ່ນເກີນຄວາມຄາດຫວັງ.
ທ່ານຣີນີນິສ ໂພສນັກຄ໌, ເຊິ່ງເປັນຜູ້ສະໜັບສະໜຸນໂຄງການລິເລີ້ມນີ້ ທີ່ຮູ້ໃນອີກຊື່ນຶ່ງຢູ່ທວິດເຕີ້ ທວິດເຕີ້ຄອນວອດຈ໌ (TwiterKonvojs) ກ່າວວ່າ:
“ຂ້ອຍມີຄວາມຫວັງວ່າ ປະຊາຊົນຈະບໍລິຈາກຜ່ານເຄືອຂ່າຍເຂົ້າມາ ອາດເປັນລົດ ສອງຄັນ. ດັ່ງນັ້ນ, ມາຮອດປັດຈຸບັນນີ້ ພວກເຮົາມີຮອດ 1040 ຄັນແລ້ວ.”
ລົດເຫຼົ່ານີ້ ສ່ວນຫຼາຍແມ່ນລົດທີ່ແລ່ນດ້ວຍສີ່ລໍ້, ເຊິ່ງຈະໄດ້ນໍາໃຊ້ເຂົ້າໃນແນວໜ້າ, ໂດຍບາງຄັນຈະເປັນຍານພາຫະນະທາງຍຸດທະສາດ, ສ່ວນຄັນອື່ນໆ ຈະເປັນລົດໂຮງໝໍສຸກເສີນ. ຄວາມຄາດຫວັງໃນອາຍຸການນໍາໃຊ້ຂອງພວກມັນ ແມ່ນມີຈໍາກັດ, ສ່ວນຫຼາຍ ແມ່ນຖືກທໍາລາຍ ຫຼືເສຍຫາຍຢ່າງໜັກໃນຊ່ວງໄລຍະເວລາບໍ່ເທົ່າໃດເດືອນ. ດ້ວຍເຫດຜົນດັ່ງກ່າວນັ້ນ ບັນດາອາສາສະໝັກເຫຼົ່ານີ້ ຈຶ່ງພາກັນສ້າງຍານພາຫະນະແບບພິເສດ ສໍາລັບກອງກໍາລັງຢູເຄຣນ, ເຊິ່ງເປັນນະວັດຕະກໍາໃໝ່ທີ່ທັນສະໄໝ ທີ່ພວກເຂົາບອກພວກເຮົາວ່າ ເປັນສິ່ງທີ່ຂາດບໍ່ໄດ້.
ທ່ານຣີນີນິສ ໂພສນັກຄ໌ ອະທິບາຍວ່າ:
“ພວກເຮົາທັງໝົດຮູ້ດີວ່າ ຢູເຄຣນ ຍັງໄດ້ຕໍ່ສູ້ເພື່ອພວກເຮົາ, ເພື່ອອະນາຄົດຂອງພວກເຮົາ ແລະເພື່ອອິດສະຫຼະພາບຂອງພວກເຮົາເຊັ່ນກັນ ເພາະວ່າພວກເຮົາຮູ້ ຣັດເຊຍ ດີທີ່ສຸດ, ພວກເຮົາຮູ້ວ່າ ພວກເຂົາຈະບໍ່ຍຸຕິສົງຄາມ ຖ້າຫາກພວກເຂົາ ບໍ່ຖືກຢຸດຢັ້ງ.”
ຫຼາຍໆຄອບຄົວ ພາກັນມາຫາອົງການທີ່ບໍ່ຂຶ້ນກັບລັດຖະບານ ຫຼື NGO ເຊິ່ງມີຊື່ວ່າ “ເພື່ອນຂອງພວກເຈົ້າ” ເພື່ອຊອກຫາເຄື່ອງນຸ່ງຫົ່ມ, ເຄື່ອງຫຼິ້ນສໍາລັບເດັກນ້ອຍ, ເຄື່ອງໃຊ້ທີ່ຈໍາເປັນຕ່າງໆຢູ່ໃນຄົວເຮືອນ ແລະທຸກໆຢ່າງທີ່ຜູ້ລີ້ໄພພໍຊິບັນເທົາຄວາມທຸກຍາກໄດ້ໜ້ອຍນຶ່ງ ຕໍ່ການຖິ້ມລະເບີດຂອງປູຕິນ ທີ່ໄດ້ກົດດັນແກ່ເຂົາເຈົ້າໃຫ້ຫລົບໜີ. ອົງການສະຫະປະຊາຊາດກ່າວວ່າ ມີປະຊາຊົນຫຼາຍກວ່າ 40,000 ຄົນ ພະຍາຍາມຊອກຫາບ່ອນລີ້ໄພ ຢູ່ໃນປະເທດທີ່ມີປະຊາກອນພຽງ 1 ລ້ານ 8 ແສນກ່ວາຄົນເທົ່ານັ້ນ.
ນາງອາເລັກຊານດຣາ ຢາເຊເນວາ (Alexandra Yaseneva) ແມ່ນອາສາສະໝັກຂອງອົງການ NGO “ເພື່ອນຂອງພວກເຈົ້າ” ຢູ່ບໍລິເວນຊານເມືອງ ຣິກາ ກ່າວວ່າ ພວກເຂົາເຈົ້າດໍາເນີນການຊ່ວຍເຫຼືອສອງກຸ່ມທີ່ແຕກຕ່າງກັນ ເຊັ່ນ: ບັນດາຄອບຄົວຊາວຢູເຄຣນ ທີ່ອາໄສຢູ່ໃນປະເທດລັດເວຍ ແລະ ກອງທັບຢູເຄຣນ ທີ່ຕໍ່ສູ້ຢູ່ແນວໜ້າ.
ທ່ານນາງຢາເຊເນວາ ໄດ້ກ່າວວ່າ: “ປັດຈຸບັນນີ້, ກອງທັບ ແມ່ນມີບູລິມະສິດ ສໍາລັບພວກເຮົາ. ໝາຍຄວາມວ່າ ພວກເຮົາໄດ້ສົ່ງເຄື່ອງຂອງທີ່ມີຄຸນນະພາບໄປໃຫ້ກອງທັບໂດຍສະເພາະ, ຊຸດຊັ້ນໃນທີ່ໃຫ້ຄວາມອົບອຸ່ນ, ເຕົານ້ຳມັນກາດ ທີ່ຍັງສາມາດໃຊ້ເພື່ອໃຫ້ຄວາມຮ້ອນ ແລະເປັນແຫຼ່ງສະໜອງແສງສະຫວ່າງນໍາອີກດ້ວຍ. ພວກມັນ ຍັງສາມາດໃຊ້ເປັນແຜ່ນຮ້ອນນ້ອຍໆສໍາລັບອຸ່ນອາຫານ.”
ແຕ່ ບາງທີ, ນຶ່ງໃນຜົນປະໂຫຍດທີ່ຫຼວງຫຼາຍທີ່ສຸດທີ່ ລັດເວຍ ສາມາດມອບໃຫ້ແກ່ຊາວຢູເຄຣນ ກໍຄື ການລວບລວມເປັນອັນນຶ່ງອັນດຽວກັນ, ແລະບໍ່ເຮັດໃຫ້ພວກເຂົາເຈົ້າມີຄວາມຮູ້ສຶກວ່າ ກໍາລັງເພິ່ງພາການຊ່ວຍເຫຼືອ ແລະອາໄສຄວາມໃຈບຸນ.
ຢູ່ທີ່ໂຮງລະຄອນສະແດງການຮ້ອງເພງໂອເປຣາແລະເຕັ້ນບາເລ້ແຫ່ງຊາດຂອງລັດເວຍ, ນັກສີລະປິນຈໍານວນນຶ່ງ ໄດ້ຖືກສະເໜີວຽກໃຫ້ແກ່ພວກເຂົາເຈົ້າ. ພາຍໃນບັນດາສິລະປິນເຫຼົ່ານັ້ນ ກໍຄື ນາງແອນເຈີລີນາ ເຊິ່ງເປັນນັກເຕັ້ນບາເລ້ຈາກເມືອງຄາກີບ ຜູ້ທີ່ໄດ້ຫລົບໜີມາປະເທດລັດເວຍ ຕັ້ງແຕ່ຊ່ວງເລີ້ມຕົ້ນສົງຄາມ ແລະນາງກໍເປັນຜູ້ທີ່ຕັ້ງແຕ່ຕົ້ນໆ ຢາກເພິ່ງພາຕົນເອງ.
ຄວາມຝັນຂອງລາວ ກໍຄື ການກັບຄືນເມືອປະເທດຢູເຄຣນ ທີ່ສະຫງົບສຸກ ໃນອີກບໍ່ດົນນີ້, ເຊິ່ງນາງໄດ້ກ່າວວ່າ:
“ຂ້ອຍປາດຖະໜາຢ່າງຍິ່ງວ່າ ສົງຄາມດັ່ງກ່າວນີ້ຈະສິ້ນສຸດລົງໄວທີ່ສຸດ ເທົ່າທີ່ສາມາດເປັນໄປໄດ້ ເພາະວ່າ ໃນທຸກໆມື້ ມັນໝາຍຄວາມວ່າ ຊີວິດທັງຫຼາຍຂອງມະນຸດ ກໍາລັງດັບສູນໄປ. ບັນດາພົນລະເຮືອນຫຼາຍຄົນຕາຍຈາກ, ເຊັ່ນດຽວກັບບັນດາທະຫານຫຼາຍໆຄົນ. ພວກເຮົາພຽງແຕ່ຕໍ່ສູ້ ເພື່ອເຮັດໃຫ້ປະເທດຂອງພວກເຮົາຍັງຄົງຢູ່ຕໍ່ໄປ, ເພື່ອຟື້ນຟູສັນຕິພາບຢູ່ໃນປະເທດ, ເອກະລາດ ແລະອິດສະຫຼະພາບ ທີ່ເປັນຂອງພວກເຮົາສະເໝີມາ.”
ດ້ວຍສົງຄາມຂອງ ຣັດເຊຍ ໃນຢູເຄຣນ ທີ່ກ້າວເຂົ້າປີທີສອງແລ້ວ, ຄວາມສາມັກຄີເປັນຈິດນຶ່ງໃຈດຽວກັນຂອງປະຊາຊົນຊາວຢູໂຣບ ຈະຍັງຄົງເປັນສິ່ງທີ່ຈໍາເປັນຕ້ອງມີຢູ່ຕໍ່ໄປອີກຍາວນານ.
The Baltic countries have remained an important source of support for Ukraine as Russia’s assault drags on. In Latvia, people have kept up efforts to assist the Ukrainian military, while accepting Ukrainian refugees and making them feel welcome in an exile that for many, seems to have no end. Marcus Harton narrates this report by Ricardo Marquina in the Latvian capital, Riga.
When the war broke out, Reninis Pozņaks, a businessman in Riga, decided to help the Ukrainian troops by providing cars donated by his friends. He posted an ad on Twitter. More than a year later, the Latvian response has exceeded any expectations.
Reninis Pozņaks, “TwiterKonvojs” MAN IN ENGLISH
“I was hoping that the people donate to the network, two may be cars. So, now we are at thousand forty.”
These cars, most of them with four-wheel drive, will serve at the front, some as tactical vehicles, others as ambulances. Their life expectancies in Ukraine are very limited. Most are destroyed or seriously damaged within a few months. That is why these volunteers are now building a special vehicle for the Ukrainian forces, an innovation that they tell us is indispensable.
Reninis Pozņaks, TwiterKonvojs - MAN IN ENGLISH
“We all understand that Ukraine is also fighting for us, for all future and freedom. Because we know Russia very well. We know that they will not stop if they won't be stopped.”
Many families come to this non-governmental organization called “Your Friends” in search of clothes, toys, household appliances -- anything that can make the exile into which Putin's bombs have forced them a little more bearable. The United Nations says more than 40,000 people have sought refuge in this country of just over 1.8 million.
Alexandra Yaseneva is a volunteer at the NGO on the outskirts of Riga. She says they work to assist two completely different groups: the Ukrainian families in Latvia and the Ukrainian army at the front.
Alexandra Yaseneva, Volunteer at ‘Your Friends’ NGO – woman in Russian
“The army is currently a priority for us. It means that we supply a great deal of consignments for the army, in particular. These are thermal underwear, the paraffin stoves that are also used for heating and as a source of light. They can also be used as a small hot plate to heat up food.”
But perhaps one of the greatest benefits that Latvia can offer Ukrainians is integration, and not making them feel dependent on aid and charity.
At the Latvian National Opera and Ballet Theatre, several artists have been offered work. Among them is Angelina, a dancer from Kharkiv who fled to Latvia at the beginning of the war and who from the very beginning wanted to be independent.
Her dream is to return soon to a peaceful Ukraine.
Angelina Bosenko, Ukrainian Dancer with Latvian National Ballet, WOMAN, IN RUSSIAN
“I so much wish this war will be ended as soon as possible because every day it means human lives are being taken. Civilians are dying, as well as very many military. We are just fighting for our country to be able to exist, to recover peace in the country, independence and freedom that have always belonged to us.”
With Putin's war in Ukraine in its second year, the solidarity effort of the Europeans will continue to be necessary for a long time.