ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ຍິງໂດ​ຣນ ຣັດ​ເຊຍ ທີ່​ຖືກ​ສົ່ງ​ໄປ​ໂຈມ​ຕີ ຢູ​ເຄ​ຣນ ຕົກ 13 ລຳ


ຊິ້ນ​ສ່ວ​ນ​ຂອງ​ໂດ​ຣນ​ຢູ່​ຈຸດ​ເກີດ​ເຫດ​ຂອງ​ຕຶກ​ທີ່​ຖືກ​ທຳ​ລາຍ​ຍ້ອນ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 14 ທັນ​ວາ 2022.
ຊິ້ນ​ສ່ວ​ນ​ຂອງ​ໂດ​ຣນ​ຢູ່​ຈຸດ​ເກີດ​ເຫດ​ຂອງ​ຕຶກ​ທີ່​ຖືກ​ທຳ​ລາຍ​ຍ້ອນ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 14 ທັນ​ວາ 2022.

ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ຕໍ່ນະ​ຄອນຫຼວງ ກີ​ຢິບ, ດ້ວຍ​ລະ​ບົບ​ປ້ອງ​ກັນໄພ​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າ​ໄດ້​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທີ່​ບັນ​ຈຸ​ລະ​ເບີດ ​ທີ່​ບິນ​ເຂົ້າ​ໄປ 13 ລຳຕົກ, ແນວ​ໃດ​ກໍ່​ຕາມ, ຊາກ​ຫັກ​ພັງ​ຈາກ​ການສະ​ກັດ​ກັ້ນ​ທາງ​ອາ​ກາດ​ຈຳ​ນວນ​ນຶ່ງ​ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຕຶກ 5 ຫຼັງ.

ເຈົ້າ​ຄອງ​ນະ​ຄອນຫຼວງ ທ່ານ ວິ​ຕາ​ລີ ກ​ລິ​ຈ​ໂກ, ໄດ້​ລາຍ​ງານ​ການ​ລະ​ເບີດ​ໃນ​ເມືອງ ເຊັ​ຟ​ເຊັນ​ກິ​ຟ​ສ​ກີ ໃນ​ໃຈ​ກາງ​ນະ​ຄອນຫຼວງ ກີ​ຢິບ ໃນ​ການ​ໂຈມ​ຕີ​ກາງ​ເວັນ. ມັນ​ບໍ່​ມີ​ລາຍ​ງານ ກ່ຽວ​ກັບ ຜູ້​ບາດ​ເຈັບ ຫຼື ເສຍ​ຊີ​ວິດ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຢູ​ເຄ​ຣນ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ມີ​ການ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ດ້ວຍ​ໂດ​ຣນ​ອີກ​ຄັ້ງ​ຕໍ່​ນະ​ຄອນຫຼວງ ກີ​ຢິບ. ມັນ​ເຫັນ​ໄດ້​ຊັດ​ວ່າ​ກອງ​ທັບ ຣັດ​ເຊຍ ຮູ້​ສຶກ​ໝັ້ນ​ໃຈ​ເວ​ລາ​ທີ່​ເຂົາ​ເຈົ້າ​ທຳ​ການ​ໂຈມ​ຕີ​ເມືອງ​ທີ່​ງຽບ​ສະ​ຫງົບ​ເທົ່າ​ນັ້ນ.” ໂດ​ຣນ​ໄດ້​ເປັນ​ສ່ວນ​ນຶ່ງ​ຂອງ​ອາ​ວຸດ​ທີ່​ມີ​ປະ​ສິດ​ທິ​ພາບ ພ້ອມ​ກັບ​ຈະຫຼວດ, ລູກ​ສອນ​ໄຟ, ປືນ​ຄົກ ແລະ ປືນ​ໃຫຍ່ທີ່ ຣັດ​ເຊຍ ໄດ້​ໃຊ້​ນັບ​ຕັ້ງ​ແຕ່ເດືອນຕຸ​ລາ​ທີ່​ຜ່ານ​ມາ ທີ່​ໄດ້​ແນ​ເປົ້າ​ໃສ່​ໂຮງ​ໄຟ​ຟ້າ, ອ່າງ​ເກັບ​ນ້ຳ​ປະປາ ແລະ ອຸ​ປະ​ກອນ​ສາ​ທາ​ລະ​ນຸ​ປະ​ໂພກ​ອື່ນໆ​, ເຊິ່ງ​ແມ່ນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ກຳ​ລັງ​ໃຈ​ປະ​ຊາ​ຊົນ ຢູ​ເຄ​ຣນ ໃນ​ຕອນ​ເລີ່ມ​ຕົ້ນ​ຂອງລະ​ດູ​ໜາວ​.

ໃນ​ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດນີ້, ຫົວ​ໜ້າ​ຂອງຫ້ອງ​ການ​ບໍ​ລິ​ຫານ​ເມືອງ ກີ​ຢິບ, ທ່ານ ເຊີ​ຮີ ປັອບ​ໂກ, ໄດ້​ຂຽນຂໍ້​ຄວາມ​ໃນ​ແອັບ​ພ​ລີ​ເຄ​ຊັ້ນ ເທ​ເລ​ແກ​ຣມ ວ່າ​ຊາກ​ຫັກ​ພັງ​ຈາກ​ໂດ​ຣນ​ທີ່​ຖືກ​ສະ​ກັດ​ກັ້ນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຕຶກລັດ​ຖະ​ບານ ແລະ ຕຶກ​ທີ່​ຢູ່​ອາ​ໄສ​ສີ່ຫຼັງ.

ລະ​ເບີດ​ແຕກ​ລູກ​ນຶ່ງ​ໄດ້​ເຮັດ​ໃຫ້​ຕຶກ​ສາມ​ຊັ້ນ​ຂອງ​ຫ້ອງ​ການ​ພາ​ສີ​ໃນ​ເມືອງ ເຊັ​ຟ​ເຊັນ​ກີ​ຟ​ສ​ກີ ເປັນ​ຮູ​ຂະ​ໜາດ​ໃຫຍ່​ໃນຫຼັງ​ຄາ​ຂອງ​ມັນ ແລະ ເຮັດ​ໃຫ້​ແວ່ນ​ປ່ອງ​ຢ້ຽມ​ລົດ​ທີ່​ຈອດ​ຢູ່​ແຕກ ແລະ ຕຶກ​ທີ່​ຢູ່​ໃກ້​ຄຽງ.

ຢູ​ເຄ​ຣນ ກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດຫຼາຍ​ຂຶ້ນ​ ໃນ​ການ​ຍິງ​ໂດ​ຣນ​ຂອງ ຣັດ​ເຊຍ ຕົກ, ສະ​ກັດ​ກັ້ນ​ການ​ລະ​ດົມ​ຍິງ​ຫຼາຍກວ່າ 60 ຈາກ 70 ຄັ້ງ​ໃນ​ວັນ​ທີ 5 ທັນ​ວາ​ທີ່​ຜ່ານ​ມາ, ແຕ່​ໃນ​ເວ​ລາ​ດຽວ​ກັນ​ເຂົາ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຊອກ​ຫາ​ລະ​ບົບ​ປ້ອງ​ກັນໄພ​ທາງ​ອາ​ກາດ​ທີ່​ທັນ​ສະ​ໄໝ​ຢ່າງ​ຮີບ​ດ່ວນ​ຈາກ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ​ເຂົາ​ເຈົ້າ​ມີ​ກຳ​ນົດ​ທີ່​ຈະ​ອະ​ນຸ​ມັດ​ການ​ສົ່ງ​ແບັດ​ເຕີ​ຣີລູກ​ສອນ​ໄຟ ແພັດ​ທ​ຣີ​ອັອດ (Patriot) ​ໄປ​ໃຫ້ ຢູ​ເຄ​ຣນ, ເຊິ່ງ​ແມ່ນ​ລະ​ບົບ​ລູກ​ສອນ​ໄຟ​ຍິງ​ຈາກ​ໜ້າ​ດິນ ​ສູ່​ທ້ອງ​ຟ້າ​ທີ່​ທັນ​ສະ​ໄໝ ທີ່​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ສະ​ໜອງ​ໃຫ້ລັດ​ຖະ​ບານ ກີ​ຢິບ ໃນ​ລະ​ຫວ່າງ​ສົງ​ຄາມ 10 ເດືອນ​ຂອງ ຣັດ​ເຊຍ ຕໍ່ ຢູ​ເຄ​ຣນ.

ສະ​ຫະ​ພາບ​ຢູ​ໂຣບໄດ້​ເພີ່ມ​ມາ​ດ​ຕະ​ການ​ລົງ​ໂທດ​ຕໍ່ ອີ​ຣ່ານ ໃນ​ອາ​ທິດນີ້​ສຳ​ລັບ​ບົດ​ບາດ​ຂອງ​ພວກ​ເຂົາ​ໃນ​ການ​ພັດ​ທະ​ນາ ແລະ ສະ​ໜອງ​ໂດ​ຣນ​ທີ່ ຣັດ​ເຊຍ ກຳ​ລັງ​ໃຊ້​ໃນ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ​ໃນ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG