ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຕ້ອງການທີ່ຈໍາເປັນ ສໍາລັບເສັ້ນທາງທີ່ປອດໄພແກ່ພົນລະເຮືອນ ແລະການຊ່ວຍເຫຼືອທາງດ້ານມະນຸດສະທໍາຢູ່ໃນຢູເຄຣນ


ຜູ້ຄົນພາກັນອຸ້ມລູກຂອງຕົນ ກໍາລັງຍາດກັນຂຶ້ນລົດໄຟໄປລວີບ (Lviv) ທີ່ສະຖານີລົດໄຟໃນນະຄອນຫຼວງ ກິຢິບ, ຢູເຄຣນ, ໃນມື້ວັນຈັນ ທີ 7 ມີນາ 2022. ຣັດເຊຍໄດ້ປະກາດຢຸດຍິງອີກຄັ້ງ ແລະອະນຸຍາດເປີດເສັ້ນທາງ ທາງດ້ານມະນຸດສະທໍາ ເພື່ອໃຫ້ພົນລະເຮືອນສາມາດໜີອອກຈາກຢູເຄຣນໄດ້. (AP Photo/Emilio Morenatti)
ຜູ້ຄົນພາກັນອຸ້ມລູກຂອງຕົນ ກໍາລັງຍາດກັນຂຶ້ນລົດໄຟໄປລວີບ (Lviv) ທີ່ສະຖານີລົດໄຟໃນນະຄອນຫຼວງ ກິຢິບ, ຢູເຄຣນ, ໃນມື້ວັນຈັນ ທີ 7 ມີນາ 2022. ຣັດເຊຍໄດ້ປະກາດຢຸດຍິງອີກຄັ້ງ ແລະອະນຸຍາດເປີດເສັ້ນທາງ ທາງດ້ານມະນຸດສະທໍາ ເພື່ອໃຫ້ພົນລະເຮືອນສາມາດໜີອອກຈາກຢູເຄຣນໄດ້. (AP Photo/Emilio Morenatti)

ຫົວໜ້າດ້ານມະນຸດສະທໍາແຫ່ງອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃນມື້ວັນຈັນວານນີ້ ເພື່ອຈັດ​ຕັ້ງ​ເສັ້ນ​ທາງ​ທີ່ປອດໄພ ສໍາລັບພົນລະເຮືອນ ໃນການ​ຫຼົບໜີອອກຈາກປະເທດຢູເຄຣນແລະສຳ​ລັບ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອທາງດ້ານມະນຸດສະທໍາແບບຮີບດ່ວນໄປ​ໃຫ້ປະເທດດັ່ງ​ກ່າວ.

“ທຸກໆຝ່າຍຕ້ອງເອົາໃຈໃສ່ ຊ່ວຍເຫຼືອພົນລະເຮືອນ, ທີ່ພັກອາໄສຂອງພົນລະເຮືອນ ແລະພື້ນຖານໂຄງລ່າງ ໃນການປະຕິບັດງານທາງທະຫານຂອງ​ພວກ​ເຂົາ,” ທ່ານມາຣ໌ຕິນ ກຣີຟຟິຕ (Martin Griffiths) ກ່າວຕໍ່ສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ. “ເຊິ່ງລວມເຖິງການອະນຸຍາດ ໃຫ້ພົນລະເຮືອນເຫຼົ່ານັ້ນ ເດີນທາງອອກຈາກບໍລິເວນ ທີ່ມີການຕໍ່ສູ້ກັນ ບົນພື້ນຖານຂອງຄວາມສະໝັກໃຈຕາມທິດທາງທີ່ພວກເຂົາເຈົ້າເລືອກເອງ. ພົນລະເຮືອນທັງໝົດ ບໍ່ວ່າຈະຢູ່ ຫຼືໄປກໍຕາມ ຕ້ອງໄດ້ຮັບຄວາມເຄົາລົບ ແລະກໍຕ້ອງໄດ້ຮັບການປົກປ້ອງ.”

ໃນຄວາມພະຍາຍາມຂອງທຸກໆຝ່າຍ ທີ່ຍົກຍ້າຍຜູ້ຄົນປະມານ 200,000 ຄົນຈາກເມືອງມາຣີອູໂປລທີ່ຢູ່ທາງທິດໃຕ້ ແມ່ນບໍ່ປະສົບຜົນສໍາເລັດ, ເຊິ່ງຕ່າງຝ່າຍ ຕ່າງກໍກ່າວຕ້ອງຕິເຊິ່ງກັນ ແລະກັນ.

ທ່ານກຣີຟຟິຕ ຍັງໄດ້ຮຽກຮ້ອງເຖິງຄວາມປອດໄພ ໃນການຂົນສົ່ງຄວາມຊ່ວຍ ເຫຼືອຕ່າງໆທາງດ້ານມະນຸດສະທໍາເຂົ້າໄປໃນຂົງເຂດທີ່ມີຄວາມຂັດແຍ້ງກັນນັ້ນ.

ທ່ານກ່າວ ໂດຍຮຽກຮ້ອງໃຫ້ທຸກໆຝ່າຍ ຈົ່ງເຄົາລົບຕໍ່ຄວາມຮັບຜິດຊອບ ຂອງພວກເຂົາເຈົ້າ ພາຍໃຕ້ກົດໝາຍແຫ່ງສົງຄາມວ່າ “ບັນດາພົນລະເຮືອນ ໃນສະ ຖານທີ່ຕ່າງໆເຊັ່ນ ມາຣີອູໂປລ, ຄາຄີບວ໌, ເມີລິໂຕໂປລ ແລະບ່ອນອື່ນໆ ແມ່ນຕ້ອງການການຊ່ວຍເຫຼືອ, ໂດຍສະເພາະຢ່າງຍິ່ງ ອຸປະກອນຊ່ວຍຊີວິດຕ່າງໆທາງດ້ານການແພດ.”

“ອັນທີສາມ, ພວກເຮົາຕ້ອງການລະບົບຄົມມະນາຄົມ ສື່ສານກັບທຸກໆຝ່າຍຢ່າງຮີບດ່ວນແລະຕໍ່ເນື່ອງ ໃນເລື້ອງຂອງຄວາມຂັດແຍ້ງ ແລະຫຼັກປະກັນຕ່າງໆ ທີ່ສາມາດຈັດສົ່ງການຊ່ວຍເຫຼືອທາງດ້ານມະນຸດສະທໍາ.” ທ່ານກຣິຟຟິຕ ກ່າວ. “ລະບົບການແຈ້ງເຕືອນທາງດ້ານມະນຸດສະທໍາ ສາມາດຮອງຮັບການຈັດສົ່ງຄວາມຊ່ວຍເຫຼືອໃນລະດັບທີ່ຈໍາເປັນ.”

ເຈົ້າໜ້າທີ່ກຸ່ມນ້ອຍໆແຫ່ງອົງການສະຫະປະຊາຊາດຈາກພະແນກມະນຸດສະທໍາ ໄດ້ເດີນທາງໄປເຖິງນະຄອນຫຼວງມົສກູເພື່ອປຶກສາຫາລືກັບພວກເຈົ້າໜ້າທີ່ກ່ຽວກັບການຮ່ວມມືທາງດ້ານພົນລະເຮືອນ ແລະທາງທະຫານ ຢູ່ທີ່ກະຊວງປ້ອງກັນປະເທດຂອງ ຣັດເຊຍ, ແລະການແບ່ງປັນຂໍ້ມູນ ເພື່ອການຈັດສົ່ງຄວາມຊ່ວຍ ເຫຼືອທາງດ້ານມະນຸດສະທໍາທີ່ປອດໄພ.

ເຖິງວ່າຈະມີອັນຕະລາຍ ແລະຄວາມທ້າທາຍຢ່າງຫຼວງຫຼາຍ, ອົງການສະຫະປະຊາຊາດ ແລະພາ​ຄີຕ່າງໆ ແມ່ນກໍາລັງຂະຫຍາຍການຕອບສະໜອງ ແລະຈັດສົ່ງອາຫານ, ນໍ້າດື່ມ, ອຸປະກອນທາງການແພດ, ຜ້າຫົ່ມ ແລະສິ່ງຂອງອື່ນໆອີກ ໄປໃຫ້ຫຼາຍພື້ນທີ່ ຢູ່ໃນຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG