ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ລາຍງານການໂຈມຕີຢ່າງກວ້າງຂວາງຂອງ ຣັດເຊຍ ໃສ່ເມືອງ ແລະໝູ່ບ້ານຕ່າງໆຂອງຕົນ


ສະມາຊິກກອງບັນຊາການທະຫານປືນໃຫຍ່ທີ 15 ຂອງກອງກໍາລັງປະກອບອາວຸດຂອງຢູເຄຣນ ຍິ
ເຮືອບິນບໍ່ມີຄົນຂັບລໍານຶ່ງ ໃນລະຫວ່າງການໂຈມຕີຢູເຄຣນຂອງ ຣັດເຊຍ, ໃນພາກພື້ນຄາກີບ, ວັນທີ 30 ຕຸລາ 2023.
ສະມາຊິກກອງບັນຊາການທະຫານປືນໃຫຍ່ທີ 15 ຂອງກອງກໍາລັງປະກອບອາວຸດຂອງຢູເຄຣນ ຍິ ເຮືອບິນບໍ່ມີຄົນຂັບລໍານຶ່ງ ໃນລະຫວ່າງການໂຈມຕີຢູເຄຣນຂອງ ຣັດເຊຍ, ໃນພາກພື້ນຄາກີບ, ວັນທີ 30 ຕຸລາ 2023.

ຣັດ​ເຊຍ ໄດ້​ລະ​ດົມ​ຍິງ​ໃສ່​ຊຸມ​ຊົນ​ຕ່າໆ​ຢ່າງ​ໜ້ອຍ 118 ແຫ່ງ​ໃນ​ວັນ​ພຸດ​ວານນີ້, ຫຼາຍກວ່າ​ໄລ​ຍະ​ເວ​ລາ​ໃດໆ​ພາຍ​ໃນ 24 ຊົ່ວ​ຂອງ​ປີ​ທີ່​ຜ່ານ​ມາ, ອີງ​ຕາມ​ລາຍ​ງານ​ຂອງ ຢູ​ເຄ​ຣນ.

ການ​ລະ​ດົມ​ຍິງ​ໄດ້​ຂະ​ຫຍາຍ​ອອກ​ໄປ 10 ພາກ​ພື້ນ, ອີງ​ຕາມ​ກະ​ຊວງ​ພາຍ​ໃນ​ຂອງ ຢູ​ເຄ​ຣນ.

ການ​ໂຈມ​ຕີ​ຂ້າ​ມ​ຄືນ​ມີ​ລາຍ​ງານ​ວ່າ​ໄດ້​ເຮັດ​ໃຫ້ 2 ຄົນ​ເສຍ​ຊີ​ວິດ, ນຶ່ງ​ຄົນ​ໃນ​ພາກ​ພື້ນ ຄາ​ກີບ, ແລະ ອີກ​ຄົນ​ນຶ່ງ​ໃນ​ພາກ​ພື້ນ ເຄີ​ສັນ ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ.

ການ​ໂຈມ​ຕີ​ໃນ​ຕອນ​ກາງ​ເວັນ​ໄດ້​ສັງ​ຫານ​ແມ່​ຍິງ​ອາ​ຍຸ 59 ປີ​ຄົນ​ນຶ່ງ ແລະ 4 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ເມືອງ ນິ​ໂກ​ໂປ​ລ໌ ຢູ່​ທາງ​ພາກ​ໃຕ້, ດ້ວຍ​ການ​ໂຈມ​ຕີ​ໃນ​ເມືອງ ຊາ​ໂປ​ຣິ​ສ​ເຊຍ ໄດ້​ເຮັດ​ໃຫ້​ຜູ້​ຊາຍ​ອາ​ຍຸ 52 ປີ​ເສຍ​ຊີ​ວິດ.

ຢູ​ເຄ​ຣນ ຍັງ​ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໃສ່​ໂຮງ​ກັ່ນ​ນ້ຳ​ມັນ​ໃນ​ເມືອງ​ອຸດ​ສາ​ຫະ​ກຳ ເຄ​ຣ​ເມັນ​ຊຸກ ໄດ້​ສົ່ງ​ຜົນ​ໃຫ້​ນັກ​ດັບ​ເພີງ​ເກືອບ 100 ຄົນ​ພະ​ຍາ​ຍາມ​ທີ່​ຈະ​ມອດ​ໄຟ​ເປັນ​ເວ​ລາຫຼາຍ​ຊົ່ວ​ໂມງ. ບໍ່​ມີ​ລາຍ​ງານ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ນັ້ນ.

ກອງ​ກຳ​ລັງ ຢູ​ເຄ​ຣນ ແມ່ນບໍ່​ສາ​ມາດ​ທີ່​ຈະ​ທຳ​ຄວາມ​ກ້າວ​ໜ້າ​ຢ່າງ​ຫຼວງຫຼາຍ​ຢູ່​ແນວ​ໜ້າ​ໃນ​ການ​ໂຈມ​ຕີ​ຕອບ​ໂຕ້​ຂອງ​ເຂົາ​ເຈົ້າ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ປ້ອງ​ກັນ​ແຜນ​ຍຸດ​ທະ​ສາດ​ສົງ​ຄາມ​ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ທີ 31 ຕຸ​ລາ​ທີ່​ຜ່ານ​ມາ​ວ່າ ຄວາມ​ຄາດ​ຫວັງ​ກ່ຽວ​ກັບ​ຄວາມ​ສຳ​ເລັດ​ທີ່​ວ່ອງ​ໄວ​ບໍ່​ແມ່ນ​ສິ່ງ​ທີ່​ເປັນ​ຄວາມ​ຈິງ, ແລະ ຄວາມ​ສຳ​ເລັດ​ບາງອັນ​ແມ່ນ​ບໍ່​ໄດ້​ຖືກສຳ​ນຶກ​ເຫັນ​ຄຸນ​ຄ່າຂອງ​ມັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG