ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ລາຍງານການໂຈມຕີຂອງຣັດເຊຍ ຄັ້ງໃໝ່ ດ້ວຍໂດຣນ 42 ລຳ


ເຈົ້າໜ້າທີຢູເຄຣນ ຈາກກອງທະຫານບົກ ທີ 56 ມາຣິອູປອລ ຍິງລະບົບລູກສອນໄຟ ຫຼາຍລູກ ໂດຍໃຊ້ລົດກະບະທີ່ມຸ່ງໜ້າໄປໃສ່່ທີ່ຕັ້ງຂອງຣັດເຊຍຢູ່ແນວໜ້າ, ໃກ້ກັບບັກມຸດ, ພາກພື້ນໂດເນັດ ຂອງຢູເຄຣນ, ວັນທີ 5 ມີນາ 2024.
ເຈົ້າໜ້າທີຢູເຄຣນ ຈາກກອງທະຫານບົກ ທີ 56 ມາຣິອູປອລ ຍິງລະບົບລູກສອນໄຟ ຫຼາຍລູກ ໂດຍໃຊ້ລົດກະບະທີ່ມຸ່ງໜ້າໄປໃສ່່ທີ່ຕັ້ງຂອງຣັດເຊຍຢູ່ແນວໜ້າ, ໃກ້ກັບບັກມຸດ, ພາກພື້ນໂດເນັດ ຂອງຢູເຄຣນ, ວັນທີ 5 ມີນາ 2024.

ຢູ​ເຄຣນ ກ່າວ​ໃນ​ວັນ​ພຸດມື້​ນີ້​ວ່າ ການ​ໂຈມ​ຕີໃນຊ່ວງຂ້າມຄືນ​ຄັ້ງ​ສຸດ​ທ້າຍ​ຂອງ​ຣັດ​ເຊຍ​ ໄດ້ລວມມີ​ເຮືອບິນ​ບິນບໍ່ມີຄົນຂັບ ຫຼື ໂດຣນ 42 ລຳ ທີ່​ແນ​ເປົ້າ​ໃສ່ 8 ​ເຂດ​ຂອງຢູ​ເຄຣນ ​ເຊັ່ນດຽວກັນກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງຣັດ​ເຊຍ 5 ລູກ.

ກອງທັບ​ອາກາດຂອງ​ຢູ​ເຄຣນ ກ່າວ​ວ່າ ລະບົບປ້ອງກັນໄພທາງອາກາດຂອງ​ປະ​ເທດ ໄດ້​ຍິງໂດຣນຕົກ ​38 ​ລຳໃນ​ຈຳນວນເຮືອບິນບໍ່ມີຄົນຂັບ 42 ລໍາ.

ກອງທັບ​ອາກາດ​ກ່າວ​ວ່າ ການ​ສະກັດ​ກັ້ນ​ໄດ້​ເກີດ​ຂຶ້ນ​ຢູ່​ເຂດ ດນິໂປຣເປໂຕຣບກ໌(Dnipropetrovsk), ໂອເດຊາ (Odesa), ເຄີຊັນ (Kherson), ຄະເມລນິສກີ (Khmelnytskyi), ເຊີກາຊີ (Cherkasy), ຄາກີຟ (Kharkiv), ວິນນິດເຊຍ (Vinnytsia) ແລະ ຊູມີ.

ທ່ານ ເຊີຮີ ລີຊາກ (Serhiy Lysak), ຜູ້ປົກຄອງພາກພື້ນໃນ ດນີໂປຣເປໂທຣບກ໌ (Dnipropetrovsk), ລາຍງານຄວາມເສຍຫາຍຕໍ່ສາຍໄຟຟ້າແຕ່ກ່າວວ່າ ບໍ່ມີໃຜໄດ້ຮັບບາດເຈັບ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ກ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ ຕົນ​ໄດ້​ຂັດຂວາງ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຢູ​ເຄຣນ ​ໃນ​ເຂດ​ ໂວໂຣເນຊ (Voronezh) ທາງ​ພາກ​ຕາ​ເວັນ​ຕົກ​ຂອງຣັດ​ເຊຍ.

ໃນວັນອັງຄານວານນີ້ ສານອາຍາສາກົນ ໄດ້ປະກາດອອກໝາຍຈັບ ຜູ້ບັນຊາການລະດັບສູງຂອງຣັດເຊຍ 2 ຄົນ ໂດຍກ່າວວ່າ ພວກເຂົາ ເປັນທີ່ຕ້ອງການຕົວໃນຂໍ້ຫາສົງໄສວ່າ ກໍ່ອາດຊະຍາກໍາສົງຄາມ ລວມທັງການຊີ້ນຳ ການໂຈມຕີຕໍ່ພື້ນຖານໂຄງລ່າງດ້ານສາທາລະນຸປະໂພກ ໃນຢູເຄຣນ.

ໝາຍຈັບດັ່ງກ່າວ ໄດ້ອອກໃຫ້ກັບພົນໂທ ເຊີເກ ອິວາໂນວິຊ ໂຄບີລາຊ (Sergei Ivanovich Kobylash), ຜູ້ບັນຊາການການບິນໄລຍະໄກຂອງກອງກຳລັງອາວະກາດຂອງຣັດເຊຍ, ແລະ ພົນເຮືອໂທ ວິກເຕີ ຄິໂນລາເຢວິຊ ໂຊໂຄໂລຟ (Viktor Kinolayevich Sokolov), ຜູ້ບັນຊາການກອງເຮືອລົບທະເລດຳຂອງຣັດເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG