ຢູເຄຣນ ໄດ້ປະຕິເສດ ຕໍ່ການຍື່ນຄຳຂາດຂອງ ຣັດເຊຍ ເພື່ອໃຫ້ຍອມຈຳນົນຢູ່ເມືອງ ມາຣີອູໂປລ ທີ່ຖືກປິດລ້ອມໃນວັນຈັນມື້ນີ້, ໃນຂະນະທີ່ກອງກຳລັງ ຣັດເຊຍ ໄດ້ດຳເນີນການລະດົມຍິງຫຼາຍກວ່າເກົ່າ ໃສ່ນະຄອນຫຼວງ ກີຢິບ ຂອງ ຢູເຄຣນ.
ຮອງນາຍົກລັດຖະມົນຕີ ຢູເຄຣນ ທ່ານນາງ ໄອຣີນາ ເວເຣສຊຸກ ໄດ້ປະຕິເສດຕໍ່ການຮຽກຮ້ອງຂອງ ຣັດເຊຍ ແລະ ໄດ້ກ່່າວວ່າ ຣັດເຊຍ ຄວນເປີດເສັ້ນທາງມະນຸດສະທຳໃຫ້ປະຊາຊົນ ເພື່ອທີ່ຈະສາມາດໜີອອກຈາກເມືອງ ມາຣີອູໂປລ.
ທ່ານນາງ ເວເຣສຊຸກ ໄດ້ກ່າວຕໍ່ອົງການຂ່າວ Pravda ຂອງ ຢູເຄຣນ ວ່າ “ມັນຈະບໍ່ມີການເຈລະຈາ ກ່ຽວກັບ ການຍອມຈຳນົນ ແລະ ການວາງອາວຸດ ໃດໆ. ພວກເຮົາໄດ້ແຈ້ງໃຫ້ຝ່າຍ ຣັດເຊຍ ຮູ້ ກ່ຽວກັບ ສິ່ງນີ້ແລ້ວ.”
ອີງຕາມອົງການຂ່າວ RIA ຂອງລັດຖະບານ ຣັດເຊຍ, ກະຊວງປ້ອງກັນປະ ເທດຂອງ ຣັດເຊຍ ໄດ້ກຳນົດເສັ້ນຕາຍກ່ອນເຊົ້າມືດຕໍ່ ຢູເຄຣນ ໃນວັນຈັນມື້ນີ້ ແລະ ໄດ້ອ້າງອີງການປະຕິເສດທີ່ຈະຍອມແພ້ ໃສ່ການເຂົ້າຂ້າງກັບ “ຜູ້ຮ້າຍ.”
ການລະດົມຍິງໃນຂ້າມຄືນທີ່ຜ່ານມາໄດ້ຖືກສູນກາງຊັອບປິ້ງໃນນະຄອນຫຼວງ ກີຢິບ, ສັງຫານຢ່າງໜ້ອຍ 4 ຄົນ.
ກະຊວງປ້ອງກັນປະເທດຂອງ ອັງກິດ ໄດ້ລາຍງານການຕໍ່ສູ້ຢ່າງໜັກໃນພາກເໜືອຂອງນະຄອນຫຼວງ ກີຢິບ ໃນວັນຈັນມື້ນີ້, ແຕ່ໄດ້ກ່າວວ່າການເຄື່ອນໄຫວຂອງ ຣັດເຊຍ ໄປສູ່ນະຄອນຫຼວງໄດ້ຕິດຂັດ ດ້ວຍກອງກຳລັງຂອງ ຣັດເຊຍ ຈຳນວນຫຼາຍຍັງຢູ່ຫ່າງຈາກໃຈກາງເມືອງຫຼາຍກວ່າ 25 ກິໂລແມັດ.
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວຕໍ່ທ່ານ ຟາຣີດ ຊາຄາເຣຍ ຈາກໂທລະພາບ CNN ໃນການສຳພາດທີ່ອອກອາກໃນວັນອາທິດວານນີ້ວ່າ ການບໍ່ສາມາດທີ່ຈະໄປຮອດ ເພື່ອເຈລະຈາຂໍ້ຕົກລົງກັບ ຣັດເຊຍ “ຈະໝາຍຄວາມວ່າ ນີ້ແມ່ນສົງຄາມໂລກຄັ້ງທີສາມ.”
ທ່ານ ເຊເລັນສກີ ໄດ້ຮຽກຮ້ອງສຳລັບການເຈລະຈາສັນຕິພາບຮອບດ້ານ ທີ່ຈະນຳເອົາຜືນແຜ່ນດິນອັນຄົບຖ້ວນກັບຄືນມາ ແລະ ໃຫ້ຄວາມເປັນທຳແກ່ ຢູເຄຣນ. ນັກເຈລະຈານຳໜ້າຂອງ ຣັດເຊຍ ໄດ້ກ່າວໃນສອງສາມວັນທີ່ຜ່ານມາວ່າ ສອງຝ່າຍດັ່ງກ່າວໄດ້ຫຍັບໃກ້ເຂົ້າການຕົກລົງກັນຫຼາຍຂຶ້ນ ກ່ຽວກັບ ບັນຫາຂອງ ຢູເຄຣນ ຍົກເລີກການພະຍາຍາມທີ່ຈະເຂົ້າຮ່ວມ NATO ແລະ ຮັບເອົາສະຖານະພາບເປັນກາງ.
ທ່ານ ເຊເລັນສກີ ໄດ້ກ່າວຕໍ່ໂທລະພາບ CNN ວ່າ ກຳລັງ ຣັດເຊຍ ໄດ້ເຂົ້າໄປ ຢູເຄຣນ “ເພື່ອກຳຈັດພວກເຮົາ, ເພື່ອຂ້າພວກເຮົາ,” ແຕ່ພວກເຮົາໄດ້ປະຕິ ຍານວ່າ ຢູເຄຣນ ຈະບໍ່ຍອມເສຍອຳນາດອະທິປະໄຕ ຫຼື ຜືນແຜ່ນດິນອັນຄົບຖ້ວນຂອງເຂົາເຈົ້າ.